ນັກຮຽນຫຼາຍກວ່າ 95 ພັນຄົນ ເຂົ້າຮັບການເຜີຍແຜ່ລະບຽບການສອບເສັງເຂົ້າ ຫ້ອງ 10 ( ຂື້ນມໍ 4) ທີ່ ຮ່າ ໂນ້ຍ

15:15 | 06/06/2018

ຍ​ສ​ໝ - ໃນຕອນເຊົ້າມື້ນີ້ 6 ມິຖຸນາ, ນັກຮຽນຫຼາຍກວ່າ 95.000 ຄົນເຂົ້າລົງທະບຽນ ສອບເສັງເລື່ອນຊັ້ນ ມໍ 4 (ຫ້ອງ 10) ໂຮງຮຽນມັດທະຍົມປາຍ ສົກປີ 2018-2019 ຢູ່ ຮ່າໂນ້ຍ, ໄດ້ມີໜ້າທີ່ເຂດສອບເສັງເພື່ອ ລົງທະບຽນ ແລະ ຮຽນກົດລະບຽບ.

ນັກ​ສອບ​ເສັງ​ໄດ້​ຮັບ​ການເຜີຍ​ແຜ່​ກົດລະບຽບການສອບເສັງ, ຕາຕະລາງການສອບເສັງ, ກົດ​ລະ​ບຽບ​ກ່ຽວ​ກັບ​ລະຫັດຕີ​ກອງ(ກະ​ດິ່ງ), ເວລາເລີ່ມການສອບເສັງແຕ່ລະຄັ້ງ ...

ໃນການ​ຮຽນ​ກົດລະບຽບການສອບເສັງ, ອາ​ຈານ​ສອນ​ໄດ້ນັກ​ສອບ​ເສັງເອົາ​ໃຈ​ໃສ່ ຢ່າງລະອຽດກ່ຽວກັບຄວາມຮັບຜິດຊອບຂອງ​ນັກ​ສອບ​ເສັງ, ​ຮູບແບບການ​ປະ​ຕິ​ບັດ​ກົດ​ລະ​ບຽບວິໄນ ຖ້າຫາກວ່ານັກ​ສອບ​ເສັງລະເມີດ. ​ຄູ​ອາ​ຈານ​ເນັ້ນ​ໜັກ​ເປັນ​ພິ​ເສດກັບ​ນ້ອງ​ນັກ​ຮຽນ ວ່າ​ຫ້າມ​ນຳ​ເອກ​ສານ​ເຂົ້າ​ຫ້ອງ​ສອບ​ເສັງ, ອຸບ​ປະ​ກອນ​ທີ່​ຜິດ​ກົດ​ລະ​ບຽບ, ໂດຍສະເພາະແມ່ນໂທລະສັບມືຖື ເຂົ້າໄປໃນຫ້ອງສອບເສັງ. ຖ້າຫາກ​ຈັບ​ໄດ້​ວ່າ​ນຳ​ອຸບ​ປະ​ກອນ, ເອກ​ກະ​ສານ ເຂົ້າຫ້ອງການສອບເສັງ, ບໍ່ວ່າຈະນໍາໃຊ້ ຫຼື ບໍ່, ນັກ​ສອບ​ເສັງ ຈະ​ຖືກ​ໄລ່​ອອກ​ຈາກ​ຫ້ອງ​ສອບ​ເສັງ ແລະ ບົດສອບຈະໄດ້​ຄະ​ແນນສູນ(0).

ນັກຮຽນຫຼາຍກວ່າ 95 ພັນຄົນ ເຂົ້າຮັບການເຜີຍແຜ່ລະບຽບການສອບເສັງເຂົ້າ ຫ້ອງ 10 ( ຂື້ນມໍ 4) ທີ່ ຮ່າ ໂນ້ຍ

ຄູ​ອາ​ຈານ​ກຳ​ລັງ​ເຜີຍ​ແຜ່​ກົດ​ລະ​ບຽບ​ການ​ສອບ​ເສັງ​ໃຫ້​ນັກ​ສອບ​ເສັງ ທີ່​ຈະ​ເສັງ​ຂື້ນ​ຫ້ອງ​ມໍ4 (ຫ້ອງ 10) ສົກ​ປີ 2018-2019 ທີ່​ຮ່າ​ໂນ້ຍ.

​ຄູ​ອາ​ຈານ​ໄດ້​ຮຽກ​ຮ້ອງ​ໃຫ້ນັກ​ຮຽນ ກວດ​ສອບ​ຄືນ ຂໍ້​ມູນ​ລາຍ​ຊື່ ຢູ່​ເຂດ​ສອບ​ເສັງ ແລະ ປຽບທຽບ ກັບ " ບັດ ສອບເສັງ ຂື້ນ​ມໍ 4 ມັດທະຍົມປາຍ ສົກປີ 2018-2019" ຂອງ​ຕົນ, ໂດຍສະເພາະຂໍ້ມູນສ່ວນຕົວຄື: ຊື່, ນາມ​ສະ​ກຸນ, ວັນເດືອນປີເກີດ ... ນີ້ຄັ້ງ​ສຸດ​ທ້ານທີ່ນັ​ກ​ສອບ​ເສັງມີໂອກາດທີ່ຈະແກ້ໄຂ, ຄວາມຜິດພາດ(ຖ້າ​ມີ), ອີງຕາມການປະເມີນເບື້ອງຕົ້ນຈາກຫົວຫນ້າຮັບ​ຜິດ​ຊອບ ເຂດສອບເສັງ, ຢູ່​ສະ​ຖານ​ທີ່​ສອບເສັງຫຼື​ເຂດ​ຍັງບໍ່ໄດ້ຮັບລາຍງານກ່ຽວກັບ​ນັກ​ສອບ​ເສັງມີ​ຫຍັງຜິດ, ຫຼື​ວ່າ ຫຼົງ​ລືມກ່ຽວກັບຂໍ້ມູນສ່ວນບຸກຕົວ​ຫຍັງ​ໝົດ.

​​ຈຸດ​ປ່ຽນໃໝ່​ຂອງ​ການ​ສອບ​ເສັງ ຂື້ນ​ຊັ້​ນ ມໍ4 (ຫ້ອງ10) ມັດ​ທະ​ຍົມ​ປາຍ ຢູ່ ຮ່າ​ໂນ້ຍ​ປີນີ້​ແມ່ນ ກົດ​ລະ​ບຽບ​ໃນ​ການ​ເກັບ “ ບັດ​ນັກ​ຮຽນ” ​ທຸກ​ຄົນ (ທີ່​ມີ​ຮູບ ແລະ ຕີ​ກາ)ຂອງ​ນັກ​ສອບ​ເສັງ​ຕັ້ງ​ແຕ່​ຕອນ​ທີ່​ເຂົ້າ​ຮຽນ ແລະ ເຜີຍ​ແຜ່​ກົດ​ລະ​ບຽບ​ການ​ສອບ​ເສັງ​ເລີຍ.

ຕອນ​ເຊົ້າມື້​ອື່ນ, ເລີ່ມ​ຕັ້ງ​ແຕ່ ເວ​ລາ 7ໂມງ 55 ນາ​ທີ ນັກສອບເສັງ ຈະ​ສອບ​ເສັງ ວິ​ຊາ: ວັນ​ນັກ​ຄະ​ດີ-ພາ​ສາ​ສາດ; ຕອນ​ແລງ ແຕ່​ເວ​ລາ 14ໂມງ 25, ນັກ​ສອບ​ເສັງ ຈະ​ເສັງ​ວິ​ຊາ: ຄະ​ນິດ​ສາດ. ເວ​ລາ ເຮັດ​ບົດ​ສອບ 120 ນາ​ທີ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.