ອັງກິດ ໃຫ້ການຊ່ວຍເຫຼືອມີມູນຄ່າ 500.000 ປອນ ໃຫ້ແກ່ປະຊາຊົນຢູ່ເຂດພາກກາງຫວຽດນາມ

08:08 | 05/11/2020

ຍສໝ - ບ້ວງເງິນຊ່ວຍເຫຼືອຂອງອັງກິດ ທີ່ໄດ້ຊ່ວຍໃນການຂະຫຍາຍການຈັດແຈງທີ່ຢູ່ພັດພາອາໄສ, ສະໜອງນ້ຳສະອາດ, ອາຫານ ແລະ ການດຳລົງຊີວິດໃຫ້ປະຊາຊົນປະມານ 160.000 ຄົນ ທີ່ຖືກຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ຫວຽດນາມ.

ອ ງກ ດ ໃຫ ການຊ ວຍເຫ ອມ ມ ນຄ າ 500 000 ປອນ ໃຫ ແກ ປະຊາຊ ນຢ ເຂດພາກກາງຫວຽດນາມ ຄະນະຜູ້ແທນຫວຽດນາມປະຈຳ Geneva ໄດ້ບໍລິຈາກເງິນຊ່ວຍເຫຼືອປະຊາຊົນເຂດພາກກາງຫວຽດນາມ
ອ ງກ ດ ໃຫ ການຊ ວຍເຫ ອມ ມ ນຄ າ 500 000 ປອນ ໃຫ ແກ ປະຊາຊ ນຢ ເຂດພາກກາງຫວຽດນາມ ສະຫະປະຊາຊາດ ໄດ້ສົ່ງໂທລະເລກຢາມຖາມຂ່າວພໍ່ແມ່ປະຊາຊົນເຂດພາກກາງ ຫວຽດນາມ

ຕາມຂໍ້ມູນຈາກສະຖານທູດອັງກິດ ປະຈຳ ຫວຽດນາມ, ໃນວັນທີ 3 ພະຈິກ, ອັງກິດ ໄດ້ປະກາດໃຫ້ການຊ່ວຍເຫຼືອມີມູນຄ່າ 500.000 ປອນ (ເທົ່າກັບ 15 ຕື້ດົ່ງ) ເພື່ອຊ່ວຍເຫຼືອປະຊາຊົນຢູ່ເຂດພາກກາງຫວຽດນາມ ແກ້ໄຂຜົນກະທົບຈາກໄພພາຍຸ ແລະ ນໍ້າຖ້ວມເມື່ອມໍ່ໆມານີ້.

ຈໍານວນເງິນຊ່ວຍເຫລືອດັ່ງກ່າວ ຈະໄດ້ສົ່ງໄປໃຫ້ແກ່ສະຫະພັນກາແດງສາກົນ ໂດຍຜ່ານອົງການກາແດງອັງກິດ, ເພື່ອຊ່ວຍໃນການຂະຫຍາຍການຈັດແຈງທີ່ຢູ່ພັດພາອາໄສ, ສະໜອງນ້ຳສະອາດ, ອາຫານ ແລະ ການດຳລົງຊີວິດໃຫ້ປະຊາຊົນປະມານ 160.000 ຄົນ ທີ່ຖືກຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ຫວຽດນາມ.

ອ ງກ ດ ໃຫ ການຊ ວຍເຫ ອມ ມ ນຄ າ 500 000 ປອນ ໃຫ ແກ ປະຊາຊ ນຢ ເຂດພາກກາງຫວຽດນາມ
ທ່ານ Gareth Ward - ເອກອັກຄະລັດຖະທູດອັງກິດປະຈຳ ຫວຽດນາມ. (ພາບ: TTXVN)

ບ້ວງເງິນຊ່ວຍເຫຼືອດັ່ງກ່າວ ແມ່ນສ່ວນໜຶ່ງຂອງຊຸດການຊ່ວຍເຫຼືອທີ່ມີມູນຄ່າ 1 ລ້ານເອີໂຣ ໃຫ້ແກ່ຫວຽດນາມ ແລະ ຟີລິບປິນ ເຊິ່ງຖືກຮັບຜົນກະທົບຢ່າງໜັກຈາກໄພພາຍຸທີ່ຜ່ານມາ.

ກ່າວຄຳເຫັນທີ່ພິທີປະກາດຊຸດການຊ່ວຍເຫຼືອ, ທ່ານ Nigel Adams ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການພັດທະນາທີ່ຮັບຜິດຊອບອາຊີ ໃຫ້ຮູ້ວ່າ: ພາຍຸທີ່ພັດເຂົ້າຫວຽດນາມ ແລະ ຟີລິບປິນ ໄດ້ທຳລາຍຊີວິດການເປັນຢູ່ຂອງປະຊາຊົນໃນພາກພື້ນນີ້.

ຊຸດຊ່ວຍເຫຼືອ 1 ລ້ານເອີໂຣ ຈະປະກອບສ່ວນເຂົ້າໃນການສະໜອງອາຫານ, ນ້ຳສະອາດ ແລະ ທີ່ພັກອາໄສທີ່ປອດໄພ ສຳລັບຜູ້ທີ່ຕ້ອງການຫຼາຍທີ່ສຸດ; ພ້ອມດຽວກັນນີ້, ກໍ່ຊ່ວຍເຫຼືອຫວຽດນາມ ແລະ ຟີລິບປິນ ໃນການແກ້ໄຂຜົນກະທົບຈາກໄພພິບັດທາງທຳມະຊາດ.

ຕາງໜ້າລັດຖະບານອັງກິດ, ທ່ານ Gareth Ward - ເອກອັກຄະລັດຖະທູດອັງກິດປະຈຳ ຫວຽດນາມ ໄດ້ຂໍສະແດງຄວາມເສົ້າສະຫຼົດໃຈ ຕໍ່ປະຊາຊົນພາກກາງຫວຽດນາມ ສຳລັບຜົນເສຍຫາຍຢ່າງໜັກໜ່ວງ; ພ້ອມດຽວກັນນີ້, ທ່ານຍັງໄດ້ຢືນຢັນວ່າ ການຊ່ວຍເຫລືອດ້ານການເງິນນີ້ ຈະປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງລັດຖະບານຫວຽດນາມ ແລະ ບັນດາອົງການໃນທ້ອງຖິ່ນ ເພື່ອຊ່ວຍເຫຼືອຊຸມຊົນທີ່ຖືກຮັບຜົນກະທົບໃຫ້ສາມາດຜ່ານຜ່າຄວາມຫຍຸ້ງຍາກ. “ອັງກິດ ຈະສືບຕໍ່ພ້ອມກັບປະຊາຊົນຫວຽດນາມຜ່ານຜ່າຄວາມຫຍຸ້ງຍາກນີ້.” - ທ່ານ Gareth Ward ຢືນຢັນ.

ອ ງກ ດ ໃຫ ການຊ ວຍເຫ ອມ ມ ນຄ າ 500 000 ປອນ ໃຫ ແກ ປະຊາຊ ນຢ ເຂດພາກກາງຫວຽດນາມ ສະຫະປະຊາຊາດ ໄດ້ສົ່ງໂທລະເລກຢາມຖາມຂ່າວພໍ່ແມ່ປະຊາຊົນເຂດພາກກາງ ຫວຽດນາມ

ຍສໝ - ທ່ານ Antonio Guterres - ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້ຕີລາຄາສູງຕໍ່ບັນດາຄວາມານະພະຍາຍາມຂອງລັດຖະບານ ຫວຽດນາມ ເພື່ອໜູນຊ່ວຍບັນດາຄອບຄົວທີ່ຖືກຜົນສະທ້ອນ, ທ່ານຢັ້ງຢືນວ່າ ສປຊ ກຽມພ້ອມການໜູນຊ່ວຍມະນຸດສະທຳ ເພື່ອຊ່ວຍໃຫ້ແກ່ຫວຽດນາມຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.

ອ ງກ ດ ໃຫ ການຊ ວຍເຫ ອມ ມ ນຄ າ 500 000 ປອນ ໃຫ ແກ ປະຊາຊ ນຢ ເຂດພາກກາງຫວຽດນາມ ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ແບ່ງປັນຄວາມຫຍຸ້ງຍາກ ກັບຜູ້ປະສົບໄພນ້ຳຖ້ວມຢູ່ພາກກາງຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດຫວຽດນາມ ປະຈຳອິນເດຍ ໄດ້ຈັດຕັ້ງການປຸກລະດົມບໍລິຈາກເງິນ ເພື່ອຊ່ວຍເຫຼືອປະຊາຊົນໃນເຂດພາກກາງ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນ້ຳຖ້ວມ.

ອ ງກ ດ ໃຫ ການຊ ວຍເຫ ອມ ມ ນຄ າ 500 000 ປອນ ໃຫ ແກ ປະຊາຊ ນຢ ເຂດພາກກາງຫວຽດນາມ ການນຳປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວກ່ຽວກັບສະຖານະການພາຍຸຢູ່ພາກກາງຫວຽດນາມ

ຍສໝ - ໂດຍໄດ້ຮັບຂ່າວບັນດາແຂວງພາກກາງຫວຽດນາມ ຖືກຮັບຜົນສະທ້ອນຢ່າງໜັກໜວ່ງເນື່ອງຈາກພາຍຸ, ການນຳ ປະເທດຈີນ ແລະ ສິງກະໂປ ໄດ້ສົ່ງໂທລະເລກຖາມຂ່າວມາຍັງບັນດາການນຳປະເທດຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.