ດ່າ​ນັ້ງ ເພີ່ມ​ທະ​ວີ​ກາ​ນ​ຮ່ວມກັບ ສະ​ຫະ​ພາບ ເອີ​ລົບ (EU)

09:46 | 28/11/2020

ຍ​ສ​ໝ - ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ Giorgio Aliberti ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ ສ​ະ​ຫະ​ພາບ ເອີ​ລົບ ແລະ ບັນ​ດາ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ຫະ​ພາບ ເອີ​ລົບ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ດ່າ​ນັ້ງ ກັບ​ທ້ອງ​ຖິ່ນ​ບັນ​ດາ​ປະ​ເທດ​ເອີ​ລົບ.

ດ າ ນ ງ ເພ ມ ທະ ວ ກາ ນ ຮ ວມກ ບ ສະ ຫະ ພາບ ເອ ລ ບ eu ນຳ​ສົ່ງ​ພົນ​ລະ​ເມືອ​ງ​ຫວຽດ​ນາມ ເກືອບ 280 ຄົນ​ຈາກ​ເອີ​ລົບ​ກັບ​ມາ​ປະ​ເທດ
ດ າ ນ ງ ເພ ມ ທະ ວ ກາ ນ ຮ ວມກ ບ ສະ ຫະ ພາບ ເອ ລ ບ eu ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຮນ​ລັງ, ແບນ​ຊິກ ແລະ ບັນ​ດາ​ນັກ​ລົງ​ທຶນ​ເອີ​ລົບ
ດ າ ນ ງ ເພ ມ ທະ ວ ກາ ນ ຮ ວມກ ບ ສະ ຫະ ພາບ ເອ ລ ບ eu
ການ​ໂອ້​ລົມ​ສົນ​ທະ​ນາ

ເນື່ອງ​ໃນ​ການ​ຢ້ຽມ​ຢາມ​ຂອງ​ ຄະ​ນະ​ປະ​ຕິ​ບັດ​ງານສ​ະ​ຫະ​ພາບ​ເອ​ີ​ລົບ ຢູ່ ດ່າ​ນັ້ງ, ວັນ​ທີ 26 ພະ​ຈິກ, ການ​ນຳ​ນະ​ຄອນ​ດ່າ​ນັ້ງ ແລະ ສະ​ຫະ​ພາບ ເອີ​ລົບ (EU) ໄດ້​ຈັດ​ຕັ້ງ “ການ​ໂອ​້​ລົມ​ສົນ​ທະ​ນາ​ເຊື່ອມ​ຕໍ່​ດ່າ​ນັ້ງກັບ ສະ​ຫະ​ພາບ ເອີ​ລົບ”. ດ່າ​ນັ້ງ​ແມ່ນ​ທ້ອງ​ຖິ່ນ​ທີ່​ມີ​ການ​ພົວ​ພັນ​ຮ່ວ​ມ​ມື​ກັບ​ບັນ​ດາ​ປະ​ເທດ​ຂຶ້ນ​ກັບ EU ພິ​ເສດ​ແມ່ນ​ການ​ເຄື່ອນ​ໄຫວ​ນຳ​ເຂົ້າ ສົ່ງ​ອອກ. ໃນ​ບັນ​ດາ​ປີ 2019, 2020 ບັນ​ດາ​ອົງ​ງ​ການຂອງ​ລັດ, ອົງ​ການ​ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ EU ໄດ້​ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ ກ່​ວາ 27,6 ຕື້ ດົ່ງ​ໃຫ້​ແກ່​ນະ​ຄອນ​ດ່າ​ນັ້ງ ເພື່ອ​ປະ​ຕິ​ບັດ ໂຄງ​ການ 21 ແຫ່ງ.

ທ່ານ​ ຮ່​ວຽ​ນ​ດຶກ​ເທີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ນະ​ຄອນ​ດ່າ​ນັ້ງ ຖື​ວ່າການ​ຢ້ຽມ​ຢາມ​ຄັ້ງ​ນີ້​ຂອງ​ຄະ​ນະ​ປະ​ຕິ​ບັດ​ງານ​ໃນ​ສະ​ພາບ​ການ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ສະ​ຫະ​ພາບ ເອີ​ລົບ ກ​ັບ ຫວຽດ​ນາມ ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ດ່າ​ນັ້ງ​ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ພາບ​ພົດ, ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ລະ​ຫວ່າງ ດ່າ​ນັ້ງ ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ​ບັນ​ດາ​ປະ​ເທດ​ເອີ​ລົ​ບ.

ທ່າ​ນ​ຖື​ວ່າ: ກາ​ນ​ພົວ​ພັນ​ລະ​ຫວ່າງ​ທ້ອ​ງ​ຖິ່ນ EU ແລະ ດ່າ​ນັ້ງ ໄດ້​ສຸມ​ໃສ່​ເຂົ້າ​ບັນ​ດາ​ໂຄງ​ການ​ຢ່າງ​ລະ​ອຽດ​ຄື: ສິ່ງ​ແວດ​ລ້ອມ, Startup, ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ນະ​ຄອນ​ອັດ​ສະ​ລິ​ຍະ ແລະ ຄຸ້ມ​ຄອງ​ຕົວ​ເມືອງ. ຕະຫຼາດ​ເອີ​ລົບ​ກ​ໍ່​ແມ່ນ​ຕະຫຼາດ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ດ່າ​ນັ້ງ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ຄະ​ນະ​ປະ​ຕິ​ບັດ​ງານ​ໄດ​ມາ​ຢາມ​ດ່າ​ນັ້ງ ເຊິ່ງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຂອງ​ຄະ​ນະ​ຕໍ່​ນະ​ຄອນນີ້ ແລະ ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ນະ​ຄອນ​ຊຸກ​ຍູ້​ການ​ພົວ​ພັນ​ຄ​ູ່​ຮ່ວມ​ມື.

ທີ່​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ Giorgio Aliberti ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ບັດ​ງານ​ ສ​ະ​ຫະ​ພາບ ເອີ​ລົບ ແລະ ບັນ​ດາ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ສະ​ຫະ​ພາບ ເອີ​ລົບ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ເປັນ​ຂົວ​ເຊື່ອມ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ດ່າ​ນັ້ງ ກັບ​ທ້ອງ​ຖິ່ນ​ບັນ​ດາ​ປະ​ເທດ​ເອີ​ລົບ. ທ່ານ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ​ຈະ​ສືບ​ຕໍ່​ດັດ​ປັບ​ສະ​ພາບ​ແວດ​ລ້​ອມ​ແຫ່ງ​ການ​ລົງ​ທຶນ, ບູ​ລະ​ນະ​ພື້ນ​ຖານ​ໂຄງ​ລ່າງ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ, ວິ​ສາ​ຫະ​ກິດ ເຂົ້າ​ດ່າ​ນັ້ງ ດຳ​ເນີນ​ທຸ​ລະ​ກິດ​ບົນ​ບັນ​ດາ​ຂົງ​ເຂດ​ເຕີບ​ໂຕ​ຂຽວ, ນະ​ຄອນ​ອັດ​ສະ​ລິ​ຍະ, ຫັນ​ເປັນ​ດີ​ຕີ​ຕອນ, ເຕັກ​ໂນ​ໂລ​ຢີ​ສູງ, ການ​ຮ່ວມ​ມື​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກ​າດ.

ດ າ ນ ງ ເພ ມ ທະ ວ ກາ ນ ຮ ວມກ ບ ສະ ຫະ ພາບ ເອ ລ ບ eu ກອງປະຊຸມຫົວເລື່ອງສະເພາະ “EVFTA ແລະ EVIPA - ກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການປະຕິບັດຢ່າງມີປະສິດທິຜົນ”

ຍ​ສ​ໝ - ບັນດາຜູ້ແທນກໍແນະນຳ ແລະ ໄຈ້ແຍກໂດຍສັງເຂບບັນດາຜົນກະທົບຂອງໂລກລະບາດໂຄວິດ - 19 ຕໍ່ພື້ນຖານເສດຖະກິດທົ່ວໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ; ຜົນປະໂຫຍດຂອງພື້ນຖານເສດຖະກິດເມື່ອເຂົ້າຮ່ວມບັນດາສັນຍາການຄ້າເສລີລຸ້ນໃໝ່.

ດ າ ນ ງ ເພ ມ ທະ ວ ກາ ນ ຮ ວມກ ບ ສະ ຫະ ພາບ ເອ ລ ບ eu ສັນຍາການຄ້າເສລີລະຫວ່າງສະຫະພາບເອີລົບ (EU) - ຫວຽດນາມ (EVFTA), ເປັນສັນຍາການຄ້າຮອບດ້ານທີ່ສຸດ

ຍສໝ - ບັນດາສັນຍາການຄ້າສະບັບຕ່າງໆຄື ສັນຍາ EVFTA ມີຜົນສັກສິດກັບຫວຽດນາມ ນັບແຕ່ວັນທີ 1 ສິງຫາ 2020 ເປັນຕົ້ນໄປຈະນຳມາໃຫ້ບັນດາບໍລິສັດຂອງເອີລົບບັນດາໂອກາດສໍາຜັດກັບຕະຫຼາດຫາກໍ່ເກີດຂຶ້ນໃໝ່ ແລະສ້າງວຽກເຮັດງານທໍາໃຫ້ແກ່ຊາວເອີລົບ.

ດ າ ນ ງ ເພ ມ ທະ ວ ກາ ນ ຮ ວມກ ບ ສະ ຫະ ພາບ ເອ ລ ບ eu ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ອາລັກຂາແກ່ການລົງທຶນ (IPA): ຈຸດຂະນະປະຫວັດສາດຂອງສາຍສຳພັນຫວຽດນາມ ແລະ ສະຫະພາບເອີລົບ(EU)

ຍສໝ - ພາຍຫຼັງດຳເນີນການເຈລະຈາ ມາເປັນເວລາ 10 ປີ, ຕອນບ່າຍ ວັນທີ 30 ມິຖຸນາ, ຢູ່ຮ່າໂນ້ຍ, ຫວຽດນາມ ແລະ ສະຫະພາບເອີລົບ(EU) ໄດ້ເຊັນສັນຍາການຄ້າເສລີ 2 ຝ່າຍ (EVFTA) ແລະ ສັນຍາອາລັກຂາແກ່ການລົງທຶນ (IPA).

ບຸນ​ຄົງ

ເຫດການ
302 Found

Found

The document has moved here.