ເວທີປາໄສປະຊາຊົນອາຊຽນ 2020: ສາມັກຄີທຸກຊັ້ນຄົນຂອງປະຊາຊົນອາຊຽນເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ

17:02 | 18/11/2020

ຍສໝ - ເມື່ອບໍ່ດົນມານີ້, ເວທີປາໄສປະຊາຊົນອາຊຽນ 2020 (APF 2020) ໄດ້ຈັດຂຶ້ນໃນຮູບແບບທາງອິນເຕີເນັດດ້ວຍຫົວຂໍ້ “ສາມັກຄີປະຊາຊົນໃນອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນຊຸມຊົນທີ່ມີຄວາມກວມລວມ, ສະໜິດຕິພັນ ແລະເປັນເຈົ້າການຮັບມື”.    

ເວທ ປາໄສປະຊາຊ ນອາຊຽນ 2020 ສາມ ກຄ ທ ກຊ ນຄ ນຂອງປະຊາຊ ນອາຊຽນເພ ອຮ ບມ ກ ບສ ງທ າທາຍທ ວໂລກ ຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງປະທານອາຊຽນໃນປີ 2020 ຢ່າງດີເດັ່ນ ແລະ ສ້າງຄວາມປະທັບໃຈສໍາຄັນຫຼາຍຢ່າງ
ເວທ ປາໄສປະຊາຊ ນອາຊຽນ 2020 ສາມ ກຄ ທ ກຊ ນຄ ນຂອງປະຊາຊ ນອາຊຽນເພ ອຮ ບມ ກ ບສ ງທ າທາຍທ ວໂລກ ທ່ານເອກອັກຄະລັດຖະທູດອາເມລິກາ: ສະຫະພັນບັນດາອົງການມິດຕະພາບຫວຽດນາມ ມີບົດບາດສຳຄັນ ໃນການຊຸກຍູ້ການພົວພັນທາງການທູດປະຊາຊົນ ລະຫວ່າງສອງປະເທດອາເມລິກາ - ຫວຽດນາມ

ເຂົ້າຮ່ວມ APF 2020, ມີຜູ້ແທນກ່ວາ 250 ຄົນທີ່ຕາງໜ້າໃຫ້ບັນດາອົງການຈັດຕັ້ງຂອງປະຊາຊົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານຫວຽດນາມ, ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຢູ່ຫວຽດນາມ. ເຂົ້າຮ່ວມດ້ວຍຮູບແບບອອນລາຍ ມີຜູ້ແທນປະມານ 500 ຄົນທີ່ຕາງໜ້າໃຫ້ແກ່ບັນດາອົງການຈັດຕັ້ງຂອງປະຊາຊົນ, ບັນດາອົງການບໍ່ຂຶ້ນກັບລັດຖະບານໃນ 10 ປະເທດອາຊີຕາເວັນອອກສ່ຽງໃຕ້.

ເວທ ປາໄສປະຊາຊ ນອາຊຽນ 2020 ສາມ ກຄ ທ ກຊ ນຄ ນຂອງປະຊາຊ ນອາຊຽນເພ ອຮ ບມ ກ ບສ ງທ າທາຍທ ວໂລກ
, ເວທີປາໄສປະຊາຊົນອາຊຽນ 2020 (APF 2020) ໄດ້ຈັດຂຶ້ນໃນຮູບແບບທາງອິນເຕີເນັດດ້ວຍຫົວຂໍ້ “ສາມັກຄີປະຊາຊົນໃນອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນຊຸມຊົນທີ່ມີຄວາມກວມລວມ, ສະໜິດຕິພັນ ແລະເປັນເຈົ້າການຮັບມື”.

ເວທີປາໄສ APF 2020 ຄັ້ງນີ້ດ້ວຍຄວາມປາດຖະໜາມຸ່ງໄປສູ່ປະຊາຄົມອາຊຽນເພື່ອຜົນປະໂຫຍດລວມຂອງປະຊາຊົນອາຊຽນ, ເພື່ອສັນຕິພາບ ແລະການພັດທະນາທີ່ຍຸດຕິທຳ, ຄວາມຍືນຍົງຂອງພາກພື້ນ. ດ້ວຍຫົວຂໍ້ “ສາມັກຄີປະຊາຊົນໃນອາຊີຕາເວັນອອກສ່ຽງໃຕ້ໃຫ້ເປັນຊຸມຊົນທີ່ມີຄວາມກວມລວມ, ສະໜິດຕິພັນ ແລະເປັນເຈົ້າການຮັບມື”, APF 2020 ໄດ້ດຳເນີນ 2 ກອງປະຊຸມຄົບຄະນະ, 24 ກອງປະຊຸມສຳມະນາ ໃນ 11 ໝວດຍ່ອຍກວມເອົາເກືອບທັງໝົດລວມທັງປະເດັນຮ້ອນໃນພາກພື້ນເຊັ່ນ: ສິດທິມະນຸດ, ຄວາມຍືນຍົງດ້ານນິເວດວິທະຍາ, ສັນຕິພາບ ແລະຄວາມ ໝັ້ນຄົງ, ເສດຖະກິດ, ການຄ້າ, ຈຳແນກເຊື້ອຊາດຜິວພັນ, ການລະບາດ Covid-19 ແລະອື່ນໆ. ບັນດາຫົວຂໍ້ຂ້າງເທິງນີ້ໃນກອບຂອງ APF 2020 ຈະສະເໜີບັນດາຂໍ້ສະເໜີທີ່ເໝາະສົມສຳລັບຍຸດທະສາດຂອງລັດຖະບານ ແລະປະຊາຊົນບັນດາປະເທດອາຊຽນເພື່ອຜ່ານຜ່າຄວາມຫຍຸ້ງຍາກ ແລະສ້າງຍຸດທະສາດການພັດທະນາໃນອະນາຄົດ.

ໃນສະພາບການປະຈຸບັນ, ອາຊຽນເວົ້າສະເພາະ ແລະທົ່ວໂລກ ກຳລັງປະເຊີນໜ້າກັບບັນດາສິ່ງທ້າທາຍຕ່າງໆ ແລະຜົນກະທົບທີ່ບໍ່ເຄີຍມີມາກ່ອນທີ່ເກີດຈາກໂລກລະບາດ Covid-19, ສົ່ງຜົນກະທົບຕໍ່ຄອບຄົວ ແລະຜູ້ອອກແຮງງານຫຼາຍລ້ານຄົນ. ຕໍ່ໜ້າການລະບາດຂອງ ໂລກລະບາດ Covid-19, ໜຶ່ງ ໃນຈຸດປະສົງຫຼັກຂອງເວທີປາໄສ ຄັ້ງນີ້ແມ່ນເພື່ອເພີ່ມທະວີການປະສານງານລະຫວ່າງບັນດາອົງການຈັດຕັ້ງຂອງປະຊາຊົນຂອງບັນດາປະເທດອາຊຽນ, ໂດຍສະເພາະແມ່ນການປະສານງານກັບລັດຖະບານຂອງປະເທດອື່ນໆ ໃນວິທີການຮັບມືຕໍ່ໂລກລະບາດ Covid-19 ແລະຫຼັງຈາກນັ້ນແມ່ນການ ຟື້ນຟູຂອງເສດຖະກິດ.

ການລະບາດຂອງ ໂລກລະບາດ Covid-19 ບໍ່ພຽງແຕ່ເປັນວິກິດການດ້ານ ສາທາລະນະສຸກ ແລະ ສຸຂະພາບ ສໍາລັບປະຊາຊົນທົ່ວໂລກເທົ່ານັ້ນ, ແຕ່ຍັງກໍ່ໃຫ້ເກີດຜົນສະທ້ອນທີ່ໜັກໜ່ວງ ແລະກໍ່ໃຫ້ເກີດສິ່ງທ້າທາຍອັນໃຫຍ່ຫຼວງ ສຳລັບບັນດາພື້ນຖານເສດຖະກິດກໍ່ຄືຕ່ອງໂສ້ການສະໜອງຫຼາຍແຫ່ງໄດ້ຖືກສ້າງຕັ້ງຂື້ນໃນອາຊຽນກໍ່ຄືໃນລະດັບໂລກ. ໃນຖານະທີ່ເປັນປະທານອາຊຽນໃນປີ 2020, ຫວຽດນາມໄດ້ສົມທົບກັບບັນດາປະເທດອາຊຽນປະຕິບັດຫຼາຍມາດຕະການ ແລະແຜນການປະຕິບັດເພື່ອສະກັດກັ້ນ ແລະຮັບມືຕໍ່ໂລກລະບາດ Covid-19.

ພາຍໃຕ້ການເປັນປະທານຂອງຫວຽດນາມ, ບັນດາປະເທດອາຊຽນໄດ້ເປີດຊ່ອງທາງການສື່ສານທາງອິນເຕີເນັດເພື່ອຮັບປະກັນການຕິດຕໍ່ພົວພັນ, ການເຊື່ອມຕໍ່ແລະການປະສານງານກັບຄູ່ຮ່ວມມືຕ່າງປະເທດຢ່າງຕໍ່ເນື່ອງເພື່ອແລກປ່ຽນຂໍ້ມູນທີ່ ຈຳເປັນເພື່ອໃຫ້ມີການຮັບມືກັບການລະບາດຂອງໂລກລະບາດ Covid -19 ຢ່າງໄວວາ, ທັນການ ແລະມີປະສິດທິຜົນ. ຫວຽດນາມໄດ້ເປັນເຈົ້າການໃນການຈັດຕັ້ງບັນດາກອງປະຊຸມສົນທະນາທາງອອນລາຍແບບພິເສດກ່ຽວກັບການຮັບມື ກັບ ໂລກລະບາດ Covid -19. ນອກຈາກນັ້ນ, ຫວຽດນາມໄດ້ຈັດກອງປະຊຸມ ທາງອອນລາຍ ອື່ນໆເຊັ່ນ: ກອງປະຊຸມເຈົ້າໜ້າທີ່ອາວຸໂສພິເສດ ອາຊຽນ +3 ກ່ຽວກັບການຮັບມື ກັບ ໂລກລະບາດ Covid -19, ໂດຍມີການເຂົ້າຮ່ວມຂອງຜູ້ນໍາບັນດາປະເທດອາຊຽນ ແລະ ຈີນ, ຍີ່ປຸ່ນ, ສ.ເກົາຫຼີ; ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນທາງອອນລາຍແບບພິເສດ ແລະ ກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ +3 ທາງອອນລາຍເພື່ອຮັບມື ກັບ ໂລກລະບາດ Covid -19.

ເວທ ປາໄສປະຊາຊ ນອາຊຽນ 2020 ສາມ ກຄ ທ ກຊ ນຄ ນຂອງປະຊາຊ ນອາຊຽນເພ ອຮ ບມ ກ ບສ ງທ າທາຍທ ວໂລກ
ພາຍໃຕ້ການເປັນປະທານຂອງຫວຽດນາມ, ບັນດາປະເທດອາຊຽນໄດ້ເປີດຊ່ອງທາງການສື່ສານທາງອິນເຕີເນັດເພື່ອຮັບປະກັນການຕິດຕໍ່ພົວພັນ, ການເຊື່ອມຕໍ່ແລະການປະສານງານກັບຄູ່ຮ່ວມມືຕ່າງປະເທດຢ່າງຕໍ່ເນື່ອງເພື່ອແລກປ່ຽນຂໍ້ມູນທີ່ ຈຳເປັນເພື່ອໃຫ້ມີການຮັບມືກັບການລະບາດຂອງໂລກລະບາດ Covid -19 ຢ່າງໄວວາ, ທັນການ ແລະມີປະສິດທິຜົນ.

ຫວຽດນາມໄດ້ ແລະພວມຮ່ວມມືກັບບັນດາປະເທດອາຊຽນອື່ນໆໃນການແລກປ່ຽນຂໍ້ມູນຂ່າວສານດ້ານສາທາລະນະສຸກທີ່ກ່ຽວຂ້ອງກັບກົນໄກການປ້ອງກັນການລະບາດຂອງພະຍາດຢ່າງມີປະສິດທິຜົນ, ໂດຍສະເພາະແມ່ນການສ້າງເຄືອຂ່າຍຂອງຜູ້ຊ່ຽວຊານດ້ານສາທາລະນະສຸກພາຍໃນອາຊຽນ ແລະ ລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມງານຕ່າງປະເທດ ເພື່ອແລກປ່ຽນຂໍ້ມູນຂ່າວສານ; ແລກປ່ຽນປະສົບການໃນການຄວບຄຸມ ແລະປິ່ນປົວບັນດາກໍລະນີຕິດພະຍາດ; ປ້ອງກັນຂ່າວປອມ, ເພີ່ມທະວີການຮ່ວມມືເພື່ອຮັກສາຕ່ອງໂສ້ການສະໜອງໃນພາກພື້ນ; ການສ້າງເຄືອຂ່າຍສູນປະຕິບັດງານສຸກເສີນຂອງອາຊຽນກ່ຽວກັບດ້ານສຸຂະພາບຊຸມຊົນ (ASEAN EOC), ສູນອາຊຽນ BioDioaspora (ສູນວິເຄາະຂໍ້ມູນ, ການສະໜອງການປະເມີນຄວາມສ່ຽງລະດັບຊາດ, ການວາງແຜນການຮັບມືໃນພາກພື້ນ); ເຊື່ອມຕໍ່ອາຊຽນ EOC ກັບເຄືອຂ່າຍອົບຮົມດ້ານສຸຂາພິບານວິທະຍາອາຊຽນ +3 (FETN)…

ຫວຽດນາມບໍ່ພຽງແຕ່ມີຄວາມຕັ້ງໜ້າ ໃນການແລກປ່ຽນປະສົບການປ້ອງກັນການລະບາດທີ່ມີປະສິດຕິຜົນເທົ່ານັ້ນ, ແຕ່ຍັງມີການກະທຳທີ່ດີໃນການສະໜັບສະໜູນປະເທດໃກ້ຄຽງ, ໂດຍສະເພາະແມ່ນສະມາຊິກອາຊຽນເຊັ່ນ: ລາວ, ກຳປູເຈຍ, ມຽນມາ... ດ້ານອຸປະກອນການແພດ ແລະ ເຄື່ອງປົກປ້ອງເພື່ອແບ່ງປັນຄວາມຫຍຸ້ງຍາກກັບບັນດາປະເທດ. ໃນຖານະທີ່ເປັນປະທານອາຊຽນໃນປີ 2020, ຫວຽດນາມໄດ້ສະເໜີການສ້າງຕັ້ງກອງທຶນອາຊຽນເພື່ອການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19, ສາງເກັບມ້ຽນອຸປະກອນການແພດຂອງພາກພື້ນເພື່ອຮັບມືຕໍ່ເຫດສຸກເສີນໃນກໍລະນີຂາດເຂີນອຸປະກອນການແພດ... ນອກຈາກນັ້ນ, ຫວຽດນາມຍັງໄດ້ຮຽກຮ້ອງໃຫ້ມີການພັດທະນາຂະບວນການຮັບມືທົ່ວໄປ, ໂດຍອີງໃສ່ການແນະນໍາຂອງ WHO ເພື່ອນໍາໃຊ້ມາດຕະການກັກກັນພະຍາດທີ່ມີປະສິດທິຜົນ ແລະຄົບຖ້ວນ ໃຫ້ບັນດາກໍລະນີເຂົ້າເມືອງ.

ຫວຽດນາມ ໃນຖານະທີ່ເປັນສະມາຊິກ ແລະເປັນປະທານອາຊຽນໃນປີ 2020, ໄດ້ມີຄວາມຕັ້ງໜ້າ, ເປັນເຈົ້າການ ແລະ ມານະ ພະຍາຍາມຢ່າງສຸດຂີດໃນການປ້ອງກັນພະຍາດພ້ອມທັງແບ່ງປັນ ແລະຊ່ວຍເຫຼືອບັນດາປະເທດໃນການຕໍ່ຕ້ານ ກັບການລະບາດ Covid-19. ສິ່ງດັ່ງກ່າວສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຫວຽດນາມ, ພິເສດແມ່ນຄວາມຕັດສິນໃຈໃນການຮັກສາຂະບວນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະການລົງທຶນໃນພາກພື້ນ.

ເວທ ປາໄສປະຊາຊ ນອາຊຽນ 2020 ສາມ ກຄ ທ ກຊ ນຄ ນຂອງປະຊາຊ ນອາຊຽນເພ ອຮ ບມ ກ ບສ ງທ າທາຍທ ວໂລກ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານນາງ Torres Rivera - ເອກອັກຄະລັດຖະທູດກູບາ ປະຈຳຫວຽດນາມ ໄດ້ແບ່ງປັນຄວາມປາດຖະໜາ ແລະ ຄວາມຄອງຫວັງກ່ຽວກັບສະຫະພັນໃນອະນາຄົດ.

ເວທ ປາໄສປະຊາຊ ນອາຊຽນ 2020 ສາມ ກຄ ທ ກຊ ນຄ ນຂອງປະຊາຊ ນອາຊຽນເພ ອຮ ບມ ກ ບສ ງທ າທາຍທ ວໂລກ ທ່ານຟ້າມບິ່ງມິງ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສຳຄັນເຂົ້າ ໃນຜົນສຳເລັດລວມຂອງການທູດຫວຽດນາມ

ຍສໝ - ບັນດາຜົນງານເຊິ່ງສະຫະພັນມິດຕະພາບ ໄດ້ບັນລຸໃນຕະຫຼອດ 70 ປີຜ່ານມາ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມ ຂອງການທູດຫວຽດນາມ ໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ເວທ ປາໄສປະຊາຊ ນອາຊຽນ 2020 ສາມ ກຄ ທ ກຊ ນຄ ນຂອງປະຊາຊ ນອາຊຽນເພ ອຮ ບມ ກ ບສ ງທ າທາຍທ ວໂລກ ຫວຽດນາມ ໄດ້ປະສົບຜົນສຳເລັດໃນການລົງນາມສັນຍາການຄ້າໃຫຍ່ທີ່ສຸດຂອງໂລກ

ຍສໝ - ເມື່ອບໍ່ດົນມານີ້, ສັນຍາຄູ່ຮ່ວມມືເສດຖະກິດຢ່າງຮອບດ້ານພາກພື້ນ (RCEP) ໄດ້ລົງນາມຢ່າງເປັນທາງການ ໃນຂອບເຂດກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ທີ່ຈັດຂຶ້ນຢູ່ຮ່າໂນ້ຍ (ແຕ່ວັນທີ 9-15 ພະຈິກ).

ໄຊພອນ

ເຫດການ
302 Found

Found

The document has moved here.