![]() |
| ສະຫະພັນບັນດາອົງການມິດຕະພາບນະຄອນດ່ານັງ ໄດ້ປະສານສົມທົບກັບອົງການ Social Assistance Program for Vietnam (SAP-VN) ມອບລົດຖີບ 100 ຄັນ ໃຫ້ແກ່ນັກຮຽນທີ່ມີສະພາບຄອບຄົວຫຍຸ້ງຍາກຢູ່ຕາແສງທັງຟູ. ກິດຈະກຳດັ່ງກ່າວແມ່ນສ່ວນໜຶ່ງຂອງໂຄງການ “ແຜນງານຊ່ວຍເຫຼືອການພັດທະນາ ໄລຍະ 2026–2030” ທີ່ໄດ້ຮັບທຶນສະໜັບສະໜູນຈາກ SAP-VN ແລະ ໄດ້ຮັບການອະນຸມັດຈາກຄະນະກຳມະການປະຊາຊົນນະຄອນດ່ານັງ ຕາມຂໍ້ຕົກລົງເລກທີ 1700/QĐ-UBND. ລົດຖີບເຫຼົ່ານີ້ຊ່ວຍໃຫ້ນັກຮຽນມີພາຫະນະເດີນທາງເພີ່ມເຕີມ, ອຳນວຍຄວາມສະດວກໃນການໄປໂຮງຮຽນ. ແຜນງານດັ່ງກ່າວສະທ້ອນໃຫ້ເຫັນເຖິງການປະສານສົມທົບລະຫວ່າງອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ທ້ອງຖິ່ນ ໃນການຊ່ວຍເຫຼືອດ້ານການສຶກສາ, ປະກອບສ່ວນແບ່ງເບົາຄວາມຫຍຸ້ງຍາກໃຫ້ແກ່ບັນດາຄອບຄົວ ແລະ ໃຫ້ກຳລັງໃຈນັກຮຽນສືບຕໍ່ການຮ່ຳຮຽນ. |
ຍສໝ - ຜົນງານຈິດຕະກຳ 100 ຜົນງານຂອງບັນດາຈິດຕະກອນຫວຽດນາມ ແລະ ໄທ ໄດ້ນຳມາຈັດສະແດງທີ່ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ, ເຊິ່ງຈັດຂຶ້ນແຕ່ວັນທີ 18-30 ສິງຫາ 2026 ທີ່ຫໍພິພິທະພັນສິລະປະ ມະຫາວິທະຍາໄລຂອນແກ່ນ, ພາກຕາເວັນອອກສຽງເໜືອຂອງໄທ. ກິດຈະກຳນີ້ເປັນອີກໜຶ່ງຂົວເຊື່ອມການແລກປ່ຽນວັດທະນະທຳ ແລະ ເສີມສ້າງມິດຕະພາບລະຫວ່າງປະຊາຊົນສອງປະເທດ. |
ຍສໝ - ແຕ່ວັນທີ 1-4/10/2026, ຜະລິດຕະພັນອັນເປັນເອກະລັກຂອງຫວຽດນາມ ແລະ ລາວ ຫຼາຍກວ່າ 100 ລາຍການ ໄດ້ຮັບການແນະນຳ, ວາງສະແດງ ແລະ ຈຳໜ່າຍໂດຍກົງ ຢູ່ເລກທີ 93 ຖະໜົນ ດິງຕຽນຮວ່າງ, ຮ່າໂນ້ຍ ໃນຂອບ “ສັບປະດາຜະລິດຕະພັນຫວຽດນາມ - ລາວ”. |
ມິງດຶກ
