| ຫວຽດນາມ – ບູນກາຣີ ຂະຫຍາຍການຮ່ວມມືດ້ານການຄົ້ນຄວ້າການແພດ ແລະ ເພສັດຊະກຳ ຫວຽດນາມ - ບຸນກາຣີ ຂະຫຍາຍການຮ່ວມມືກະສິກຳຢ່າງເປັນຮູບປະທຳ |
ລາຍການດັ່ງກ່າວມີທ່ານ Pavlin Todorov, ເອກອັກຄະລັດຖະທູດບຸນກາຣີປະຈຳຫວຽດນາມ; ຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ແລະ ຜູ້ຕາງໜ້າວິສາຫະກິດເກືອບ 30 ຄົນຈາກຫຼາຍທ້ອງຖິ່ນເຂົ້າຮ່ວມ.
ໃນການພົບປະແລກປ່ຽນ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບທ່າແຮງການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ, ພ້ອມທັງຊີ້ໃຫ້ເຫັນບັນດາຄວາມຫຍຸ້ງຍາກໃນການເຂົ້າເຖິງຂໍ້ມູນຕະຫຼາດ, ການຊອກຫາຄູ່ຮ່ວມມື ແລະ ລະບຽບຂັ້ນຕອນການເດີນທາງ. ບັນດາຄຳເຫັນໄດ້ສະເໜີໃຫ້ເພີ່ມທະວີການແລກປ່ຽນໂດຍກົງ, ສົ່ງເສີມຂໍ້ໄດ້ປຽບຈາກສາຍພົວພັນມິດຕະພາບດັ້ງເດີມ ແລະ ຂອບເຂດຄູ່ຮ່ວມມືຍຸດທະສາດ.
![]() |
| ບັນດາຜູ້ແທນທີ່ເຂົ້າຮ່ວມລາຍການພົບປະແລກປ່ຽນນັກທຸລະກິດຫວຽດນາມ - ບຸນກາຣີ ຖ່າຍຮູບຮ່ວມກັນເປັນທີ່ລະນຶກ. |
ທ່ານ Pavlin Todorov, ເອກອັກຄະລັດຖະທູດ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດດ້ານເສດຖະກິດຂອງຫວຽດນາມ, ຮັບຮູ້ບົດບາດການນຳພາຂອງພັກຄອມມູນິດຫວຽດນາມ, ການບໍລິຫານຂອງລັດຖະບານ ແລະ ຈິດໃຈດຸໝັ່ນໃນການອອກແຮງງານຂອງປະຊາຊົນ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເປັນພິເສດເຖິງນະໂຍບາຍໃຫ້ບູລິມະສິດແກ່ການສຶກສາຂອງຫວຽດນາມ, ໂດຍຖືວ່ານີ້ແມ່ນພື້ນຖານສຳລັບການພັດທະນາໃນໄລຍະຍາວ, ພ້ອມທັງຢືນຢັນເຖິງຄວາມໝາຍຂອງບັນດາກິດຈະກຳເຊື່ອມໂຍງວິສາຫະກິດ ພາຍຫຼັງສາຍພົວພັນລະຫວ່າງສອງປະເທດໄດ້ຮັບການຍົກລະດັບ.
ໃນຈົດໝາຍອວຍພອນ, ທ່ານ Simeon Dimchev, ປະທານສະມາຄົມມິດຕະພາບບຸນກາຣີ - ຫວຽດນາມ ໄດ້ສະແດງຄວາມຄາດຫວັງວ່າ ບັນດາວິສາຫະກິດຫວຽດນາມຈະຊອກຫາຄູ່ຮ່ວມມືທີ່ໜ້າເຊື່ອຖືໄດ້ຢູ່ບຸນກາຣີ. ທ່ານໃຫ້ຮູ້ວ່າ ໃນປີ 2026, ສະຖານທູດຫວຽດນາມປະຈຳບຸນກາຣີ ໄດ້ປະສານສົມທົບກັບສະພາການຄ້າ ແລະ ອຸດສາຫະກຳບຸນກາຣີ ຈັດການພົບປະກັບຊຸມຊົນວິສາຫະກິດທ້ອງຖິ່ນ.
ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີ, ຜູ້ຕາງໜ້າ FPT ເຫັນວ່າ ສອງປະເທດມີຂໍ້ໄດ້ປຽບຫຼາຍດ້ານທີ່ສາມາດເສີມໜູນເຊິ່ງກັນແລະກັນ: ບຸນກາຣີມີບົດບາດເຊື່ອມໂຍງກັບຕະຫຼາດເອີຣົບ, ສ່ວນຫວຽດນາມມີແຫຼ່ງຊັບພະຍາກອນມະນຸດອຸດົມສົມບູນ ແລະ ມີທີ່ຕັ້ງທີ່ເອື້ອອຳນວຍຕໍ່ການເຊື່ອມໂຍງກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້. ດ້ວຍຍຸດທະສາດ “AI-First” ແລະ ໂຄງລ່າງພື້ນຖານ AI Factory, FPT ປາຖະໜາທີ່ຈະຮ່ວມມືລົງທຶນ ແລະ ພັດທະນາບັນດາວິທີແກ້ໄຂ “Make by Vietnam”, “Make by Bulgaria” ໃນຂົງເຂດການຫັນປ່ຽນເປັນດິຈິຕອນ, ໂລຈິສຕິກ, ການແພດ ແລະ ກະສິກຳເຕັກໂນໂລຊີສູງ.
ກ່າວສະຫຼຸບລາຍການ, ທ່ານ ໂດ໊ ຫາຍ ດັງ, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ບຸນກາຣີ ໄດ້ເນັ້ນໜັກເຖິງຂໍ້ໄດ້ປຽບຂອງບຸນກາຣີຈາກການເຂົ້າຮ່ວມສະຫະພາບເອີຣົບ (EU), ເຂດ Schengen ແລະ ທ່າແຮງຈາກຂະບວນການເຊື່ອມໂຍງເຂົ້າສາກົນຂອງຫວຽດນາມ.
ທ່ານໃຫ້ຮູ້ວ່າ ສະມາຄົມຈະຄົ້ນຄວ້າການສ້າງຕັ້ງບັນດາສະໂມສອນນັກທຸລະກິດຫວຽດນາມ - ບຸນກາຣີ, ເພີ່ມທະວີການແລກປ່ຽນກັບບັນດາອົງການການທູດ, ຊຸມຊົນຊາວຫວຽດນາມຢູ່ບຸນກາຣີ ແລະ ບັນດາສະມາຄົມມິດຕະພາບທ້ອງຖິ່ນ, ຜ່ານນັ້ນແກ້ໄຂຂໍ້ຈຳກັດດ້ານຂໍ້ມູນ, ຊຸກຍູ້ການເຊື່ອມໂຍງ ແລະ ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງວິສາຫະກິດຂອງສອງປະເທດ.
ຍສໝ - ໃນຂອບເຂດການປະຕິບັດງານຢູ່ ບຸນກາຣີ, ຫວ່າງແລ້ວນີ້, ຢູ່ສຳນັກງານກະຊວງການຕ່າງປະເທດບຸນກາຣີ, ທ່ານນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Nikolay Pavlov ຮອງລັດຖະມົນຕີກະຊວງການຕ່າງປະເທດບຸນກາຣີ. |
ຍສໝ - ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ຫາກໍ່ມີການພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ນິໂຄລາຍ ນາຍເດນົຟ (Nikolay Naydenov) ລັດຖະມົນຕີກະຊວງຕຸລາການ ບູນກາຣີ ແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ລະຫວ່າງສອງປະເທດໃນໄລຍະໃໝ່. ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ຫາກໍ່ມີການພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ນິໂຄລາຍ ນາຍເດນົຟ (Nikolay Naydenov) ລັດຖະມົນຕີກະຊວງຕຸລາການ ບູນກາຣີ ແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ລະຫວ່າງສອງປະເທດໃນໄລຍະໃໝ່. |
ຄຳສີ
