ບັນດານັກສຶກສາຫວຽດນາມສະແດງຄວາມຍິນດີກັບພິທີເປີດສົກຮຽນໃໝ່ 2019 - 2020

09:57 | 06/09/2019

ຍສໝ - ຕອນເຊົ້າວັນທີ 05 ກັນຍາ, ຢູ່ເທດສະບານເຊີນໄຕ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃໝ່ຂອງໂຮງຮຽນມັດທະຍົມຕອນປາຍເຊີນໄຕ. ນີ້ກໍ່ແມ່ນປີທີ 60 ຂອງໂຮງຮຽນ.

ຕີກອງໄຂສົກຮຽນໃໝ່, ທ່ານນາຍົກລັດຖະມົນຕີຫງວຽນຊວັນຟຸກ ໄດ້ແບ່ງປັນກັບບັນດາຄູອາຈານ, ນັກຮຽນຂອງໂຮງຮຽນ, ຂໍ່ຳນັບຊົມເຊີຍເຫດການສຳຄັນຂອງຂະແໜງສຶກສາ.ທ່ານນາຍົກລັດຖະມົນຕີຢືນຢັນວ່າ, ຂະແໜງສຶກສາ ແລະ ບຳລຸງສ້າງຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່, ຄວາມມຸ່ງຫວັງຂອງພັກ, ລັດ ແລະ ໃນໄລຍະຜ່ານມາ, ຂະແໜງສຶກສາ ແລະ ບຳລຸງສ້າງບັນລຸໄດ້ຜົນງານຫຼາຍຢ່າງ, ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ ຕາມເນື້ອໃນຈິດໃຈມະຕິເລກທີ 29 ຂອງກົມການເມືອງ.

ບັນດານັກສຶກສາຫວຽດນາມສະແດງຄວາມຍິນດີກັບພິທີເປີດສົກຮຽນໃໝ່ 2019 - 2020

ນາຍົກລັດຖະມົນຕີຫງວຽນຊວັນຟຸກຕີກອງໄຂສົກຮຽນໃໝ່ (ພາບ: dantri.com.vn)

ແລະກໍ່ໃນຕອນເຊົ້າວັນທີ 05 ກັນຍາ, ຢູ່ໂຮງຮຽນປະຖົມ ເລວັນຕ໊າມ, ຢູ່ເມືອງ 7 ນະຄອນໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ພ້ອມກັບບັນດາຄູອາຈານ, ພໍ່ແມ່ນັກຮຽນ ເລີ່ມກ້າວເຂົ້າສົກຮຽນໃໝ່ 2019 – 2020.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 04 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມງານລາຕີ Gala “ຕໍ່ກຳລັງແຮງໄປໂຮງຮຽນ - ສືບຕໍ່ສ້າງຄວາມໄຝ່ຝັນ”, ຢູ່ແຂວງທ໊າຍບິ່ງ. ນີ້ແມ່ນລາຍການຍ້ອງຍໍບັນດານັກຮຽນເປັນແບບຢ່າງຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນການຮ່ຳຮຽນ.

ບັນດານັກສຶກສາຫວຽດນາມສະແດງຄວາມຍິນດີກັບພິທີເປີດສົກຮຽນໃໝ່ 2019 - 2020

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເລີ່ມກ້າວເຂົ້າສົກຮຽນໃໝ່ຢູ່ໂຮງຮຽນປະຖົມ ເລວັນຕ໊າມ (ພາບ: dantri.com.vn)

ກໍໃນຕອນເຊົ້າວັນທີ 5 ກັນຍາ, ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ຮວ່າງຈູງຫ໋າຍ ໄດ້ເຂົ້າຮ່ວມ ແລະ ຕີກອງໄຂສົກຮຽນໃໝ່ ຢູ່ໂຮງຮຽນມັດທະຍົມຕອນປາຍ ຮ່າໂນ້ຍ - Amsterdam. ກ່າວຄໍາເຫັນທີີ່ພິທີໄຂສົກຮຽນ ທ່ານຮວ່າງຈູງຫ໋າຍ ໄດ້ຊົມເຊີຍບັນດາຜົນງານດີເດ່ັນ ທີ່ທາງໂຮງຮຽນບັນລຸໄດ້ໃນສົກຮຽນ 2018 – 2019. ພ້ອມທັງຢັ້ງຢືນວ່າ ອໍານາດການປົກຄອງນະຄອນຍາມໃນກໍຊາບຊຶມທິດນໍາທີ່ວ່າ “ການສຶກສາ ແມ່ນລັດຖະນະໂຍບາຍແຖວໜ້າ” ເພື່ອເອົາໃຈໃສ່ລົງທຶນໃຫ້ແກ່ການສຶກສາໃນທຸກດ້ານ, ສ້າງເງື່ອນໄຂ ແລະ ສະພາບແວດລ້ອມດີທີ່ສຸດໃຫ້ແກ່ວຽກງານການສອນ ແລະ ການຮຽນຂອງໂຮງຮຽນແຫ່ງຕ່າງໆ. ທ່ານກ່າວວ່າ: ຕ້ອງພັດທະນາຢ່າງແຮງ ຮູບແບບໂຮງຮຽນມັດທະຍົມຕອນປາຍທີ່ບໍາລຸງສ້າງສະເພາະ ທີ່ທຽບເທົ່າກັບລະດັບຊາດ ແລະ ລະດັບສາກົນ, ສ້າງການແຜ່ຂະຫຍາຍໃນລະບົບໂຮງຮຽນບໍາລຸງສ້າງສະເພາະແຫ່ງຊາດ. ໄປຄຽງຄູ່ກັນນັ້ນ, ທາງໂຮງຮຽນຕ້ອງເອົາໃຈໃສ່ເປັນພິເສດເຖິງການສຶກສາວັດທະນະທໍາ, ການປະພຶຶດທີ່ສວຍງາມ, ສຸພາບຄ່ຽມຄົມ, ອະລິຍະທໍາທີ່ເປັນເອກະລັກສະເພາະຂອງຊາວ ຮ່າໂນ້ຍ, ພ້ອມທັງສ້າງສະພາບແວດລ້ອມການສຶກສາທີ່ໂປ່ງໃສ, ປອດໄພ, ສ້າງຍຸດທະສາດບໍາລຸງສ້າງນັກຮຽນໄດ້ກາຍເປັນຜູ້ມີຄວາມເກັ່ງກ້າສາມາດຂອງນະຄອນ ແລະ ຂອງປະເທດ”.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.