ຫວຽດ​ນາມ ແລະ ບັນ​ດາ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ APEC

07:08 | 22/11/2020

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Muhyiddin Yassin, ວັນທີ 20 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 27 ຕາມຮູບການທາງອອນລາຍ. ກອງປະຊຸມ ແມ່ນການເຄື່ອນໄຫວສຳຄັນທີ່ສຸດຂອງ ສັບປະດາຂັ້ນສູງ APEC ຄັ້ງທີ 27 ດ້ວຍການເຂົ້າຮ່ວມຂອງການນຳ 21 ພື້ນຖານເສດຖະກິດສະມາຊິກ.

ຫວຽດ ນາມ ແລະ ບ ນ ດາ ການ ປະ ກອບ ສ ວນ ເຂ າ ໃນ apec APEC: ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ
ຫວຽດ ນາມ ແລະ ບ ນ ດາ ການ ປະ ກອບ ສ ວນ ເຂ າ ໃນ apec APEC 2018: ບັນດາການນຳສຸມໃສ່ປຶກສາຫາລືການຄ້າເສລີ
ຫວຽດ ນາມ ແລະ ບ ນ ດາ ການ ປະ ກອບ ສ ວນ ເຂ າ ໃນ apec

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເຂົ້າຮ່ວມກອງປະຊຸມ (ພາບ:nld.com.vn)

ໃນບົດບາດເປັນປະເທດເຈົ້າພາບ, ມາເລເຊຍ ສະເໜີຫົວຂໍ້ຂອງປີ APEC 2020 ແມ່ນ “ໝູນໃຊ້ຄວາມສາມາດບົ່ມຊ້ອນຂອງມະນຸດ ເພື່ອສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນລວມໃນອະນາຄົດ” ແລະ ສຸມໃສ່ 3 ບຸລິມະສິດຄື ປັບປຸງການຄ້າ ແລະ ການລົງທຶນ; ເສດຖະກິດກວມລວມ ຜ່ານເຕັກນິກ ແລະ ເສດຖະກິດດີຈີຕອນ; ຊຸກຍູ້ການປະດິດຄິດສ້າງແບບຍືນຍົງ.

ປີ 2020 ແມ່ນປີມີຄວາມໝາຍພິເສດສຳລັບ APEC, ນີ້ແມ່ນປີສິ້ນສຸດໄລຍະ 25 ປີ ແຫ່ງການຜັນຂະຫຍາຍບັນດາເປົ້າໝາຍ Bogor ກ່ຽວກັບຫັນການຄ້າ ແລະ ການລົງທຶນເປັນເສລີ. ນີ້ກໍແມ່ນຈຸດເວລາສຳຫຼວດກວດຄືນໝາກຜົນແຫ່ງການຜັນຂະຫຍາຍຫຼາຍໂຄງການຮ່ວມມືໄລຍະຍາວ, ໂດຍສະເພາະແມ່ນການສ້າງວິໄສທັດ APEC ພາຍຫຼັງ ປີ 2020 ດ້ວຍບັນດາການກຳນົດທິດການຮ່ວມມືຍຸດທະສາດໃນສອງທົດສະວັດຈະມາເຖິງ. ທ່ານ Azmin Ali ລັດຖະມົນຕີກະຊວງການຄ້າ ມາເລເຊຍ ໃຫ້ຮູ້ວ່າ ວິໄສທັດ APEC ຫຼັງປີ 2020 ຈະ “ຂຶ້ນກັບຜົນສຳເລັດຂອງບັນດາເປົ້າໝາຍ Bogor ແລະ ຈະວາງກຳນົດທິດຍຸດທະສາດໄລຍະຍາວໃຫ້ແກ່ພາກພື້ນ… ຢ່າງໜ້ອຍສຸດແມ່ນ 2 ທົດສະວັດຕໍ່ໄປ”. ທ່ານ Azmin Ali ເນັ້ນໜັກວ່າ ອາຊີ ໄດ້ ແລະ ພວມສືບຕໍ່ “ຕ້ານຄືນບັນດາຮູບການຂອງລັດທິອາລັກຂາ” ແລະ ໃຫ້ບຸລິມະສິດແກ່ການສ້າງ “ວັດທະນາຖາວອນລວມ”.

ກອງປະຊຸມຂັ້ນສູງ APEC 2020 ດຳເນີນໄປໃນຂະນະທີ່ໂລກພວມຮັບມືກັບໂລກລະບາດໂຄວິດ - 19. ບັນດາເຈົ້າໜ້າທີ່ຂັ້ນສູງ ຂອງ 21 ພື້ນຖານເສດຖະກິດສະມາຊິກ ໄດ້ຍອມຮັບວ່າ ບັນດານະໂຍບາຍ ເຊິ່ງບັນດາພື້ນຖານເສດຖະກິດ APEC ໄດ້ໝູນໃຊ້ລວມນັ້ນ ຈະມີຄວາມໝາຍຕັດສິນໃນການຕ້ານໂລກລະບາດ. ທ່ານນາງ Rebecca Fatima Sta Maria, ຜູ້ອຳນວຍການຝ່າຍບໍລິຫານຂອງ ຄະນະເລຂານຸການ APEC ໃຫ້ຮູ້ວ່າ: APEC ບໍ່ເຄີຍປະເຊີນໜ້າກັບສິ່ງທ້າທາຍຄືກັບໄພນາບຂູ່ຈາກໂລກລະບາດໂຄວິດ - 19 ແບບນີ້ຈັກເທື່ອ. ໂລກລະບາດພວມຄອບງຳການດຳລົງຊີວິດ, ການເຄື່ອນໄຫວເສດຖະກິດ ແລະ ການຕັດສິນນະໂຍບາຍຂອງ APEC.

ຫວຽດນາມ ໄດ້ກາຍເປັນສະມາຊິກຂອງ APEC ຢ່າງເປັນທາງການໃນ ກອງປະຊຸມລັດຖະມົນຕີການຕ່າງປະເທດ - ເສດຖະກິດ APEC ເມື່ອເດືອນ ພະຈິກ 1998, ຢູ່ນະຄອນຫຼວງ ກຸລາລຳເບີ ຂອງ ມາເລເຊຍ ແລະ ແມ່ນສະມາຊິກໜຶ່ງໃນຈຳນວນບໍ່ຫຼາຍ ທີ່ໄດ້ດຳລົງຕຳແໜ່ງເປັນປະເທດເຈົ້າພາບຈັດຕັ້ງ APEC ປະສົບຜົນສຳເລັດ 2 ຄັ້ງ ໃນປີ 2006 ແລະ 2017. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໃຫ້ຮູ້ວ່າ:

“ຫວຽດນາມ ສະແດງໃຫ້ເຫັນຢ່າງຈະແຈ້ງກ່ຽວກັບແຜນນະໂຍບາຍເຊື່ອມໂຍງເຂົ້າກັບສາກົນ. ດຽວນີ້ ບໍ່ເອີ້ນວ່າເຂົ້າຮ່ວມ ແຕ່ຕົວຈິງແມ່ນໄດ້ສວມບົດບາດເປັນປະເທດນຳພາໃນພາກພື້ນ. ນັ້ນແມ່ນສິ່ງທີ່ພວກເຮົາປາດຖະໜາທີ່ສຸດເມື່ອເຊື່ອມໂຍງເຂົ້າກັບສາກົນ ນັ້ນແມ່ນສວມບົດບາດຕັ້ງໜ້າ ແລະ ເປັນເຈົ້າການ”.

ຫວຽດ ນາມ ແລະ ບ ນ ດາ ການ ປະ ກອບ ສ ວນ ເຂ າ ໃນ apec ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ AMM ຄັ້ງທີ 31 (ພາບ: baoquocte.vn)

ປີ 2020, ຫວຽດນາມ ເຂົ້າຮ່ວມເວທີປາໄສ APEC ໃນຂະນະທີ່ດຳລົງຕຳແໜ່ງເປັນປະທານ ອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ. ຫວຽດນາມ ຕັ້ງໜ້າສະໜັບສະໜູນ, ເປັນເຈົ້າການສົມທົບກັບ ປະເທດເຈົ້າພາບ ມາເລເຊຍຢ່າງແໜ້ນແຟ້ນ ແລະ ບັນດາສະມາຊິກຮັບປະກັນຮັກສາທ່າການຮ່ວມມື APEC ໃນສະພາບການທີ່ ການຮ່ວມມືໃນ APEC ຖືກຜົນສະທ້ອນ ແລະ ຕັດຕອນ ຍ້ອນເກີດໂລກລະບາດໂຄວິດ - 19, ຊຸກຍູ້ເພື່ອໃຫ້ບັນດາກອງປະຊຸມ APEC ຍົກອອກຖະແຫຼງການຮ່ວມ, ຢັ້ງຢືນນ້ຳໃຈການຮ່ວມມື APEC. ຫວຽດນາມ ຕັ້ງໜ້າເຂົ້າຮ່ວມ, ປະກອບຄໍາເຫັນຢູ່ກອງປະຊຸມຂອງ APEC ໄດ້ເກືອບ 100 ຄັ້ງທີ່ຈັດຂຶ້ນ ນັບທັງຮູບການທາງອອນລາຍ ແລະ ໂດຍກົງ, ໂດຍສະເພາະແມ່ນເຂົ້າຮ່ວມ 9 ກອງປະຊຸມ, ເຈລະຈາຂັ້ນລັດຖະມົນຕີຄື: ກອງປະຊຸມລັດຖະມົນຕີທ່ອງທ່ຽວ, ກອງປະຊຸມລັດຖະມົນຕີການຄ້າ, ກອງປະຊຸມຂັ້ນສູງກ່ຽວກັບສາທາລະນະສຸກ ແລະ ເສດຖະກິດ, ກອງປະຊຸມເຈລະຈານະໂຍບາຍຂັ້ນສູງ ກ່ຽວກັບຄວາມໝັ້ນຄົງດ້ານສະບຽງອາຫານ…

ພ້ອມກັນນັ້ນ, ຫວຽດນາມ ທັງເປັນເຈົ້າການ, ຕັ້ງໜ້າປະກອບສ່ວນສ້າງເອກະສານກຳນົດທິດການຮ່ວມມືສຳຄັນຫຼາຍສະບັບຂອງAPEC ເປັນຕົ້ນແມ່ນ ວິໄສທັດ APEC ຫຼັງປີ 2020 (ນີ້ແມ່ນໜຶ່ງໃນບັນດາຂໍ້ສະເໜີສຳຄັນຂອງ ຫວຽດນາມ, ຫວຽດນາມ ກໍໄດ້ດຳລົງຕຳແໜ່ງເປັນຮອງປະທານ ກຸ່ມສ້າງວິໄສທັດ APEC, AVG), ວິໄສທັດ ພະລັງງານ APEC ຫຼັງປີ 2020, ໂຄງການປະຕິຮູບໂຄງປະກອບ APEC ໄລຍະ 2021 – 2025 (ດ້ວຍບົດບາດເປັນຫົວໜ້າກຸ່ມປະຕິບັດງານ), ບັນດາຖະແຫຼງການຂອງກອງປະຊຸມ, ກໍຄືບົດລາຍງານສຳຄັນອື່ນໆ ນັ້ນແມ່ນ ບົດລາຍງານກ່ຽວກັບການຜັນຂະຫຍາຍບັນດາເປົ້າໝາຍ Bogor ຂອງ APEC ກ່ຽວກັບການຫັນການຄ້າ ແລະ ການລົງທຶນເປັນເສລີ, ບົດລາຍການກ່ຽວກັບການຜັນຂະຫຍາຍຍຸດທະສາດຍົກສູງຄຸນນະພາບການເຕີບໂຕໃນ APEC, ບົດລາຍການກາງສະໄໝຂອງແຜນການສັງລວມ ກ່ຽວກັບການເຊື່ອມຕໍ່ໃນ APEC ໄລຍະ 2015 – 2025…

APEC ດ້ວຍ 21 ພື້ນຖານເສດຖະກິດສະມາຊິກ, ປັດຈຸບັນ ກວມເອົາປະມານ 40% ປະຊາກອນໂລກ, ເຄິ່ງໜຶ່ງຂອງມູນຄ່າການຄ້າທົ່ວໂລກ ແລະ 60% GDP ທົ່ວໂລກ. ເລື່ອງ ຫວຽດນາມ ຕັ້ງໜ້າຮ່ວມເດີນທາງພ້ອມກັບ APEC ໄດ້ປະກອບສ່ວນເຂົ້າໃນການຮ່ວມແຮງຮ່ວມໃຈສ້າງວິໄສທັດຍຸດທະສາດກ່ຽວກັບປະຊາຄົມ ອາຊີ - ປາຊີຟິກ ແຫ່ງສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນມີຫົວຄິດປະດິດສ້າງ, ສະໜິດຕິດພັນ ແລະ ວັດທະນາຖາວອນ.

ຫວຽດ ນາມ ແລະ ບ ນ ດາ ການ ປະ ກອບ ສ ວນ ເຂ າ ໃນ apec APEC: ໃຫ້ຄຳໝັ້ນສັນຍາສະໜັບສະໜູນການຄ້າເສລີ

ຍສໝ - ບັນດາພື້ນຖານເສດຖະກິດສະມາຊິກຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ສະແດງການສະໜັບສະໜູນຢ່າງແຮງ ສຳລັບການຄ້າເສລີໃນສະພາບການພື້ນຖານເສດຖະກິດໂລກພວມຖືກຜັນແປຫລາຍຢ່າງ.

ຫວຽດ ນາມ ແລະ ບ ນ ດາ ການ ປະ ກອບ ສ ວນ ເຂ າ ໃນ apec APEC 2018: ບັນດາການນຳສຸມໃສ່ປຶກສາຫາລືການຄ້າເສລີ

ວັນທີ 18 ພະຈິກ, ບັນດາການນຳ 21 ພື້ນຖານເສດຖະກິດເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ໄດ້ເລີ່ມຕົ້ນການປຶກສາຫາລືຢູ່ນະຄອນຫລວງ Port Moresby ຂອງປະເທດ ປາປົວນິວກີເນ

ຫວຽດ ນາມ ແລະ ບ ນ ດາ ການ ປະ ກອບ ສ ວນ ເຂ າ ໃນ apec ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເລີ່ມຕົ້ນການເຄື່ອນໄຫວຢູ່ APEC 26

ຕອນບ່າຍວັນທີ 17 ພະຈິກ, ທ່ານນາຍົກລັດຖະມົນຕີ ປາປົວນິວກີເນ Peter O’Neill ໄດ້ເປັນເຈົ້າພາບພິທີຕ້ອນຮັບບັນດາການນຳພື້ນຖານເສດຖະກິດເຂົ້າຮ່ວມສັບປະດາຂັ້ນສູງຄັ້ງທີ 26 ຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ທີ່ດຳເນີນຢູ່ນະຄອນຫລວງ Port Moresby ປະເທດ ປາປົວນິວກີເນ.

vovworld.vn

ເຫດການ
302 Found

Found

The document has moved here.