ຍສໝ - ວຽກງານການທູດປະຊາຊົນ ຈຳເປັນຕ້ອງຫັນປ່ຽນຢ່າງແຂງແຮງຈາກການພົບປະແລກປ່ຽນມິດຕະພາບ ໄປສູ່ການເຊື່ອມຕໍ່ແຫຼ່ງພະລັງງານ, ຕິດພັນຢ່າງສະໜິດແໜ້ນກັບບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ແລະ ປະເທດຊາດ. ນີ້ແມ່ນທິດທາງທີ່ໄດ້ຮັບການເນັ້ນໜັກຈາກການນຳສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ແລະ ຜູ້ຕາງໜ້າກະຊວງການຕ່າງປະເທດ ແນໃສ່ຍົກສູງປະສິດທິຜົນວຽກງານການທູດປະຊາຊົນ, ປະກອບສ່ວນປະຕິບັດບັນດາເປົ້າໝາຍການຂະຫຍາຍຕົວຂອງນະຄອນຫຼວງ ພາຍໃນໄລຍະໃໝ່.
ຍສໝ - ວັນທີ 11 ພຶດສະພາ, ຢູ່ທີ່ສູນສົນທະນາໝາຍເລກ 4 ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ສະໄໝປີ 2026-2031, ບັນດາຜູ້ແທນໄດ້ສະເໜີໃຫ້ສືບຕໍ່ປ່ຽນແປງໃໝ່ການເຄື່ອນໄຫວການທູດປະຊາຊົນ ຕາມທິດທາງທີ່ມີຄວາມເປັນມືອາຊີບ ແລະ ແທດຕົວຈິງ; ພ້ອມທັງສ້າງກົນໄກເສີມຂະຫຍາຍປະສິດທິຜົນແຫຼ່ງທຶນຂອງຊາວຫວຽດນາມຢູ່ຕ່າງປະເທດກວ່າ 6 ລ້ານຄົນ, ໂດຍສະເພາະແມ່ນຖັນແຖວປັນຍາຊົນ, ຊ່ຽວຊານ ແລະ ນັກທຸລະກິດພີ່ນ້ອງຮ່ວມຊາດຢູ່ຕ່າງປະເທດ.
ຍສໝ - ລະດູບານໄມ້ປີໃໝ່2026 ມາຮອດໃນສະພາບການທີ່ກຳລັງມີການປ່ຽນແປງທີ່ກ້າວໜ້າ: ການແຂ່ງຂັນຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດກຳລັງຂະຫຍາຍຕົວໄປໃນຫຼາຍຂະແໜງການ; ລະບົບຕ່ອງໂສ້ການສະໜອງທົ່ວໂລກ ແລະ ໂຄງສ້າງເສດຖະກິດກຳລັງຖືກປັບປຸງໃໝ່; ການຫັນເປັນດິຈິຕອລ, ການຫັນປ່ຽນສີຂຽວ ແລະ ປັນຍາປະດິດ ກຳລັງປະສົບກັບການເຕີບໂຕຢ່າງໄວວາ; ແລະ ສິ່ງທ້າທາຍດ້ານຄວາມໝັ້ນຄົງທີ່ບໍ່ແມ່ນແບບດັ້ງເດີມ, ການປ່ຽນແປງຂອງດິນຟ້າອາກາດ, ຂໍ້ຂັດແຍ່ງໃນທ້ອງຖິ່ນ, ແລະ ວິກິດການດ້ານມະນຸດສະທຳແມ່ນກ່ຽວຂ້ອງກັນຢ່າງສັບສົນ.
ຍສໝ - ວັນທີ 21 ຕຸລາ, ສະຫະພັນອົງການມິດຕະພາບແຂວງດຽນບຽນໄດ້ຈັດການປະຊຸມໃຫຍ່ຄັ້ງທຳອິດ, ສຳລັບວາລະ 2025–2030. ການປະຊຸມໄດ້ມີຄວາມເຫັນພ້ອມສູງກ່ຽວກັບທິດທາງການດຳເນີນງານໃນວາລະ 2025–2030, ໂດຍເນັ້ນໃຫ້ຄວາມສຳຄັນກັບການຍົກສູງຄວາມຮັບຮູ້ໃນທັ້ງລະບົບການເມືອງ ກ່ຽວກັບຄວາມສຳຄັນຂອງການທຳງານຕ່າງປະເທດຂອງປະຊາຊົນ; ປ່ຽນແປງເນື້ອໃນ, ວິທີການດຳເນີນງານ; ເພີ່ມທະວີການນຳໃຊ້ເທັກໂນໂລຊີດິຈິຕອນ, ສື່ສານທັນສະໄໝ ແລະ ເຊື່ອມໂຍງຢ່າງໃກ້ຊິດກັບເປົ້າໝາຍການພັດທະນາເສດຖະກິດ–ສັງຄົມ, ການປົກປ້ອງອະທິປະໄຕເຂດແດນຊາດ.
ຍສໝ - ການທູດປະຊາຊົນຫວຽດນາມໄດ້ຮັບການສ້າງຕັ້ງ ແລະ ພັດທະນາບົນພື້ນຖານຂອງແນວຄິດປະທານໂຮ່ຈິມິນ ກ່ຽວກັບການສົມທົບກຳລັງແຮງຂອງປະເທດຊາດ ແລະ ຍຸກສະໄໝ, ເພີ່ມໝູ່ຫຼຸດສັດຕູ, ສາມັກຄີ, ຄວາມສາມັກຄີອັນໃຫຍ່ຫຼວງ, ຖືປະຊາຊົນເປັນພື້ນຖານ, ສົມທົບກັນກຳລັງແຮງສັງລວມໃນການພົວພັນທາງການທູດຂອງພັກ, ການທູດແຫ່ງລັດ ແລະ ການທູດປະຊາຊົນ... ໄດ້ພັດທະນາ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ໄດ້ປະກອບສ່ວນອັນສົມກັບປະຫວັດສາດອັນສະຫງ່າລາສີຂອງພື້ນຖານການທູດຫວຽດນາມທີ່ທັນສະໄໝ ໃນໄລຍະ 80 ປີຜ່ານມາ ແລະ ພວມປະເຊີນໜ້າກັບກາລະໂອກາດຈັດຕັ້ງຄືນໃໝ່ໃຫ້ເໝາະສົມກັບຄວາມຮຽກຮ້ອງຂອງລັດໃນສັງກາດບືນຕົວ ຂອງປະເທດຊາດ.
ຍສໝ - ການທູດປະຊາຊົນແມ່ນການສ້າງທີ່ເປັນເອກະລັກສະເພາະ, ເປັນຊັບສົມບັດແລະ ປະສົບການອັນລ້ຳຄ່າ ຂອງການທູດປະຊາຊົນ ໄດ້ຮັບການສ້າງຕັ້ງ, ນຳພາ ແລະ ຜັນຂະຫຍາຍຢ່າງໂດຍກົງໂດຍປະທານ ໂຮ່ຈີມິນ.
ທ່ານ ດົ່ງຮຸຍເກື່ອງ, ຮອງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ
ປີ 2024, ດ້ວຍການກຳນົດທິດ ແລະ ບັນດາຈຸດສຸມວຽກງານທີ່ໄດ້ວາງອອກໃນຕົ້ນປີ, ພາຍໃຕ້ການຊີ້ນຳຂອງພັກ ແລະ ລັດ, ການແນະນຳ ແລະ ການສົມທົບຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ການສະໜັບສະໜູນຂອງເພື່ອນມິດ, ຄູ່ຮ່ວມມື, ທັງໝົດລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຕັດສິນໃຈ, ສາມັກຄີ ແລະ ມານະພະຍາຍາມ ເພື່ອບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ໂດດເດັ່ນແມ່ນໃນການ “ປັບປຸງ ແລະ ກໍ່ສ້າງກົງຈັກການຈັດຕັ້ງ” ແລະ “ປ່ຽນແປງໃໝ່ຈິນຕະນາການ, ວິທີການເຂົ້າເຖິງ, ເນື້ອໃນ ແລະ ແບບວິທີການເຄື່ອນໄຫວ”.
ຍສໝ - ໃນປີ 2024, ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ວາງອອກບັນດາເປົ້າໝາຍທີ່ຖືວ່າມີຄວາມຫວັງສູງຫຼາຍກວ່າເມື່ອທຽບກັບແຫຼ່ງກຳລັງໃນປະຈຸບັນ. ດ້ວຍການຕັດສິນໃຈດ້ານການເມືອງ, ຄວາມມານະພະຍາຍາມ ແລະ ຄວາມສາມັກຄີຮ່ວມແຮງຮ່ວມໃຈຂອງທົ່ວລະບົບ, ພວກເຮົາບັນລຸໄດ້ຜົນສຳເລັດທີ່ເຕັມໄປດ້ວຍຄວາມປະທັບໃຈ.
ຍສໝ - “ສ້າງລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໃຫ້ເຂັ້ມແຂງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່, ຄວາມຕັ້ງຫວັງຂອງການນຳພັກ ແລະ ລັດ, ຄວາມຕ້ອງການພັດທະນາດ້ວຍຕົນເອງຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ກໍ່ຄືການຜັນຂະຫຍາຍຢ່າງມີປະສິດທິຜົນແຜນການເຮັດວຽກປີ 2025”. ນີ້ແມ່ນທິດທາງການເຮັດວຽກ ປີ 2025 ຂອງລະບົບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ທີ່ບັນດາຜູ້ແທນທີ່ກອງປະຊຸມຄະນະປະທານຄັ້ງທີ 13, ອາຍຸການ VI ໄດ້ຮັບການຮັບຮອງເອົາ 100% ເຊິ່ງຈັດຂຶ້ນໃນຫວ່າງມໍ່ໆມານີ້ຢູ່ ຮ່າໂນ້ຍ.
ຍສໝ - ວັນທີ 6 ມັງກອນ, ຢູ່ຮ່າໂນ້ຍ, ຄະນະພົວພັນການຕ່າງປະເທດສູນກາງໄດ້ດຳເນີນກອງປະຊຸມສະຫຼຸບວຽກງານການທູດປະຊາຊົນໃນປີ 2024 ແລະ ຜັນຂະຫຍາຍໜ້າທີ່ໃນປີ 2025.
ຍສໝ - ຮ່າຕິ້ງ ແລະ ເຊີນລາ ໄດ້ຈັດບັນດາກອງປະຊຸມຝຶກອົບຮົມ ເພື່ອຍົກລະດັບວິຊາການ ແລະ ທັກສະໃຫ້ແກ່ບັນດາພະນັກງານທີ່ຮັບຜິດຊອບວຽກງານຂໍ້ມູນຂ່າວສານການຕ່າງປະເທດໃນທ້ອງຖິ່ນ.
ຍສໝ - ຕອນບ່າຍວັນທີ 9 ຕຸລາ, ຄະນະຜູ້ແທນຂອງຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮ່ຈີມິນ ນຳໂດຍສະຫາຍ ນາງ ຫງວຽນທິກິ່ມຖຸ໋ຍ, ຮອງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນໂຮຈິມິນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະມາຄົມຊາວຫວຽດນາມ ແຂວງຈຳປາສັກ, ປະເທດລາວ.
ຍສໝ - ຕອນບ່າຍວັນທີ 23 ສິງຫາ, ຢູ່ທີ່ທຳນຽບປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລີມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ດີເດັ່ນເຂົ້າຮ່ວມກອງປະຊຸມ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດທົ່ວໂລກ ຄັ້ງທີ 4. ຢູ່ທີ່ນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໄດ້ຢືນຢັນວ່າ ປະຊາຄົມ ຊາວຫວຽດນາມ ຢູ່ຕ່າງປະເທດໄດ້ປະກອບສ່ວນອັນສຳຄັນສຳລັບບັນດາຜົນສຳເລັດຂອງການເຄື່ອນໄຫວການທູດປະຊາຊົນໃນພາລະກິດແຫ່ງການປ່ຽນແປງໃໝ່.
ຍສໝ - ຫວ່າງແລ້ວນີ້, ກຸ່ມທີ 5 ຂອງສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ ເພື່ອແບ່ງປັນປະສົບການໃນວຽກງານການທູດປະຊາຊົນຢູ່ບັນດາແຂວງທາງພາກຕາເວັນຕົກສ່ຽງໃຕ້ ປີ 2024 ຢູ່ ແຂວງກຽນຢາງ.
ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ (ສະຫະພັນຮ່າໂນ້ຍ) ໄດ້ຈັດຕັ້ງກອງປະຊຸມສໍາມະນາ “ແກ້ໄຂ, ຍົກສູງປະສິດທິຜົນການທູດປະຊາຊົນ ໃນການພັດທະນານະຄອນຫຼວງ”. ນີ້ແມ່ນເວທີປາໄສໃຫ້ບັນດານັກຊ່ຽວຊານການທູດປະຊາຊົນ ແລະ ສ້າງກົດໝາຍ ເພື່ອແລກປ່ຽນ, ປຶກສາຫາລື ແລະ ສະເໜີບັນດາກົນໄກນະໂຍບາຍ, ສ້າງພື້ນຖານນິຕິກຳເພື່ອຮັບປະກັນການເຄື່ອນໄຫວການທູດປະຊາຊົນຢູ່ນະຄອນຫຼວງ ມີຄຸນນນນະພາບສູງໃໝ່.
ຍສໝ - ຄຽງຄູ່ກັບວຽກງານການພົວພັນຕ່າງປະເທດຂອງພັກ, ການທູດຂອງລັດ, ການທູດປະຊາຊົນແມ່ນໜຶ່ງໃນສາມເສົາຄ້ຳຂອງວຽກງານການທູດ. ໃນອາຍຸການທີ່ຜ່ານມາ, ແນວໂຮມປະເທດຊາດ ຫວຽດນາມ ບັນດາຂັ້ນໃນແຂວງ ແລະ ບັນດາອົງການສະມາຊິກໄດ້ສຸມໃສ່ປະຕິບັດວຽກງານການທູດປະຊາຊົນ ຕິດພັນກັບການເພີ່ມທະວີຄວາມສາມັກຄີສາກົນ ແລະ ເປີດກວ້າງການເຄື່ອນໄຫວການທູດປະຊາຊົນຢູ່ບໍລິເວນແຂວງ.
ຍສໝ - ທ່ານ ຫງວຽນວັນແຮງ, ຜູ້ຕາງໜ້າການນຳສະມາຄົມມິດຕະພາບ ຫວຽດນາມ - ລັດເຊຍ ນະຄອນ ຮ່າໂນ້ຍ ໃຫ້ຮູ້ຄືດັ່ງກ່າວທີ່ກອງປະຊຸມສະຫຼຸບເບື້ອງຕົ້ນວຽກງານການທູດປະຊາຊົນໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍທິດທາງ ແລະ ໜ້າທີ່ 6 ເດືອນທ້າຍ ປີ 2024 ຂອງສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ເຊິ່ງໄດ້ດຳເນີນໃນວັນທີ 4 ກໍລະກົດ ຢູ່ ຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນ ຮ່າໂນ້ຍ (HAUFO) ໄດ້ສົມທົບກັບຄະນະຊາວໜຸ່ມນະຄອນ ຮ່າໂນ້ຍ ຈັດຕັ້ງກອງປະຊຸມຝຶກອົບຮົມກ່ຽວກັບບົດບາດການຕ່າງປະເທດ ແລະ ການທູດປະຊາຊົນໃນສະພາບການໃໝ່. ຜູ້ເຂົ້າຮ່ວມກອງປະຊຸມມີພະນັກງານ ແລະ ສະມາຊິກສະຫະພັນ 300 ກວ່າຄົນ ເຊິ່ງແມ່ນຜູ້ຕາງໜ້າບັນດາພະແນກ, ຂະແໜງການ ບັນດາສະມາຄົມມິດຕະພາບ, ອົງການຈັດຕັ້ງສະມາຊິກ HAUFO ແລະ ພະນັກງານຊາວໜຸ່ມຂອງບັນດາໂຮງຮຽນວິທະຍາໄລ, ມະຫາວິທະຍາໄລ ແລະ ສະຖາບັນການສຶກສາໃນບໍລິເວນ ນະຄອນຫຼວງ.
ຍສໝ - ການພົວພັນບ້ານໃກ້ເຮືອນຄຽງຫວຽດນາມ - ຈີນ ໄດ້ເຊື່ອມໂຍງເຂົ້າກັບນ້ຳໃຈຮັກແພງທີ່ປະຊາຊົນສອງປະເທດມີໃຫ້ເຊິ່ງກັນ ແລະ ກັນ ຜ່ານຫຼາຍຮ້ອຍພັນເລື່ອງສະເພາະ.
ຍສໝ - ປີ 2022, ຄຽງຄູ່ກັບສອງເສົາຄ້ຳການພົວພັນການຕ່າງປະເທດຂອງພັກ ແລະ ການທູດແຫ່ງລັດ, ເສົາຄ້ຳການທູດປະຊາຊົນໄດ້ຮັບການພັດທະນາຢ່າງຟົດຟື້ນ ແລະ ໄດ້ຮັບການຜັນຂະຫຍາຍຢ່າງເຂັ້ມແຂງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂະບວນການຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ ຂອງປະເທດຊາດຫຼັງຈາກໂລກລະບາດ.