ບັນດາວິສາຫະກິດຫວຽດນາມ ຢູ່ ອົດສະຕາລີ ໄດ້ປະກອບສ່ວນຫຼາຍຢ່າງ ເຂົ້າໃນການພົວພັນດ້ານການຄ້າສອງປະເທດ

16:30 | 07/12/2020

ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທັງ ໃຫ້ຮູ້ວ່າ ການພົວພັນດ້ານການຄ້າຫວຽດນາມ - ອົດສະຕາລີ ຈະສືບຕໍ່ຂະຫຍາຍຕົວໃນປີ 2020, ໃນນັ້ນມີການປະກອບສ່ວນສຳຄັນ ຂອງບັນດາວິສາຫະກິດຫວຽດນາມຢູ່ອົດສະຕາລີ.

ບ ນດາວ ສາຫະກ ດຫວຽດນາມ ຢ ອ ດສະຕາລ ໄດ ປະກອບສ ວນຫ າຍຢ າງ ເຂ າໃນການພ ວພ ນດ ານການຄ າສອງປະເທດ ເພີ່ມທະວີການພັດທະນາສາຍສຳພັນການທູດ ລາວ - ອົດສະຕາລີ ໃຫ້ນັບມື້ນັບຈະເລີນງອກງາມຂຶ້ນ
ບ ນດາວ ສາຫະກ ດຫວຽດນາມ ຢ ອ ດສະຕາລ ໄດ ປະກອບສ ວນຫ າຍຢ າງ ເຂ າໃນການພ ວພ ນດ ານການຄ າສອງປະເທດ ກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 2

ທ່ານຫງວຽນເຕີດແທັງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳອົດສະຕາລີ ໄດ້ເນັ້ນໜັກວ່າ ການເຕີບໃຫຍ່ດ້ານການຄ້າສອງປະເທດ ຫວຽດນາມ - ອົດສະຕາລີ ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ໂດຍ ບັນດາວິສາຫະກິດຂອງສອງປະເທດ, ໃນນັ້ນມີວິສາຫະກິດຫວຽດນາມຢູ່ອົດສະຕາລີເວົ້າລວມ ແລະ ນະຄອນຫຼວງ Sydney ເວົ້າສະເພາະ.

ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ ໄດ້ກ່າວວ່າ ໃນສະພາບການຂອງການລະບາດ COVID-19 ໄດ້ແຜ່ລາມໄປທົ່ວໂລກ ເຊິ່ງໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງ ຕໍ່ເສດຖະກິດຂອງບັນດາປະເທດສ່ວນໃຫຍ່ໃນໂລກ, ສົ່ງຜົນໃຫ້ວົງເງິນການຄ້າທັງໝົດຂອງໂລກ ແລະ ຂອງອົດສະຕາລີຫຼຸດລົງ, ແຕ່ວ່າມູນຄ່າການຄ້າລະຫວ່າງຫວຽດນາມ ແລະ ອົດສະຕາລີ ຍັງເພີ່ມຂຶ້ນ 2,2% ໃນໄລຍະແຕ່ວັນທີ 1 ຕຸລາ 2020.

ບ ນດາວ ສາຫະກ ດຫວຽດນາມ ຢ ອ ດສະຕາລ ໄດ ປະກອບສ ວນຫ າຍຢ າງ ເຂ າໃນການພ ວພ ນດ ານການຄ າສອງປະເທດ
ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ ກ່າວຄຳເຫັນທີ່ພິທີສະຫຼຸບສັງລວມການດຳເນີນງານຂອງວິສາຫະກິດຫວຽດນາມ ໃນປີ 2020 ຢູ່ Sydney. (ພາບ: Vietnamplus)

ຕາມທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ ແລ້ວ, ເປັນເວລາຫຼາຍປີ, ພິເສດແມ່ນນັບແຕ່ເມື່ອ ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ໃນເດືອນມີນາ 2018, ສາຍພົວພັນລະຫວ່າງຫວຽດນາມ ແລະ ອົດສະຕາລີ ໄດ້ນັບມື້ນັບຮັບການເປີດກວ້າງ ແລະ ພັດທະນາ.

ຫວ່າງມໍ່ໆມານີ້, ໃນວັນທີ 5 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ລັດຖະມົນຕີການຕ່າງປະເທດອົດສະຕາລີ ທ່ານ Marise Payne ໄດ້ລົງນາມຢ່າງເປັນທາງການ ກ່ຽວກັບແຜນການປະຕິບັດງານ ເພື່ອຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໂດຍອີງໃສ່ສາມເສົາຄ້ຳຕົ້ນຕໍ ແມ່ນເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ສະຕິປັນຍາ, ການປະດິດສ້າງ. ນີ້ຈະແມ່ນພື້ນຖານໃຫ້ແກ່ການຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງສອງປະເທດ ໃຫ້ມີຄວາມສອດຄ່ອງ ແລະ ແທດເໝາະກັບຕົວຈິງ, ພິເສດແມ່ນໃນຂົງເຂດເສດຖະກິດ.

ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ ໄດ້ເນັ້ນໜັກວ່າ ສະຖານທູດຫວຽດນາມ ແລະ ບັນດາອົງການຕາງໜ້າຂອງຫວຽດນາມຢູ່ອົດສະຕາລີ ຈະເຮັດທຸກສິ່ງທຸກຢ່າງ ເພື່ອໜູນຊ່ວຍບັນດາວິສາຫະກິດຂອງສອງປະເທດ, ໃນນັ້ນມີວິສາຫະກິດຫວຽດນາມ ຢູ່ Sydney ໄດ້ພັດທະນາການເຄື່ອນໄຫວທຸລະກິດ, ການຮ່ວມມືທີ່ເຂັ້ມແຂງກວ່າເກົ່າ ໃນຫຼາຍຂົງເຂດໃນອະນາຄົດອັນໃກ້ນີ້.

ທ່ານເອກອັກຄະລັດຖະທູດ ຫງວຽນເຕີດແທັງ ກໍ່ໄດ້ໃຫ້ຫູ້ວ່າ ພ້ອມກັບຫຼາຍກິດຈະກຳ ເພື່ອເພີ່ມທະວີການເຊື່ອມຕໍ່ ແລະ ຂະຫຍາຍເຄືອຂ່າຍສະມາຊິກ, ມີຫຼາຍວິສາຫະກິດຫວຽດນາມຢູ່ອົດສະຕາລີ ກໍ່ໄດ້ຈັດຕັ້ງໃຫ້ບັນດາສະມາຊິກເຂົ້າຮ່ວມການໂຄສະນາ, ຈຳໜ່າຍຜະລິດຕະພັນ ແລະ ສິນຄ້າຂອງຫວຽດນາມຢູ່ທ້ອງຖິ່ນ; ແລະ ໂດຍສະເພາະ, ໃນໄລຍະຜ່ານມາເມື່ອໄພພາຍຸ ແລະ ນ້ຳຖ້ວມຢ່າງຮ້າຍແຮງໄດ້ທຳລາຍ ໃນພື້ນທີ່ສູນກາງພາກກາງຫວຽດນາມ, ນັກທຸລະກິດ VEAS ຢູ່ອົດສະຕາລີ ໄດ້ປະກອບສ່ວນ ແລະ ສົ່ງກັບຄືນປະເທດ ຈຳນວນເງິນ 15,000 USD ເພື່ອຊ່ວຍກໍ່ສ້າງເຮືອນຢູ່ບ້ານທີ່ປ້ອງກັນ ແລະ ຕ້ານໄພນ້ຳຖ້ວມ.

ບ ນດາວ ສາຫະກ ດຫວຽດນາມ ຢ ອ ດສະຕາລ ໄດ ປະກອບສ ວນຫ າຍຢ າງ ເຂ າໃນການພ ວພ ນດ ານການຄ າສອງປະເທດ ກອງປະຊຸມທາງອອນລາຍລັດຖະມົນຕີກະຊວງການຕ່າງປະເທດ ປະຈຳປີ ລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຄັ້ງທີ 2

ຍ​ສ​ໝ - ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາກົນໄກ, ເວທີປາໄສພາກພື້ນ ແລະ ສາກົນເປັນຕົ້ນແມ່ນ ສປຊ, ອາຊຽນ/ EAS, ອະນຸພາກພື້ນແມ່ນ້ຳຂອງ…

ບ ນດາວ ສາຫະກ ດຫວຽດນາມ ຢ ອ ດສະຕາລ ໄດ ປະກອບສ ວນຫ າຍຢ າງ ເຂ າໃນການພ ວພ ນດ ານການຄ າສອງປະເທດ ອົດສະຕາລີ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຈາກໄພທຳມະຊາດ

ຍສໝ - ທ່ານ Scott Morrison - ນາຍົກລັດຖະມົນຕີອົດສະຕາລີ ໄດ້ສົ່ງຈົດໝາຍຢ້ຽມຢາມຖາມຂ່າວ ກ່ຽວກັບສະພາບນໍ້າຖ້ວມທີ່ແກ່ຍາວຢູ່ໃນປະເທດຫວຽດນາມ ແລະ ໄດ້ຢືນຢັນວ່າ ອົດສະຕາລີພ້ອມແລ້ວທີ່ຈະເພີ່ມການຊ່ວຍເຫຼືອສຸກເສີນ ແລະ ການຊ່ວຍເຫຼືອໃນການຟື້ນຟູໄລຍະຍາວໃຫ້ແກ່ຫວຽດນາມ.

ບ ນດາວ ສາຫະກ ດຫວຽດນາມ ຢ ອ ດສະຕາລ ໄດ ປະກອບສ ວນຫ າຍຢ າງ ເຂ າໃນການພ ວພ ນດ ານການຄ າສອງປະເທດ ສຳນັກຂ່າວສານ ABC ຂອງປະເທດ ອົດສະຕາລີ: ຫວຽດນາມ ສະກັດກັ້ນໂລກລະບາດໂຄວິດ-19 ຄັ້ງທີ 2 ຢ່າງວ່ອງໄວ, ມີປະສິດທິຜົນ ແລະ ບໍ່ສິ້ນເປືອງ

ຍສໝ - ABC ຖືວ່າໂລກລະບາດໂຄວິດ-19 ຄັ້ງທີ 2 ແຜ່ລະບາດຢູ່ນະຄອນ ດ່າໜັງ ນັບແຕ່ທ້າຍເດືອນ ກໍລະກົດ ແຕ່ຍ້ອນການປິກເມືອງໂດຍໄວ ພ້ອມກັບການຄວບຄຸມການໄປມາເຂົ້ານະຄອນນີ້ຢ່າງເຄັ່ງຄັດ ໄດ້ຈຳກັດການຕິດແປດຂອງໂລກລະບາດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.