ຍົກສູງປະສິດທິພາບການເຊື່ອມຈອດເພື່ອການເຊື່ອມໂຍງພາກພື້ນ

16:40 | 09/12/2020

ໃນຕອນເຊົ້າຂອງວັນທີ 9 ທັນວາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະ ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂອບຍຸດທະສາດ ການຮ່ວມມືດ້ານເສດຖະກິດ ແມ່ນໍ້າອິຣະວະດີ-ແມ່ນໍ້າ ເຈົ້າພະຍາ-ແມ່ນໍ້າຂອງ ຫລື ແອັກແມັກ (ACMECS) ຄັ້ງທີ 9 ຜ່ານຮູບແບບວີດີໂອທາງໄກ. ພາຍໃຕ້ຄຳຂວັນ “ຄູ່ຮ່ວມມື ເພື່ອການເຊື່ອມຈອດ ແລະ ຄວາມແຂງແກ່ນ” ໂດຍການເປັນປະທານ ຂອງສົມເດັດ ເຕໂຊ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງຣາຊະອາ ນາຈັກ ກໍາປູເຈຍ ໂດຍມີປະມຸກລັດ ແລະ ຫົວໜ້າ ລັດຖະບານ ພ້ອມດ້ວຍຄະນະຜູ້ແທນ ຈາກປະເທດສະມາຊິກຄື: ກໍາປູເຈຍ, ສປປ ລາວ, ມຽນມາ, ໄທ ແລະ ຫວຽດນາມ ແລະ ທ່ານເລຂາທິການ ໃຫຍ່ອາຊຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດ ການຮ ວມມ ດ ານເສດຖະກ ດ ແອ ກແມ ກ ຄ ງທ 9 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20
ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດ ການຮ ວມມ ດ ານເສດຖະກ ດ ແອ ກແມ ກ ຄ ງທ 9 ມີໝູ່ຄະນະ ແລະ ບຸກຄົນ 9 ຄົນ ໄດ້ຮັບໃບຍ້ອງຍໍ ທີ່ກອງປະຊຸມໃຫຍ່ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງທາຍບິ່ງ ຄັ້ງທີ 2
ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດ ການຮ ວມມ ດ ານເສດຖະກ ດ ແອ ກແມ ກ ຄ ງທ 9

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດ ການຮ່ວມມືດ້ານເສດຖະກິດ ແອັກແມັກ ຄັ້ງທີ 9

ກອງປະຊຸມສຸດຍອດ ຄັ້ງນີ້ ໄດ້ທົບທວນຄວາມຄືບໜ້າການຈັດຕັ້ງຜັນຂະຫຍາຍໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 8 ຜ່ານມາ ກໍຄືການຈັດຕັ້ງປະຕິບັດ ຖະແຫລງການບາງກອກ ແລະ ແຜນແມ່ບົດ ACMECS (2019-2023) ໂດຍສະເພາະການກະກຽມສ້າງຕັ້ງກອງທຶນພັດທະນາແອັກແມັກ, ການກະກຽມສ້າງຕັ້ງຄະນະກຳມະການ ປະສານງານໃນ 3 ເສົາຄ້ຳ ພາຍໃຕ້ແຜນແມ່ບົດແອັກແມັກ ແລະ ການລະດົມທຶນ ຈາກບັນດາ ຄູ່ຮ່ວມພັດທະນາ ຊຸດທີໜຶ່ງ ຊຶ່ງລວມມີ ຍີ່ປຸ່ນ, ສ.ເກົາຫລີ, ສປ. ຈີນ, ອາເມລິກາ, ອິນເດຍ ແລະ ອົດສະຕຣາລີ ເຂົ້າໃນການຮ່ວມມືແອັກແມັກ ທີ່ກຳລັງສຸມທຸກກຳລັງແຮງ ເພື່ອການພັດທະນາ ເສດຖະກິດ-ສັງຄົມ, ການເຊື່ອມຈອດ ທາງດ້ານຄົມມະນາຄົມຂົນສົ່ງ ແລະ ການພັດທະນາສີຂຽວ ແລະ ຍືນຍົງ. ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ເພື່ອຟື້ນຟູເສດຖະກິດ-ສັງຄົມ ຂອງພາກພື້ນ ໃນໄລຍະແຜ່ລະບາດ ແລະ ພາຍຫລັງ ການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍສະເພາະ ໃນຂະແໜງການຄ້າ, ການທ່ອງທ່ຽວ ແລະ ການໄປມາຫາສູ່ກັນ ແລະ ອື່ນໆ.

ພ້ອມດຽວກັນນີ້, ກອງປະຊຸມໄດ້ຮັບຮອງເອົາຖະແຫລງການພະນົມເປັນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9, ພາລະບົດບາດຂອງກອງທຶນພັດທະນາ ACMECS, ກົນໄກການປະຕິບັດວຽກງານຂອງ ຄະນະກຳມະການປະສານງານ ACMECS ແລະ ບັນດາໂຄງການ ບູລິມະສິດເພື່ອ ເປັນເອກະສານພື້ນຖານ ໃນການຈັດຕັ້ງຜັນ ຂະຫຍາຍແຜນແມ່ບົດ ACMECS ໃຫ້ເປັນຮູບປະທໍາ ເທື່ອລະກ້າວ.

ໃນຕອນທ້າຍຂອງກອງປະຊຸມ, ບັນດາຜູ້ນຳໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດຢ່າງຈົບງາມໃນການປະຕິບັດໜ້າທີ່ ການເປັນປະທານ ACMECS ຂອງຣາຊະອານາຈັກ ກໍາປູເຈຍ (2018-2020) ແລະ ໄດ້ມອບໜ້າທີ່ດັ່ງກ່າວ ໃຫ້ແກ່ ສປປ ລາວ ໃນໄລຍະ 2 ປີ ຂ້າງໜ້າ. ໃນໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ແລະ ໃຫ້ຄວາມໝາຍໝັ້ນ ທີ່ຈະສືບຕໍ່ຮ່ວມມື ຢ່າງໃກ້ຊິດກັບບັນດາ ປະເທດ ສະມາຊິກ ແລະ ບັນດາຄູ່ຮ່ວມພັດທະນາ ເພື່ອຈັດຕັ້ງຜັນຂະຫຍາຍ ໝາກຜົນຂອງກອງປະຊຸມສຸດຍອດ ACMECS ຄັ້ງທີ 9 ນີ້ ໃຫ້ປະກົດຜົນເປັນຈິງ.

ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດ ການຮ ວມມ ດ ານເສດຖະກ ດ ແອ ກແມ ກ ຄ ງທ 9 ກອງ​ປະຊຸມ ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​​ແຫ່ງ​ຊາດ​ ຊຸດ​ທີ 8: ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ເງິນ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍພາສີ

ໃນ​ວາລະ​ດຳ​ເນີນ​ກອງ​ປະຊຸມ ​ສະ​ໄໝ​ສາມັນ ​ເທື່ອ​ທີ 9 ຂອງ​ສະພາ​​ແຫ່ງ​ຊາດ​ ຊຸດ​ທີ VIII ​ໃນ​ວັນ​ທີ 29 ມິຖຸນາ 2020 ນີ້, ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ປານີ ຢາ​ທໍ່ຕູ້ ປະທານ​ສະພາ​ແຫ່ງ​ຊາດ, ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ, ລັດຖະມົນ​ຕີກະຊວງ​ການ​ເງິນ ​ໄດ້​ສະ​ເໜີ​ຮ່າງ​ກົດໝາຍ​ວ່າ​ດ້ວຍພາສີ ສະບັບປັບປຸງ; ຈາກ​ນັ້ນ ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ ໄດ້​ສຸມ​ໃສ່​ປະ ກອບ​ຄຳ​ຄິດ​ຄຳ​ເຫັນ ​ໃສ່​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ...

ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດ ການຮ ວມມ ດ ານເສດຖະກ ດ ແອ ກແມ ກ ຄ ງທ 9 ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ

ໃນວັນທີ 26 ມິຖຸນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020, ...

ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດ ການຮ ວມມ ດ ານເສດຖະກ ດ ແອ ກແມ ກ ຄ ງທ 9 ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ອອນໄລກ່ຽວກັບ COVID-19

ຍສໝ - ຈາກການປະຕິບັດຄວບຄຸມພະຍາດທີ່ດີຂອງ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ແບ່ງປັນກັບບັນດາຜູ້ນຳ G20 ຫຼາຍມາດຕະການກ່ຽວກັບການຊຸກຍູ້ຮ່ວມມື ແລະ ການປະຕິບັດຮ່ວມກັນໃນການຮັບມືກັບ COVID-19.

kpl.gov.la

ເຫດການ
302 Found

Found

The document has moved here.