ຫວຽດ​ນາມ ໄຂ​ກອງ​ປະ​ຊຸມ “ພົບປະຍີ່ປຸ່ນ 2020”

11:30 | 27/11/2020

ຍ​ສ​ໝ - ກອງ​ປະ​ຊຸມ “ພົບ​ປະ​ຍີ່​ປຸ່ນ 2020” ນອນ​ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈັດ​ຕັ້ງ​ເປັນ​ປະ​ທານ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ຜ່ານ​ການ​ໜູນ​ຊ່ວຍ​ອຳ​ນາດ​ການ​ປົ​ກ​ຄອງ ແລະ ວິ​ສ​າ​ຫະ​ກິດ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ໃນ​ນັ້ນ​ໄດ້​ສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ, ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ສຳ​ຄັນ ຂອງ ຫວຽດ​ນາມ​ໃນ​ໂລກ.

ຫວຽດ ນາມ ໄຂ ກອງ ປະ ຊ ມ ພ ບປະຍ ປ ນ 2020 ທູດຍີ່ປຸ່ນ ປະຈຳລາວ ເຂົ້າພົບລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ
ຫວຽດ ນາມ ໄຂ ກອງ ປະ ຊ ມ ພ ບປະຍ ປ ນ 2020 ໜັງສືພິມຍີ່ປຸ່ນ: ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດດ້ານເສດຖະກິດຢ່າງດຽວ ຂອງອາຊີຕາເວັນອອກສ່ຽງໃຕ້
ຫວຽດ ນາມ ໄຂ ກອງ ປະ ຊ ມ ພ ບປະຍ ປ ນ 2020
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ (ພາບ: baoquocte.vn)

ຕອນ​ບ່າຍ​ວັນ​ທີ 25 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ສົມ​ທົບ​ກັບ​ສະ​ຖານ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ ຈັດ​ຕັ້ງ​ກອງ​ປະ​ຊຸມ “ພົບ​ປະ​ຍີ່​ປຸ່ນ 2020” ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ອຳ​ນາດ​ການ​ປົກ​ຄອງ ແລະ ວິ​ສ​າ​ຫະ​ກິດ ທ້ອງ​ຖິ່ນ ຫວຽດ​ນາມ, ຊຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍີ່​ປຸ່ນ ໃນ​ບັນ​ດາ​ຂົງ​ເຂດ​ຄື: ກາ​ນ​ລົງ​ທຶນ, ການ​ຄ້າ, ກະ​ສິ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອນ, ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ, ແຫຼ່​ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ການ​ສຶກ​ສາ - ບຳ​ລຸງ​ສ້າງ.

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ບຸ່ຍ​ແທັງ​ເຊີນ​ ຮອງ​ລັດ​ຖະ​ມົນ​ຕີ ຜູ້​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ​ເວົ້າ​ລວມ ແລະ ການ​ຮ່ວມ​ມື​ຂັ້ນ​ທ້ອງ​ຖິ່ນ ຂອງ​ສອງ​ປະ​ເທດ​ເວົ້າ​ສະ​ເພາະ​ຍັງ​​ມີ​ຄວາມ​ສາ​ມາດ​ບົ​່ມ​ຊ້ອນຫຼາຍ​ຢ່າງ ເພື່ອ​ສືບ​ຕໍ່​ພັດ​ທະ​ນາ, ນຳ​ເອົ​າຜົນ​ປະ​ໂຫຍດ​​ມາໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຈະ​ສືບ​ຕໍ່​ສ້າງ​ລະ​ບອບ​ລະ​ບຽບ​ການ​, ນະ​ໂຍ​ບາຍໃຫ້​ສົມ​ບຸນ​ແບບເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ໃນ​ການ​ຮ່ວມ​ມື​ລົງ​ທຶນກັບ​ຕ່າງ​ປະ​ເທດ​ດ້ວຍ​ເປົ້າ​ໝາຍ​ສຸມ​ໃສ່​ ການ​ດຶງ​ດູດ, ການຮ່ວມ​ມື​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ການ​ຄັດ​ເລືອກ, ຖື​ຄຸ​ນ​ນະ​ພາບ, ປະ​ສິດ​ທິ​ຜົນ, ເຕັກ​ໂນ​ໂລ​ຢີ ແລະ ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອ​ມ ​ເປັນເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ.

ທີ່ກອງ​ປະ​ຊຸມ, ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ສະ​ຖານ​ທູດ ແລະ ບັນ​ດາ​ອົງ​ການ​ຍີ່​ປຸ່ນ, ການ​ນຳ​ບັນ​ດາ​ທ້ອງ​ຖິ່ນ​ຫວຽດ​ນາມ ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ລົງ​ທຶນ.

ກອງ​ປະ​ຊຸມ “ພົບ​ປະ​ຍີ່​ປຸ່ນ 2020” ນອນ​ໃນ​ຂອບ​ເຂດ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈັດ​ຕັ້ງ​ເປັນ​ປະ​ທານ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ໃນ​ຊຸມ​ປີ​ທີ່​ຜ່ານ​ມາ ຜ່ານ​ການ​ໜູນ​ຊ່ວຍ​ອຳ​ນາດ​ການ​ປົ​ກ​ຄອງ ແລະ ວິ​ສ​າ​ຫະ​ກິດ​ບັນ​ດາ​ທ້ອງ​ຖິ່ນ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ໃນ​ນັ້ນ​ໄດ້​ສຸມ​ໃສ່​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ, ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຄູ່​ຮ່ວມ​ມື​ສຳ​ຄັນ ຂອງ ຫວຽດ​ນາມ​ໃນ​ໂລກ.

ຫວຽດ ນາມ ໄຂ ກອງ ປະ ຊ ມ ພ ບປະຍ ປ ນ 2020 ທູດຍີ່ປຸ່ນ ປະຈຳລາວ ເຂົ້າພົບລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ

ໃນວັນທີ 25 ພະຈິກ 2020, ທີ່ນະຄອນຫລວງວຽງຈັນ, ທ່ານ ທາ ເກວະກະ ເຄໂຊ ເອກອັກຄະຣາຊະທູດຍີປຸ່ນ ປະຈຳ ສປປ ລາວ ໄດ້ເຂົ້າພົບປະ ແລະ ສະແດງ ຄວາມຍິນດີ, ຊົມເຊີຍ ຕໍ່ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີ ປະຈຳສຳນັກງານ ນາຍົກລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ ເນື່ອງໃນໂອກາດ ໄດ້ດຳລົງຕຳແໜ່ງໃໝ່.

ຫວຽດ ນາມ ໄຂ ກອງ ປະ ຊ ມ ພ ບປະຍ ປ ນ 2020 ໜັງສືພິມຍີ່ປຸ່ນ: ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດດ້ານເສດຖະກິດຢ່າງດຽວ ຂອງອາຊີຕາເວັນອອກສ່ຽງໃຕ້

ຍສໝ - ຕາມບົດລາຍງານຂອງໜັງສືພິມ Nikkei Asia Review (ຍີ່ປຸ່ນ) ໃນວັນທີ 19 ພະຈິກ, ຫວຽດນາມ ກຳລັງກາຍເປັນແບບຢ່າງແຫ່ງຄວາມສຳເລັດ ໃນທາງດ້ານເສດຖະກິດຢ່າງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການລະບາດ COVID-19, ໃນຂະນະທີ່ຍັງຄົງຮັກສາລະດັບການເຕີບໂຕໃນທາງບວກທີ່ໝັ້ນຄົງໃນໄລຍະທີ່ບັນດາພື້ນຖານເສດຖະກິດອື່ນໆ ປະສົບກັບຄວາມຫຍຸ້ງຍາກໃນການຟື້ນຕົວຄືນ.

ຫວຽດ ນາມ ໄຂ ກອງ ປະ ຊ ມ ພ ບປະຍ ປ ນ 2020 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມສົນທະນາກັບ ຜູ້ວ່າການແຂວງ Gunma ຂອງຍີ່ປຸ່ນ

ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນເວົ້າລວມ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ແຂວງ Gunma ເວົ້າສະເພາະ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.