ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງ: ວິ​ສາ​ຫະ​ກິດພັດທະນາ, ປະເທດຈະພັດທະນາ

10:06 | 10/11/2020

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ, ໃນສອງທົດສະວັດທີ່ຜ່ານມາ, ປະຊາຄົມວິສາຫະກິດຫວຽດນາມໄດ້ມີບາດກ້າວບຸກທະລຸ, ປະກອບສ່ວນເຂົ້າໃນການປົດປ່ອຍແລະພັດທະນາການຜະລິດ, ລະດົມແລະສົ່ງເສີມແຫຼ່ງ ກຳ ລັງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ, ເພີ່ມ​ມູນ​ຄ່າ​ສົ່ງ​ອອກ, ລາຍ​ຮັບງົບ​ປະ​ມານ ແລະ ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າ​ໃນການແກ້ໄຂບັນຫາເສດຖະກິດ - ສັງຄົມ.

ທ ານຮອງນາຍ ກລ ດຖະມ ນຕ ເຈ ອງຮ ວາບ ງ ວ ສາ ຫະ ກ ດພ ດທະນາ ປະເທດຈະພ ດທະນາ ຍູ້​ແຮງ​ຍຸດ​ທະ​ສາດ​ຕະຫຼ​າດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ
ທ ານຮອງນາຍ ກລ ດຖະມ ນຕ ເຈ ອງຮ ວາບ ງ ວ ສາ ຫະ ກ ດພ ດທະນາ ປະເທດຈະພ ດທະນາ ວິ​ສາ​ຫະ​ກິດ ສ.ເກົາຫຼີ​ ເພິ່ງ​ພໍ​ໃຈ​ກັ​ບ​ເລື່ອງ​ເຂົ້າ​ເມືອງ ຫວຽດ​ນາມ​ໃນ​ໄລ​ຍະ​ເກີດ​ໂລກ​ລະ​ບາດ ໂຄວິດ - 19
ທ ານຮອງນາຍ ກລ ດຖະມ ນຕ ເຈ ອງຮ ວາບ ງ ວ ສາ ຫະ ກ ດພ ດທະນາ ປະເທດຈະພ ດທະນາ
ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ (ພາບ: TTXVN)

ວັນທີ 8 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ໄດ້ເຂົ້າຮ່ວມແລະກ່າວຄຳເຫັນທີ່ເວທີປາໄສ “ສ້າງໂຄງປະກອບເສດຖະກິດຄືນໃໝ່ໃນສະພາບການໃໝ່ຈາກທັດສະນະຂອງວັດທະນະທຳດຳ​ເນີນທຸລະກິດ” ໂດຍຄະນະຈັດຕັ້ງຜັນ​ຂະ​ຫຍາຍ​ບັ້ນ​ປຸກ​ລະ​ດົມການສ້າງວັດທະນະທຳວິສາຫະກິດ ຫວຽດນາມ (ເອີ້ນວ່າຄະນະຈັດຕັ້ງ 248) ໄດ້ປະສານສົມທົບກັບກະຊວງແລະອົງການທີ່ກ່ຽວຂ້ອງຈັດຕັ້ງ.

ເວທີປາໄສແມ່ນໂອກາດຍ້ອງ​ຍໍ​ສັນ​ລະ​ເສີນ​ບັນ​ດາວິສາຫະກິດທີ່​ມີຄວາມມານະພະຍາຍາມໃນການກໍ່ສ້າງແລະປັບ​ປຸງວັດທະນະທຳດຳ​ເນີນທຸລະກິດ ແລະ ວັດທະນະທຳ ວິສາຫະກິດຂອງຫວຽດນາມ; ມຸ່ງໄປເຖິງການ​ສະ​ເຫຼີມ​ສະຫຼອງ 4 ປີແຫ່ງວັນວັດທະນະ ທຳ ວິສາຫະກິດຫວຽດນາມ 11/10.

ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບິ່ງ ຕີລາຄາສູງຂໍ້ລິເລີ່ມຂອງສະມາຄົມຫວຽດນາມເພື່ອພັດທະນາວັດທະນະທຳວິສາຫະກິດໃນສະພາບການທັງລະບົບການເມືອງ, ລັດຖະບານ ແລະປະຊາຄົມວິສາຫະກິດພວມມານະພະຍາຍາມເພື່ອປະ​ຕິ​ບັດ “ເປົ້າໝາຍຄວບ​ຄູ່” - ທັງຄວບຄຸມການລະບາດຂອງ COVID-19 ​ໄດ້​ຢ່າງ​ມີປະສິດທິຜົນ, ​ທັງ​ຍູ້​ແຮງ​ການຟື້ນຕົວ ແລະການເຕີບໂຕຂອງ​ພື້ນ​ຖານເສດຖະກິດ.

ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ, ໃນສອງທົດສະວັດທີ່ຜ່ານມາ, ປະຊາຄົມວິສາຫະກິດຫວຽດນາມໄດ້ມີບາດກ້າວບຸກທະລຸ, ປະກອບສ່ວນເຂົ້າໃນການປົດປ່ອຍແລະພັດທະນາການຜະລິດ, ລະດົມ ແລະສົ່ງເສີມແຫຼ່ງກຳລັງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ຄວາມ​ສະ​ຖຽນ​ລະ​ພາບ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ, ເພີ່ມ​ມູນ​ຄ່າ​ສົ່ງ​ອອກ, ລາຍ​ຮັບງົບ​ປະ​ມານ ແລະ ປະ​ກອບ​ສ່ວນ​ສຳ​ຄັນ ​ເຂົ້າ​ໃນການແກ້ໄຂບັນຫາເສດຖະກິດ - ສັງຄົມ.

ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ: ພະຍາດ​ໂລກ​ລະ​ບາດ ໂຄວິດ -19 ໄດ້ແລະພວມກໍ່ຜົນກະທົບທີ່ບໍ່ເຄີຍມີມາກ່ອນ​ເຖິງທຸກໆດ້ານຂອງຊີວິດເສດຖະກິດ - ສັງຄົມຂອງປະເທດ; ກິດຈະກຳການຜະລິດ, ດຳ​ເນີນທຸລະກິດແລະການບໍລິການໄດ້ຖືກຊັກຊ້າ, ນາບຂູ່ຕໍ່ເຄື່ອນ​ໄຫວ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ແລະວຽກເຮັດງານ ທຳຂອງ​ຜູ້​ອອກ​ແຮງ​ງານ​ນັບ​ລ້ານໆ​ຄົນ; ໂດຍສະເພາະແມ່ນຂະ​ແໜງ​ການ​ບິນ, ການ​ທ່ອງ​ທ່ຽວ, ການ​ບໍ​ລີ​ການ ...ໂລກ​ລະ​ບາດ​ໂຄວິດ - 19ກ​ໍ​່​ມີ​ຜົນ​ກະ​ທົບ, ຜົນ​ສະ​ທ້ອນ​ເຖິງ​ຊີ​ວິດ​ດ້ານ​ວັດ​ທະ​ນະ​ທຳ ຂອງ​ປະ​ຊາ​ຊົນ​ເວົ້າ​ລວມ, ວັດ​ທະ​ນະ​ທຳ​ການ​ດຳ​ເນີນ​ທຸ​ລ​ະ​ກິດ, ວັດ​ທະນະທຳ ຂອງວິ​ສາ​ຫະ​ກິດເວົ້າສະເພາະ.

ທ ານຮອງນາຍ ກລ ດຖະມ ນຕ ເຈ ອງຮ ວາບ ງ ວ ສາ ຫະ ກ ດພ ດທະນາ ປະເທດຈະພ ດທະນາ ຍູ້​ແຮງ​ຍຸດ​ທະ​ສາດ​ຕະຫຼ​າດ​ຜະ​ລິດ​ຕະ​ພັນ​ໃຫ້​ແກ່​ວິ​ສາ​ຫະ​ກິດ

ຕອນເຊົ້າວັນທີ 5 ພະຈິກ, ສະຖາບັນຄົ້ນຄ້ວາຍຸດທະສາດກ່ຽວກັບເຄື່ອງໝາຍການຄ້າ ແລະ ການແກ້ງແຍ້ງ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍູ້ແຮງຍຸດທະສາດຕະຫຼາດຜະລິດຕະພັນໃຫ້ແກ່ວິສາຫະກິດ ໃນທົດສະວັດ 2030 - 2030”.

ທ ານຮອງນາຍ ກລ ດຖະມ ນຕ ເຈ ອງຮ ວາບ ງ ວ ສາ ຫະ ກ ດພ ດທະນາ ປະເທດຈະພ ດທະນາ ເຊື່ອມ​ຕໍ່​ການ​ສະ​ໜອງ​ອຸດ​ສາ​ຫະ​ກຳ​ລະ​ຫວ່າງ ວິ​ສາ​ຫະ​ກິດ ຫວຽດ​ນາມ ແລະ ສ.ເກົາຫຼີ

ຍ​ສ​ໝ - ມີ​ວິ​ສາ​ຫະ​ກິດ​ກ່​ວາ 30 ແຫ່ງ​ເຂົ້າ​ຮ່ວມ​ວາ​ລະ​ການ​ເຊື່ອມ​ຕໍ່, ໃນ​ນັ້ນ​ມີວິ​ສາ​ຫະ​ກິດ 5 ແຫ່ງ​ໄດ້​ເຊື່ອມ​ຕໍ່​ທາງ​ອອນ​ລາຍ​ກັບ ​ສ.ເກົາ​ຫຼີ.

ທ ານຮອງນາຍ ກລ ດຖະມ ນຕ ເຈ ອງຮ ວາບ ງ ວ ສາ ຫະ ກ ດພ ດທະນາ ປະເທດຈະພ ດທະນາ ຊຸກ​ຍູ້ວິ​ສາ​ຫະ​ກິດ​ໜູນ​ຊ່ວຍ​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ

ຍ​ສ​ໝ - ບັນ​ດາ​ຜູ້​ແທນ​ໄດ້​ພ້ອມ​ກັນ​ສ້າງ​ຂໍ້​ສະ​ເໜີ​ລວມ​ກ່ຽວ​ກັບ​ການ​ຊຸກ​ຍູ້​ວິ​ສາ​ຫະ​ກິດ​ໜູນ​ຊ່ວຍ​ຄົນ​ພິ​ການ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມມຸ່ງ​ໄປ​ສູ່​ປະ​ຊາ​ຄົມ​ອາ​ຊຽນ​ສະ​ໜິດ​ຕິ​ດ​ພັນ ແລະ ເປັນ​ເຈົ້າ​ການ​ຮັບ​ມື.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.