ຫວຽດນາມ ໄດ້ຮຽກຮ້ອງຊຸກຍູ້ການເຈລະຈາໂດຍສັນຕິພາບ ແລະ ຟື້ນຟູສະຖຽນລະພາບຢູ່ປະເທດມາລີ

10:13 | 22/08/2020

ຍສໝ - ວັນທີ 20 ສິງຫາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍກ່ຽວກັບສະພາບການທີ່ສັບສົນ ຂອງປະເທດມາລີໃນໄລຍະບໍ່ດົນມານີ້.

ຫວຽດນາມ ໄດ ຮຽກຮ ອງຊ ກຍ ການເຈລະຈາໂດຍສ ນຕ ພາບ ແລະ ຟ ນຟ ສະຖຽນລະພາບຢ ປະເທດມາລ ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມກອງປະຊຸມສົນທະນາຂັ້ນສູງ ສະພາຄວາມໝັ້ນຄົງສະຫະປະຊາຊາດ
ຫວຽດນາມ ໄດ ຮຽກຮ ອງຊ ກຍ ການເຈລະຈາໂດຍສ ນຕ ພາບ ແລະ ຟ ນຟ ສະຖຽນລະພາບຢ ປະເທດມາລ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ອີຣັກ

ໃນການລາຍງານຕໍ່ສະພາຄວາມໝັ້ນຄົງ, ທ່ານ Jean-Pierre Lacroix - ຮອງເລຂາທິການໃຫຍ່ອົງການສະຫະປະຊາຊາດ ທີ່ຮັບຜິດຊອບບັນຫາຮັກສາສັນຕິພາບ ໄດ້ສະແດງຄວາມກັງວົນຕໍ່ຄວາມເຄັ່ງຕຶງທາງດ້ານການເມືອງໃນປະເທດມາລີ ໃນໄລຍະສອງສາມມື້ຜ່ານມານີ້, ໂດຍສະເພາະແມ່ນກຸ່ມທີມງານທະຫານອັນໜຶ່ງປະກາດດ້ວຍຕົນເອງວ່າເປັນ "ຄະນະກຳມະການແຫ່ງຊາດເພື່ອປົກປ້ອງປະຊາຊົນ" (CNSP) ໄດ້ະຕິບັດການເຮັດລັດຖະປະຫານ ແລະ ຈຳຄຸກ ທ່ານປະທານາທິບໍດີ Ibrahim Boubacar Keita ແລະ ສະມາຊິກລັດຖະບານຈຳນວນໜຶ່ງຂອງປະເທດມາລີ ໃນວັນທີ 18 ສິງຫາ.

ຫວຽດນາມ ໄດ ຮຽກຮ ອງຊ ກຍ ການເຈລະຈາໂດຍສ ນຕ ພາບ ແລະ ຟ ນຟ ສະຖຽນລະພາບຢ ປະເທດມາລ
ກອງປະຊຸມທາງອອນລາຍກ່ຽວກັບສະພາບການທີ່ສັບສົນ ຂອງປະເທດມາລີໃນໄລຍະບໍ່ດົນມານີ້. (ພາບ: UN)

ທີ່ກອງປະຊຸມ, ບັນດາສະມາຊິກສະພາຄວາມໝັ້ນຄົງ ໄດ້ແບ່ງປັນຄວາມວິຕົກກັງວົນກ່ຽວກັບສະພາບການຂອງປະເທດມາລີ, ເນັ້ນໜັກເຖິງຄວາມສຳຄັນຂອງການຟື້ນຟູລະບຽບລັດຖະທຳມະນູນ ແລະ ປະຕິບັດຕາມສັນຍາສັນຕິພາບປີ 2015, ພ້ອມທັງ ໄດ້ຕີລາຄາສູງຄວາມມານະພະຍາຍາມ ຂອງສະຫະປະຊາຊາດ, ສະຖານກົງສຸນ, ບັນດາປະເທດໃນຊຸມຊົນເສດຖະກິດຂອງອາຟຣິກາຕາເວັນຕົກ (ECOWAS), ສະຫະພັນອາຟຣິກາ (AU) ໃນການສົ່ງເສີມຄວາມໝັ້ນຄົງໃນປະເທດມາລີ, ໂດຍສະເພາະ ແມ່ນບົດບາດຜູ້ໄກ່ເກ່ຍຂອງ ECOWAS.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິງກຸຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຖາວອນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ຕໍ່ສະພາບການທີ່ສັບສົນ ຂອງປະເທດມາລີ. ທ່ານດັ້ງດິງກຸຍ ໄດ້ຮຽກຮ້ອງໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຄວບຄຸມໃຈ ແລະ ຫລີກລ້ຽງການໃຊ້ກຳລັງ; ຊຸກຍູ້ການເຈລະຈາເພື່ອຊອກຫາວິທີແກ້ໄຂທາງດ້ານການເມືອງໂດຍສັນຕິວິທີ, ສອດຄ່ອງກັບລັດຖະທຳມະນູນ ແລະ ກົດໝາຍຂອງມາລີ, ເພື່ອຟື້ນຟູສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມໃນປະເທດມາລີ, ເພື່ອຄວາມປາຖະໜາສັນຕິພາບອັນຊອບທຳຂອງປະຊາຊົນ.

ທ່ານເອກອັກຄະລັດຖະທູດຫວຽດນາມ ດັ້ງດິງກຸຍ ໄດ້ເນັ້ນໜັກວ່າ, ຫວຽດນາມ ສະໜັບສະໜູນ ຄວາມກບືນຂອງສະຫະປະຊາຊາດ, AU, ECOWAS ແລະ ປະຊາຄົມສາກົນໃນການຊຸກຍູ້ການເຈລະຈາ ເພື່ອຊອກຫາມາດຕະການແກ້ໄຂໂດຍສັນຕິວິທີລະຫວ່າງບັນດາພາກສ່ວນກ່ຽວຂ້ອງ, ຊ່ວຍເຮັດໃຫ້ສະພາບການຂອງປະເທດມາລີ ໄດ້ກັບຄືນສູ່ສະພາບສະຖຽນລະພາບ.

ຫວຽດນາມ ໄດ ຮຽກຮ ອງຊ ກຍ ການເຈລະຈາໂດຍສ ນຕ ພາບ ແລະ ຟ ນຟ ສະຖຽນລະພາບຢ ປະເທດມາລ ຫວຽດນາມ ໄດ້ຮຽກຮ້ອງຄວາມສາມັກຄີ ໃນການຕໍ່ສູ້ຕ້ານການກໍ່ການຮ້າຍ ໃນກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ເມື່ອບໍ່ດົນມານີ້, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະຖານະການຂອງເຂດ Sahel ໃນອາຟຣິກາໃນ​ໄລຍະຫວ່າງແລ້ວນີ້.

ຫວຽດນາມ ໄດ ຮຽກຮ ອງຊ ກຍ ການເຈລະຈາໂດຍສ ນຕ ພາບ ແລະ ຟ ນຟ ສະຖຽນລະພາບຢ ປະເທດມາລ ທ່ານຟ້າມບິ່ງມິງ: ການປະຕິບັດຕາມກົດໝາຍສາກົນ ມີຄວາມສຳຄັນຕໍ່ການຮັກສາສະຖຽນລະພາບ ແລະ ສັນຕິພາບ

ຍສໝ - ໂດຍໄດ້ຮັບຕາມຄຳເຊີນຂອງທ່ານ Urmas Reinsalu - ລັດຖະມົນຕີການຕ່າງປະເທດ Estonian, ໃນວັນທີ 8 ພຶດສະພາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍລະດັບສູງ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວຂໍ້ “75 ປີຫຼັງຈາກການສົງຄາມໂລກຄັ້ງທີ 2 ໃນເອີຣົບ - ບົດຮຽນທີ່ໄດ້ຮັບເພື່ອສະກັດກັ້ນພາບອັນເສົ້າສະຫຼົດໃຈໃນອະນາຄົດ, ຄວາມຮັບຜິດຊອບຂອງສະພາຄວາມໝັ້ນຄົງ”.

ຫວຽດນາມ ໄດ ຮຽກຮ ອງຊ ກຍ ການເຈລະຈາໂດຍສ ນຕ ພາບ ແລະ ຟ ນຟ ສະຖຽນລະພາບຢ ປະເທດມາລ ຫວຽດນາມ ປະກອບສ່ວນໃນການແກ້ໄຂຫຼາຍບັນຫາຮ້ອນເຮັ່ງ ໃນເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ໃນ ວັນທີ 5 ກຸມພາ 2020, ຫົວໜ້າກົມອົງການຈັດຕັ້ງສາກົນ (ກະຊວງການຕ່າງປະເທດ), ທ່ານ ໂດ໋ຫູ່ງວຽດ ໃຫ້ຮູ້ວ່າ ຫວຽດນາມໄດ້ປະກອບສ່ວນໃນການແກ້ໄຂບາງບັນຫາທີ່ສັບສົນເຊັ່ນ: ຊີຣີ, ມຽນມາ ແລະ Kashmir...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.