ການປຶກສາຫາລືດ້ານການເມືອງຄັ້ງທີ 13 ລະຫວ່າງຫວຽດນາມ - ສິງກະໂປ

12:12 | 17/12/2020

ຍສໝ -  ເມື່ອບໍ່ດົນມານີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ແລະ ທ່ານເລຂາທິການຜູ້ປະຈຳການກະຊວງການຕ່າງປະເທດ ສິງກະໂປ Chee Wee Kiong ໄດ້ເປັນປະທານກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 13 ລະຫວ່າງສອງປະເທດ ດ້ວຍຮູບແບບຖ່າຍທອດສົດ.

ການປ ກສາຫາລ ດ ານການເມ ອງຄ ງທ 13 ລະຫວ າງຫວຽດນາມ ສ ງກະໂປ ເພີ່ມທະວີການຮ່ວມມືລັດຖະສະພາ ລະຫວ່າງຫວຽດນາມ ແລະ ກາຊັກສະຖານ
ການປ ກສາຫາລ ດ ານການເມ ອງຄ ງທ 13 ລະຫວ າງຫວຽດນາມ ສ ງກະໂປ ທ່ານນາງເອກອັກຄະລັດຖະທູດກູບາ: ສະຫະພັນມິດຕະພາບ ໄດ້ປະກອບສ່ວນສ້າງຄວາມຊົງຈຳທີ່ດີ ລະຫວ່າງຫວຽດນາມ ແລະ ກູບາ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວກຢຸງ ໄດ້ສະແດງຄວາມຊົມເຊີຍສິງກະໂປ ກ່ຽວກັບຜົນສຳເລັດໃນການຄວບຄຸມໂລກລະບາດ COVID-19; ສະເໜີໃຫ້ 2 ຝ່າຍຕ້ອງການເພີ່ມທະວີການຮ່ວມມືໃນບັນດາຂົງເຂດ ເຊິ່ງແຕ່ລະຝ່າຍມີຄວາມສາມາດບົ່ມຊ້ອນ ແລະ ກຳລັງແຮງ, ມຸ່ງໄປເຖິງການປະຕິບັດເປົ້າໝາຍຂອງການຜ່ານຜ່າໂລກລະບາດ ແລະ ການຟື້ນຟູແບບຍືນຍົງ.

ການປ ກສາຫາລ ດ ານການເມ ອງຄ ງທ 13 ລະຫວ າງຫວຽດນາມ ສ ງກະໂປ
ການປຶກສາຫາລືດ້ານການເມືອງຄັ້ງທີ 13 ລະຫວ່າງຫວຽດນາມ - ສິງກະໂປ. (ພາບ: baoquocte)

ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໄດ້ສະເໜີວ່າ ສິງກະໂປເພີ່ມທະວີການລົງທຶນໃນບັນດາຂົງເຂດ ທີ່ສິງກະໂປມີຄວາມເຂັ້ມແຂງ ແລະ ຄວາມຕ້ອງການ, ເຊັ່ນ: ການນຳໃຊ້ເຕັກໂນໂລຢີ ແລະ ມູນຄ່າເພີ່ມສູງ, ການພັດທະນາພື້ນຖານໂຄງລ່າງ, ການຂົນສົ່ງ, ເຕັກໂນໂລຢີຂໍ້ມູນຂ່າວສານ ກໍ່ຄື ຂະຫຍາຍການລົງທືນເຂົ້າໃນຂະແໜງກະສິກຳ, ໂດຍສະເພາະໃນໄລຍະການຄ້າ ແລະ ການໂຄສະນາຂອງຜະລິດຕະພັນກະເສດ ແລະ ກະສິກຳເຕັກໂນໂລຢີສູງ.

ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໄດ້ຕີລາຄາສູງການປະກອບສ່ວນຂອງສິງກະໂປ ໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ, ຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍໃນພາກພື້ນ, ສະແດງຄວາມຮັບຜິດຊອບ ແລະ ບົດບາດທີ່ຕັ້ງໜ້າສຳຫຼັບຄວາມສັນຕິພາບ ແລະ ຄວາມປອດໄພໃນພາກພື້ນ.

ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ໄດ້ສະແດງຄວາມຂອບອົກຂອບໃຈສິງກະໂປ ທີ່ໄດ້ໃຫ້ການຮ່ວມມືຢ່າງຕັ້ງໜ້າ ໃນການປະກອບສ່ວນເຂົ້າຜົນສຳເລັດຂອງປີອາຊຽນ 2020, ໂດຍສະເພາະແມ່ນການເຊັນສັນຍາ RCEP ແລະ ການຮັບຮອງເອົາບັນດາຂໍ້ລິເລີ່ມໃນການຕອບໂຕ້ກັບ COVID-19.

ການປ ກສາຫາລ ດ ານການເມ ອງຄ ງທ 13 ລະຫວ າງຫວຽດນາມ ສ ງກະໂປ
ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ແລະ ທ່ານຮອງລັດຖະມົນຕີສິງກະໂປ Chee Wee Kiong. (ພາບ: baoquocte)

ທ່ານຮອງລັດຖະມົນຕີສິງກະໂປ Chee Wee Kiong ໄດ້ຕີລາຄາສູງຕໍ່ບົດບາດສຳຄັນຂອງສອງກະຊວງການຕ່າງປະເທດ ໃນຜົນສຳເລັດຂອງການຮ່ວມມືລະຫວ່າງສອງປະເທດ; ການຈັດຕັ້ງກອງປະຊຸມປຶກສາຫາລືທາງການເມືອງຄັ້ງທີ 13 ສະແດງໃຫ້ເຫັນເຖິງຄວາມຄ່ອງຕົວ ແລະ ຄວາມຕັດສິນໃຈໃນການຮັກສາສາຍພົວພັນທີ່ດີ ລະຫວ່າງສອງກະຊວງການຕ່າງປະເທດເວົ້າສະເພາະ ແລະ ສອງປະເທດເວົ້າລວມ.

ທ່ານຮອງລັດຖະມົນຕີ Chee Wee Kiong ໄດ້ສະເໜີໃຫ້ 2 ຝ່າຍເລີ່ມສືບຕໍ່ຕົ້ນເສັ້ນທາງການເດີນອາກາດໂດຍໄວ ແລະ ສຳເລັດການເຈລະຈາກ່ຽວກັບລະບຽບການທ່ອງທ່ຽວບູລິມະສິດ ລະຫວ່າງສອງປະເທດ, ສິງກະໂປພ້ອມແລ້ວທີ່ຈະກາຍເປັນສູນກາງການຂົນສົ່ງ ແລະ ອຳນວຍຄວາມສະດວກໃຫ້ແກ່ການເດີນທາງຂອງພົນລະເມືອງຫວຽດນາມ. ທ່ານຮອງລັດຖະມົນຕີ Chee Wee Kiong ໄດ້ ຊົມເຊີຍ ແລະ ຕີລາຄາສູງຕໍ່ຄວາມມານະພະຍາຍາມ ແລະ ຂໍ້ລິເລີ່ມຂອງຫວຽດນາມ ໃນຖານະເປັນປະທານອາຊຽນ 2020, ນຳພາອາຊຽນໃນປີທີ່ປະສົບກັບຄວາມຫຍຸ້ງຍາກ.

ການປ ກສາຫາລ ດ ານການເມ ອງຄ ງທ 13 ລະຫວ າງຫວຽດນາມ ສ ງກະໂປ ຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະ ຕ້ານອາດຊະຍາກຳທາງອິນເຕີເນັດ

ຍສໝ - ຕອນບ່າຍວັນທີ 29 ກັນຍາ, ທ່ານພົນເອກ ໂຕເລີມ - ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການພົບປະເຈລະຈາທາງອອນລາຍ ກັບທ່ານ S. Iswaran, ລັດຖະມົນຕີກະຊວງສື່ມວນຊົນ ແລະ ຂ່າວສານ ທັງເປັນລັດຖະມົນຕີຜູ້ຮັບຜິດຊອບຄວາມປອດໄພທາງເຄືຍຂ່າຍອິນເຕີແນດ ສິງກະໂປ ເພື່ອແລກປ່ຽນ ແລະ ແບ່ງປັນບັນດາເນື້ອໃນກ່ຽວຂ້ອງກັບຍຸດທະສາດຄວາມປອດໄພທາງເຄືຍຂ່າຍອິນເຕີແນດ, ພ້ອມທັງວິວັດການກໍ່ສ້າງ ແລະ ປະຕິບັດສຳເລັດບັນດາມາດຕະຖານຄວາມປອດໄພດ້ານເຄືຍຂ່າຍອິນເຕີແນດຂອງຫວຽດນາມ.

ການປ ກສາຫາລ ດ ານການເມ ອງຄ ງທ 13 ລະຫວ າງຫວຽດນາມ ສ ງກະໂປ HUFO, ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ນະຄອນໂຮ່ຈີມິນ ໄດ້ມອບຜ້າອັດປາກ 10.000 ອັນ ໃຫ້ແກ່ປະເທດສິງກະໂປເພື່ອ ປ້ອງກັນ ແລະ ຕ້ານການລະບາດ ຂອງພະຍາດ COVID-19

ຍສໝ - ໃນຕອນບ່າຍຂອງວັນທີ 10 ມິຖຸນາ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ແລະ ສະມາຄົມມິດຕະພາບຫວຽດນາມ - ສິງກະໂປ ຢູ່ນະຄອນໂຮ່ຈີມິນໄດ້ມອບຜ້າອັດປາກ 10.000 ອັນ, ເຄື່ອງນຸ່ງປ້ອງກັນທາງການແພດ 100 ຊຸດ ແລະ ນໍ້າຢາຂ້າເຊື້ອແມ່ພະຍາດ 100 ລິດ ໃຫ້ແກ່ປະເທດສິງກະໂປ ເພື່ອຕໍ່ສູ້ຕ້ານກັບ COVID-19.

ການປ ກສາຫາລ ດ ານການເມ ອງຄ ງທ 13 ລະຫວ າງຫວຽດນາມ ສ ງກະໂປ ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ສິງກະໂປ

ຍສໝ ໃນລະຫວ່າງວັນທີ 17 – 22 ກຸມພາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ນຳໂດຍທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປະຕິຮູບຍຸຕິທຳ, ເປັນຫົວໜ້າຄະນະໄປຢ້ຽມຢາມ ສິງກະໂປ ຕາມລາຍການ “ເປັນເພື່ອນມິດຂອງ S R Nathan”.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.