ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ ຫວຽດ​ນາມ - ຢູ​ແກຼນ ໃນຫຼາຍ​ຂົງ​ເຂດ

17:00 | 17/12/2020

ຍ​ສ​ໝ - ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ​ຫງວຽ​ນ​ຮົ່ງ​ແທັ້ງ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ໃນ​ອາ​ຍຸ​ການ​ຂອງ​ຕົນ​ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ວິ​ສາ​ຫະ​ກິດ ຢູ​ແກຼນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ.

ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ສອງ ປະ ເທດ ຫວຽດ ນາມ ຢ ແກ ນ ໃນຫ າຍ ຂ ງ ເຂດ ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ
ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ສອງ ປະ ເທດ ຫວຽດ ນາມ ຢ ແກ ນ ໃນຫ າຍ ຂ ງ ເຂດ ຢູ​ແກຼນ​ຢາກ​ຮັດ​ແໜ້ນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ແລະ ອາ​ຊຽນ​ໃຫ້ຫຼາຍ​ກ່​ວາ​ອີກ
ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ສອງ ປະ ເທດ ຫວຽດ ນາມ ຢ ແກ ນ ໃນຫ າຍ ຂ ງ ເຂດ
ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຫງວຽນ​ຮົ່ງ​ແທັ້ງ​ຍືນ​ສານ​ຕາ​ຕັ້ງ​ໃຫ້​ແກ່​ທ່ານ Yevheniy Yenin ຮອງ​ລັດ​ຖະ​ມົນ​ຕີ​ກະ​ຂວງ​ການ​ຕ່າງ​ປະ​ເທດ ຢູ​ແກຼນ (ພາບ: VOV)

ວັນ​ທີ 16 ທັນ​ວາ 2020, ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຫງວຽນ​ຮົ່ງ​ແທັ້ງ ໄດ້​ຍືນ​ສານ​ຕາ​ຕັ້ງ​ໃຫ້​ແກ່​ທ່ານ Yevheniy Yenin ຮອງ​ລັດ​ຖະ​ມົນ​ຕີ​ກະ​ຂວງ​ການ​ຕ່າງ​ປະ​ເທດ ຢູ​ແກຼນ. ທີ່​ການ​ຕ້ອ​ນ​ຮັບ​ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮົ່ງ​ແທ້ງ, ທ່ານ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ Yevheniy Yenin ໄດ້​ຕີ​ລາ​ຄາ​ສູງ​ກາ​ນ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ ຢູ​ແກຼນ ແລະ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ໃນ​ການ​ພົວ​ພັນ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ Yenin ໄດ້​ສົ່ງ​ຄຳ​ຂອບ​ໃຈ​ຕໍ່​ບັນ​ດາ​ອົງ​ການ, ວິ​ສາ​ຫະ​ກິດ ແລະ ສ່ວນ​ບຸກ​ຄົນ ຂອງ ຫວຽດ​ນາມ​ໄດ້​ໜູນ​ຊ່ວຍ​ຢ່າງ​ແທ້ດ​ຈິງ ແລະ ທັນ​ການ​ເພື່ອ​ຊ່ວຍ​ໃຫ້ ຢູ​ແກຼນ ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ທ່ານ​ເນັ້ນ​ໜັກ​ເຖິງ​ບາງ​ຂໍ້​ລິ​ເລີ່ມ​ຂອງ​ຢູ​ແກຼນ ເພື່ອ​ແນ​ໃສ່​ສ້າງ​ການ​ພົວ​ພັນ​ທີ່​ສະ​ໜິດ​ຕິດ​ພັນ​ກ່​ວາ​ກັບ​ອາ​ຊຽນ ແລະ ສະ​ເໜີ​ໃຫ້ ຫວຽດ​ນາມ, ໃນ​ບົດ​ບາດ​ສຳ​ຄັນ​ອາ​ຊຽນ ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ແລະ ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ​ແກຼນ ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມນີ້.

ສ່ວນທ່ານ​ຫງວຽ​ນ​ຮົ່ງ​ແທັ້ງ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ໃນ​ອາ​ຍຸ​ການ​ຂອງ​ຕົນ​ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ ແລະ ວິ​ສາ​ຫະ​ກິດ ຢູ​ແກຼນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ສອງ​ປະ​ເທດ. ທ່ານ​ເອກ​ອັກ​ຄະ​ລັດ​ທະ​ຖູດ​ໄດ້​ສະເໜີ​ໃຫ້​ຢູ​ແກຼນ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຢູ​ແກຼນ ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ​ເຂົ້າ​ວິວ​ັດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ຂອງ ຢູ​ແກຼນ, ສື​ບ​ຕໍ່​ແມ່ນ​ຂົວ​ເຊື່ອມ​ຕໍ່​​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດຢ່າງມີ​ປະ​ສິດ​ທິ​ຜົນ.

ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຫງວຽນ​ຮົ່ງ​ແທັງ ໄດ້​ຢັ້ງ​ຢືນ​ເຖິ​ງ​ຄວາມ​ສຳ​ເລັດ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ໃນ​ການ​ປະ​ຕິ​ບັດ​ຜ່ານ​ບັນ​ດາ​ແບບ​ຢ່າງ​ສຳ​ເລັດ​ໃນ​ຂົງ​ເຂດ​ການ​ເມືອງ, ເສດ​ຖະ​ກິດ. ບັນ​ດາ​ອະ​ດີດ​ນັກ​ສຶກ​ສາ​ຫວຽດ​ນາມ ຢູ່​ຢູ​ແກຼນ ໄດ້​ກາຍ​ເປັນ​ບັນ​ດາ​ສະ​ມາ​ຊິກ​ໃນ​ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ນັກ​ທຸ​ລະ​ກິດ​ປະ​ສົບ​ຜົນ​ສຳ​ເລັດ​ຢູ່ ຫວຽດ​ນາມ. ນີ້​ແມ່ນ​ມູນ​ເຊື້ອ​ເຊິ່ງ​ສອງ​ປະ​ເທດ​ອາ​ຈະ​ສືບ​ຕໍ່​ເພີ່ມ​ພູນ​ຄູນ​ສ້າງ.

ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ສອງ ປະ ເທດ ຫວຽດ ນາມ ຢ ແກ ນ ໃນຫ າຍ ຂ ງ ເຂດ ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຕ້ອງ​ອີງ​ໃສ່​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ

ຍ​ສ​ໝ - ທ່ານ Viktor Konstantinov ຮອງ​ສາດ​ສະ​ດາ​ຈານ, ສະ​ຖາ​ບັນ​ການ​ພົວ​ພັນ​ສາ​ກົນ ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ​ສັງ​ລວມ​ແຫ່ງ​ຊາດ Kiev ຖື​ວ່າ ບັນ​ດາ​ປະ​ເທດ​ຄວນ​ເຄົາ​ລົບ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ. ຕາມ​ທ່ານ​ ແລ້ວ​, ເຖິງວ່າ​ສານ​ສາ​ກົນ ໄດ້​ວາງ​ອອກ​ບັນ​ດາ​ຄຳ​ຕັດ​ສິນ​ຂອງ​ສານ​ໃນ​ປີ 2016 ໃນ​ເຫດ​ການ​ຂອງ ຟີ​ລິບ​ປິນ​ແລ້ວ​ກໍ່​ຕາມ, ແຕ່​ສະ​ພາບ​ການ ແລະ ຫຼັກ​ໝັ້ນ​ຂອງ​ບັນ​ດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບໍ່​ມີ​ການ​ປ່ຽນ​ແປງຫຼາຍ​ປາ​ນ​ໃດ.

ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ສອງ ປະ ເທດ ຫວຽດ ນາມ ຢ ແກ ນ ໃນຫ າຍ ຂ ງ ເຂດ ຢູ​ແກຼນ​ຢາກ​ຮັດ​ແໜ້ນ​ການ​ພົວ​ພັນ​ກັບ ຫວຽດ​ນາມ ແລະ ອາ​ຊຽນ​ໃຫ້ຫຼາຍ​ກ່​ວາ​ອີກ

ຍ​ສ​ໝ - ທ່ານ Yevhen Yenin ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ​ແກຼນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ໃນ​ຊຸມ​ປີ​ຜ່ານ​ມາ, ຫວຽນ​ດາມ ແລະ ຢູ​ແກຼນ​ບັນ​ລຸ​ໄດ້​ບາດ​ກ້າວ​ພັດ​ທະ​ນາຫຼ​າຍ​ຢ່າງ​ໃນ​ການ​ພົວ​ພັນ​ສອງ​ຝ່າຍ, ເປັນ​ຕົ້ນ​ແມ່ນ​ການ​ເມືອງ, ເສດ​ຖະ​ກິດ ແລະ ການ​ຄ້າ.

ຊ ກ ຍ ການ ພ ວ ພ ນ ລະ ຫວ າງ ສອງ ປະ ເທດ ຫວຽດ ນາມ ຢ ແກ ນ ໃນຫ າຍ ຂ ງ ເຂດ ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ III

ຍ​ສ​ໝ - ໃນ​ອາ​ຍຸ​ການນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ບ​ັນ​ດາ​ການ​ເຄື່ອນ​ໄຫວ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ພ້ອມ​ກັນ​ພັດ​ທະ​ນາ​ລະ​ຫວ່າງ ສອງ​ປະ​ເທດ, 2 ຊາດ ຫວຽດ​ນາມ - ຢູ​ແກຼນ.

ບຸນ​ຄົງ

302 Found

Found

The document has moved here.