ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ

16:30 | 28/06/2020

ໃນວັນທີ 26 ມິຖຸນາ 2020, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ຂອງຜູ້ນໍາອາຊຽນ ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ສສ ຫວຽດນາມ ໃນຖານະປະທານໝູນວຽນອາຊຽນ ປີ 2020, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ນະຄອນຫລວງວຽງຈັນ.

ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດອາຊຽນ ຄ ງທ 36 ແລະ ກອງປະຊ ມທ ກ ຽວຂ ອງອ ນໆ ແບບທາງໄກ ຫວຽດນາມ ຈັດພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36
ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດອາຊຽນ ຄ ງທ 36 ແລະ ກອງປະຊ ມທ ກ ຽວຂ ອງອ ນໆ ແບບທາງໄກ ນາຍົກລັດຖະມົນຕີ ຄາດປີນີ້ເສດຖະກິດລາວ ຈະຂະຫຍາຍຕົວລະດັບ 3,6%
ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດອາຊຽນ ຄ ງທ 36 ແລະ ກອງປະຊ ມທ ກ ຽວຂ ອງອ ນໆ ແບບທາງໄກ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແລະ ກອງປະຊຸມທີ່ກ່ຽວຂ້ອງອື່ນໆ ແບບທາງໄກ.(ພາບ: Kpl)

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36 ແບບທາງໄກນີ້, ບັນດາຜູ້ນຳອາຊຽນ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນ ກ່ຽວກັບ ຄວາມພະຍາຍາມໃນການສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ໂດຍຜ່ານການຮ່ວມມືທັງໃນຂອບອາຊຽນ ແລະ ລະຫວ່າງ ອາຊຽນ ກັບຄູ່ເຈລະຈາ ແລະ ຄູ່ຮ່ວມມືພາຍນອກອື່ນໆ ໂດຍສະເພາະທ່າມກາງສະພາບປະຈຸບັນທີ່ພາກພື້ນ ແລະ ໃນໂລກ ປະສົບກັບສິ່ງທ້າທາຍຈາກການລະບາດຂອງໂຄວິດ-19 ພາຍໃຕ້ຄຳຂວັນ: “ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ”. ໃນນີ້, ຜູ້ນໍາອາຊຽນ ໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ 2025 ທີ່ກຳລັງຢູ່ໃນໄລຍະການທົບທວນກາງສະໄໝການຈັດຕັ້ງປະຕິບັດວິໄສທັດດັ່ງກ່າວ ທີ່ກວມເອົາສາມເສົາຄ້ຳ ຄື: ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ.

ພ້ອມນັ້ນ, ປຶກສາຫາລືກັນ ກ່ຽວກັບ ທິດທາງໃນຕໍ່ໜ້າຂອງອາຊຽນ ໂດຍສະເພາະການຟື້ນຟູເສດຖະກິດສັງຄົມຮອບດ້ານຫລັງໂຄວິດ-19. ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ, ໄດ້ຕີລາຄາສູງ ກ່ຽວກັບຜົນສຳເລັດຂອງອາຊຽນ ໃນປີຜ່ານມາ ແລະ ໄດ້ຢໍ້າຄືນການສືບຕໍ່ເພີ່ມທະວີການຮ່ວມມືກັນ ເພື່ອປ້ອງກັນບໍ່ໃຫ້ພະຍາດໂຄວິດ-19 ກັບຄືນມາລະບາດຮອບໃໝ່ ໂດຍສືບຕໍ່ການແລກປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນໃນການສະກັດກັ້ນ, ປິ່ນປົວ, ຄົ້ນຄວ້າ ແລະ ພັດທະນາ, ແລະ ຜະລິດຢາປົວພະຍາດໂຄວິດ ກໍຄື ຢາວັກແຊັງ ໃຫ້ໄດ້ໂດຍໄວ; ການກຽມພ້ອມຟື້ນຟູເສດຖະກິດສັງຄົມຮອບດ້ານຫລັງໂຄວິດ-19 ໂດຍສະເພາະຟື້ນຟູບັນດາຂົງເຂດທີ່ໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແລະ ການເຊື່ອມຈອດອາຊຽນ ເປັນຕົ້ນການຮັບປະກັນຕ່ອງໂສ້ດ້ານການຄ້າ, ສະຖຽນລະພາບຂອງການລົງທຶນໃນອາຊຽນ, ແກ້ໄຂບັນຫາໄພຫວ່າງງານ ແລະ ຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ, ເຊິ່ງທັງໝົດນີ້ໄດ້ປະກອບສ່ວນເຂົ້າໃນການຫລຸດຜ່ອນຄວາມແຕກໂຕນດ້ານການພັດທະນາ ລະຫວ່າງປະເທດອາຊຽນດ້ວຍກັນ ແລະ ສ້າງຄວາມເຂັ້ມແຂງຮອບດ້ານໃຫ້ແກ່ປະຊາຄົມອາຊຽນ, ລວມທັງ ການປັບຕົວຂອງສັງຄົມເຂົ້າກັບສະພາບວິຖີຊີວິດໃໝ່ (New Normal).

ພ້ອມກັນນີ້, ບັນດາຜູ້ນໍາອາຊຽນ ຍັງໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະ ກ່ຽວກັບ ການພົວພັນຮ່ວມມືອາຊຽນກັບພາຍນອກ ແລະ ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ. ໃນນີ້, ໄດ້ຕີລາຄາສູງຕໍ່ຜົນສຳ ເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມເປັນແກນກາງຂອງອາຊຽນ, ແລະ ໃນການພັດທະນາເສດຖະກິດ-ສັງຄົມຂອງອາຊຽນ ໂດຍສະເພາະສົ່ງເສີມຄວາມພະຍາຍາມຂອງອາຊຽນ ໃນການຕ້ານ, ຮັບມື ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແລະ ສະໜັບສະໜູນກອງທຶນສຸກເສີນອາຊຽນ ເພື່ອຮັບມື ແລະ ແກ້ໄຂພະຍາດໂຄວິດ ແລະ ຄັງແຮສຸກເສີນພາກພື້ນອາຊຽນດ້ານຢາປົວພະຍາດ ແລະ ອຸປະກອນການແພດ. ກອງປະຊຸມ ໄດ້ຮັບຮອງເອົາ 2 ເອກະສານສຳຄັນ ຄື: 1. ຖະແຫລງການວິໄສທັດຂອງຜູ້ນຳອາຊຽນ ວ່າດ້ວຍ ອາຊຽນທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ; 2. ຖະແຫລງການອາຊຽນ ວ່າດ້ວຍ ການພັດທະນາຊັບພະຍາກອນມະນຸດ ເພື່ອຮອງຮັບການປ່ຽນແປງອາຊີບທີ່ເກີດຂຶ້ນໃໝ່ໃນອະນາຄົດ.

ໃນໂອກາດກອງປະຊຸມສຸດຍອດອາຊຽນຄັ້ງນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ເຂົ້າຮ່ວມກອງປະຊຸມພິເສດຂອງຜູ້ນຳອາຊຽນ ກ່ຽວກັບ: “ການສ້າງຄວາມເຂັ້ມແຂງແກ່ແມ່ຍິງໃນຍຸກດີຈີຕອນ; ໄດ້ພົບປະກັບສະມັດຊາລັດຖະສະພາອາຊຽນ (AIPA)”; ສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC) ແລະ ຊາວໜຸ່ມອາຊຽນ ແບບທາງໄກ, ເຊິ່ງໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນເຂົ້າໃນການສືບຕໍ່ສ້າງປະຊາຄົມອາຊຽນຂອງ 3 ອົງການຈັດຕັ້ງດັ່ງກ່າວ ໃນໄລຍະທີ່ຜ່ານມາ ແລະ ສະເໜີໃຫ້ສືບຕໍ່.

ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດອາຊຽນ ຄ ງທ 36 ແລະ ກອງປະຊ ມທ ກ ຽວຂ ອງອ ນໆ ແບບທາງໄກ ຫວຽດນາມ ຈັດພິທີໄຂກອງປະຊຸມສຸດຍອດອາຊຽນ ຄັ້ງທີ 36

ຍສໝ - ຕອນເຊົ້າວັນທີ 26 ມິຖຸນາ, ທີ່ສູນປະຊຸມສາກົນນະຄອນຫຼວງຮ່າໂນ້ຍ ໄດ້ໄຂຂຶ້ນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ດ້ວຍຮູບການອອນລາຍ ຢ່າງເປັນທາງການ.

ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດອາຊຽນ ຄ ງທ 36 ແລະ ກອງປະຊ ມທ ກ ຽວຂ ອງອ ນໆ ແບບທາງໄກ ນາຍົກລັດຖະມົນຕີ ຄາດປີນີ້ເສດຖະກິດລາວ ຈະຂະຫຍາຍຕົວລະດັບ 3,6%

ສຳລັບປັດໄຈທີ່ເຮັດໃຫ້ GDP ຂະຫຍາຍຕົວໃນລະດັບ 3,6% ໃນ 2020 ມີດັ່ງນີ້: ຂະແໜງກະສິກຳ: ຂະຫຍາຍຕົວ 2,3% ຫລຸດແຜນການ 0,4%, ເຖິງວ່າຈະບໍ່ບັນລຸຕາມແຜນການທີ່ວາງໄວ້ແຕ່ເຫັນວ່າປະຊາຊົນ ໄດ້ຫັນມາສູ່ການຜະລິດກະສິກໍາ ເພື່ອສະໜອງພາຍໃນເພີ່ມຂຶ້ນ ຕາມຄວາມຕ້ອງການຂອງຕະຫລາດຍ້ອນການຈໍາກັດການສົ່ງອອກສິນຄ້າກະສິກໍາ ຂອງປະເທດເພື່ອນບ້ານ ເຮັດໃຫ້ການບໍລິໂພກຜະລິດຕະພັນພາຍໃນຫລາຍຂຶ້ນ.

ນາຍ ກລ ດຖະມ ນຕ ເຂ າຮ ວມກອງປະຊ ມສ ດຍອດອາຊຽນ ຄ ງທ 36 ແລະ ກອງປະຊ ມທ ກ ຽວຂ ອງອ ນໆ ແບບທາງໄກ ຫວຽດນາມ ກະກຽມຢ່າງຕັ້ງໜ້າ ເພື່ອເປັນເຈົ້າພາບ ໃນການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 36

ຍສໝ - ວັນທີ 18 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ລະດັບຮອງລັດຖະມົນຕີການຕ່າງປະເທດ ໄດ້ດຳເນີນໃນຮູບແບບການປະຊຸມອອນລາຍ.

kpl.gov.la

ເຫດການ
302 Found

Found

The document has moved here.