ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ  III

18:55 | 26/10/2020

ຍ​ສ​ໝ - ໃນ​ອາ​ຍຸ​ການນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ບ​ັນ​ດາ​ການ​ເຄື່ອນ​ໄຫວ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ພ້ອມ​ກັນ​ພັດ​ທະ​ນາ​ລະ​ຫວ່າງ ສອງ​ປະ​ເທດ, 2 ຊາດ ຫວຽດ​ນາມ - ຢູ​ແກຼນ.

ຊຸກຍູ້ການຮ່ວມມືດ້ານເຕັກນິກການທະຫານລະຫວ່າງຫວຽດນາມ - ຢູແກຼນ
ພະຍາດ COVID-19: ພົນລະເມືອງຫວຽດນາມຫລາຍກວ່າ 240 ຄົນຈາກຢູແກຼນ ໄດ້ກັບຄືນປະເທດ
ສ່ວນບຸກຄົນ 4 ຄົນ ແລະ ໝູ່ຄະນະໄດ້ຮັບໃບຍ້ອງຍໍຢູ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບ ຫວຽດນາມ ຢູແກຼນ ແຂວງເງະອານຊຸດ​ທີ  III
ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ​ແຂວງ​ເງະ​ອານ (ພາບ: Baonghean)

ວັນ​ທີ 24 ຕຸ​ລາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ ແຂວງ ເງະ​ອານ​ໄດ້​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່ ຊຸດ​ທີ III, ອາ​ຍຸ​ການ 2020 – 2025. ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ການ​ເລືອກ​ຄັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ລວມ​ມີ ກຳ​ມະ​ການ 11 ຄົນ. ທ່ານ ຫງວຽນ​ຮ່​ວາຍ​ອານ​ສືບ​ຕໍ່​ຮັບ​ຕຳ​ແໜ່ງ​ເປັນ​ປະ​ທານ​ສະ​ມາ​ຄົມ​ຊຸດ​ທີ III ອາ​ຍຸ​ການ 2020 – 2025.

ເມື່ອ​ລາຍ​ງານ​ໝາກ​ຜົນ​ກາ​ນ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ​ໃນ​ອະ​ຍຸ​ການ​ທີ່​ຜ່ານ​ມາ, ທ່ານ ຫງວຽນ​ຮ່​ວາຍ​ອານ ປະ​ທານ​ສະ​ມາ​ຄົມ​ມິ​ດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ ແຂວງ​ເງະ​ອານ ຊຸດ​ທີ II ໃຫ້​ຮູ້​ວ່າ ສະ​ມາ​ຄົມ​ໄດ້​ຕິດ​ແທດ​ກັບ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ຂອງ ພັກ ແລະ ລັດ. ຄ​ຽງ​ຄູ່​ກັນ​ນັ້ນ, ໂດຍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຊີ້​ນຳ, ນຳ​ພາ​ໂດຍ​ກົງ​ຂອງ​ອົງ​ຄະ​ນະ​ພັກ​ແຂວງ ເງະ​ອານ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ ແຂວງ​ເງະ​ອານ ໄດ້​ປ່ຽນ​ແປງ​ໃໝ່​ວຽກ​ງານ​ຂໍ້​ມູນ​ຂ່າວ​ສານ, ເຜີຍ​ແຜ່​ໂຄ​ສະ​ນາພາບ​ພົບ​ປະ​ເທດ​ຊາດ ຫວຽດ​ນາມ ເວົ້າ​ລວມ ແລະ ແຂວງ​ເງະ​ອານ​ເວົ້າ​ສະ​ເພາະ ກໍ່​ຄື​ພາບ​ພົດ​ຂອງ​ປະ​ເທດ​ ຢູແກຼນ ແລະ ບັນ​ດາ​ການ​ເຄື່ອຍ​ໄຫວຂອງ​ສະ​ມາ​ຄົມ.

ສະ​ມາ​ຄົມ​ກໍ່​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລ​ກ​ປ່ຽນ, ເຊື່ອມ​ຕໍ່​ສະ​ມາ​ຊິກ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ​ພາຍ​ໃນ​ປະ​ເທດ, ໃນ​ບໍ​ໍ​ລິ​ເວນ​ແຂວງ ແລະ ປະ​ຊາ​ຄົມ​ຊາວ​ເງະ​ອ​ານ​ຢູ່ ນະ​ຄອນ Kiev , ປະ​ກອບ​ສ່ວນ​ແຜ່​ຂະ​ຫຍາຍ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ ແລະ ຈິດ​ໃຈ​ກູ້​ສົນ ສະ​ໜັບ​ສະ​ໜູນ​ໃຫ້​ແກ່​ນັກ​ຮຽ​ນ​ທຸກ​ຍາກ, ຜູ້​ປະ​ສົບ​ເຄາະ​ຮ້າຍ​ທາດ​ຜິດ​ສິ​ສົ້ມ ແລະ ບັນ​ດາ​ຄອ​ບ​ຄົວ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ບໍ​ລິ​ເວນ​ແຂ​ວງ.

ພິ​ເສດ, ເມື່ອ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຂອງ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ​ຢ​ູ​ແກຼນ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ​ແຂວງ​ເງະ​ນ​ອານ ໄດ້​ຊີ້​ນຳ, ແນະ​ນຳ ສະ​ມາ​ຄົມ​ຊາວ​ຫວຽດ​ນາມ​ບ້ານ​ເກີດ​ເງະ​ອານອາ​ໄສ​ຢູ່ ນະ​ຄອນ Kiev ເປີດ​ໂຮງ​ຮຽນ​ສອນ​ພາ​ສາ ຫວຽດ​ນາມ, ເຊິ່ງ​ດຶງ​ດູ​ດ​ໄດ້​ນ້ອງໆ​ຊາວ​ຫວຽດ​ນາມ ເກືອບ 100 ຄົນ ອາ​ໄສ​ຢູ່ ນະ​ຄອນ Kiev ເຂົ້າ​ຮ່ວມ.

ຄຽງ​ຄ​ູ່​ກັນ​ນັ້ນ, ວຽກ​ງານ​ກໍ່​ສ້າງ​ສະ​ມາ​ຄົມ, ພັດ​ທະ​ນາ​ສະ​ມາ​ຊິກ​ກໍ່​ໄດ້​ຮັບ​ຄວາ​ມ​ເອົາ​ໃຈ​ໃສ່. ປັດ​ຈຸ​ບັນ, ສະ​ມາ​ຄົມ​ມີ 5 ໜ່ວຍ​ງານ, ລວມ​ມີ 3 ໜ່ວ​ຍ​ງານ​ພາຍ​ໃນ​ປະ​ເທດ ແລະ 2 ໜ່​ວຍ​ງານຢູ່​ຕ່າງ​ປະ​ເທດ.

ໃນ​ອາ​ຍຸ​ການນີ້, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຢູ​ແກຼນ ຕັດ​ສິນ​ໃຈ​ເພີ່ມ​ທະ​ວີ​ບ​ັນ​ດາ​ການ​ເຄື່ອນ​ໄຫວ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ພ້ອມ​ກັນ​ພັດ​ທະ​ນາ​ລະ​ຫວ່າງ ສອງ​ປະ​ເທດ, 2 ຊາດ ຫວຽດ​ນາມ - ຢູ​ແກຼນ.

ຊຸກຍູ້ການຮ່ວມມືດ້ານເຕັກນິກການທະຫານລະຫວ່າງຫວຽດນາມ - ຢູແກຼນ

ຍ​ສ​ໝ - ທ່ານ Vadym Nozdria ຜູ້​ອຳນວຍການໃຫຍ່ບໍລິສັດ Ukrspecexport ໃຫ້ຮູ້ວ່າການເປີດກວ້າງແລະພັດທະນາການຮ່ວມມືກັບຫວຽດນາມແມ່ນໜຶ່ງໃນບັນດາບຸລິມະສິດຂອງບໍລິສັດ.

ພະຍາດ COVID-19: ພົນລະເມືອງຫວຽດນາມຫລາຍກວ່າ 240 ຄົນຈາກຢູແກຼນ ໄດ້ກັບຄືນປະເທດ

ຍສໝ - ໃນສອງມື້ວັນທີ 31 ສິງຫາ ແລະ ວັນທີ 1 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຢູແກຼນ ແລະ ສາຍການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງຫວຽດນາມ ຈຳນວນຫລາຍກວ່າ 240 ຄົນໄດ້ກັບຄືນບ້ານຢ່າງປອດໄພ.

ວັນທີ 9 ສິງຫາ ຈະນຳພົນລະເມືອງຫວຽດນາມຈາກຢູແກຼນຜູ້ທີ່ປາດຖະໜາຢາກກັບຄືນປະເທດ

ຍສໝ - ສະຖານທູດຫວຽດນາມປະຈຳ ຢູແກຼນ ໃຫ້ຮູ້ວ່າລັດຖະບານຫວຽດນາມຈະຈັດຕັ້ງຖ້ຽວບິນເພື່ອນໍາສົ່ງພົນລະເມືອງຫວຽດນາມ ຢູ່ ຢູແກຼນ ຜູ້ທີ່ປາດຖະໜາຢາກກັບຄືນປະເທດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.