ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ

19:02 | 18/11/2020

ຍສໝ - ຕາມທ່ານເອກອັກຄະລັດຖະທູດຍີ່ປຸ່ນແລ້ວ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ ໄດ້ “ປະສົບຜົນສຳເລັດຢ່າງດີງາມ” ຍ້ອນຄວາມດີເດັ່ນຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020.

ຫວຽດນາມ ໄດ້ປະຕິບັດສໍາເລັດໜ້າທີ່ໃນຖານະຕໍາແໜ່ງປະທານອາຊຽນໃນປີ 2020 ຢ່າງດີເດັ່ນ ແລະ ສ້າງຄວາມປະທັບໃຈສໍາຄັນຫຼາຍຢ່າງ
ສື່ມວນຊົນ ສປປ.ລາວ ໄດ້ຕີລາຄາສູງຕໍ່ປີດຳລົງຕຳແໜ່ງເປັນປະທານອາຊຽນ ຂອງຫວຽດນາມ

ທ່ານ Chiba Akira - ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳສະມາຄົມອາຊຽນ ໄດ້ກ່າວວ່າ ບໍ່ຫົວຊາຈະມີຄວາມວິຕົກກັງວົນ ຍ້ອນການລະບາດຂອງພະຍາດຕິດເຊື້ອ COVID-19, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ແລະ ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງແມ່ນ "ປະສົບຜົນສຳເລັດຢ່າງດີງາມ" ຍ້ອນຄວາມດີເດັ່ນຂອງຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020.

ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ
ທ່ານ Chiba Akira - ເອກອັກຄະລັດຖະທູດຍີ່ປຸ່ນ ປະຈຳສະມາຄົມອາຊຽນ. (ພາບ: TTXVN)

ສະແດງຄວາມຂອບອົກຂອບໃຈຕໍ່ລັດຖະບານຫວຽດນາມ ສຳລັບການຈັດຕັ້ງກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ທ່ານເອກອັກຄະລັດຖະທູດ Chiba Akira ໄດ້ຢືນຢັນວ່າ ຫວຽດນາມໄດ້ປະຕິບັດການເຄື່ອນໄຫວຢ່າງຫ້າວຫັນ ໃນບົດບາດເປັນປະທານອາຊຽນ, ຖືວ່າບັນດາກອງປະຊຸມທີ່ຜ່ານມາ ໄດ້ ດຳເນີນໄປຢ່າງດີທີ່ສຸດ ແລະ ເຮັດໃຫ້ "ທຸກຄົນມີຄວາມພໍໃຈ." ຕາມທ່ານ Chiba Akira ແລ້ວ, ໃນສະພາບການພິເສດໂດຍຂອງພະຍາດ COVID-19, "ນີ້ຈະເປັນຕົວຢ່າງພົ້ນເດັ່ນຂອງການເປັນກຸ່ມອາຊຽນຢ່າງຮອບດ້ານ."

ກ່ຽວກັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ເຊິ່ງໄດ້ຮັບການລົງນາມໂດຍອາຊຽນ ແລະ 5 ປະເທດຄູ່ຮ່ວມມື, ທ່ານເອກອັກຄະລັດຖະທູດ Chiba ໄດ້ເນັ້ນໜັກວ່າ ນີ້ແມ່ນເຄື່ອງມືທີ່ມີຄວາມສຳຄັນຫຼາຍໃນພາກພື້ນ ເພື່ອອຳນວຍຄວາມສະດວກ, ບໍ່ພຽງແຕ່ສຳຫຼັບການຄ້າເທົ່ານັ້ນ ແຕ່ຍັງມີບັນຫາທີ່ກ່ຽວຂ້ອງກັບຄວາມຟື້ນຟູຂອງຕ່ອງໂສ້ການສະໜອງ.

ນັກການທູດຍີ່ປຸ່ນ ໄດ້ກ່າວຢ່າງຈະແຈ້ງວ່າ: “ສັນຍາ RCEP ແມ່ນມີຄວາມສຳຄັນຫຼາຍ ສຳລັບພວກເຮົາ ແລະ ພວກເຮົາຫວັງວ່າ ຈະສືບຕໍ່ປະຕິບັດການພົວພັນການຄ້າຜ່ານ ສັນຍາ RCEP.”

ໃນສະພາບການລະບາດຂອງພະຍາດ COVID-19 ທີ່ສ້າງຄວາມຫຍຸ້ງຍາກທາງດ້ານເສດຖະກິດ ໃຫ້ແກ່ບັນດາປະເທດອາຊຽນ, ທ່ານເອກອັກຄະລັດຖະທູດ Chiba ຢືນຢັນວ່າ ຍີ່ປຸ່ນພ້ອມແລ້ວທີ່ຈະຊ່ວຍເຫຼືອບັນດາປະເທດອາຊຽນ ໃນຫຼາຍດ້ານ, ຄືໃນການກໍ່ສ້າງພື້ນຖານໂຄງລ່າງທີ່ມີຄຸນນະພາບຢ່າງຄົບຖ້ວນ.

ທ່ານ Chiba ໃຫ້ຫູ້ວ່າ, ປະເທດຍີ່ປຸ່ນ ຍັງກຽມພ້ອມທີ່ຈະສະໜັບສະໜູນບັນດາໂຄງການທີ່ກ່ຽວຂ້ອງ ແລະ ກຳລັງວາງແຜນທີ່ຈະສືບຕໍ່ສົ່ງເສີມໂຄງການຮ່ວມມື ໃນຂົງເຂດການພັດທະນາຊັບພະຍາກອນມະນຸດ.

ສື່​ມວນ​ຊົນ​ຕ່າງ​ປະ​ເທດ: ຫວຽດນາມ ໄດ້ປະຕິບັດໜ້າທີ່ເປັນປະທານອາຊຽນ 2020 ຢ່າງສຳເລັດຜົນ

ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.

ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງອາຊຽນ ແລະ ຫວຽດນາມ

ຍສໝ - ທ່ານນາຍົກລັດຖະມົນຕີ ສປປ.ລາວ ໄດ້ຮຽກຮ້ອງໃຫ້ບັນດາຜູ້ນຳອາຊຽນ ຕ້ອງການພະຍາຍາມ ເພື່ອຟື້ນຟູບັນດາພາກສ່ວນເສດຖະກິດທີ່ໄດ້ຮັບຜົນກະທົບຈາກພະຍາດ COVID-19 ແລະ ສືບຕໍ່ໃຫ້ການຮ່ວມມືໃນການຄົ້ນຄວ້າແລະ ພັດທະນາວັກຊີນປ້ອງກັນ ແລະ ຕ້ານພະຍາດ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ: ຫວຽດນາມ ເຄົາລົບຄວາມສາມັກຄີ ແລະການໜູນຊ່ວຍອັນລໍ້າຄ່າຈາກບັນດາປະເທດສະມາຊິກອາຊຽນ

ຍສໝ - ໃນຕອນເຊົ້າວັນທີ 12 ພະຈິກ, ກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໄດ້ໄຂຂຶ້ນຢ່າງເປັນທາງການຢູ່ຮ່າໂນ້ຍ ຜ່ານລະບົບທາງໄກດ້ວຍການເຂົ້າຮ່ວມຂອງການນຳບັນດາປະເທດສະມາຊິກອາຊຽນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.