EuroCham: ຫວຽດນາມ ຍັງຄົງແມ່ນບ່ອນອີງທາງດ້ານຍຸດທະສາດ ທ່າມກາງການຜັນແປຂອງໂລກ

09:18 | 16/04/2026

ຍສໝ - 93% ຂອງຜູ້ນຳວິສາຫະກິດ ເອີຣົບ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະແນະນຳ ຫວຽດນາມ ແມ່ນຈຸດໝາຍປາຍທາງແຫ່ງການລົງທຶນ – ເຊິ່ງແມ່ນໜຶ່ງໃນລະດັບທີ່ສູງທີ່ສຸດໃນປະຫວັດສາດການສຳຫຼວດຂອງ EuroCham.

ໂຮງຮຽນທີ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນພິເສດ ຫວຽດນາມ - ລາວ
BIDV ແລະ ຄະນະກຳມະການເພື່ອສັນຕິພາບ ຫວຽດນາມ: ຕິດພັນກັບພາລະກຳແຫ່ງສັນຕິພາບ ແລະ ການພັດທະນາທີ່ຍືນຍົງ
EuroCham: ຫວຽດນາມ ຍັງຄົງແມ່ນບ່ອນອີງທາງດ້ານຍຸດທະສາດ ທ່າມກາງການຜັນແປຂອງໂລກ

ຕາມສະມາຄົມວິສາຫະກິດ ເອີຣົບ ປະຈຳ ຫວຽດນາມ (EuroCham), ດັດຊະນີຄວາມເຊື່ອໝັ້ນທາງດ້ານທຸລະກິດ (BCI) ໃນໄຕມາດທີ I/2026 ບັນລຸ 72,7 ຄະແນນ, ຍັງຄົງຮັກສາໃນລະດັບທີ່ສູງກວ່າຢ່າງຫຼວງຫຼາຍ ເມື່ອທຽບກັບລະດັບສະເລ່ຍໃນ 4 ປີຜ່ານມາ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຄວາມດຶງດູດໃນໄລຍະຍາວຂອງ ຫວຽດນາມ ໄດ້ຮັບການເພີ່ມທະວີຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນໃນສະພາບການທີ່ ຫວຽດນາມ ພວມດຳເນີນການປະຕິຮູບລະບອບລະບຽບການກົກເຄົ້າ ທີ່ບັນດານັກລົງທຶນຄາດຫວັງຕໍ່ລັດຖະບານໃນສະໄໝໃໝ່ ເພື່ອແນໃສ່ຮັກສາທ່າແຮງການເຕີບໂຕໃນໄລຍະຍາວ.

ເປັນທີ່ໜ້າສົນໃຈ, 93% ຂອງຜູ້ນຳວິສາຫະກິດ ເອີຣົບ ໃຫ້ຮູ້ວ່າ ພ້ອມແລ້ວທີ່ຈະແນະນຳ ຫວຽດນາມ ແມ່ນຈຸດໝາຍປາຍທາງແຫ່ງການລົງທຶນ – ເຊິ່ງແມ່ນໜຶ່ງໃນລະດັບທີ່ສູງທີ່ສຸດໃນປະຫວັດສາດການສຳຫຼວດຂອງ EuroCham.

ທ່ານ Bruno Jaspaert, ປະທານ EuroCham ໃຫ້ທັດສະນະວ່າ, ການຜັນແປໃນໄຕມາດທີ I ໄດ້ສະແດງໃຫ້ເຫັນເຖິງການປັບຕົວໃນສະພາບການເສດຖະກິດໂລກທີ່ມີການຜັນແປຫຼາຍປະການ, ໂດຍສະເພາະແມ່ນຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ ທີ່ສົ່ງຜົນກະທົບຕໍ່ລາຄາພະລັງງານ ແລະ ຕ່ອງໂສ້ອຸປະທານ. ໃນສະພາບການດັ່ງກ່າວ, ຫວຽດນາມ ຍັງຄົງໄດ້ຮັບການຕີລາຄາວ່າມີສະຖຽນລະພາບ ແລະ ເປັນຈຸດໝາຍປາຍທາງທີ່ປອດໄພໃຫ້ແກ່ບັນດາການເຄື່ອນໄຫວລົງທຶນ.

EuroCham: ຫວຽດນາມ ຍັງຄົງແມ່ນບ່ອນອີງທາງດ້ານຍຸດທະສາດ ທ່າມກາງການຜັນແປຂອງໂລກ

ບົດລາຍງານສະແດງໃຫ້ເຫັນວ່າ, ພາຍຫຼັງໜຶ່ງປີແຫ່ງການຜະເຊີນໜ້າກັບການປ່ຽນແປງໃນນະໂຍບາຍການຄ້າໂລກ, ວິສາຫະກິດສ່ວນໃຫຍ່ໄດ້ມີການປັບຕົວຢ່າງມີປະສິດທິຜົນ. ໃນປີ 2025, ມີວິສາຫະກິດ ເອີຣົບ ຢູ່ ຫວຽດນາມ ເຖິງ 77% ສາມາດຮັກສາ ຫຼື ເພີ່ມລາຍຮັບ, ໃນນັ້ນ 40% ແມ່ນມີການເຕີບໂຕ.

ເຖິງວ່າຈະຍັງມີສິ່ງທ້າທາຍຄົງຄ້າງຢູ່, ແຕ່ບັນດາຜົນກະທົບສ່ວນໃຫຍ່ພຽງແຕ່ເຮັດໃຫ້ທ່າແຮງການເຕີບໂຕຊ້າລົງ, ແທນທີ່ຈະເຮັດໃຫ້ການເຄື່ອນໄຫວການຜະລິດ ແລະ ທຸລະກິດຖືກຢຸດສະງັກ. ສິ່ງນີ້ສືບຕໍ່ຢືນຢັນເຖິງບົດບາດຂອງ ຫວຽດນາມ ຄືກັບຂໍ້ຕໍ່ທີ່ມີສະຖຽນລະພາບໃນຕ່ອງໂສ້ອຸປະທານໂລກ.

ແຮງດຶງດູດການລົງທຶນສືບຕໍ່ໄດ້ຮັບການຮັກສາ

ບໍ່ວ່າຈະມີຄວາມຫຍຸ້ງຍາກໃນໄລຍະສັ້ນ, ແຕ່ຄວາມເຊື່ອໝັ້ນຕໍ່ກັບຄວາມຫວັງໃນໄລະຍະຍາວຂອງ ຫວຽດນາມ ຍັງຄົງມີຄວາມແໜ້ນແກ່ນ. ຂົງເຂດຕ່າງໆ ເຊັ່ນ: ກະສິກຳ - ອາຫານ ແລະ ການທ່ອງທ່ຽວ - ໂຮງແຮມ ມີອັດຕາວິສາຫະກິດ 100% ທີ່ພ້ອມແລ້ວຈະແນະນຳ ຫວຽດນາມ ແມ່ນຈຸດໝາຍປາຍທາງແຫ່ງການລົງທຶນ.

ຕາມ EuroCham, ບັນດາວິສາຫະກິດນັບມື້ນັບມີການຈຳແນກຢ່າງຈະແຈ້ງລະຫວ່າງສິ່ງທ້າທາຍໃນການດຳເນີນງານສະເພາະໜ້າ ແລະ ໂອກາດທາງດ້ານຍຸດທະສາດໄລຍະຍາວ. ການເຕີບໂຕ GDP ໃນໄຕມາດທີ I/2026 ບັນລຸ 7,83% ແມ່ນປັດໄຈສຳຄັນທີ່ເພີ່ມທະວີຄວາມເຊື່ອໝັ້ນຂອງນັກລົງທຶນ.

ປະທານ EuroCham ເນັ້ນໜັກວ່າ, ຫວຽດນາມ ພວມມີບັນດາພື້ນຖານທີ່ສະດວກເພື່ອດຶງດູດການລົງທຶນໄລຍະຍາວ, ໂດຍສະເພາະແມ່ນທິດທາງການພັດທະນາເສດຖະກິດເອກະຊົນໃຫ້ເປັນກຳລັງໜູນແຫ່ງການເຕີບໂຕ. ໃນຕໍ່ໜ້າ, ການຍົກສູງປະສິດທິຜົນຂອງການຈັດຕັ້ງປະຕິບັດ, ການປະຕິຮູບຂັ້ນຕອນບໍລິຫານ ແລະ ການຮັບປະກັນຄວາມໂປ່ງໃສຂອງລະບົບກົດໝາຍ ຈະແມ່ນປັດໄຈກົກເຄົ້າ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັນລະດັບຊາດ.

ທ່ານ ຢາສປາເອີດ (Jaspaert) ເນັ້ນໜັກວ່າ ຂອບຟ້າທາງໜ້າພວມເປີດກວ້າງດ້ວຍບັນດາສັນຍານທີ່ຕັ້ງໜ້າ: "ການນຳພາທີ່ສະເໝີຕົ້ນສະເໝີປາຍຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແມ່ນສັນຍານແຫ່ງການຊຸກຍູ້ກ່ຽວກັບສະຖຽນລະພາບ ແລະ ວິໄສທັດໄລຍະຍາວ. ພ້ອມກັນນັ້ນ, ລັດຖະບານໃນສະໄໝໃໝ່ກໍ່ໄດ້ເນັ້ນໜັກເຖິງການເອົາເສດຖະກິດເອກະຊົນເປັນກຳລັງໜູນການເຕີບໂຕກົກເຄົ້າ. ນີ້ຄືບັນດາພື້ນຖານທີ່ແໜ້ນແກ່ນທີ່ບັນດານັກລົງທຶນຊອກຫາ ເມື່ອພິຈາລະນາເຖິງບັນດາຄຳໝັ້ນສັນຍາໄລຍະຍາວ".

ເມື່ອ ຫວຽດນາມ ກ້າວເຂົ້າສູ່ສັງກາດແຫ່ງການບຸກທະລຸ ແລະ ສ້າງສາປະເທດຊາດ, ຄວາມສາມາດໃນການແຂ່ງຂັນຈະນັບມື້ນັບຂຶ້ນກັບປະສິດທິຜົນຂອງການຈັດຕັ້ງປະຕິບັດ: ນັບແຕ່ການຫຼຸດຜ່ອນພາລະທາງດ້ານບໍລິຫານ, ການແບ່ງຂັ້ນການຕັດສິນໃຈ ຈົນເຖິງການຮັບປະກັນຄວາມຊັດເຈນກວ່າເກົ່າຂອງບັນດາຂໍ້ກຳນົດກົດໝາຍ, ປະທານ EuroCham ເນັ້ນໜັກ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ

ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ຈີນ, ຕອນບ່າຍວັນທີ 15 ເມສາ, ຢູ່ ປັກກິ່ງ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ພົບປະກັບບັນດາການນຳ ຈີນ.

ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ ຫວຽດນາມ - ຈີນ ລົງນາມຂໍ້ຕົກລົງຮ່ວມມືຫຼາຍສະບັບ

ບັນດາເອກະສານຮ່ວມມື ລວມມີ: ບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືໃນຂົງເຂດຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ; ບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງນະຄອນ ຮ່າໂນ້ຍ ແລະ ນະຄອນ ປັກກິ່ງ ໄລຍະ 2026 – 2030

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ