ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື​ທີ ສອງ​ທີ່ກອງ​ປະ​ຊຸມ​ສຸດຍອດ G20

06:30 | 24/11/2020

ຍ​ສ​ໝ -  ທ່ານນາຍົກລັດຖະມົນຕີ ຫງວຽນ​ຊວັນ​ຟຸກ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ປາຣີ, ຈະມານະພະຍາມຫຼຸດຜ່ອນປະລິມານການປ່ອຍອາຍພິດເຮືອນແກ້ວອອກຮອດປີ 2030 ລົງ 9% ດ້ວຍແຫຼ່ງກຳລັງພາຍໃນ ແລະ ອາດຈະຫຼຸດລົງ 27% ເມື່ອມີບັນດາການໜູນຊ່ວຍຈາກກຳລັງສາກົນ.

ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ສ ນ ຕ ພາບ ສະ ຖຽນ ລະ ພາບ ການ ຮ ວມ ມ ກ ນ ພ ດ ທະ ນາ ແມ ນ ເງ ອນ ໄຂ ບ ລ ມະ ສ ດ ໃຫ ແກ ການ ພ ດ ທະ ນາ ແບບ ຍ ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20
ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ສ ນ ຕ ພາບ ສະ ຖຽນ ລະ ພາບ ການ ຮ ວມ ມ ກ ນ ພ ດ ທະ ນາ ແມ ນ ເງ ອນ ໄຂ ບ ລ ມະ ສ ດ ໃຫ ແກ ການ ພ ດ ທະ ນາ ແບບ ຍ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20
ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ສ ນ ຕ ພາບ ສະ ຖຽນ ລະ ພາບ ການ ຮ ວມ ມ ກ ນ ພ ດ ທະ ນາ ແມ ນ ເງ ອນ ໄຂ ບ ລ ມະ ສ ດ ໃຫ ແກ ການ ພ ດ ທະ ນາ ແບບ ຍ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ເຂົ້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື​ທີ ສອງ​ທີ່ກອງ​ປະ​ຊຸມ​ສຸດຍອດ G20

ໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດຍອດ G20 ທາງ​ອອນ​ລາຍ ທີ່​ໄດ້​ດຳ​ເນີນ​ໃນ​ວັນ​ທີ 22 ພະ​ຈິກ 2020, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໄດ້​ເຂົ​້າ​ຮ່ວມ​ວາ​ລະ​ປຶກ​ສາ​ຫາ​ລື​ທີ 2 ດ້ວຍ​ຫົວ​ຂໍ້​ “ສ້າງອະນາຄົດແບບຍືນຍົງ, ກວມລວມ ແລະ ມີກຳລັງຕ້ານທານ”.

ທີ່ກອງ​ປະ​ຊຸມ, ບັນ​ດາ​ການ​ນຳ G20 ໄດ້​ເນັ້ນ​ໜັກ​ວ່າ ໂລກ​ລະ​ບາດ ໂຄວິດ - 19 ໄດ້​ເຮັດ​ໃຫ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການແກ້​ໄຂ​ສະ​ພາບ​ການ​ທຸກ​ຍາກ​ອຶດ​ຫີວ, ບໍ່​ມີ​ຄວາມ​ສະ​ເໝີ​ພາບ, ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ປາຣີ, ຈະມານະພະຍາມຫຼຸດຜ່ອນປະລິມານການປ່ອຍອາຍພິດເຮືອນແກ້ວອອກຮອດປີ 2030 ລົງ 9% ດ້ວຍແຫຼ່ງກຳລັງພາຍໃນ ແລະ ອາດຈະຫຼຸດລົງ 27% ເມື່ອມີບັນດາການໜູນຊ່ວຍຈາກກຳລັງສາກົນ. ການ​ແກ້​ໄຂ​ການ​ເຊື່ອມ​ທາດ​ສິ່ງ​ແວ​ດ​ລ້ອມ, ພັດ​ທະ​ນາ​ແບບ​ຍືນ​ຍົງ​ນັບ​ມື້​ນັບ​ສຳ​ຄັນ​ກ່​ວາ​ໝູ່. ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ ປາ​ຣີ​ກ່ຽວ​ກັບ​ການ​ປ່​ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ຢ່າງ​ຄົບ​ຖ້ວນ, ໃນ​ນັ້ນ​ ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ໄດ້​ລະ​ດົມ​ເງິ​ນ ເປັນ​ຈຳ​ນວນ 100 ຕື້ USD ຕໍ່​ປີ ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ​ຜັນ​ຂະ​ຫຍາຍ​ສົນ​ທິ​ສັນ​ຍາ.

ທີ່ກອງ​ປະ​ຊຸມ, ບັນ​ດາ​ການ​ນຳ​ໄດ້​ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ​ການ​ສ້າງ “ພື້ນ​ຖານ​ເສດ​ຖະ​ກິດ ກາ​ກບອນ ໝູນ​ວຽນ”, ຍູ້​ແຮງ​ການ​ນຳ​ໃຊ້​ພະ​ລັງ​ງານ​ສະ​ອາດ, ສະ​ຖຽນ​ລະ​ພາບ, ປອດ​ໄພ, ຍືນ​ຍົງ​ດ້ວຍ​ລາ​ຄາ​ທີ່​ເໝາະ​ສົມ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ ເພື່ອ​ແນ​ໃສ່ຫຼຸດ​ຜ່ອນ​ການ​ມົດ​ລະ​ພິດ​ສິ່ງ​ແວ​ດ​ລ້ອມ, ປົກ​ປັກ​ຮັກ​ສາ​ລະ​ບົບ​ນິ​ເວດ ແລະ ຊີ​ວະ​ນາ​ໆ​ພັນ, ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ການ ແລະ ການ​ຄຸ້ມ​ຄອງ​ແຫຼ່ງ​ນ້ຳ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ສັນຕິພາບ, ສະຖຽນລະພາບ, ການຮ່ວມມືພ້ອມກັນພັດທະນາ ແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມ. ສິ່ງດັ່ງກ່າວ ພຽງແຕ່ບັນລຸໄດ້ໃນຂະນະທີ່ການພົວພັນສາກົນໄດ້ຮັບການຮັກສາ ຜ່ານລະບົບຫຼາຍຝ່າຍ ໂດຍອີງໃສ່ລະບຽບກົດໝາຍ, ບັນດາປະເທດພ້ອມກັນເຄົາລົບ, ຮັບຮູ້, ເຈລະຈາ, ຮ່ວມມື ແລະ ໄວ້ເນືຶ້ອເຊື່ອໄວເຊິ່ງກັນແລະກັນ. ນີ້ແມ່ນປະຖົມປັດໄຈສຳຄັນເພື່ອໃຫ້ G20, ສປຊ ແລະ ບັນດາກົນໄກຫຼາຍຝ່າຍ ເສີມຂະຫຍາຍບົດບາດໃນການແກ້ໄຂບັນດາບັນຫາຂອງທົ່ວໂລກໃນສະພາບການໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ:

“ເພື່ອປະຕິບັດສຳເລັດເປົ້າໝາຍຂອງ ສປຊ ກ່ຽວກັບການພັດທະນາແບບຍືນຍົງ (SDG) ຮອດປີ 2030, ຄຳໝັ້ນສັນຍາ ປາຣີ ກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດນັ້ນ, ບັນດາປະເທດຕ້ອງມີຄວາມຕັດສິນໃຈດ້ານການເມືອງສູງ, ມານະພະຍາຍາມປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ, ຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດສະຫຼັບກັບໂຄງການພັດທະນາຂອງແຕ່ລະປະເທດ. ຫວັງວ່າ ບັນດາປະເທດ G20 ຈະໃຫ້ການໜູນຊ່ວຍດ້ານການເງິນ ແລະ ເຕັກໂນໂລຢີສູງໃຫ້ແກ່ບັນດາປະເທດພວມພັດທະນາປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ ຜ່ານການເຂົ້າຮ່ວມລະບົບສະໜອງທົ່ວໂລກ, ສຳຜັດກັບຕະຫຼາດ ແລະ ບັນດາແຫຼ່ງທຶນກູ້ຢືມບຸລິມະສິດ, ພ້ອມທັງຍູ້ແຮງການຮ່ວມມືຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ມົນລະພິດສິ່ງແວດລ້ອມ”.

ທ່ານນາຍົກລັດຖະມົນຕີ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຜັນຂະຫຍາຍຂໍ້ຕົກລົງ ປາຣີ, ຈະມານະພະຍາມຫຼຸດຜ່ອນປະລິມານການປ່ອຍອາຍພິດເຮືອນແກ້ວອອກຮອດປີ 2030 ລົງ 9% ດ້ວຍແຫຼ່ງກຳລັງພາຍໃນ ແລະ ອາດຈະຫຼຸດລົງ 27% ເມື່ອມີບັນດາການໜູນຊ່ວຍຈາກກຳລັງສາກົນ.

ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ສ ນ ຕ ພາບ ສະ ຖຽນ ລະ ພາບ ການ ຮ ວມ ມ ກ ນ ພ ດ ທະ ນາ ແມ ນ ເງ ອນ ໄຂ ບ ລ ມະ ສ ດ ໃຫ ແກ ການ ພ ດ ທະ ນາ ແບບ ຍ ນາຍົກລັດຖະມົນຕີ ຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສຸດຍອດ G20

ຫົວຂໍ້ຂອງ G20 ປີ 2020 ແມ່ນ “ສ້າງກາລະໂອກາດໃນທົດສະວັດທີ 21 ເພື່ອປະຊາຊົນທຸກຄົນ ໃຫ້ປະກົດຜົນເປັນຈິງ”, ດ້ວຍ 3 ຈຸດໃຈກາງຕົ້ນຕໍແມ່ນ: ມອບສິດໃຫ້ປະຊາຊົນ; ຮັກສາໜ່ວຍໂລກ; ກຳນົດທິດບັນດາຂົງເຂດໃໝ່.

ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ສ ນ ຕ ພາບ ສະ ຖຽນ ລະ ພາບ ການ ຮ ວມ ມ ກ ນ ພ ດ ທະ ນາ ແມ ນ ເງ ອນ ໄຂ ບ ລ ມະ ສ ດ ໃຫ ແກ ການ ພ ດ ທະ ນາ ແບບ ຍ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20

ຍສໝ - ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດ G20 ດ້ວຍຮູບການຖ່າຍທອດສົດ ມີບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດສະມາຊິກ G20 ແລະ ບາງປະເທດທີ່ເປັນແຂກເຊີນ, ພ້ອມດ້ວຍຜູ້ນຳຂອງບັນດາອົງການຈັດຕັ້ງສາກົນທີ່ສຳຄັນ.

ທ ານ ນາ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ສ ນ ຕ ພາບ ສະ ຖຽນ ລະ ພາບ ການ ຮ ວມ ມ ກ ນ ພ ດ ທະ ນາ ແມ ນ ເງ ອນ ໄຂ ບ ລ ມະ ສ ດ ໃຫ ແກ ການ ພ ດ ທະ ນາ ແບບ ຍ ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ G20 ອອນໄລກ່ຽວກັບ COVID-19

ຍສໝ - ຈາກການປະຕິບັດຄວບຄຸມພະຍາດທີ່ດີຂອງ ຫວຽດນາມ, ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ແບ່ງປັນກັບບັນດາຜູ້ນຳ G20 ຫຼາຍມາດຕະການກ່ຽວກັບການຊຸກຍູ້ຮ່ວມມື ແລະ ການປະຕິບັດຮ່ວມກັນໃນການຮັບມືກັບ COVID-19.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.