ດຶງ​ດູດ​ເງິນ​ລົງ​ທຶນຈາກ​ຕ່າງ​ປະ​ເທດເປັນ​ຈຳ​ນວນ ​3,72 ຕື້ USD ເຂົ້າ​ ຮ່າ​ໂນ້ຍ​

06:30 | 05/01/2021

ຍ​ສ​ໝ - ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລວມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ໂລກ, ຮ່າ​ໂນ້ຍ​ຍັງ​ຢືນ​ຢູ່​ອັນ​ດັບ​ທີ 2 ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ດ້ວຍ​ຈຳ​ນວນ​ເງິນ 3,72 ຕື້ USD.

ຖ້​ຽວ​ບິນ ຮ່າ​ໂນ້ຍ - ວຽງ​ຈັນ​ເປີດ​ຄືນ​ໃໝ່​ແຕ່​ຕົ້ນ​ເດືອນ ຕຸ​ລາ
ຮ່າ​ໂນ້ຍມອບ​ຜ້າ​ອັດ​ປາກ​ 150.000 ອັ​ນ​ ໃຫ້​ແກ່​ເຂດ Ile-de-France
ດຶງ​ດູດ​ເງິນ​ລົງ​ທຶນຈາກ​ຕ່າງ​ປະ​ເທດເປັນ​ຈຳ​ນວນ ​3,72 ຕື້ USD ເຂົ້າ​ ຮ່າ​ໂນ້ຍ​
ພາບ​ປະ​ກອບ: KT

​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ນະ​ຄອນ​ຮ່າ​ໂນ້ຍ ໃຫ້​ຮູ້​ວ່າ ປີ 2020, ຍອດ​ຜະ​ລິດ​ຕະ​ພັນ​ໃນ​ບໍ​ລິ​ເວນຂ​ອງ ນະ​ຄອນຮ່າ​ໂນ້ຍ (GRDP) ເພີ່ມ​ຂຶ້ນ ເກືອບ 4% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2019.

ເຖິງຢ່າງ​ໃດ​ກໍ່​ຕາມ, ດັດ​ຊະ​ນີ​ຜະ​ລິດ​ອຸດ​ສາ​ຫະ​ກຳ ໃນ​ບໍ​ລິ​ເວນ​ນະ​ຄອນ​ຍັງ​ເພີ່ມ​ຂຶ້ນ 4,7% ເມື່ອ​ທຽບ​ໃສ່​​ປີ​ກ່ອນ, ເງິນ​ລົງ​ທຶນ​ພັດ​ທະ​ນາ​ບັນ​ລຸ 413.000 ​ຕື້ ດົ່ງ, ເພີ່ມ​ຂຶ້ນ 9% ເມື່​ອ​ທຽບ​ໃສ່​ປີ 2019.ເຂດ​ການ​ບໍ​ລ​ິ​ການ​ໃນ​ປີ 2020 ເພີ່ມ​ຂຶ້ນ 3,29% ເມ​ື່ອ​ທຽບ​ໃສ່​ກັບ​ປີ​ກ່ອນ ຕ່ຳ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ລະ​ດັບ 7,27% ຂອງ​ປີ 2018 ແລະ 7,59%ຂອງ​ປີ 2019 ໂດບ​ຜົ​ນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19. ບັນ​ດາ​ຂ​ະ​ແໜງ​ການ​ຄື ການ​ທ່ອງ​ທ່ຽວ, ໂຮງ​ແຮມ, ຮ້ານ​ອາ​ຫານ, ຄົມ​ມະ​ນາ​ຄົມ​ແລະ​ຂົນ​ສົ່ງ, ບ່ອນ​ລະ​ຫຼິ້ນ​ບັນ​ເທິງ…ຕົກ​ເຂົ້າ​ສູ່​ສະ​ພາບ​ການ​ຫຍຸ້ງ​ຍາກ.

ພິ​ເສດ, ໃນ​ສະ​ພາບ​ການ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ລວມ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ໂລກ, ຮ່າ​ໂນ້ຍ​ຍັງ​ຢືນ​ຢູ່​ອັນ​ດັບ​ທີ 2 ໃນ​ທົ່ວ​ປະ​ເທດ ກ່ຽວ​ກັບ​ໝາກ​ຜົນ​ຂອງ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ດ້ວຍ​ຈຳ​ນວນ​ເງິນ 3,72 ຕື້ USD.

ວົງ​ເງິນ​ສົ່ງ​ອອກ​ບັນ​ລຸ​ໄດ້ 16 ຕື້ USD, ເພີ່ມ​ຂຶ້ນ 1,8%ເມື່ອ​ທຽບ​ໃສ່​ປີ​ກ່ອນ ແລະ ຢູ່​ລະ​ດັບ​ຕຳ​ສຸດ​ຍ້ອນ​ຜົ​ນ​ສະ​ທ້ອນ​ຢ່າງ​ຫຍໍ້​ທໍ້​ຈາກ​ຄວາມ​ຕ້ອງ​ການ​ໃນ​ທົ່ວ​ໂລກ.

ຂະ​ແໜງ​ການ​ຊື້​ຂາຍ, ຂາຍ​ຍ່ອຍ​ແມ່ນ​ຈຸດ​ພົ້ນ​ເດັນ​ໃນ​ຂົງ​ເຂດ​ການ​ບໍ​ລິ​ການ​ປີ 2020 ດ້ວຍ​ການ​ເຕີບ​ໂຕ​ຢູ່​ລະ​ດັບ 8, 84% ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂະ​ແໜງ​ປະ​ກອບ​ສ່ວນ​ຕັ້ງ​ວ​ໜ້າ​ເຂົ້າ​ການ​ເຕີບ​ໂຕ​ລວມ​ຂອງ​ນະ​ຄອນ (ປະ​ກອບ​ສ່ວນ 0,81 ຄະ​ນະ​ສ່ວນ​ຮ້ອຍ​ເຂົ້າ​ລະ​ດັບ​ການ​ເຕີບ​ໂຕ GRDP).

ໃນ​ປີ 2020, ນະ​ຄອນ​ມີ ວິ​ສາ​ຫະ​ກິດ 26,4 ພັນ​ແຫ່ງ​ຈົດ​ທະ​ບຽນ​ສ້າງ​ຕັ້ງ​ໃໝ່, ຫຼຸດ​ລົງ 2%ເມື່ອ​ທຽບ​ໃສ່​ກັບ​ປີ 2019, ທຶນ​ຈົດ​ທະ​ບຽນ​ບັນ​ລຸ 337,7 ພັນ​ຕື້​ດົ່ງ, ຫຼຸດ​ລົງ 13%. ອົງ​ການ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ກໍ່​ປະ​ຕິ​ບັດ​ລະ​ບຽບ​ການ​ຍຸບ​ເລິກ​ໃຫ້​ແກ່​ວິ​ສາ​ຫະ​ກິດ 2.452 ແຫ່ງ, ເພີ່ມ​ຂຶ້ນ 15%, ວິ​ສາ​ຫະ​ກິດ​ຈົດ​ທະ​ບຽນ​ຢຸດ​ຕິ​ການ​ເຄື່ອນ​ໄຫວ 11,6 ພັນ​ແຫ່ງ, ເພີ່ມ​ຂຶ້ນ 57%, ວິ​ສາ​ຫະ​ກິດ​ມີ​ການ​ເຄື່ອນ​ໄຫວ​ກັບ​ຄືນ​ສູ່​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ​ເພີ່ມ​ຂຶ້ນ 21%. ອັດ​ຕາ​ເອ​ກະ​ສາ​ຈົດ​ທ​ະ​ບຽນ​ວິ​ສາ​ຫະ​ກິດ ຜ່ານ​ທາງ​ອອນ​ລາຍ​ໄດ້​ຮັກ​ສາ 100%, ຮັບ​ປະ​ກັນ​ຄຸນ​ນະ​ພາບ ແລະ ເວ​ລາ​ກຳ​ນົດ, ກອບ​ປະ​ສ່ວນ​ເຂົ້າ​ການ​ໜູນ​ຊ່ວຍ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ບັນ​ດາ​ຫົວ​ໜ່ວຍ…

ຖ້​ຽວ​ບິນ ຮ່າ​ໂນ້ຍ - ວຽງ​ຈັນ​ເປີດ​ຄືນ​ໃໝ່​ແຕ່​ຕົ້ນ​ເດືອນ ຕຸ​ລາ

ຍ​ສ​ໝ - ບໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ​ຫວຽດ​ນາມ (Vietnam Airlines)ຈະເຊື່ອມ​ຕໍ່​ຖ້ຽວ​ບິນ​ໄປ​ຍັງ​ນະ​ຄອນຫຼວງ ວຽງ​ຈັນ​ປະ​ເທດ​ລາວ, ນັບ​ແຕ່​ວັນ​ທີ 6 ຕຸ​ລາ, ໄລ​ຍະ​ແຍກ​ຕົວ​ເມື​ອ​ເຂົ້າ​ເມືອງ​ຫວຽດ​ນາມ ຢ່າງ​ໜ້ອຍ​ສຸດ​ແມ່ນ 6 ມື້.

ຮ່າ​ໂນ້ຍມອບ​ຜ້າ​ອັດ​ປາກ​ 150.000 ອັ​ນ​ ໃຫ້​ແກ່​ເຂດ Ile-de-France

ຍ​ສ​ໝ - ວັນ​ທີ 3 ກໍ​ລະ​ກົດ, ຢູ່ Paris, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ປາ​ຣິດ ໄດ້​ຕາ​ງ​ໜ້າ​ໃຫ້​ແກ່​ອຳ​ນາດ​ກາ​ນ​ປົກ​ຄອງ ຮ່າ​ໂນ້ຍມອບ​ຜູ້​ອັດ​ປາກ​ 150.000 ອັນ ໃຫ້ແກ່​ອຳ​ນາດ​ການ​ປົ​ກ​ຄອງ Ile-de-France.

ນັກຮຽນຫຼາຍກວ່າ 95 ພັນຄົນ ເຂົ້າຮັບການເຜີຍແຜ່ລະບຽບການສອບເສັງເຂົ້າ ຫ້ອງ 10 ( ຂື້ນມໍ 4) ທີ່ ຮ່າ ໂນ້ຍ

ຍ​ສ​ໝ - ໃນຕອນເຊົ້າມື້ນີ້ 6 ມິຖຸນາ, ນັກຮຽນຫຼາຍກວ່າ 95.000 ຄົນເຂົ້າລົງທະບຽນ ສອບເສັງເລື່ອນຊັ້ນ ມໍ 4 (ຫ້ອງ 10) ໂຮງຮຽນມັດທະຍົມປາຍ ສົກປີ 2018-2019 ຢູ່ ຮ່າໂນ້ຍ, ໄດ້ມີໜ້າທີ່ເຂດສອບເສັງເພື່ອ ລົງທະບຽນ ແລະ ຮຽນກົດລະບຽບ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.