ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ຕີ​ມໍແລັດ​ເຕີ

09:48 | 14/01/2021

ຍ​ສ​ໝ - ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ເມື່ອ​ການ​ແລ​ກ​ປ່ຽນ​ດ້ານ​ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ ນັບ​ທັງ​ໃນ​ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຜົນ​ສະ​ທ້ອນ​ຕໍ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໂລກ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສົ່ງ​ສານອວຍ​ພອນ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ເວດ
ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກູ​ເວດ: 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ
ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ຕີ​ມໍແລັດ​ເຕີ
ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​​ງປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ​ໂອ້​ລົມ​ສົນ​ທະ​ນາ​​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ ຕີ​ມໍແລັດ​ເຕີ Adaljiza Albertina Xavier Reis Magno. (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 12 ມັງ​ກອນ, ຢູ່​ສຳ​ນັກ​ງານ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າ​​ງປະ​ເທດ ຫວຽດ​ນາມ ຟ້າມ​ບິ່ງ​ມິງ ໄດ້​ມີ​ການ​ໂອ້​ລົມ​ສົນ​ທະ​ນາ​ທາງ​ອອນ​ລາຍ​ກັບ​ທ່ານນາງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື​ ຕີ​ມໍແລັດ​ເຕີ Adaljiza Albertina Xavier Reis Magno.

ທ່ານ​ນາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ການ​ຮ່ວມ​ມື ຕີ​ມໍແລັດ​ເຕີ Adaljiza Albertina Xavier Reis Magno ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ງານ​ຂອງ ຫວຽດ​ນາມ​ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ປະ​ທານ​ອາ​ຊຽນ 2020. ທ່ານ​ນາງ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ຮ່ວມ​ມື ຕີ​ມໍແລັດ​ເຕີ Adaljiza Albertina Xavier Reis Magno ກໍ່​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ​ເມື່ອ ຕີ​ມໍແລັດ​ເຕີ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ໃນ​ນັ້ນ​ມີ​ການ​ສົ່ງ​ອອກ​ເຂົ້າ​ສານ​ ເພື່ອ​ຊ່ວຍ ຕີ​ມໍແລັດ​ເຕີຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ພາຍໃນ​ປະ​ເທດ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ເມື່ອ​ການ​ແລ​ກ​ປ່ຽນ​ດ້ານ​ການ​ຄ້າ ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ຂຶ້ນ ນັບ​ທັງ​ໃນ​ສະ​ພາບ​ການໂລກ​ລະ​ບາດ​ໂຄວິດ - 19 ກໍ່​ຜົນ​ສະ​ທ້ອນ​ຕໍ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໂລກ, ທ່ານ​ກໍ່​ຢັ້ງ​ຢືນ​ວ່າ ຫວຽດ​ນາມ ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ແລະ ຮ່ວມ​ມື​ຢ່າງ​ຕັ້ງ​ໜ້າໃນ​ບັນ​ດາ​ຂົງ​ເຂດ​ທີ່​ ຕີ​ມໍແລັດ​ເຕີມີ​ຄວາມ​ຕ້ອງ​ການ​ຄື: ກະ​ສິ​ກຳ, ສິນ​ໃນ​ນ້ຳ, ນ້ຳ​ມັນ​ອາຍ​ແກັດ...

ທ່ານ ​ຟ້າມ​ບິ່ງ​ມິງ​ ກໍ່​ເນັ້ນ​ໜັກ​ວ່າ ສອງ​ຝ່າຍ​ຄວນ​ສ້າງ, ຜັນ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ ແລະ ມາດ​ຕະ​ການ​ຢ່​າງ​ລະ​ອຽດ​ເພື່ອ​ແນ​ໃສ່​ຂຸດ​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຢ່າງ​ໃຫຍ່ຫຼວງ​ລະ​ຫວ່າງ​ສອງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ສະ​ເພາະ​ໜ້າ, ທ່ານ​ຮອ​ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ ໄດ້​ສະ​ເໜີ​ໃຫ້ ຕີ​ມໍແລັດ​ເຕີ ໃຫ້​ສັດ​ຕະ​ຍາ​ບັນ ສັນ​ຍາ​ການ​ຄ້າ​ສອງຝ່າຍ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2013, ລົງ​ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ​ສອງ​ຝ່າຍ, ສັນ​ຍາ​ສອງ​ຝ່າຍ​ກ່ຽວ​ກັບ​ການ​ຍົກ​ເວັ້ນ​ວິ​ຊາ​ໃຫ້​ແກ່​ຜູ້​ຖື​ວິ​ຊາ​ການ​ທູດ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ, ໃນ​ນັ້ນ​ມີ​ບໍ​ລິ​ສັດ Viettel Telemor ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື, ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ ຢູ່ ຕີ​ມໍແລັດ​ເຕີແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ຄືນ​ໃໝ່ ຢ່າງ​ສອດ​ຄ່ອງ​ກັບ​ກົດ​ໝາຍ ແລະ ບົນ​ຈິດ​ໃຈ​ການ​ຮ່ວມ​ມື​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ​ສອງ​ປະ​ເທດ.

ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕ້ອງ​ເພີ່ມ​ທະ​ວີ​ບົດ​ບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ໃນ​ການ​ຊຸກ​ຍູ້​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ທຸກຂົງ​ເຂດ, ໃນ​ນັ້ນ​ມີ​ການ​ຊຸກ​ຍູ້​ການ​ແລກ​ປ່ຽນ ແລະ ການ​ພົບ​ປະ​ຂັ້ນ​ສູງ ແລະ ທຸກ​ຂັ້ນ, ຜັນ​ຂະ​ຫຍາຍ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ໂດຍ​ໄວ ເພື່ອ​ສ້າງຂອບ​ເຂດ​ກາ​ນ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ຄວາມ​ຕ້ອງ​ການ, ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າ​ສານ​ທີ່​ໄດ້​ລົງ​ນາມ​ໃນ​ປີ 2015. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຟ້າມ​ບິ່ງ​ມິງ​ ໄດ້​ສະ​ແດງ​ຄວາມ​ຊົ​ມ​ເຊີຍ ແລະ ສະ​ໜັບ​ສະ​ໜູນ​ຄວາມ​ຫວັງ​ເຂົ້າ​ຮ່ວມ ອາ​ຊຽນ​ຂອງ ຕີ​ມໍແລັດ​ເຕີ.

ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກູ​ເວດ: 45 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ

ຍ​ສ​ໝ - ໃນ​ຕະຫຼອດ​ໄລ​ຍະ 45 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ກູ​ເວດ​ໄດ້​ຮັບການປັບ​ປຸ​ງຈາ​ກ​ການ​ນຳ​ລຸ້ນ​ຕ່າງໆ​ຢ່າງ​ບໍ່​ຢຸ​ດ​ຢັ້ງ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ​ໄດ້​ຮັກ​ສາ ແລະ​ອອກ​ເຮື່ອ​ເທ​ແຮງເພີ່ມ​ພູນ​ຄູນ​ສ້າງ.

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ted Yoho ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ

ຍ​ສ​ໝ - ​ທ່ານ ເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຮ່າ​ກິມງອກ ໄດ້​ຢັ້ງ​ຢື​ນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ຂອງ​ເພື່ອ​ນ​ມິດ, ຄູ່​ຮ່ວມ​ມືສະ​ໜິດ​ສະ​ໜົມ​ຂອງ​ຫວຽດ​ນາມ​ຄື​ທ່ານ ສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.