ການນໍາແຂວງໄຊຍະບູລີ ວາງພວງມະລາ ໂອກາດວັນຊາດ ຄົບຮອບ 45 ປີ

16:00 | 06/12/2020

ການວາງພວງມະລາຄັ້ງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດ ກໍຄື ບັນດານັກຮົບປະຕິວັດ ທີ່ເສຍສະຫລະຊີວິດ ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງພິລະອາດຫານ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ.

ລາວ: ບັນດາການເຄື່ອນໄຫວ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ
ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ
ການນໍາແຂວງໄຊຍະບູລີ ວາງພວງມະລາ ໂອກາດວັນຊາດ ຄົບຮອບ 45 ປີ
ການນໍາແຂວງໄຊຍະບູລີ ວາງພວງມະລາ ໂອກາດວັນຊາດ ຄົບຮອບ 45 ປີ

ການນຳແຂວງໄຊຍະບູລີ ນໍາໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊຍະບູລີ ແລະ ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ກົມກອງ ແລະ ອົງການຈັດຕັ້ງມະຫາຊົນ ທົ່ວແຂວງ ເຂົ້າວາງພວງມາລາທີ່ອະນຸສາວະລີນັກຮົບນິລະນາມ ໃນຕອນເຊົ້າວັນທີ 5ທັນວາ 2020 ເນື່ອງໃນໂອກາດສະເຫລີມສະຫລອງວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ (02 ທັນວາ 1975-02 ທັນວາ 2020).

ການວາງພວງມະລາຄັ້ງນີ້, ກໍເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດ ກໍຄື ບັນດານັກຮົບປະຕິວັດ ທີ່ເສຍສະຫລະຊີວິດເລືອດເນື້ອເພື່ອພາລະກິດປະຕິວັດຢ່າງພິລະອາດຫານ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໂດຍສະເພາະແມ່ນ ຄວາມກະຕັນຍູຮູ້ບຸນຄຸນເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດ, ກໍຄື ນັກຮົບປະຕິວັດຂອງແຂວງໄຊຍະບູລີ ທີ່ເສຍສະຫລະຊີວິດເລືອດເນື້ອ ເພື່ອດິນແດນອັນຄົບຖ້ວນຂອງແຂວງ ແລະ ປະຊາຊົນຢ່າງອົງອາດກ້າຫານ, ເຊິ່ງຄຸນງາມຄວາມດີອັນໃຫຍ່ຫລວງນັ້ນ ໄດ້ຖືກຈາລຶກໄວ້ໃນ ຄວາມຊົງຈໍາຂອງປະຊາຊົນບັນດາເຜົ່າໃນທົ່ວແຂວງໄຊຍະບູລີ ຕະຫລອດຊົ່ວກາລະນານ.

ລາວ: ບັນດາການເຄື່ອນໄຫວ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ

ບັນດາການນຳ, ອະດິດການນຳພັກ-ລັດ, ພະເຖລະນຸເຖລະ, ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຕ່າງໆ ຈຳນວນ 700 ກວ່າຄົນ ໄດ້ມາເຕົ້າໂຮມກັນ ຢູ່ທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ ໃນຕອນເຊົ້າ ວັນທີ 2 ທັນວາ 2020 ເພື່ອສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປຊົນລາວທັງຊາດ ຄົບຮອບ 100 ປີ.

ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ເມື່ອບໍ່ດົນມານີ້, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງຫລວງພະບາງ, ທ່ານ ຫງວຽນດັ້ງຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ພາກເໜືອ ແຂວງຫລວງພະບາງ ສປປ.ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕາດອກໄມ້ເຂົ້າອວຍ ພອນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ເນື່ອງໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.

ວາລະສານ ຍຸກສະໄໝ ອວຍພອນ ສະຖານທູດ ສປປ.ລາວ ປະຈຳ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”

kpl.gov.la

ເຫດການ
302 Found

Found

The document has moved here.