ໜັງສືພິມຍີ່ປຸ່ນ: ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດດ້ານເສດຖະກິດຢ່າງດຽວ ຂອງອາຊີຕາເວັນອອກສ່ຽງໃຕ້

06:00 | 22/11/2020

ຍສໝ - ຕາມບົດລາຍງານຂອງໜັງສືພິມ Nikkei Asia Review (ຍີ່ປຸ່ນ) ໃນວັນທີ 19 ພະຈິກ, ຫວຽດນາມ ກຳລັງກາຍເປັນແບບຢ່າງແຫ່ງຄວາມສຳເລັດ ໃນທາງດ້ານເສດຖະກິດຢ່າງດຽວຂອງອາຊີຕາເວັນອອກສ່ຽງໃຕ້ ໃນສະພາບການລະບາດ COVID-19, ໃນຂະນະທີ່ຍັງຄົງຮັກສາລະດັບການເຕີບໂຕໃນທາງບວກທີ່ໝັ້ນຄົງໃນໄລຍະທີ່ບັນດາພື້ນຖານເສດຖະກິດອື່ນໆ ປະສົບກັບຄວາມຫຍຸ້ງຍາກໃນການຟື້ນຕົວຄືນ.

ໜ ງສ ພ ມຍ ປ ນ ຫວຽດນາມ ແມ ນແບບຢ າງແຫ ງຄວາມສຳເລ ດດ ານເສດຖະກ ດຢ າງດຽວ ຂອງອາຊ ຕາເວ ນອອກສ ຽງໃຕ ທະນາຄານພັດທະນາອາຊີ ໃຫ້ຄຳໝັ້ນສັນຍາວ່າ ຈະມາພ້ອມກັບການພັດທະນາເສດຖະກິດຂອງລາວ
ໜ ງສ ພ ມຍ ປ ນ ຫວຽດນາມ ແມ ນແບບຢ າງແຫ ງຄວາມສຳເລ ດດ ານເສດຖະກ ດຢ າງດຽວ ຂອງອາຊ ຕາເວ ນອອກສ ຽງໃຕ ຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ປະກອບຄຳເຫັນກ່ຽວກັບການຫັນເປັນດີຈີຕອນ ແລະ ແກ້ໄຂຜົນກະທົບຂອງໂລກລະບາດໂຄວິດ - 19 ເພື່ອພັດທະນາເສດຖະກິດ ຫວຽດນາມ

ຕາມບົດຂຽນແລ້ວ, ໃນໄຕມາດທີ 3 ປີ 2020, ລວມຍອດຜະລິດຕະພັນພາຍໃນ (GDP) ຂອງຫວຽດນາມ ເພີ່ມຂຶ້ນ 2,6% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີກາຍ. ນີ້ແມ່ນໄຕມາດທີ 2 ຕິດຕໍ່ກັນທີ່ພື້ນຖານເສດຖະກິດຫວຽດນາມ ມີການຂະຫຍາຍຕົວ ໂດຍບໍ່ຫົວຊາຕໍ່ການລະບາດຂອງພະຍາດ COVID-19. ໃນປີນີ້, ຫວຽດນາມຈະຂຶ້ນມາຢູ່ໃນອັນດັບທີ 4 ຂອງສະມາຄົມອາຊຽນ ໃນຂອບຂະໜາດຂອງ GDP ໂດຍສະເພາະ ລື່ນກາຍສິງກະໂປ ແລະ ມາເລເຊຍ, ບົດຂຽນຍັງໄດ້ລະບຸອີກວ່າ ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຄວບຄຸມການລະບາດຂອງພະຍາດ COVID-19. ການເພີ່ມຂຶ້ນຂອງການສົ່ງອອກ ຈະຊ່ວຍໃຫ້ພື້ນຖານເສດຖະກິດຫວຽດນາມເຕີບໃຫຍ່.

ໜ ງສ ພ ມຍ ປ ນ ຫວຽດນາມ ແມ ນແບບຢ າງແຫ ງຄວາມສຳເລ ດດ ານເສດຖະກ ດຢ າງດຽວ ຂອງອາຊ ຕາເວ ນອອກສ ຽງໃຕ
ຫວຽດນາມ ແມ່ນແບບຢ່າງແຫ່ງຄວາມສຳເລັດດ້ານເສດຖະກິດຢ່າງດຽວ ຂອງອາຊີຕາເວັນອອກສ່ຽງໃຕ້. (ພາບປະກອບ: VTC)

ຕົວເລກສະຖິຕິສະແດງໃຫ້ເຫັນວ່າ, ວົງເງິນສົ່ງອອກຂອງຫວຽດນາມ ໃນໄຕມາດທີ 3 ປີ 2020 ໄດ້ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ໄດ້ບັນລຸເຖິງ 26,7 ຕື້ໂດລາ. ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຄາດຄະເນວ່າ ອັດຕາການເຕີບໂຕຂອງການສົ່ງອອກທັງໝົດໃນປີ 2020 ຈະຢູ່ໃນລະດັບ 3-4%.

ອີງຕາມບົດຂຽນ, ຜົນສຳເລັດໃນການປ້ອງກັນ ແລະ ສະກັດກັ້ນ COVID-19 ໄດ້ຊ່ວຍໃຫ້ຫວຽດນາມ ຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດ ຍ້ອນວ່າການຜະລິດໄດ້ເລີ່ມຕົ້ນເຄື່ອນໄຫວກັບຄືນ ຢ່າງໄວກ່ວາບັນດາປະເທດອື່ນໃນພາກພື້ນ, ອັດຕາສ່ວນຄົນສູນເສຍວຽກເຮັດງານທຳຕໍ່າ ແລະລາຍຈ່າຍຂອງຜູ້ບໍລິໂພກຍັງມີຄວາມໝັ້ນຄົງ, ເຊິ່ງກວມເອົາ 70% ຂອງ GDP.

ການຄາດຄະເນຂອງ IMF ສະແດງໃຫ້ເຫັນວ່າ, ໃນປີ 2020, GDP ຂອງຫວຽດນາມ ຈະເພີ່ມຂື້ນ 1,6%, ໃນຂະນະນັ້ນ ປະເທດ ສິງກະໂປ ແລະ ມາເລເຊຍ ຈະຫຼຸດລົງ 6% ແລະ ປະເທດໄທ ຈະຫລຸດລົງ 7,1%. ເຖິງແມ່ນວ່າບາງປະເທດອາຊຽນ ໄດ້ຄາດວ່າ ຈະມີການຟື້ນຕົວຢ່າງເຂັ້ມແຂງໃນປີໜ້າ, ແຕ່ເສດຖະກິດຫວຽດນາມ ອາດຈະເຕີບໂຕຢ່າງເຂັ້ມແຂງ ໃນ 6 ເດືອນຕົ້ນປີ 2021.

ໜ ງສ ພ ມຍ ປ ນ ຫວຽດນາມ ແມ ນແບບຢ າງແຫ ງຄວາມສຳເລ ດດ ານເສດຖະກ ດຢ າງດຽວ ຂອງອາຊ ຕາເວ ນອອກສ ຽງໃຕ ການຫັນເປັນດິຈິຕອນ ແລະ ແກ້​ໄຂຜົນກະທົບຈາກການລະບາດຂອງ Covid-19 ເພື່ອພັດທະນາເສດຖະກິດຂອງຫວຽດນາມ

ຍ​ສ​ໝ - ຫວຽດນາມສາມາດຫັນຄວາມສ່ຽງກາຍ​ເປັນ​ກາ​ລະ​ໂອ​ກາດຢ່າງສິ້ນເຊິງ ແລະປະ​ຕິ​ບັດມຄວາມມຸ້ງຫວັງ ແລະເປົ້າໝາຍການພັດທະນາຂອງປະເທດຊາດປະ​ກົດ​ຜົນ​ເປັນ​ຈິງ.

ໜ ງສ ພ ມຍ ປ ນ ຫວຽດນາມ ແມ ນແບບຢ າງແຫ ງຄວາມສຳເລ ດດ ານເສດຖະກ ດຢ າງດຽວ ຂອງອາຊ ຕາເວ ນອອກສ ຽງໃຕ ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ

“ເສດຖະກິດດີຈີຕອນ - ການກະທົບ, ກາລະໂອກາດ ແລະຄວາມສາມາດໝູນໃຊ້ຂອງຫວຽດນາມ” ແມ່ນຫົວຂໍ້ກອງປະຊຸມສໍາມະນາ ໂດຍມະຫາວິທະຍາໄລແຫ່ງຊາດນະຄອນໂຮ່ຈີມິນ ສົມທົບກັບໜ່ວຍໃຫ້ຄໍາປຶກສາດ້ານເສດຖະຫິດຂອງທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຈັດຕັ້ງໃນຕອນເຊົ້າວັນທີ 12 ຕຸລາ ຢູ່ນະຄອນໂຮ່ຈີມີນ.

ໜ ງສ ພ ມຍ ປ ນ ຫວຽດນາມ ແມ ນແບບຢ າງແຫ ງຄວາມສຳເລ ດດ ານເສດຖະກ ດຢ າງດຽວ ຂອງອາຊ ຕາເວ ນອອກສ ຽງໃຕ ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4%

ທະນາຄານ UOB ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 3 ປີ 2020 ວ່າແມ່ນ 3% ແລະ ໄຕມາດ 4 ປີ 2020 ແມ່ນ 4%.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.