ຄາດຄະເນລະດັບການເຕີບໂຕ GDP ຂອງ ຫວຽດນາມ ໃນໄຕມາດ 4 ປີ 2020 ແມ່ນ 4% | |
ກອງປະຊຸມສະຫລຸບວຽກງານ ການເຄື່ອນໄຫວປະຈຳປີ 2019 ແລະ ວາງທິດທາງປະຈໍາ ປີ 2020 |
![]() |
ວິທະຍາໄລເຊີນລາ ໄດ້ມອບໃບຢັ້ງຢືນພາສາຫວຽດຊັ້ນ 4 ແລະມອບໃບຍ້ອງຍໍໃຫ້ແກ່ນັກສຶກສາລາວ ມີຜົນງານການສຶກສາດີເລີດ ໃນສົກຮຽນ 2019-2020.ພາບ: baosonla.org.vn |
ເມື່ອບໍ່ດົນມານີ້, ວິທະຍາໄລເຊີນລາ ໄດ້ຈັດພິທີປິດຊຸດຝຶກອົບຮົມພາສາຫວຽດ ໃຫ້ນັກສຶກສາລາວ K19 (ສົກຮຽນ 2019 - 2020). ໃນສົກຮຽນ 2019 - 2020, ທາງໂຮງຮຽນໄດ້ຮັບໜ້າທີ່ກໍ່ສ້າງພາສາຫວຽດ ໃຫ້ນັກສຶກສາລາວ 192 ຄົນ. ຊຸດຝຶກອົບຮົມໄດ້ຖືກຈັດຕັ້ງຕາມລະບຽບການ; ສົມທົບທິດສະດີກັບການປະຕິບັດຕົວຈິງຢ່າງແໜ້ນແຟ້ນ, ຝຶກ 4 ທັກສະ: ການຟັງ, ການເວົ້າ, ການອ່ານ ແລະການຂຽນ. ມີນັກສຶກສາລາວ 185 ຄົນໄດ້ຮັບສິດເຂົ້າສອບເສັງ. ເມື່ອສິ້ນສຸດຊຸດ ຝຶກອົບຮົມ, ນັກສຶກສາລາວ 184/185 ຄົນໄດ້ຮັບໃບຢັ້ງຢືນຫາສາຫວຽດຊັ້ນ 4, ມີເງື່ອນໄຂເຂົ້າຮຽນບັນດາວິຊາສະເພາະຂະແໜງງານ; ອັດຕານັກສຶກສາດີ, ດີເດັ່ນ ແລະດີເລີດບັນລຸໄດ້ 61,4%.
ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະໄດ້ເຂົ້າຢ້ຽມຂ່ຳນັບການນຳແຂວງ ເຊິນລາ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ. ໃນໂອກາດດັ່ງກ່າວທ່ານເອກອັກຄະລັດຖະທູດ ໄດ້ໄປຢ້ຽມຢາມພົບປະໂອ້ລົມກັບນັກສຶກສາລາວທີ່ກຳລັງສຶກສາ ແລະ ກັກກັນຢູ່ສູນຕ້ານພະຍາດໂຄວິດ ຢູ່ ແຂວງ ເຊິນລາ ແລະ ແຂວງ ດ້ຽນບຽນ ເຊິ່ງທ່ານໄດ້ສະແດງຄວາມເປັນຫວງເປັນໄຍ ແລະ ຮຽກຮ້ອງໃຫ້ບັນດານັກສຶກສາລາວໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍ່ຄືການເອົາໃຈໃສ່ຕໍ່ວຽກງານວິຊາສະເພາະການສຶກສາຄົ້ນຄວ້າຮ່ຳຮຽນ, ໃຫ້ມີຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ປະຕິບັດຕາມລະບຽບຂອງໂຮງຮຽນ ແລະ ກົດໝາຍຂອງປະເທດເຈົ້າພາບຢ່າງເຂັ້ມງວດ, ຕ້ອງຮູ້ບຸນຄຸນຕໍ່ປະເທດເຈົ້າພາບ, ເປັນເຈົ້າການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດອັນເປັນມູນເຊື້ອອັນຍາວນານລະຫວ່າງສອງພັກ, ສອງລັດລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ.
![]() |
ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ເຂົ້າຢ້ຽມຂ່ຳນັບການນຳແຂວງ ເຊິນລາ. |
ປີ 2019, ລັດຖະບານຫວຽດນາມ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາ ແລະພະນັກງານລາວ ຈຳນວນກວ່າ 1.200 ທຶນມາຮ່ຳຮຽນຢູ່ຫວຽດນາມ ໃນຫຼາຍຂົງເຂດ, ລວມທັງຂົງເຂດການເມືອງ ແລະບໍລິຫານ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວິທະຍາສາດ ແລະເຕັກໂນໂລຢີ. ໃນສະເພາະໜ້າ, ໃນສົກຮຽນ 2020 – 2021, ຫວຽດນາມ ສືບຕໍ່ມອບທຶນການສຶກສາໃຫ້ແກ່ນັກສຶກສາ, ພະນັກງານລາວຈຳນວນ 1.100 ທຶນ ເຊິ່ງບຳລຸງສ້າງໃນຫຼາຍຂົງເຂດ ແລະຫຼາຍລະດັບທີ່ແຕກຕ່າງກັນ, ນັບແຕ່ຂັ້ນປະລິນຍາຕີ, ປະລິນຍາໂທ ແລະບຳລຸງສ້າງໄລຍະສັ້ນ. ນອກຈາກທຶນການສຶກສາຂອງລັດຖະບານແລ້ວ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ບັນດາມະຫາວິທະຍາໄລແຫ່ງຕ່າງໆຂອງຫວຽດນາມ ກໍ່ໄດ້ມອບທຶນການສຶກສາໃຫ້ນັກສຶກສາລາວ ຫຼາຍທຶນຕື່ມອີກ.
ໃນໄລຍະເກືອບ 10 ປີຜ່ານມານີ້, ນັກສຶກສາລາວ ມາຮໍ່າຮຽນຢູ່ຫວຽດນາມ ສ່ວນຫຼາຍແມ່ນຮຽນໃນບັນດາຂະແໜງເຕັກນິກ, ເຕັກໂນໂລຢີ, ສ້າງຄູ, ເສດຖະກິດ... ໃນນັ້ນມີນັກສຶກສາກວ່າ 51% ແມ່ນຮຽນຂະແໜງສ້າງຄູຂັ້ນປະລິນຍາຕີຂຶ້ນໄປ, ຍ້ອນວ່າ ນີ້ແມ່ນໜຶ່ງໃນບັນດາຂົງເຂດ ເຊິ່ງປະເທດລາວ ພວມເອົາໃຈໃສ່ພັດທະນາ ເພື່ອຍົກສູງຄຸນນະພາບການສຶກສາພາຍໃນປະເທດ. ນອກຈາກຂົງເຂດການສຶກສາແລ້ວ, ລາວ ແລະຫວຽດນາມ ຍັງຮ່ວມມືກັນໃນບັນດາຂົງເຂດຄືວິທະຍາສາດ ແລະເຕັກໂນໂລຢີ, ຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ, ໂທລະຄົມມະນາຄົມ, ແຮງງານ, ການທ່ອງທ່ຽວ ແລະເສດຖະກິດ.
![]() | ນະຄອນຫຼວງວຽງຈັນ ສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020 ນະຄອນຫຼວງວຽງຈັນ (ນວ) ຈັດພິທີສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2019 ແລະ ຕ້ອນຮັບປີໃໝ່ສາກົນ 2020 ຂຶ້ນໃນຄ່ຳຄືນວັນທີ 31 ທັນວາ 2019 ທີ່ສວນເຈົ້າອານຸວົງ ໂດນເປັນປະທານຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງ ນວ ມີການນຳຂັ້ນ ນວ ຮອງລັດຖະມົນຕີ ພະນັກງານ-ລັດຖະກອນ ນັກທຸລະກິດ ແລະ ຊາວ ນະຄອນຫຼວງ ... |
![]() | ADB: ພື້ນຖານເສດຖະກິດຂອງຫວຽດນາມ ຍັງຄົງຮັກສາໄດ້ລະດັບເຕີບໂຕຢ່າງແຮງໃນປີ 2019 ແລະ ປີ 2020 ຍສໝ - ພື້ນຖານເສດຖະກິດຂອງຫວຽດນາມ ໄດ້ຮັບການຕີລາຄາວ່າ ຍັງຄົງຮັກສາໄດ້ລະດັບເຕີບໂຕຢ່າງແຮງໃນປີ 2019 ແລະ ປີ 2020 ຢູ່ລະດັບ ທຽບເທົ່າແມ່ນ 6,8% ແລະ 6,7%, ພາຍຫຼັງມີບາດກ້າວບຸກທະລຸຢ່າງແຮງດ້ວຍລະດັບ 7,1% ໃນປີ 2018. |
![]() | ບັນດານັກສຶກສາຫວຽດນາມສະແດງຄວາມຍິນດີກັບພິທີເປີດສົກຮຽນໃໝ່ 2019 - 2020 ຍສໝ - ຕອນເຊົ້າວັນທີ 05 ກັນຍາ, ຢູ່ເທດສະບານເຊີນໄຕ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງໂຮງຮຽນມັດທະຍົມຕອນປາຍເຊີນໄຕ. ນີ້ກໍ່ແມ່ນປີທີ 60 ຂອງໂຮງຮຽນ. |
ໄຊພອນ