ວິສາຫະກິດ ຫວຽດນາມປະຈຳພາກເໜືອລາວປັບປຸງການຈັດຕັ້ງ, ສາມັກຄີກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ

10:22 | 15/12/2020

ຍ​ສ​ໝ - ທ່ານ ຫງວຽນ​ດັງ​ຮຸ່ງ, ກົງ​ສູນ​ໃຫຍ່ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ​ໃຫ້​ຮູ້​ວ່າ ເພື່ອ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ພາກ​ເໜືອ​ລາວ, ສະ​ຖານ​ກົງ​ສູນ​ຫວຽດ​ນາມ ຈັດ​​ກອງ​ປະ​ຊຸມນີ້ດ້ວນ​ຄວາ​ມ​ຫ​ວັງຮັບຟັງຄຳເຫັນຂອງບັນດາຜູ້ແທນວິສາຫະກິດກ່ຽວກັບບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດເຊິ່ງວິສາຫະກິດພວມປະເຊີນໜ້າ.

ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 100 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ຂອງ​ປະ​ທານ ໄກ​ສອນ​ ພົມ​ວິ​ຫານ
ສຳນັກ​ຂ່າວ​ ສານ​ຫວຽດນາມ ​ໄດ້​ມີ​ຄວາມ​ພາກ​ພູມ​ໃຈ​ ໃນ​ການ​ປະກອບສ່ວນ ​ຢ່າງ​ສົມຄວນ ​ໂດຍ​ຜ່ານ​ ການ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ ​ແລະ ​​ໃກ້ຊິດ ກັບ ສຳນັກ​ຂ່າວສານ​
ວິສາຫະກິດ ຫວຽດນາມປະຈຳພາກເໜືອລາວປັບປຸງການຈັດຕັ້ງ, ສາມັກຄີກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ

ກອງປະຊຸມວິສາຫະກິດຫວຽດນາມ, ຊາວຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ທາງພາກເໜືອຂອງລາວ.(ພາບ: Vietnam+)

ວັນທີ 13 ທັນວາ, ສະຖານກົງສູນຫວຽດນາມ ປະຈຳຫຼວງພະບາງ ໄດ້ຈັດກອງປະຊຸມວິສາຫະກິດຫວຽດນາມ, ຊາວຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ທາງພາກເໜືອຂອງລາວ. ມີວິສາຫະກິດຫວຽດນາມ ກວ່າ 50 ແຫ່ງທີ່ມາຈາກ 8 ແຂວງທາງພາກເໜືອຂອງລາວ ແລະ ຜູ້ຕາງໜ້າບັນດາຫ້ອງການທີ່ມີໜ້າທີ່ກ່ຽວຂ້ອງຂອງສະຖານທູດ, ສະມາຄົມວິສາຫະກິດຫວຽດນາມ ຮ່ວມມື ແລະ ລົງທຶນຢູ່ລາວ (BACI) ເຂົ້າຮ່ວມກອງປະຊຸມ.

ດ້ວ​ຍ​ເນື້ອ​ທີ່ເກືອບເຄິ່ງ​ໜຶ່ງ​ຂອງ​ປະ​ເທດ, ໃນ​ຂະ​ນະ​ນັ້ນ ປະ​ຊາ​ຊົນ​ກວມ​ເອົາ​ເກືອບ 2/5 ປະ​ຊາ​ກອນ​ທົ່​ວ​ປະ​ເທດ, ເຂດ​ພາກ​ເໜືອ​ລາວ​ມີ​ເງື່ອນ​ໄຂ​ສະ​ດວກຫຼາຍ​ຢ່າງ​ແຕ່​ກໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​, ສິ່ງ​ທ້າ​ທາຍ​ບໍ່​ໜ້ອຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເວົ້າ​ລວມ ກໍ່​ຄື​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມຫຼື​ຊາວ​ຫວຽດ​ນາມ​ເວົ້າ​ສະ​ເພາະ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ດັງ​ຮຸ່ງ, ກົງ​ສູນ​ໃຫຍ່ຫວຽດ​ນາມ ປະ​ຈຳຫຼວງ​ພະ​ບາງ​ໃຫ້​ຮູ້​ວ່າ ເພື່ອ​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ໄດ້​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ພາກ​ເໜືອ​ລາວ, ສະ​ຖານ​ກົງ​ສູນ​ຫວຽດ​ນາມ ຈັດ​​ກອງ​ປະ​ຊຸມນີ້ດ້ວນ​ຄວາ​ມ​ຫ​ວັງຮັບຟັງຄຳເຫັນຂອງບັນດາຜູ້ແທນວິສາຫະກິດກ່ຽວກັບບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຄັດເຊິ່ງວິສາຫະກິດພວມປະເຊີນໜ້າ; ບົນ​ພື້​ນ​ນັ້ນ ປະ​ຕິ​ບັດ​ໜ້າ​ທີ່ຂອງ​ອົງ​ການ​ຕາງ​ໜ້າ​ປະ​ກອບ​ສ່ວນ “ແກ້​ໄຂຄວາມ​ຫຍຸ້ງ​ຍາກ​” ໃຫ້​ແກ່​ວິ​ສາ​ຫະ​ກິດ, ປະ​ກອບ​ສ່ວນ​ສ້າງ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວ​ສານ, ຮ່ວມ​ສຳ​ພັນ​ລະ​ຫວ່າງ ບັນ​ດາ​ວິ​ສາ​ຫະ​ກິດ, ສ້າງ​ປະ​ຖົມ​ປັດ​ໄຈ​ເພື່ອ​ມຸ່ງ​ໄປ​ເຖິງ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ຫວຽດ​ນາມ​ຂອງ ຊາວ ຫວຽດ​ນາມ ຢູ່​ພາກ​ເໜືອ​ລາວ.

ກອງປະຊຸມໄດ້ເຫັນດີຜັນຂະຫຍາຍບັນດາວຽກງານກະກຽມ, ກ້າວໄປເຖິງການສ້າງຕັ້ງສະມາຄົມວິສາຫະກິດຫວຽດນາມ ລົງທຶນ, ດຳເນີນທຸລະກິດຢູ່ທາງພາກເໜືອຂອງລາວ (BACI ທິດເໜືອລາວ), ດ້ວຍບາດກ້າວທຳອິດແມ່ນສ້າງຕັ້ງຄະນະບໍລິຫານຊົ່ວຄາວເຊິ່ງລວມມີຜູ້ຕາງໜ້າວິສາຫະກິດຂອງ 8 ແຂວງ.

ຫວຽດ​ນາມຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດພັດ​ທະ​ນາ​ແບບ​ຍືນ​ຍົງ

ຍ​ສ​ໝ - ເວທີປາໄສໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI), ສະພາວິສາຫະກິດ ເພື່ອການພັດທະນາແບບຍືນຍົງ ຫວຽດນາມ (VBCSD) ຈັດຂຶ້ນ ໄດ້ດຶງດູດເອົາການເຂົ້າຮ່ວມໂດຍກົງ ຂອງຜູ້ແທນ ກ່ວາ 300ຄົນ ທັງຢູ່ພາຍແລະຕ່າງປະເທດ ແລະ ຜູ້ແທນເກືອບ 500 ຄົນຕິດຕາມທາງອອນລາຍ.

ບັນ​ດາວິ​ສາ​ຫະ​ກິດ ຍີ່​ປຸ່ນ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ສະ​ພາບ​ແວ​ດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ

ຍ​ສ​ໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວູ​ຮົ່ງ​ນາມ ໄດ້​ເນັ້ນ​ໜັກ​ເຖິງ​ບັນ​ດາ​ຄວາ​ມມາ​ນະ​ພະ​ຍາ​ຍາມ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ເສດ​ຖະ​ກິດ​ໂລກຢ່າງ​ເລິກ​ເຊິ່ງ​ກ່​ວາ​ອີກ ແລະ ບາງ​ຜົນ​ງານ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ

ຫວຽດ​ນາມ​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ສະ​ພາບ​ການ​ໃຊູ້​ຄວາມ​ຮຸນ​ແຮງ​ຢູ່ ​ສາ​ທາລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ກົງ​ໂກ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ຫວຽດ​ນາມ​ໄດ້​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ ກ່ຽວ​ກັບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ໃສ່​ສາ​ມັນ​ຊົນ ເມື​ອ່ ປະ​ຊາ​ຊົນ​ກ່​ວາ 5,2 ລ້ານ​ຄົນ​ບໍ່​ມີ​ເຮືອນ​ຢູ່, 21,8 ກ່​ວາ​ຄົນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະ​ພາບ​ການ​ຂາດ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ​ຢູ່​ປະ​ເທດນີ້.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.