ຫວຽດນາມ - ອັງໂກລາ ມຸ່ງສູ່ການຮ່ວມມືຢ່າງແທ້ຈິງ ແລະ ມີປະສິດທິຜົນ

15:22 | 05/06/2026

ຍສໝ - ຫວຽດນາມ ປາດຖະໜາໃຫ້ອັງໂກລາເປັນຂົວຕໍ່ຂະຫຍາຍການຮ່ວມມືກັບສະຫະພາບອາຟຣິກາ, ພ້ອມທັງຍິນດີສະໜັບສະໜູນອັງໂກລາໃນການເຊື່ອມໂຍງກັບອາຊຽນ. ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນທີ່ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ເນັ້ນໜັກໃນການຕ້ອນຮັບທ່ານ ເຕເຕ ອັນໂຕນີໂອ, ລັດຖະມົນຕີການຕ່າງປະເທດອັງໂກລາ, ຢູ່ຮ່າໂນ້ຍ.

ປ່ຽນ “ຄວາມໃກ້ຊິດທາງດ້ານພູມສາດ” ໃຫ້ກາຍເປັນ “ທ່າແຮງແຫ່ງການຮັດແໜ້ນຍຸດທະສາດ” ລະຫວ່າງ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ
ຖະແຫຼງການຮ່ວມ ວ່າດ້ວຍການສ້າງຕັ້ງສາຍພົວພັນຄູ່ຮ່ວມຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ສະໂລວາກີ

ຕອນແລງວັນທີ 3 ມິຖຸນາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ພົບປະກັບທ່ານ ເຕເຕ ອັນໂຕນີໂອ ໃນໂອກາດທີ່ທ່ານເດີນທາງມາຢ້ຽມຢາມຫວຽດນາມຢ່າງເປັນທາງການ. ໃນການພົບປະ, ຜູ້ນຳລັດຖະບານຫວຽດນາມໄດ້ສະແດງຄວາມປາດຖະໜາທີ່ຈະໃຫ້ສອງປະເທດເປັນຂົວຕໍ່ເຊື່ອມໂຍງການຮ່ວມມືລະຫວ່າງອາຊຽນ ແລະ ສະຫະພາບອາຟຣິກາ, ສ້າງໂອກາດໃໝ່ໃຫ້ແກ່ການພັດທະນາຮ່ວມກັນ.

ຫວຽດນາມ - ອັງໂກລາ ມຸ່ງສູ່ການຮ່ວມມືຢ່າງແທ້ຈິງ ແລະ ມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອັງໂກລາ ເຕເຕ ອັນໂຕນີໂອ.

ເພື່ອເຮັດໃຫ້ການຮ່ວມມືທາງເສດຖະກິດເກີດຜົນເປັນຮູບປະທຳ, ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ອັງໂກລາສືບຕໍ່ສ້າງເງື່ອນໄຂອັນສະດວກໃຫ້ແກ່ກຸ່ມບໍລິສັດອຸດສາຫະກຳ - ພະລັງງານແຫ່ງຊາດຫວຽດນາມ (PVN) ແລະ ບັນດາວິສາຫະກິດຫວຽດນາມ ໃນການລົງທຶນ ແລະ ດຳເນີນທຸລະກິດຢູ່ອັງໂກລາ. ພ້ອມກັນນັ້ນ, ສອງຝ່າຍຄວນເລັ່ງລັດການເຈລະຈາ ແລະ ລົງນາມບັນດາເອກະສານສຳຄັນ, ໃນນັ້ນມີສັນຍາສົ່ງເສີມ ແລະ ປົກປ້ອງການລົງທຶນ, ສັນຍາຫຼີກເວັ້ນການເກັບພາສີຊ້ອນ ເພື່ອສ້າງພື້ນຖານຂະຫຍາຍປະເພດສິນຄ້າສົ່ງອອກ ແລະ ນຳເຂົ້າລະຫວ່າງສອງປະເທດ.

ນອກຈາກການລົງທຶນ ແລະ ການຄ້າ, ທ່ານ ເລ ມິງ ຮຶງ ຍັງສະເໜີໃຫ້ສອງຝ່າຍຄົ້ນຄວ້າຟື້ນຟູບັນດາໂຄງການຮ່ວມມືທີ່ມີມາແຕ່ເດີມ ໃນຂົງເຂດການສຶກສາ, ສາທາລະນະສຸກ ແລະ ກະສິກຳ. ທ່ານໄດ້ຮຽກຮ້ອງໃຫ້ລັດຖະບານອັງໂກລາສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອ ແລະ ອຳນວຍຄວາມສະດວກໃຫ້ຊຸມຊົນຊາວຫວຽດນາມ ກໍຄືບັນດາວິສາຫະກິດທີ່ກຳລັງດຳເນີນກິດຈະການຢູ່ອັງໂກລາ ສາມາດດຳລົງຊີວິດ ແລະ ເຮັດວຽກຢ່າງໝັ້ນຄົງ, ປະກອບສ່ວນຕໍ່ການພັດທະນາຂອງທັງສອງປະເທດ.

ທາງດ້ານທ່ານ ເຕເຕ ອັນໂຕນີໂອ ໄດ້ສະແດງຄວາມເຫັນດີຢ່າງສູງຕໍ່ບັນດາທິດທາງຮ່ວມມືທີ່ທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ໄດ້ສະເໜີ. ທ່ານຢືນຢັນຄວາມປາດຖະໜາໃຫ້ຫວຽດນາມສືບຕໍ່ຄຽງຂ້າງອັງໂກລາໃນໄລຍະພັດທະນາໃໝ່ ແລະ ຂະຫຍາຍການຮ່ວມມືຢ່າງຮອບດ້ານ, ໂດຍສະເພາະໃນຂົງເຂດກະສິກຳ, ການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ.

ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຊຸກຍູ້​ການ​ຮ່ວມ​ມື​​ລັດ​ຖະ​ສະພາ​ລະຫວ່າງ​​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຍສໝ - ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ເລແອງຕ໋ວນ ໄດ້​ຕອບ​ຄຳສຳພາດ​ຕໍ່​ນັກ​ຂ່າວ​ໃນ​ໂອກາດການໄປປະຕິບັດງານຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ໄດ້ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ລະຫວ່າງ​​​ລັດ​ຖະ​ສະພາ ບັນດາ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ຄັ້ງ​ທີ 46 (AIPA-46) ​ແລະ ການ​ຢ້ຽມຢາມ​ມາ​ເລ​ເຊຍ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16-20 ກັນຍາ 2025.

ອົງການ LDSC - ຂົວ​ທາງ​ມະນຸດສະທຳ​ລະຫວ່າງ​ຊາວ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ອົງການ LDSC - ຂົວ​ທາງ​ມະນຸດສະທຳ​ລະຫວ່າງ​ຊາວ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ

ຍສໝ - ໃນໄລຍະ 20 ປີຜ່ານມາ, ອົງການ LDSC (ອາເມລິກາ) ໄດ້ຜັນຂະຫຍາຍກ່ວາ 450 ໂຄງການຢູ່ຫວຽດນາມ ດ້ວຍມູນຄ່າການອຸປະຖຳກວ່າ 12 ລ້ານ USD, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັບແສນຄົນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ