ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີເລີດ ຂອງປະເທດອົດສະຕາລີ

17:23 | 15/12/2020

ຍສໝ - ເມື່ອບໍ່ດົນມານີ້, ຕ່າມບົດລາຍງານໂດຍສະມາຄົມອາຊີ ແລະ ສູນຄົ້ນຄວ້າ APEC ທີ່ມະຫາວິທະຍາໄລ RMIT ໃຫ້ຮູ້ວ່າ ປະເທດຫວຽດນາມດ້ວຍພົນລະເມືອງເກືອບ 100 ລ້ານຄົນ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີເລີດຂອງອົດສະຕາລີ.

ຫວຽດນາມ ແມ ນຄ ຮ ວມມ ເສດຖະກ ດທ ດ ເລ ດ ຂອງປະເທດອ ດສະຕາລ ວິສາຫະກິດ ຫວຽດນາມປະຈຳພາກເໜືອລາວປັບປຸງການຈັດຕັ້ງ, ສາມັກຄີກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ
ຫວຽດນາມ ແມ ນຄ ຮ ວມມ ເສດຖະກ ດທ ດ ເລ ດ ຂອງປະເທດອ ດສະຕາລ ສຳນັກ​ຂ່າວ​ ສານ​ຫວຽດນາມ ​ໄດ້​ມີ​ຄວາມ​ພາກ​ພູມ​ໃຈ​ ໃນ​ການ​ປະກອບສ່ວນ ​ຢ່າງ​ສົມຄວນ ​ໂດຍ​ຜ່ານ​ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ​​ໃກ້ຊິດ ກັບ ສຳນັກ​ຂ່າວສານ​

ຕ່າມບົດລາຍງານດັ່ງກ່າວ, ຫວຽດນາມ ແມ່ນຕະຫຼາດພົ້ນເດັ່ນຂອງອົດສະຕາລີ ແລະ ຊຸກຍູ້ບັນດາວິສາຫະກິດອົດສະຕາລີ ໃນການເປີດກວ້າງການພົວພັນດ້ານການຄ້າກັບຫວຽດນາມ.

“ຫວຽດນາມແມ່ນທາງເລືອກເອົາທີ່ດີສຳລັບບັນດາວິສາຫະກິດອົດສະຕາລີ ໃນການພິຈາລະນາແມ່ນຕະຫຼາດສິນຄ້າ, ການບໍລິການ ແລະ ການລົງທຶນດຳເນີນທຸລະກິດ. ຫວຽດນາມ ຈະຊ່ວຍເພີ່ມທະວີການພົວພັນຄູ່ຮ່ວມມືເສດຖະກິດ ແລະ ລະບົບຕ່ອງໂສ້ການສະໜອງຂອງປະເທດອົດສະຕາລີ.

ຫວຽດນາມ ແມ ນຄ ຮ ວມມ ເສດຖະກ ດທ ດ ເລ ດ ຂອງປະເທດອ ດສະຕາລ
ຫວຽດນາມ ແມ່ນຄູ່ຮ່ວມມືເສດຖະກິດທີ່ດີເລີດ ຂອງປະເທດອົດສະຕາລີ. (ພາບ: baoquocte)

ບົດລາຍງານກໍ່ໄດ້ໃຫ້ຮູ້ບັນດາໂອກາດທີ່ດີ ໃນປະເທດຫວຽດນາມ ສຳລັບຜູ້ສົ່ງອອກຊີ້ນງົວ, ຝ້າຍ, ພືດ, ອາຫານປຸງແຕ່ງ, ການບໍລິການດ້ານການແພດ ແລະ ການສຶກສາ, ອຸປະກອນບໍ່ແຮ່ ແລະ ເຕັກໂນໂລຢີອຸດສາຫະກຳ 4.0 ຂອງອົດສະຕາລີ.

ຕາມບົດລາຍງານດັ່ງກ່າວ, ການປະຕິບັດງານຢູ່ຕະຫລາດຕ່າງປະເທດ ໄດ້ຮຽກຮ້ອງໃຫ້ແກ້ໄຂບັນດາສິ່ງທ້າທາຍໃນທ້ອງຖິ່ນ, ບັນດາຄວາມແຕກຕ່າງທາງດ້ານວັດທະນະທຳ ແລະ ສິ່ງກີດຂວາງທາງດ້ານກົດໝາຍ ແລະ ການດຳເນີນງານໃນປະເທດຫວຽດນາມ ກໍ່ຈະປະສົບກັບບັນຫາທີ່ຄ້າຍຄືກັນ ໄດ້ສາມາດແກ້ໄຂດ້ວຍວິທີການ ແລະ ແຫຼ່ງຊັບພະຍາກອນທີ່ເໝາະສົມ. ບົດລາຍງານ ກໍ່ໃຫ້ຄຳເຫັນວ່າ ຫວຽດນາມ ໄດ້ຍິນດີຕ້ອນຮັບບັນດາວິສາຫະກິດອົດສະຕາລີ ແລະ ເຄື່ອງໝາຍການຄ້າອົດສະຕາລີ ໄດ້ຮັບການຕີລາຄາສູງ ແລະ ມີຫຼາຍກາລະໂອກາດໃຫ້ແກ່ບັນດາວິສາຫະກິດ.

ອີງຕາມບົດລາຍງານນີ້, ອະດີດລັດຖະມົນຕີການຄ້າອົດສະຕາລີ ທ່ານ Craig Emerson ໃຫ້ຫູ້ວ່າ, ພື້ນຖານເສດຖະກິດຂອງຫວຽດນາມ ແລະ ອົດສະຕາລີແມ່ນມີຄວາມສາມາດບົ່ມຊ້ອນສູງ ແລະ "ມີຄວາມເໝາະສົມກັນແທ້ໆ", ໂດຍສະເພາະ ໃນຂະແໜງການສະໜອງການບໍລິການດ້ານການສຶກສາ. ໃນປະຈຸບັນ, ອົດສະຕາລີ ແລະ ຫວຽດນາມພວມຮຽບຮຽງຍຸດທະສາດ ເພື່ອກາຍເປັນໜຶ່ງໃນ 10 ປະເທດຄູ່ຮ່ວມມືການຄ້າອັນດັບໜຶ່ງ ຊຶ່ງກັນ ແລະ ກັນ, ແລະ ເພີ່ມທະວີການລົງທືນສອງຝ່າຍ.

ໃນການຢ້ຽມຢາມຫວຽດນາມຂອງ ທ່ານນາຍົກລັດຖະມົນຕີ Scott Morrison ໃນປີກາຍນີ້, ທ່ານ Scott Morrison ໄດ້ຢືນຢັນວ່າ ການພົວພັນລະຫວ່າງສອງປະເທດພວມຢູ່ໃນໄລຍະທີ່ດີ ແລະ ຄວາມສາມາດໃນການຮ່ວມມື ຂອງອົດສະຕາລີ ແລະ ຫວຽດນາມ ໄດ້ໃກ້ຊິດຍິ່ງໃຫຍ່ທີ່ສຸດ. ການຮ່ວມມືລະຫວ່າງສອງປະເທດ ແມ່ນເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຫຼາຍຢ່າງ.

ຫວຽດນາມ ແມ ນຄ ຮ ວມມ ເສດຖະກ ດທ ດ ເລ ດ ຂອງປະເທດອ ດສະຕາລ ກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 2

ຍ​ສ​ໝ - ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສພາກພື້ນ ແລະ ສາກົນເປັນຕົ້ນແມ່ນ ສປຊ, ອາຊຽນ/ EAS, ອະນຸພາກພື້ນແມ່ນ້ຳຂອງ…

ຫວຽດນາມ ແມ ນຄ ຮ ວມມ ເສດຖະກ ດທ ດ ເລ ດ ຂອງປະເທດອ ດສະຕາລ ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ຍ​ສ​ໝ - ທ່ານ​ໂຕ​ເລິນ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຂອງ​ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ການ​ຮັກ​ສາ​ປະ​ຕິ​ສິດ​ທິ​ຜົນ​ຂອງ 19 ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

ຫວຽດນາມ ແມ ນຄ ຮ ວມມ ເສດຖະກ ດທ ດ ເລ ດ ຂອງປະເທດອ ດສະຕາລ ຫວຽດນາມ - ອົດສະຕາລີ: ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານພະຍາດໂຄວິດ-19

ຍສໝ - ເມື່ອບໍ່ດົນມານີ້, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາງ Marise Payne ລັດຖະມົນຕີການຕ່າງປະເທດ ອົດສະຕາລີ ເພື່ອສືບຕໍ່ເພີ່ມທະວີການແລກປ່ຽນ, ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະ ປະສົບການກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.