ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ສິງກະໂປ

11:30 | 23/02/2020

ຍສໝ ໃນລະຫວ່າງວັນທີ 17 – 22 ກຸມພາ, ຄະນະຜູ້ແທນພັກກອມມູນິດ ຫວຽດນາມ ນຳໂດຍທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ຮອງຫົວໜ້າຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການປະຕິຮູບຍຸຕິທຳ, ເປັນຫົວໜ້າຄະນະໄປຢ້ຽມຢາມ ສິງກະໂປ ຕາມລາຍການ “ເປັນເພື່ອນມິດຂອງ S R Nathan”.

ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ສິງກະໂປ Vivian Balakrishman ທີ່ການເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທ່ານຮອງນາຍົກລັດຖະມົນຕີ ຫວາງຖຸຍກຽດ ແລະ ບັນດາການນຳຕ່າງໆຂອງ ສິງກະໂປ.

ກ່າວຄຳເຫັນທີ່ພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ ສະແດງຄວາມຍິນດີຢ່າງອົບອຸ່ນຕໍ່ຜົນສຳເລັດຂອງຫວຽດນາມໃນຊຸມປີມໍ່ໆມານີ້, ຜູ້ນຳສິງກະໂປກ່າວວ່າພາຍໃຕ້ການນຳພາຂອງພັກກອມມູນິດ, ຫວຽດນາມ ໄດ້ຮັກສາຈັງຫວະການເຕີບໂຕຂອງເສດຖະກິດສູງ ແລະ ພື້ນຖານໂຄງລ່າງທີ່ເພີ່ມຂຶ້ນ, ພັດທະນາ ແລະ ແຫຼ່ງຊັບພະຍາກອນມະນຸດທີ່ມີຄວາມສາມາດ, ຫວຽດນາມ ມີເງື່ອນໄຂພຽງພໍເພື່ອຊຸກຍູ້ກຳລັງແຮງຂອງຕົນເພື່ອພັດທະນາຢ່າງແຮງໃນໄລຍະຈະມາເຖິງ, ຈາກນັ້ນຍົກສູງທີ່ຕັ້ງ ແລະ ບົດບາດຂອງຕົນໃນພາກພື້ນ ແລະ ເວທີສາກົນ.

ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ສິງກະໂປ

ທ່ານ ຟານດິ່ງຈາກ, ຫົວໜ້າຄະນະວຽກງານການເມືອງພາຍໃນສູນກາງພັກ ແລະ ທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ (ພາບ: TTXVN)

ນອກຈາກນັ້ນ, ການນຳ ສິງກະໂປ ໄດ້ເນັ້ນໜັກເຖິງຄວາມປາດຖະໜາຢາກຍູ້ແຮງການພົວພັນຮ່ວມມືຫລາຍດ້ານກັບ ຫວຽດນາມ, ກໍ່ຄືສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ, ແນໃສ່ເພີ່ມທະວີການຮ່ວມມືໃນ ອາຊຽນ ແລະ ຮ່ວມແຮງຮ່ວມໃຈກັນຮັບມືຕໍ່ບັນດາສິ່ງທ້າທາຍ ແລະ ແກ້ໄຂບັນດາບັນຫາພາກພື້ນໃນປັດຈຸບັນ.

ສ່ວນທ່ານ ຟານດິ່ງຈາກ ປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ຮອບດ້ານ ແລະ ມີປະສິດທິຜົນໃນທຸກຂົງເຂດຄື: ດ້ານການເມືອງ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ…; ທ່ານ ຟານດິ່ງຈາກ ກໍ່ສະເໜີໃຫ້ 2 ຝ່າຍຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ກົນໄກຮ່ວມມືທີ່ມີຢູ່ແລ້ວໃຫ້ເປັນຢ່າງດີ, ຊຸກຍູ້ການພົວພັນຮ່ວມມືທຸກຊ່ອງທາງພັກ, ລັດ ແລະ ປະຊາຊົນ.

ທີ່ບັນດາການພົບປະແລກປ່ຽນ, 2 ຝ່າຍກໍ່ແບ່ງປັນບັນດາທັດສະນະກ່ຽວກັບສະພາບການຂອງພາກພື້ນ ແລະ ສາກົນໃນປັດຈຸບັນ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.