ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ໂອ້ລົມສົນທະນາກັບ ຜູ້ວ່າການແຂວງ Gunma ຂອງຍີ່ປຸ່ນ

15:37 | 20/11/2020

ຍສໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນເວົ້າລວມ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ແຂວງ Gunma ເວົ້າສະເພາະ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມສ ນທະນາກ ບ ຜ ວ າການແຂວງ gunma ຂອງຍ ປ ນ ອາຊຽນ 2020: ທ່ານເອກອັກຄະລັດຖະທູດຍີ່ປຸ່ນ ໄດ້ຕີລາຄາສູງຕໍ່ບົດບາດທີ່ດີເດັ່ນຂອງຫວຽດນາມ
ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມສ ນທະນາກ ບ ຜ ວ າການແຂວງ gunma ຂອງຍ ປ ນ ຫວຽດ​ນາມ - ຍີ່​ປຸ່ນ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ

ໃນວັນທີ 18 ພະຈິກປີ 2020, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ໄດ້ມີການໂອ້ລົມສົນທະນາ ດ້ວຍທາງໂທລະສັບ ກັບທ່ານ Yamamoto Ichita - ຜູ້ວ່າການແຂວງ Gunma (ຍີ່ປຸ່ນ) ເພື່ອປຶກສາຫາລືບັນດາມາດຕະການ ສະໜັບສະໜູນພົນລະເມືອງຫວຽດນາມ ແລະ ຊຸກຍູ້ການຮ່ວມມືລະຫວ່າງທັງສອງປະເທດ.

ໃນການໂອ້ລົມສົນທະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ການພັດທະນາອັນດີງາມຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີ່ປຸ່ນເວົ້າລວມ ແລະ ການຮ່ວມມືລະຫວ່າງຫວຽດນາມ ແລະ ແຂວງ Gunma ເວົ້າສະເພາະ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມສ ນທະນາກ ບ ຜ ວ າການແຂວງ gunma ຂອງຍ ປ ນ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ. (ພາບ: TTXVN)

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ສະແດງຄວາມຂອບໃຈ ອໍານາດການປົກຄອງແຂວງ Gunma ທີ່ໄດ້ມີຫຼາຍມາດຕະການ ເພື່ອໜູນຊ່ວຍປະຊາຄົມຊາວຫວຽດນາມ, ເຊັ່ນ: ຕັ້ງສູນໂທລະສັບເປັນພາສາຫວຽດ ກ່ຽວກັບສະພາບການ COVID-19, ມີລະບອບໜູນຊ່ວຍຄົນຕ່າງປະເທດ ໃນນັ້ນມີພົນລະເມືອງຫວຽດນາມ ທີ່ຕິດເຊື້ອໄວຣັສ COVID-19.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໃຫ້ຮູ້ວ່າ ລັດຖະບານຫວຽດນາມ ພວມປະຕິບັດມາດຕະການປົກປ້ອງພົນລະເມືອງຫວຽດນາມຢູ່ຍີ່ປຸ່ນ, ແລະ ສະເໜີ ລັດຖະບານແຂວງ Gunma ສືບຕໍ່ສະໜັບສະໜູນປະຊາຄົມຊາວຫວຽດນາມ ໃນການຕອບໂຕ້ຮັບມືການລະບາດ COVID-19.

ທ່ານຟ້າມບິ່ງມິງ ໄດ້ຕີລາຄາສູງການເພີ່ມທະວີເຄື່ອນໄຫວພົບປະແລກປ່ຽນມິດຕະພາບຂອງແຂວງ Gunma ກັບຫວຽດນາມ; ສະເໜີທ່ານ Yamamoto Ichita ປະສານສົມທົບ ເພື່ອຊຸກຍູ້ການຕ້ອນຮັບພະນັກງານ, ນັກສຳມະນາກອນຫວຽດນາມ, ແລກປ່ຽນວັດທະນະທຳ, ພ້ອມທັງຊຸກຍູ້, ໜູນຊ່ວຍວິສາຫະກິດແຂວງ Gunma ເພີ່ມທະວີການລົງທຶນເຂົ້າຫວຽດນາມ.

ສ່ວນທ່ານ Yamamoto Ichita - ຜູ້ວ່າການແຂວງ Gunma ໃຫ້ຮູ້ວ່າ, ບັນດາວິສາຫະກິດຍີ່ປຸ່ນ, ໃນນັ້ນມີແຂວງ Gunma ມີຄວາມສົນໃຈ ແລະ ຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ; ຢືນຢັນວ່າແຂວງ Gunma ຈະສືບຕໍ່ສະໜັບສະໜູນ, ຊຸກຍູ້ບັນດາວິສາຫະກິດແຂວງລົງທຶນເຂົ້າຫວຽດນາມ.

ທ່ານຜູ້ວ່າການ Yamamoto Ichita ໄດ້ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມື, ແລກປ່ຽນເປັນປະຈຳ ເພື່ອສ້າງສິ່ງເອື້ອອຳນວຍສະດວກໃນການເຮັດວຽກ ແລະ ການດຳລົງຊີວິດ ໃຫ້ແກ່ນັກເຝິກງານຫວຽດນາມຢູ່ແຂວງ; ຢືນຢັນວ່າ ຈະຮ່ວມມືຢ່າງແໜ້ນແຟ້ນກັບສະຖານທູດຫວຽດນາມ ປະຈຳຍີ່ປຸ່ນ ເພື່ອສະໜັບສະໜູນຢ່າງຕັ້ງໜ້າ ໃຫ້ພົນລະເມືອງຫວຽດນາມ ໃນການຮັກສາສະຖຽນລະພາບຊີວິດ ແລະ ປະຕິບັດມາດຕະການປ້ອງກັນພະຍາດ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມສ ນທະນາກ ບ ຜ ວ າການແຂວງ gunma ຂອງຍ ປ ນ ງານມິດຕະພາບຫວຽດນາມ - ອິນໂດເນເຊຍ: ສີລະປະ ໄດ້ສ່ວນປະກອບເຮັດໃຫ້ເພີ່ມທະວີການເຂົ້າໃຈກັນ ລະຫວ່າງສອງປະເທດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ອິນໂດເນເຊຍ (ປີ 1955-2020), ຕອນແລງວັນທີ 17 ພະຈິກ, ທີ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດອິນໂດເນເຊຍ ປະຈຳຫວຽດນາມ ໄດ້ຈັດງານມິດຕະພາບຫວຽດນາມ ແລະ ອິນໂດເນເຊຍ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມສ ນທະນາກ ບ ຜ ວ າການແຂວງ gunma ຂອງຍ ປ ນ ພັດທະນາການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ບຸນກາຣີ ຢ່າງບໍ່ຢຸດຢັ້ງ

ຍສໝ - ຕອນຄ່ຳວັນທີ 17 ພະຈິກ, ຢູ່ໂຮງລະຄອນໃຫຍ່ຮ່າໂນ້ຍ, ພິທີສະເຫຼີມສະຫຼອງຄົບຮອບ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ ບຸນກາຣີ (1950-2020) ໄດ້ຈັດຕັ້ງໂດຍສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ແລະ ສະຖານທູດບຸນກາຣີ ປະຈຳຫວຽດນາມ.

ທ ານຮອງນາຍ ກລ ດຖະມ ນຕ ຫວຽດນາມ ໄດ ໂອ ລ ມສ ນທະນາກ ບ ຜ ວ າການແຂວງ gunma ຂອງຍ ປ ນ Samsung ຫວຽດນາມ ໜູນຊ່ວຍ 5 ຕື້ດົງ ເພື່ອຊ່ວຍເຫຼືອພາກກາງຜ່ານຜ່າໄພທຳມະຊາດ

ຍສໝ - ເພື່ອຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ບັນດາໂຮງງານ ແລະ ພະນັກງານຂອງ Samsung ຫວຽດນາມ ໄດ້ສະໜັບສະໜູນບໍລິຈາກ 5 ຕື້ດົງ ແລະ ສ້ອມແປງເຄື່ອງໄຟຟ້າໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເຂດພາຍຸນໍ້າຖ້ວນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.