ກອງປະຊຸມສະຫລຸບວຽກງານ ການເຄື່ອນໄຫວປະຈຳປີ 2019 ແລະ ວາງທິດທາງປະຈໍາ ປີ 2020

11:33 | 23/01/2020

ໃນວັນທີ 21 ມັງກອນ 2020 ທີ່ກະຊວງແຜນການ ແລະ ການລົງທຶນ, ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ຈັດກອງປະຊຸມສະຫລຸບວຽກງານ ການເຄື່ອນໄຫວປະຈຳປີ 2019 ແລະ ວາງທິດທາງປະຈໍາ ປີ 2020 ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານ ຄະ ນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ມີການເຂົ້າຮ່ວມຈາກ ກະຊວງໄປສະນີ ໂທລະຄົມມະ ນາຄົມ ແລະ ການສື່ສານ (ປທສ), ກະຊວງ ປ້ອງກັນປະເທດ, ກະຊວງ ປ້ອງກັນຄວາມສະຫງົບ, ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ກະຊວງ ການຕ່າງປະເທດ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ຄະນະກໍາມະການ ຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມສະຫລຸບວຽກງານ ການເຄື່ອນໄຫວປະຈຳປີ 2019 ແລະ ວາງທິດທາງປະຈໍາ ປີ 2020

ກອງປະຊຸມສະຫລຸບວຽກງານ ການເຄື່ອນໄຫວປະຈຳປີ 2019 ແລະ ວາງທິດທາງປະຈໍາ ປີ 2020.(ພາບ:ຂປລ)

ໜຶ່ງປີຜ່ານມາ, ຄຄອຊ ໄດ້ເຄື່ອນໄຫວວຽກງານ ການຄຸ້ມຄອງອິນເຕີເນັດ ໃນສປປ ລາວ ຢ່າງເອົາຈິງເອົາຈັງ, ເຊິ່ງເປັນໄລຍະທີ່ມີຫລາຍເຫດການເກີດຂຶ້ນ ແລະ ທີ່ພົ້ນເດັ່ນ ກໍ່ແມ່ນບັນຫາຫາງສຽງສັງຄົມ ທີ່ຖືກເຜີຍແຜ່ທາງອິນເຕີເນັດ ທີ່ໄດ້ເຮັດໃຫ້ເຫັນເຖິງຄວາມສຳຄັນ ໃນການຄຸ້ມຄອງອິນເຕີເນັດ ໂດຍສະເພາະ ແມ່ນສື່ສັງຄົມອອນລາຍ. ຄຄອຊ ໄດ້ຊີ້ນຳຂະແໜງການກ່ຽວຂ້ອງ ໃຫ້ເອົາໃຈໃສ່ແກ້ໄຂບັນດາດ້ວຍຮູບການຕ່າງໆ ຢ່າງມີປະສິດທິພາບ, ເປັນຕົ້ນແມ່ນ ການສ້າງ ແລະ ນຳໃຊ້ບັນດານິຕິກຳ ທີ່ກ່ຽວຂ້ອງກັບການຄຸ້ມຄອງອິນເຕີເນັດ, ໂດຍສະເພາະ ກົດໝາຍວ່າດ້ວຍ ການຕ້ານ ແລະ ສະກັດກັ້ນອາດຊະຍາກໍາ ທາງຄອມພິວເຕີ ແລະ ດຳລັດ ວ່າດ້ວຍການຄຸ້ມຄອງຂໍ້ມູນ ຂ່າວສານຜ່ານອິນຕີເນັດ, ທີ່ຖືເປັນປາຍມີດອັນແຫລມຄົມ, ຖືກນຳໃຊ້ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດວຽກງານຄວບຄຸມ ແລະ ຈຳກັດ ການນຳໃຊ້ສື່ສັງຄົມອອນລາຍໄປໃນທາງທີ່ຜິດ. ພ້ອມກັນນີ້, ຄຄອຊ ຍັງສາມາດປະຕິ ບັດວຽກງານທີ່ພົ້ນເດັ່ນໄດ້ຫລາຍດ້ານ ເປັນຕົ້ນແມ່ນ ສໍາເລັດການສ້າງດຳລັດ ວ່າດ້ວຍລະບົບສາຍສົ່ງໂທລະຄົມມະນາຄົມ, ການເຜີຍແຜ່ກົດໝາຍ ວ່າດ້ວຍລາຍເຊັນເອເລັກໂຕຣນິກ, ການກະກຽມສ້າງແຜນຍຸດທະສາດ ການຫັນເປັນດິຈິຕອນ, ການສ້າງເສດຖະກິດດິຈິຕອນ ແລະ ການກຽມຄວາມພ້ອມ ເພື່ອກ້າວເຂົ້າສູ່ຍຸກອຸດສາຫະກໍາ 4.0. ນອກຈາກນີ້, ກໍ່ຍັງມີວຽກງານການເຜີຍແຜ່ ຕອບຕ້ານ ແລະ ຕິດຕາມກວດກາ ບັນຫາສຽງທີ່ບໍ່ດີໃນສັງຄົມ ໂດຍສະເພາະແມ່ນ ຜ່ານຊ່ອງທາງສື່ສັງຄົມອອນລາຍ.

ການນຳໃຊ້ໄອຊີທີ ເຂົ້າໃນວຽກງານການບໍລິຫານລັດຖະບານ, ປັດຈຸບັນ ບາງຂະແໜງການກໍ່ໄດ້ນຳໃຊ້ຊ່ອງທາງອອນລາຍ ເພື່ອເຮັດໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຂຶ້ນກວ່າເກົ່າ ເພື່ອກ້າວໄປສູ່ການສ້າງ ລັດຖະບານ ເອເລັກໂຕຣນິກ ໃນອະນາຄົດ ເປັນຕົ້ນ ກະຊວງ ປທສ ໄດ້ເປັນຫລັກໃນການສະໜອງ ລະບົບອີເມວຂອງລັດຖະບານ, ລະບົບຫ້ອງການທັນສະໄໝ (eOffice), ລະ ບົບກອງປະຊຸມທາງໄກ (Video Conference), ລະບົບ Government-Web-Platform, ລະບົບ Government-Chat ໃຫ້ບັນດາກະຊວງ ແລະ ອົງການລັດຖະບານ ແຕ່ສູນກາງຈົນຮອດທ້ອງຖິ່ນ. ພ້ອມນັ້ນ, ໃນວຽກງານຈັດເກັບລາຍຮັບ ຂອງຂະແໜງການເງິນ, ການທະນາຄານ ກໍ່ມີການນໍາໃຊ້ ໄອຊີທີ ແລະ ເລີ່ມມີໜໍ່ແໜງການນຳໃຊ້ລະບົບ ການເງິນເອເລັກໂຕຣນິກ ເທິງໂທລະສັບມືຖື ເພື່ອເຮັດໃຫ້ການຊຳລະສະສາງ ແລະ ການເກັບລາຍຮັບເຂົ້າງົບປະມານ ມີຄວາມໂປ່ງໃສ, ມີຄວາມສະດວກວ່ອງໄວ ແລະ ເກັບລາຍຮັບໄດ້ຫລາຍຂຶ້ນ.

ສຳລັບທິດທາງແຜນການໃນຕໍ່ໜ້າ, ຄຄອຊ ໄດ້ມອບໃຫ້ກະຊວງ ປທສ ເປັນເຈົ້າການປະສານກັບທຸກພາກສ່ວນ ໃນການສ້າງແຜນຍຸດທະສາດ, ແຜນແມ່ບົດ ໃນການຫັນເປັນທັນສະໄໝ ທາງດ້ານດິຈິຕອນ ໃນ ສປປ ລາວ, ສືບຕໍ່ການສ້າງ ລັດຖະບານເອເລັກໂຕຣນິກ, ໂດຍສະເພາະກໍ່ແມ່ນການຂະຫຍາຍ ແລະ ສົ່ງເສີມການນຳໃຊ້ລະບົບ ອີເມວຂອງລັດຖະບານ, ລະບົບຫ້ອງການທັນສະໄໝ (eOffice), ລະບົບກອງປະຊຸມທາງໄກ (Video Conference), ລະບົບ Government-Web-Platform, ລະບົບ Government-Chat ແລະ ອື່ນໆ ໃຫ້ກະຊວງ, ອົງການລັດຖະບານ ທັງໃນສູນກາງ ແລະ ທ້ອງຖິ່ນ ໄດ້ນຳໃຊ້ໃຫ້ ເກີດປະໂຫຍດ, ສາມາດຮັກສາຄວາມປອດໄພ, ບໍ່ໃຫ້ຂໍ້ມູນຂອງລັດຖະບານ ຮົ່ວໄຫລອອກນອກປະເທດ, ສືບຕໍ່ສ້າງນິຕິກຳ ດຳລັດ ລຸ່ມກົດໝາຍ ກ່ຽວກັບວຽກງານ ຄຸ້ມຄອງໄອຊີທີ ທີ່ຍັງເປັນຊ່ອງຫວ່າງ, ໂດຍສະເພາະ ນິຕິກຳຄຸ້ມຄອງ ການຄ້າຂາຍອອນລາຍ, ສື່ສັງຄົມອອນລາຍ ເພື່ອໃຫ້ກວມເອົາຊ່ອງທາງ, ວິທີການໃໝ່ທີ່ເກີດຂຶ້ນ ແລະ ຖືກນຳໃຊ້ຫລາຍໃນສັງຄົມ ເປັນແຕ່ລະໄລຍະ. ໃຫ້ທຸກພາກສ່ວນປະສານສົມທົບກັນ ໃນການຊຸກຍູ້ສົ່ງເສີມ ແລະ ຊຸກຍູ້ວຽກງານສ້າງຈິດສຳນຶກ, ການເຜີຍແຜ່ຕອບຕ້ານ, ກວດກາຕິດຕາມ ຫາງສຽງສັງຄົມຜ່ານສື່ຕ່າງໆ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດມີຄວາມຮັດກຸມ, ລະອຽດ, ຮອບຄອບຂຶ້ນກວ່າເກົ່າ. ສືບຕໍ່ວຽກງານການເຄື່ອນ ໄຫວຖອດຖອນບົດຮຽນ ແລະ ກໍ່ສ້າງບຸກຄະລາກອນ ໃຫ້ມີຄວາມສາມາດສູງຂຶ້ນໃນວຽກງານການຄຸ້ມຄອງອິນເຕີເນັດ. ຊຸກຍູ້ໃຫ້ວຽກງານເຕັກນິກ ທີ່ຕິດພັນກັບວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະ ຫງົບ ໃຫ້ມີຜົນສຳເລັດ ແລະ ປະກົດຜົນເປັນຈິງ.

ໃນ​ວັນທີ 21 ມັງກອນ ນີ້ ທີ່​ນະ​ຄອ​ຫລວງວຽງ​ຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະ ມົນຕີ ໄດ້ພົບປະໂອ້ລົມພະນັກງານ ການນຳຫລັກແຫລ່ງ ຂອງສະຖາບັນຄົ້ນຄວ້າເສດຖະກິດ ແຫ່ງຊາດ ໂດຍເນັ້ນໃຫ້ເອົາໃຈໃສ່ ປະຕິບັດບົດບາດໜ້າທີ່ ຂອງວຽກການຄົ້ນຄວ້າ ທີ່ຈະສ້າງຜົນປະໂຫຍດ ໃຫ້ແກ່ການພັດທະນາ ເສດຖະກິດ-ສັງຄົມ ເພາະຜົນການຄົ້ນຄວ້າ ແຕ່ລະໄລຍະຖືເປັນ ເອກະສານສຳຄັນນຳໃຊ້ເຂົ້າໃນ ການວາງແຜນ ກໍຄືການພັດທະນາ ໃຫ້ມີລັກສະນະວິທະຍາສາດ, ມີປະສິດທິພາບ ແລະ ປະສິດທິຜົນສູງ ແນໃສ່ເຮັດໃຫ້ເສດຖະກິດ ເຕີບໂຕມີຄຸນນະພາບ ແລະ ຍືນຍົງ ຕາມແນວທາງນະໂຍບາຍ ຂອງພັກ ແລະ ລັດຖະບານ ໄດ້ກຳນົດໄວ້.

ອັນສຳຄັນ, ເພື່ອເປັນການຮັບປະກັນ ໃຫ້ແກ່ການປະຕິບັດ ໜ້າທີ່ການເມືອງ ຂອງສະຖາບັນຄົ້ນຄວ້າເສດຖະກິດ ແຫ່ງຊາດ ໃຫ້ກາຍເປັນເສນາທິການວຽກຄົ້ນຄວ້າ ບັນຫາທາງດ້ານເສດຖະກິດ ທີ່ມີຄຸນນະພາບ ແລະ ປະສິດທິຜົນສູງສຸດ. ພ້ອມນັ້ນ, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຢ້ຳໃຫ້ສະຖາບັນເອົາໃຈໃສ່ສຶກສາອົບຮົມ ແລະ ຍົກລະດັບ ໃຫ້ພະນັກງານ ທຸກຄົນມີຄວາມອຸ່ນອຸ່ຽນທຸ່ນທ່ຽງ, ຕັ້ງໜ້າປະຕິບັດໜ້າທີ່ ການເມືອງຂອງຕົນ ໃຫ້ມີຜົນສຳເລັດຕາມທີ່ພັກ-ລັດມອບໝາຍໃຫ້; ເປັນເຈົ້າການໃນການ ຄົ້ນຄວ້າຫົວຂໍ້ຕ່າງໆທີ່ ຈະເປັນປະໂຫຍດ ໃຫ້ແກ່ການພັດທະນາ ເສດຖະກິດແຫ່ງຊາດ ໂດຍມີການຈັດລຽງ ບູລິມະສິດຂອງ ຫົວຂໍ້ຢ່າງຄັກແນ່ ແລະ ຄົ້ນຄວ້າ ຢ່າງມີຈຸດສຸມແທ້ໆ; ຕ້ອງເປັນເຈົ້າການພັດທະນາຕົນເອງ ໃນການຍົກລະດັບທາງດ້ານຄວາມ ຮູ້ຄວາມສາມາດໃຫ້ກາຍເປັນ ນັກວິທະຍາສາດໃຫ້ຫລາຍຂຶ້ນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.