ອາຊຽນ - ນອກແວ: ຊຸກຍູ້ການຮ່ວມມື

16:00 | 08/05/2019

ຍສໝ - ຫວ່າງແລ້ວນີ້, ກອງປະຊຸມຄັ້ງທີ 4 ຄະນະກໍາມະການຮ່ວມມືຮ່ວມຕາມຂົງເຂດ ລະຫວ່າງ ອາຊຽນ - ນອກແວ ໄດ້ຈັດຂຶ້ນຢູ່ສໍານັກງານຄະນະເລຂາອາຊຽນ ທີ່ ນະຄອນຫຼວງ ຈາກາກຕາ ຂອງ ອິນໂດເນເຊຍ.

ອາຊຽນ - ນອກແວ: ຊຸກຍູ້ການຮ່ວມມື

ອາຊຽນ - ນອກແວ: ຊຸກຍູ້ການຮ່ວມມື

ທີ່ກອງປະຊຸມ, ບັນດາເຈົ້າໜ້າທີ່ ອາຊຽນ ແລະ ນອກແວ ໄດ້ແລກປ່ຽນກ່ຽວກັບສະພາບການຂອງບັນດາຝ່າຍ, ສໍາຫຼວດກວດຄືນການຮ່ວມມືໃນຂອບເຂດການພົວພັນຄູ່ຮ່ວມມືເຈລະຈາ ຕາມຂົງເຂດ ລະຫວ່າງ ອາຊຽນ - ນອກແວ ໃນໄລຍະຜ່ານມາ, ພິເສດ ແມ່ນສະພາບການຜັນຂະຫຍາຍ ແຜນການໃຫ້ບຸລິມະສິດຄູ່ຮ່ວມມືເຈລະຈາຕາມຂົງເຂດ ລະຫວ່າງ ອາຊຽນ - ນອກແວ.

ອາຊຽນຕີລາຄາສູງການພົວພັນຮ່ວມມືສອງຝ່າຍ, ເນັ້ນເຖິງເລື່ອງເພີ່ມທະວີການຮ່ວມມືກັບນອກແວໃນບັນດາຂົງເຂດເປັນຕົ້ນຄື: ການຄ້າ ແລະ ພັດທະນາບັນດາວິສາຫະກິດຂະໜາດໜ້ອຍທີ່ສຸດ, ຂະໜາດໜ້ອຍ ແລະ ຂະໜາດກາງ ແລະ ອື່ນໆ.

ທີ່ກອງປະຊຸມ, ນອກແວ ໄດ້ຢັ້ງຢືນວ່າຖືເປັນສໍາຄັນການຮ່ວມມືກັບອາຊຽນ, ພ້ອມກັນນັ້ນສືບຕໍ່ໜູນຊ່ວຍ ອາຊຽນ ກໍ່ສ້າງປະຊາຄົມ ອາຊຽນ ແລະ ປະຕິບັດ ວິໄສທັດ ອາຊຽນ ຮອດປີ 2025, ຮັດແຄບຄວາມແຕກໂຕນກັນໃນການພັດທະນາ ແລະ ຜັນຂະຫຍາຍຂໍ້ລິເລີ່ມ ເຊື່ອມໂຍງ ອາຊຽນ, ຊຸກຍູ້ການຮ່ວມມືຢ່າງແທດຈິງໃນບັນດາຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ.

(ໄຊພອນ)

ເຫດການ
302 Found

Found

The document has moved here.