![]() |
ປະທານໄກສອນ ພົມວິຫານ ແລະ ປະທານໂຮ່ຈີມິນ |
ປະທານ ໄກສອນ ພົມວິຫານ ເກີດວັນທີ 13 ທັນວາ 1920, ຢູ່ບ້ານ ນາເຊັງ, ເມືອງ ຄັນທະບູລີ, ປັດຈຸບັນແມ່ນນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັດສະເຂດ - ພາກກາງລາວ. ເມື່ອ 15 ປີ, ເພິ່ນໄດ້ອອກຈາກບ້ານເກີດເມືອງນອນ ໄປຍັງ ຫວຽດນາມ ເສັງເຂົ້າໂຮງຮຽນ ເບືອຍ, ປັດຈຸບັນແມ່ນໂຮງຮຽນມັດຖະຍົມຕອນປາຍ ຈູວັນອານ ຮ່າໂນ້ຍ.
ປະທານ ໄກສອນ ພົມວິຫານ ແມ່ນຜູ້ທີ່ໄດ້ອຸທິດສ່ວນຕະຫຼອດຊີວິດຂອງຕົນ, ພ້ອມກັບປະທານໂຮ່ຈີມິນ ສ້າງພື້ນຖານ, ເພີ່ມພູນຄູນສ້າງ ນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ລະຫວ່າງ ຫວຽດນາມ - ລາວ ກາຍເປັນການພົວພັນທີ່ເປັນແບບຢ່າງ, ສັດຊື່ບໍລິສຸດ, ໃສແຈ້ງທີ່ຫາຍາກໃນໂລກ.
ໃນຕະຫຼອດຊີວິດເຄື່ອນໄຫວການປະຕິວັດຂອງຕົນ, ປະທານ ໄກສອນ ພົມວິຫານ ຍາມໃດກໍ່ສະຫງວນອາລົມຈິດພິເສດ, ຄວາມເຄົາລົບນັບຖື ແລະຄວາມໄວ້ເນື້ອເຊື່ອໃຈຢ່າງເດັດຂາດຕໍ່ປະທານ ໂຮ່ຈີມິນ ແລະບັນດາເພື່ອນມິດສະຫາຍຫວຽດນາມ, ນັ້ນແມ່ນໜຶ່ງໃນບັນດາພື້ນຖານໝັ້ນຄົງເຂັ້ມແຂງເພື່ອໃຫ້ສອງພັກ ແລະປະຊາຊົນສອງປະເທດຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່ໜູນຊ່ວຍເຊິ່ງກັນ ແລະກັນໃນຕະຫຼອດໄລຍະປະຫວັດສາດ.
ພາຍຫຼັງສອງປະເທດລາວ ແລະຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນໃນ ປີ 1975, ການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່. ໃນບົດກ່າວຄວາມເຫັນຄຳນັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກກອມມູນິດຫວຽດນາມ, ປະທານ ໄກສອນ ພົມວິຫານ ຢັ້ງຢືນວ່າ: “ປະຫວັດສາດການປະຕິວັດໃນໂລກ, ມີຫຼາຍແບບຢ່າງກ້ຽວກັບນ້ຳໃຈສກຳມະຊີບ, ສາກົນ, ແຕ່ບໍ່ທັນມີບ່ອນໃດ, ທີ່ມີສາຍພົວພັນສາມັກຄີສູ້ຮົບແບບພິເສດ, ຍາວນານ ແລະຮອບດ້ານຄືສາຍພົວພັນລາວ-ຫວຽດນາມ. ສາຍພົວພັນນັ້ນໄດ້ກາຍເປັນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ, ທີ່ຫາຍາກ ແລະນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງໝັ້ນຄົງເຂັ້ມແຂງ. ພວກຂ້າພະເຈົ້າໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລາວ-ຫວຽດນາມໃຫ້ນັບມື້ນັບຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.
![]() |
ລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຮ່ວມສາຍພູຫລວງ, ຮ່ວມແມ່ນ້ຳ, ການພົວພັນສະໜິດສະໜົມ ຖານອ້າຍນ້ອງ ລະຫວ່າງສອງຊາດ ໄດ້ຮັບການສ້າງຕັ້ງ ແລະ ເພີ່ມພູນຄູນສ້າງ ໃນປະຫວັດສາດ ແຫ່ງການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ. ພາບ: TTXVN |
ລາວ-ຫວຽດນາມ, ຫວຽດນາມ-ລາວ ແມ່ນສອງປະເທດບ້ານໃກ້ເຮືອນຄຽງ, ຮ່ວມສາຍພູຫລວງ, ຮ່ວມແມ່ນ້ຳ, ການພົວພັນສະໜິດສະໜົມ ຖານອ້າຍນ້ອງ ລະຫວ່າງສອງຊາດ ໄດ້ຮັບການສ້າງຕັ້ງ ແລະ ເພີ່ມພູນຄູນສ້າງ ໃນປະຫວັດສາດ ແຫ່ງການສ້າງສາ ແລະ ປົກປັກຮັກສາ ປະເທດຊາດ. ການພົວພັນມູນເຊື້ອອັນດີງາມ, ຄວາມສະໜິດຕິດພັນ ຈິດໜຶ່ງໃຈດຽວ ລະຫວ່າງ ປະຊາຊົນ ສອງປະເທດ ລາວ-ຫວຽດນາມ, ຫວຽດນາມ - ລາວ, ໂດຍປະທານໂຮ່ຈິມິງ ແລະ ປະທານ ໄກສອນ ພົມວິຫານ ເປັນຜູ້ກໍ່ຕັ້ງ, ການນໍາຮຸ່ນຕ່າງໆ ແລະ ປະຊາຊົນສອງປະເທດ ເພີ່ມພູນຄູນສ້າງ. ນີ້ແມ່ນຊັບສົມບັດ ອັນລ້ຳຄ່າຂອງສອງຊາດ, ເໝາະສົມກັບກົດເກນ ພັດທະນາລວມ ຂອງສອງປະເທດ ໃນໄລຍະທາງ ແຫ່ງການພັດທະນາ ປະເທດຊາດ ວັດທະນາຖາວອນ, ປະຊາຊົນອີ່ມໜຳສຳລານ ແລະ ມີຄວາມຜາສຸກ.
![]() | ຄະນະຜູ້ແທນວິທະຍາຄານປ້ອງກັນ ຊາດກອງ ທັບປະຊາຊົນຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ສປປ. ລາວ) ຍສໝ - ວັນທີ 7 ມັງກອນນີ້, ທີ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນວິທະຍາຄານປ້ອງກັນ ຊາດກອງ ທັບປະຊາຊົນຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກນຳວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ສປປ. ລາວ). |
![]() | ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ທ່ານ ທອງສະຫວັນ ພົມວິຫານ, ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ຍສໝ - ຕອນບ່າຍວັນທີ 19 ກັນຍານີ້, ທີ່ສຳນັກງານໃຫຍ່ກະຊວງການຕ່າງປະເທດ, ທ່ານຟ້າມບິ່ງມິງ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ຕາງໜ້າໃຫ້ບັນດາການນຳພັກ ແລະ ລັດຖະບານ ຫວຽດນາມ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງທ່ານປະທານປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃຫ້ທ່ານເອກອັກຄະລັດຖະທູດລາວປະຈຳ ຫວຽດນາມ ທ່ານ ທອງສະຫວັນ ພົມວິຫານ, ໃນໂອກາດໃກ້ຈະສິ້ນສຸດອາຍຸປະຈຳການ ແລະ ... |
![]() | ຜັນຂະຫຍາຍມະຕິ ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານ ສະພາວິທະຍາສາດສັງ ຄົມແຫ່ງຊາດສົມທົບກັບສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ (ສມປຊ)ໄດ້ຈັດຕັ້ງກອງປະຊຸມຜັນຂະ ຫຍາຍມະຕິຂອງກົມການ ເມືອງສູນກາງພັກສະບັບເລກທີ 058/ກມສພ ວ່າດ້ວຍການຄົ້ນຄວ້າແນວຄິດ ໄກສອນ ພົມວິຫານແລະ ມະຕິສະບັບເລກທີ 063/ກມສພ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບການຄົ້ນຄວ້າແນວຄິດໄກສອນພົມວິຫານ ຂຶ້ນໃນວັນທີ 27 ມີນານີ້ ທີ່ ສມປຊ. |
ໄຊພອນ