ການເຈາະອຸໂມງທາງລົດໄຟລາວ-ຈີນ ຜ່ານແຂວງຫຼວງນ້ຳທາ ຄືບໜ້າກວ່າ 40%

14:11 | 04/05/2018

ໃນ​ເມື່ອມໍ່ໆ​ມາ​ນີ້ ຄະນະກຳມະ ການໄກ່ເກ່ຍແກ້ໄຂຜົນກະທົບ ຈາກໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນປີ 2017 ແລະ ວາງທິດ ທາງແຜນການ 2018.

ການເຈາະອຸໂມງທາງລົດໄຟລາວ-ຈີນ ຜ່ານແຂວງຫຼວງນ້ຳທາ ຄືບໜ້າກວ່າ 40%

ອຸໂມງທາງລົດໄຟລາວ-ຈີນ

ກອງປະຊຸມຄະນະກຳມະ ການໄກ່ເກ່ຍແກ້ໄຂຜົນກະທົບ ຈາກໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ໄລຍະທີ 1 ທີ່ ຜ່ານແຂວງຫຼວງນ້ຳທາ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນປີ 2017 ແລະ ວາງທິດທາງແຜນການ 2018 ຂຶ້ນຢູ່ທີ່ ກຸ່ມບໍລິສັດສ້າງທາງລົດໄຟ ລາວ-ຈີນ ໄລຍະທີ 1 ເຂດບ້ານ ນາເຕີຍ ເມືອງ ຫຼວງນ້ຳທາ ແຂວງ ຫຼວງນ້ຳທາ ໂດຍການເປັນປະທານຂອງທ່ານ ທອງແດງ ສິດທິສົນ ຮອງເຈົ້າເມືອງຫຼວງນ້ຳທາ ຫົວໜ້າຄະນະກຳມະການ ໄກ່ເກ່ຍແກ້ໄຂຜົນກະທົບຈາກ ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ທີ່ຜ່ານແຂວງ ຫຼວງນ້ຳທາ, ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຈັນທະຈອນ ແກ້ວລະຄອນ ຫົວໜ້າຫ້ອງການປະສານງານໂຄງການກໍ່ສ້າງທາງ ລົດໄຟລາວ-ຈີນ ໄລຍະທີ 1 ປະຈຳແຂວງຫຼວງນ້ຳທາ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ- ຈີນ ໄລຍະທີ 1 ທີ່ຜ່ານແຂວງ ຫຼວງນ້ຳທາ ໂດຍສະເພາະແມ່ນ ວຽກງານໄກ່ເກ່ຍແກ້ໄຂຜົນກະທົບ ແລະ ຂອດປະສານງານ ກັບຜູ້ຮັບເໝົາໃນໄລຍະ 1 ປີ ກວ່າຜ່ານມາເລີ່ມແຕ່ເດືອນ ກຸມພາ 2017 ມາເຖິງປັດຈຸບັນ ທີ່ມີຈຸດດີ, ຈຸດອ່ອນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ເພື່ອວາງທິດທາງແຜນການຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໂຄງການກໍ່ສ້າງທາງລົດໄຟແຕ່ບໍ່ເຕ່ນຊາຍແດນ ລາວ-ຈີນ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິ ໂລແມັດ, ແລວທາງລົດໄຟໄດ້ ຜ່ານແຂວງຫຼວງນ້ຳທາ 16,9 ກິໂລແມັດ ໃນນີ້ປະກອບມີ 2 ສະຖານີຄື: ສະຖານີບໍ່ເຕ່ນ ຊຶ່ງຕັ້ງຢູ່ເຂດເສດຖະກິດສະ ເພາະບໍ່ເຕ່ນແດນງາມເປັນສະຖານີນ້ອຍສຳລັບກວດຄົນ ເຂົ້າ-ອອກເມືອງ ແລະ ສະຖານີນາເຕີຍເປັນສະຖານີໃຫຍ່ສຳລັບຄ່ຽນຖ່າຍສິນຄ້າ, ໃນນີ້ກໍ່ສ້າງຂົວໃໝ່ຈຳນວນ 7 ແຫ່ງ ແລະ ເຈາະອຸໂມງ 3 ແຫ່ງ ມາເຖິງປັດຈຸບັນບໍລິສັດກໍ່ສ້າງທາງລົດໄຟເລກ 5 ແລະ ບໍລິສັດກໍ່ສ້າງທາງລົດໄຟເລກ 2 ຜູ້ຮັບເໝົາກໍ່ສ້າງຈາກ ສປ ຈີນ ໄດ້ສືບຕໍ່ດຳເນີນການກໍ່ສ້າງຄື: ອຸໂມງມິດຕະພາບລາວ-ຈີນ ມີ ຄວາມຍາວ 2.425 ແມັດ, ມາເຖິງປັດຈຸບັນເຈາະໄດ້ 848,8 ແມັດ, ອຸໂມງທາງອ່ຽງເຈາະໄດ້ 758 ແມັດ, ອຸໂມງບໍ່ເຕ່ນມີ ຄວາມຍາວ 6.461 ແມັດ ປາກອຸໂມງເບື້ອງທາງເຂົ້າເຈາະໄດ້ 1.524 ແມັດ, ປາກອຸໂມງເບື້ອງທາງອອກເຈາະໄດ້ 1.370 ແມັດ, ອຸໂມງຕີນຕົກ ມີຄວາມ ຍາວ 1.173 ແມັດ, ເບື້ອງທາງ ອອກເຈາະໄດ້ 602 ແມັດ, ລວມການເຈາະອຸໂມງໄດ້ 4.406,5 ແມັດ ເທົ່າກັບ 40,6% ຂອງລວງຍາວທັງໝົດ 10.845 ແມັດ, ປັດຈຸບັນຜູ້ຮັບ ເໝົາໄດ້ດຳເນີນການກໍ່ສ້າງ ເສົາເຂັມ ແລະ ຮາກຖານຂົວ ໃຫຍ່ຫຼາຍແຫ່ງເປັນຕົ້ນແມ່ນຢູ່ ບ້ານບໍ່ເຕ່ນ ແລະ ກໍ່ສ້າງເສົາຂົວໃຫຍ່ 3 ເສັ້ນທີ່ເຊື່ອມຕໍ່ສະຖານີນາເຕີຍ ແລະ ສຳເລັດການກໍ່ສ້າງເສົາຂົວນາເຕີຍຫາ ບ້ານ ນາໂຮມ, ເມືອງ ນາໝໍ້ ແຂວງ ອຸດົມໄຊ ໄດ້ສຳເລັດດ້ານການຈັດຕັ້ງປະຕິບັດການໄກ່ເກ່ຍ ແກ້ໄຂຜົນກະທົບ ແລະ ມອບພື້ນທີ່ໃຫ້ຜູ້ຮັບເໝົາໄດ້ດຳເນີນການກໍ່ສ້າງແຄ້ມໃຫຍ່ຢູ່ບ້ານ ນາເຕີຍ ແລະ ແຄ້ມກໍ່ສ້າງພາກສະໜາມອີກ 7 ຈຸດ, ໂຮງງານ ປະສົມເບຕົງ, ສາງເກັບມ້ຽນທາດລະເບີດ, ໄດ້ຍົກຍ້າຍເຮືອນປະຊາຊົນຈຳນວນ 2 ຫຼັງ ແລະ ຮ້ານອາຫານ 4 ຫຼັງ ໃຫ້ ເຂົາເຈົ້າອອກໄປເຊົ່າເຮືອນຢູ່ ໂດຍມອບໃຫ້ບໍລິສັດກໍ່ສ້າງ ທາງລົດໄຟເລກ 5 ເປັນຜູ້ຮັບຜິດຊອບໃນການໃຊ້ຈ່າຍຈົນກວ່າຈະໄດ້ຮັບການຈັດສັນໃໝ່ ຈາກພັກ-ລັດ, ສຳເລັດການໄກ່ ເກ່ຍ ແລະ ມອບດິນໃຫ້ຜູ້ຮັບ ເໝົາໄດ້ດຳເນີນການກໍ່ສ້າງ ເສັ້ນທາງຮ່ອມເຂົ້າຫາຈຸດ ເຈາະອຸໂມງຈຳນວນ 3 ເສັ້ນ ມີຄວາມຍາວ 2.343 ແມັດ, ສຳເລັດການກໍ່ສ້າງທາງເວັ້ນ ສະເພາະ 2 ເສັ້ນ ຢູ່ຈຸດດ່ານ ສາກົນບໍ່ເຕ່ນ ແລະ ຈຸດທາງຫຼັງ ດ່ານພາສີສາກົນບໍ່ເຕ່ນ ເພື່ອ ຂົນສົ່ງວັດສະດຸ, ອຸປະກອນ, ກົນຈັກອື່ນໆໃຫ້ມີຄວາມສະ ດວກວ່ອງໄວ ແລະ ຖືກຕ້ອງ ຕາມລະບຽບກົດໝາຍ, ໄດ້ສົມທົບກັບອຳນາດການປົກຄອງ, ເຖົ້າແກ່ແນວໂຮມບ້ານກຳນົດ ເຂດປ່າຊ້າແຫ່ງໃໝ່ຂອງບ້ານ ນາເຕີຍຕາມການສະເໜີຂອງ ປະຊາຊົນ.

ປັດຈຸບັນແມ່ນລໍຖ້າ ງົບປະມານຈາກບໍລິສັດທາງ ລົດໄຟລາວ-ຈີນ ເພື່ອເຮັດພິທີ ທາງສາສະໜາຍົກຍ້າຍປ່າຊ້າ ແຫ່ງເກົ່າ ແລະ ກໍ່ສ້າງປ່າຊ້າ ແຫ່ງໃໝ່ໃຫ້ເຂົາເຈົ້າ, ສົມທົບ ພະແນກພະລັງງານ ແລະ ບໍ່ ແຮ່ແຂວງເອົາຫີນທີ່ເຈາະຈາກ ອຸໂມງບໍ່ເຕ່ນເພື່ອໄປວິໄຈ ຊອກຫາແຮ່ທາດເຈືອປົນທີ່ປະ ຊາຊົນສົງໄສອາດມີທາດທີ່ມີ ຄ່າເຈືອປົນຢູ່ນຳເສດຫີນ ຜ່ານ ການວິໄຈບໍ່ມີແຮ່ທາດທີ່ມີຄ່າ ເຈືອປົນຢູ່ນຳ ແລະ ລົງເຜີຍ ແຜ່ໃຫ້ປະຊາຊົນເຂົ້າໃຈ, ແກ້ ໄຂບັນຫາຄົນງານທາງລົດໄຟ ເຂົ້າມາແບບບໍ່ຖືກລະບຽບກົດ ໝາຍ, ສຳເລັດເກັບກຳຂໍ້ມູນ ບ້ານທີ່ໄດ້ຮັບຜົນກະທົບແບບ ລະອຽດຈຳນວນ 4 ບ້ານຄື: ບ້ານບໍ່ເຕ່ນ, ບໍ່ປຽດ, ບ້ານຕີນ ຕົກ ແລະ ບ້ານນາເຕີຍ ຊຶ່ງມີຜົນກະທົບຕໍ່ສິ່ງປຸກສ້າງຂອງປະຊາຊົນຈຳນວນ 150 ຫຼັງຄາເຮືອນ, ກະທົບດິນປຸກສ້າງ 213 ຕອນ, ເນື້ອທີ່ 31,8 ເຮັກ ຕາ, ກະທົບຕໍ່ດິນສວນ, ດິນນາ ແລະ ອື່ນໆຈຳນວນ 96 ຕອນ ເນື້ອທີ່ເກືອບ 45 ເຮັກຕາ, ນອກນັ້ນຈະຕ້ອງໄດ້ຍົກຍ້າຍ ໂຮງເລື່ອຍ 1 ແຫ່ງ, ໂຮງງານ ຜະລິດເກືອ 1 ແຫ່ງ ແລະ ໂຮງຮຽນ 1 ແຫ່ງ, ສຳເລັດກວດກູ້ລະເບີດຕາມແລວທາງ ແລະ ສະຖານີຍົກເວັ້ນເຂດປ່າຊ້າ ບ້ານນາເຕີຍ. ສຳເລັດການຄົ້ນ ຄວ້າຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການກຳນົດຫົວໜ່ວຍລາຄາຊົດເຊີຍ ແລະ ການຈັດສັນປະຊາຊົນທີ່ຖືກຜົນກະທົບໂດຍຜ່ານການຮັບຮອງຈາກ ສະພາປະຊາຊົນແຂວງແລ້ວ, ສຳເລັດການປະເມີນແຜນຄາດຄະເນຄ່າຊົດເຊີຍຜົນກະທົບຈາກໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄລຍະຜ່ານແຂວງຫຼວງນ້ຳທາ ໃນມູນຄ່າ 245 ຕື້ 661 ລ້ານກວ່າກີບ, ມາເຖິງປັດຈຸບັນສາມາດມອບພື້ນທີ່ໃຫ້ຜູ້ຮັບເໝົາໄດ້ດຳເນີນການກໍ່ສ້າງລວມທັງໝົດ 15,785 ກິໂລແມັດ ເທົ່າກັບ 93,4% ຂອງຄວາມຍາວທັງໝົດ 16,9 ກິໂລແມັດ ທີ່ເສັ້ນທາງລົດໄຟຜ່ານແຂວງ ຫຼວງນ້ຳທາ.

ແຜນການຈັດຕັ້ງປະຕິ ບັດປີ 2018 ສືບຕໍ່ລົງໄກ່ເກ່ຍ ຕາມຈຸດຕ່າງໆທີ່ບໍ່ມີສິ່ງປຸກ ສ້າງຂອງປະຊາຊົນເພື່ອມອບ ດິນໃຫ້ຜູ້ຮັບເໝົາດຳເນີນການ ກໍ່ສ້າງບໍ່ໃຫ້ຊັກຊ້າ, ກະກຽມລົງໄກ່ເກ່ຍຈຸດທີ່ຈະຕັ້ງແຄ້ມໃຫ້ແກ່ກຳລັງປ້ອງກັນຄວາມສະຫງົບຈຳນວນ 4 ຈຸດ, ກະກຽມຍົກຍ້າຍປະຊາຊົນບ້ານ ບໍ່ເຕ່ນ, ບ້ານ ຕີນຕົກ ແລະ ບ້ານ ນາເຕີຍ ຜູ້ທີ່ໄດ້ຮັບຜົນກະທົບຈາກໂຄງການເພື່ອໄປຢູ່ບ່ອນໃໝ່ຕາມຄວາມເໝາະສົມ, ໄກ່ເກ່ຍພື້ນທີ່ຮັບຮອງການຍົກຍ້າຍໂຮງງານຜະລິດເກືອ ຢູ່ ບ້ານບໍ່ເຕ່ນ ແລະ ໂຮງງານຜະລິດເຈ້ຍ ແລະ ໂຮງງານຜະລິດນ້ຳປະປາຢູ່ບ້ານນາເຕີຍ.

(ແຫຼ່ງ​ຂໍ້​ມູນ​: ປ​ຊ​ຊ)

ເຫດການ
302 Found

Found

The document has moved here.