ຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ 11 ເດືອນຄາດວ່າບັນລຸ 489,1 ຕື້ໂດລາສະຫະລັດ

16:28 | 02/12/2020

ຕາມບົດລາຍງານຂອງກົມໃຫຍ່ສະຖິຕິ ສສ.ຫວຽດນາມ, ຍອດວົງເງິນສົ່ງອອກ, ນໍາເຂົ້າສິນຄ້າ 11 ເດືອນຄາດວ່າບັນລຸ 489,1 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 3,5% ເມື່ອທຽບໃສ່ໄລຍະດຽວກັນປີ 2019.

ຍອດວ ງເງ ນສ ງອອກ ນ າເຂ າສ ນຄ າ 11 ເດ ອນຄາດວ າບ ນລ 489 1 ຕ ໂດລາສະຫະລ ດ ການນໍາພັກ, ລັດ ສປປ. ລາວ ຕ້ອນຮັບ ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ
ຍອດວ ງເງ ນສ ງອອກ ນ າເຂ າສ ນຄ າ 11 ເດ ອນຄາດວ າບ ນລ 489 1 ຕ ໂດລາສະຫະລ ດ ການນຳແຂວງຈຳປາສັກ ຕ້ອນຮັບ ກົງສູນໃຫຍ່ ສສ ຫວຽດນາມ ປະຈຳພາກໃຕ້ລາວ ເຂົ້າອ່ວຍພອນວັນຊາດ ຄົບຮອບ 45 ປີ
ຍອດວ ງເງ ນສ ງອອກ ນ າເຂ າສ ນຄ າ 11 ເດ ອນຄາດວ າບ ນລ 489 1 ຕ ໂດລາສະຫະລ ດ
ພາບປະກອບ

ໃນນັ້ນການສົ່ງອອກບັນລຸ 254,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 5,3% ແລະການນໍາເຂົ້າບັນລຸ 234,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 1,5%. ວົງເງິນສົ່ງອອກສິນຄ້າເດືອນພະຈິກ 2020 ຄາດວ່າບັນລຸ 24,8 ຕື້ໂດລາສະຫະລັດ, ຫຼຸດລົງ 9% ເມື່ອທຽບໃສ່ເດືອນຕຸລາ ແລະເພີ່ມຂຶ້ນ 8,8% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ໄລ່ລວມ 11 ເດືອນຕົ້ນປີ 2020, ວົງເງິນສົ່ງອອກສິນຄ້າຄາດວ່າບັນລຸ 254,6 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 5,3% ເມື່ອທຽບໃສ່ໄລຍະດຽວກັນປີ 2019. ໄລ່ລວມ 11 ເດືອນຕົ້ນປີ 2020, ດຸ່ນການຄ້າສິນຄ້າຄາດວ່າສົ່ງອອກເກີນດຸ່ນ 20,1 ຕື້ໂດລາສະຫະລັດ; ໃນນັ້ນພາຍໃນປະເທດນໍາເຂົ້າເກີນດຸນ 12,4 ຕື້ໂດລາສະຫະລັດ; ພາກສ່ວນລົງທຶນຕ່າງປະເທດສົ່ງອອກເກີນດຸ່ນ 32,5 ຕື້ໂດລາສະຫະລັດ.

ຕມາດທີ I, ເສດຖະກິດຂອງຫວຽດນາມ ບັນລຸລະດັບເຕີບໂຕ 3,82%. ໄຕມາດທີ II, ພື້ນຖານເສດຖະກິດ “ຫຼຸດລົງ”, ລະດັບເຕີບໂຕບັນລຸພຽງແຕ່ 0,39% (ຍ້ອນການກັກບໍລິເວນທົ່ວສັງຄົມ). ໄຕມາດທີ III, ເມື່ອພະຍາດໂຄວິດ-19 ແຜ່ລະບາດຄືນໃໝ່ໃນເດືອນກໍລະກົດ, ບັນດານັກຊ່ຽວຊານເສດຖະກິດເປັນຫວ່ງວ່າສະພາບເສດຖະກິດອາດສາມາດປະສົບກັບຄວາມຫຍຸ້ງຍາກກວ່າ, ເຖິງຢ່າງໃດກໍ່ຕາມ, ເພື່ອພັດທະນາ, ພ້ອມກັບການກະທົບເປັນຢ່າງຕັ້ງໜ້າຈາກບັນດານະໂຍບາຍໜູນຊ່ວຍວິສາຫະກິດ ແລະປະຊາຊົນຂອງລັດຖະບານໄດ້ປະກອບສ່ວນສຳຄັນຊ່ວຍພື້ນຖານເສດຖະກິດຜ່ານຜ່າຄວາມຫຍຸ້ງຍາກຢ່າງໝັ້ນຄົງ.

ບົດລາຍງານຂອງກະຊວງແຜນການ ແລະການລົງທຶນກໍ່ໃຫ້ເຫັນວ່າ, ການເຄື່ອນໄຫວດ້ານການຄ້າ, ການບໍລິການໃນເດືອນກັນຍາ ໄດ້ເຕີບໂຕຄືນໃໝ່, ຕະຫຼາດສິນຄ້າ ແລະຊີວິດການເປັນຢູ່ຂອງປະຊາຊົນຄ່ອຍໆເປັນປົກກະຕິແລ້ວ, ບັນດາສະຖານທີ່ທ່ອງທ່ຽວຢູ່ຫຼາຍແຂວງ, ນະຄອນໄດ້ເປີດປະຕູຄືນໃໝ່. ບັນດາການເຄື່ອນໄຫວກະຕຸກຊຸກຍູ້ການໃຊ້ສອຍ, ການທ່ອງທ່ຽວພວມຜັນຂະຫຍາຍຢ່າງຂ້ຽວຂາດ. ຍອດລະດັບການຂາຍຍ່ອຍສິນຄ້າ ແລະລາຍຮັບຈາກການບໍລິການໃຊ້ສອຍເດືອນ ກັນຍາ 2020 ເພີ່ມ 2,7% ເມື່ອທຽບໃສ່ກັບເດືອນສິງຫາ ແລະເພີ່ມ 4,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ຕາມທ່ານ ຫງວຽນຈີຢູງ ລັດຖະມົນຕີແຜນການ ແລະການລົງທຶນ ສສ.ຫວຽດນາມ ແລ້ວ, ການຄວບຄຸມພະຍາດໂຄວິດ-19 ເປັນຢ່າງດີແມ່ນພື້ນຖານເພື່ອໃຫ້ເສດຖະກິດ 3 ເດືອນທ້າຍປີຟື້ນຟູ. ໃນໄລຍະຈະມາເຖິງ, ຕ້ອງມີກົນໄກ, ມາດຕະການນະໂຍບາຍຢ່າງແຮງ, ຂ້ຽວຂາດເພື່ອສ້າງກຳລັງໜູນໃຫ້ທັງພື້ນຖານເສດຖະກິດ, ກະຕຸກຊຸກຍູ້ໃຫ້ທັງ 3 ກຳລັງໜູນເຕີບໂຕຕົ້ນຕໍ (ການລົງທຶນ, ການສົ່ງອອກ ແລະການໃຊ້ສອຍ) ເພື່ອສູ້ຊົນໃຫ້ບັນລຸຄາດໝາຍຂອງແຜນການພັດທະນາເສດຖະກິດ-ສັງຄົມ ປີ 2020 ໃນລະດັບສູງສຸດ.

ຍອດວ ງເງ ນສ ງອອກ ນ າເຂ າສ ນຄ າ 11 ເດ ອນຄາດວ າບ ນລ 489 1 ຕ ໂດລາສະຫະລ ດ ໄຊຊະນະອັນສະຫງ່າລາສີຂອງການປະຕິວັດລາວຕິດພັນກັບການຊ່ວຍເຫຼືອ ແລະການເສຍສະຫຼະອັນໃຫຍ່ຫຼວງຂອງກອງທັບ ແລະປະຊາຊົນຫວຽດນາມ

ຍ​ສ​ໝ - ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ໄດ້ສຳພາດ ທ່ານນາງ ສູນ​ທອນ ໄຊ​ຍະ​ຈັກ ຫົວໜ້າຄະນະພົວ​ພັນ​ການ​ຕ່າງ​ປະ​ເທດສູນກາງພັກປະຊາຊົນປະຕິວັດລາວ, ກ່ຽວກັບຜົນສຳເລັດຂອງ ລາວ ແລະ ການຮ່ວ​ດຳ​ທາງ​ກັບ ຫວຽດນາມ ໃນ​ໄລ​ຍະເວລາ 45 ປີທີ່​ຜ່ານ​ມາ.

ຍອດວ ງເງ ນສ ງອອກ ນ າເຂ າສ ນຄ າ 11 ເດ ອນຄາດວ າບ ນລ 489 1 ຕ ໂດລາສະຫະລ ດ ສະຖານທູດລາວ ປະຈຳຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 45 ປີ

ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ...

ຍອດວ ງເງ ນສ ງອອກ ນ າເຂ າສ ນຄ າ 11 ເດ ອນຄາດວ າບ ນລ 489 1 ຕ ໂດລາສະຫະລ ດ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ

ຍສໝ - ພ້ອມກັບການທູດລັດ, ການທູດປະຊາຊົນ, ການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດຫວຽດນາມ - ກູບາ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ໄດ້ຮັບການຕີລາຄາສູງຈາກການນຳສອງປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.