ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ

23:02 | 08/09/2018

ໃນຂອບເຂດການຢ້ຽມຢາມສະຫະພັນ ລັດເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 07 ກັນຍາ, ທີ່ສຳນັກງານສະພາສະຫະພັນ (ສະພາສູງ ລັດເຊຍ) ຢູ່ນະຄອນຫລວງ ມົດສະກູ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະກັບທ່ານຮອງປະທານສະພາສູງ ລັດເຊຍ Andrey Turchak (ພາບ: TTXVN)

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ພົບປະກັບທ່ານຮອງປະທານສະພາສູງ ລັດເຊຍ Andrey Turchak. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ສຳລັບ ຫວຽດນາມ, ສະຫະພັນ ລັດເຊຍ ທັງແມ່ນຄູ່ຮ່ວມມືໃຫຍ່, ທັງແມ່ນຄູ່ຮ່ວມມືທີ່ເປັນມູນເຊື້ອ; ສະເໜີສະພາສູງ ລັດເຊຍ ສືບຕໍ່ຮ່ວມມືຢ່າງຕັ້ງໜ້າແບ່ງປັນກັບສະພາແຫ່ງຊາດ ຫວຽດນາມ ບັນດາບົດຮຽນອັນລ້ຳຄ່າໃນການເຄື່ອນໄຫວນິຕິບັນຍັດ, ຕິດຕາມກວດກາ, ເປັນຕົ້ນແມ່ນໃນສະພາບການທີ່ ຫວຽດນາມ ພວມຍູ້ແຮງວຽກງານກໍ່ສ້າງລັດແຫ່ງອຳນາດນິຕິບັນຍັດ, ປັບປຸງລະບົບກົດໝາຍ, ຍົກສູງບົດບາດຂອງສະພາແຫ່ງຊາດ ແລະ ບັນດາອົງການຕົວແທນປະຊາຊົນ.

ສ່ວນທ່ານຮອງປະທານສະພາສູງ ລັດເຊຍ Andrey Turchak ໄດ້ຢືນຢັນວ່າ ຈະສະໜັບສະໜູນການຮ່ວມມືລະຫວ່າງ 2 ປະເທດຢ່າງຮອບດ້ານ, ປະກອບສ່ວນເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ ເລິກເຊິ່ງກ່ວາ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພົບປະກັບຮອງປະທານສະພາສະຫະພັນ ລັດເຊຍ ແລະ ປະທານ Duma ແຫ່ງຊາດ ລັດເຊຍ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ພົບປະກັບທ່ານປະທານ Duma ແຫ່ງຊາດ (ພາບ: TTXVN)

ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານ Duma ແຫ່ງຊາດ (ສະພາຕ່ຳ) ຢູ່ນະຄອນຫລວງ ມົດສະກູ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ໄດ້ພົບປະກັບທ່ານປະທານ Duma ແຫ່ງຊາດ Vyacheslav Volodin. ທ່ານ Volodin ຢືນຢັນວ່າ ສະພາຕ່ຳ ລັດເຊຍ ຍາມໃດກໍ່ຖືເປັນສຳຄັນ ແລະ ສະຫງວນຄວາມເອົາໃຈໃສ່ເປັນພິເສດ ໃນການຊຸກຍູ້ ແລະ ເພີ່ມທະວີການພົວພັນຮ່ວມມືໃນທຸກຂົງເຂດລະຫວ່າງສະຫະພັນ ລັດເຊຍ ແລະ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານສະພາຕ່ຳ ລັດເຊຍ Vyacheslav Volodin ໄດ້ເຫັນດີເປັນເອກະພາບວ່າ ລັດຖະສະພາ 2 ປະເທດຄວນສືບຕໍ່ເພີ່ມທະວີແລກປ່ຽນຄະນະຜູ້ແທນທັງຂັ້ນສູງ, ຂັ້ນກຳມາທິການ ແລະ ບັນດາກຸ່ມສະມາຊິກລັດຖະສະພາມິດຕະພາບ ແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.