100 ຜົນງານຈິດຕະກຳສານສາຍໃຍມິດຕະພາບ ຫວຽດນາມ - ໄທ

14:43 | 20/08/2026

ຍສໝ - ຜົນງານຈິດຕະກຳ 100 ຜົນງານຂອງບັນດາຈິດຕະກອນຫວຽດນາມ ແລະ ໄທ ໄດ້ນຳມາຈັດສະແດງທີ່ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ, ເຊິ່ງຈັດຂຶ້ນແຕ່ວັນທີ 18-30 ສິງຫາ 2026 ທີ່ຫໍພິພິທະພັນສິລະປະ ມະຫາວິທະຍາໄລຂອນແກ່ນ, ພາກຕາເວັນອອກສຽງເໜືອຂອງໄທ. ກິດຈະກຳນີ້ເປັນອີກໜຶ່ງຂົວເຊື່ອມການແລກປ່ຽນວັດທະນະທຳ ແລະ ເສີມສ້າງມິດຕະພາບລະຫວ່າງປະຊາຊົນສອງປະເທດ.

50 ປີ ແຫ່ງການທະນຸຖະໜອມສາຍພົວພັນມິດຕະພາບ ຫວຽດນາມ - ໄທ 50 ປີ ຫວຽດນາມ - ໄທ ຂະຫຍາຍບັນດາຂົວເຊື່ອມຕໍ່

ງານວາງສະແດງຈັດຂຶ້ນໂດຍສະຖານກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ, ຮ່ວມກັບຄະນະຂົນຂວາຍດ້ານວິຈິດສິນ ແລະ ການທູດວັດທະນະທຳຫວຽດນາມ, ມະຫາວິທະຍາໄລຄູສິລະປະສູນກາງ ແລະ ມະຫາວິທະຍາໄລຂອນແກ່ນ.

ນີ້ແມ່ນໜຶ່ງໃນບັນດາກິດຈະກຳວັດທະນະທຳ ແລະ ສິລະປະທີ່ໂດດເດັ່ນ ໃນຂອບການລະນຶກ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ - ໄທ (6 ສິງຫາ 1976 - 6 ສິງຫາ 2026). ຜ່ານບັນດາຜົນງານຈິດຕະກຳ, ພາບພົດຂອງປະເທດ ແລະ ຜູ້ຄົນຫວຽດນາມ - ໄທ ໄດ້ຮັບການແນະນຳໃຫ້ສາທາລະນະຊົນສອງປະເທດຮູ້ຈັກຢ່າງໃກ້ຊິດຍິ່ງຂຶ້ນ.

ກ່າວທີ່ພິທີເປີດງານ, ທ່ານ ດິງ ຮວ່າງ ລິງ, ກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ, ເນັ້ນວ່າ ໄລຍະ 50 ປີແຫ່ງການພົວພັນການທູດຫວຽດນາມ - ໄທ ເປັນຂີດໝາຍປະຫວັດສາດສຳຄັນ, ທີ່ໄດ້ຮັບການສ້າງສາຈາກຄວາມຜູກພັນອັນເລິກເຊິ່ງລະຫວ່າງສອງຊາດ, ນ້ຳໃຈມິດຕະພາບອັນສູງສົ່ງຂອງປະທານໂຮ່ຈີມິນ ແລະ ຄວາມຈິງໃຈ, ຄວາມພະຍາຍາມຮັກສາສາຍສຳພັນຂອງຊຸມຊົນຊາວຫວຽດນາມຢູ່ໄທ.

ສິລະປະຈິດຕະກຳເຊື່ອມສາຍສຳພັນມິດຕະພາບ ຫວຽດນາມ - ໄທ
ງານວາງສະແດງໄດ້ປະກອບສ່ວນສ້າງຂົວເຊື່ອມແຫ່ງການແລກປ່ຽນວັດທະນະທຳເພີ່ມເຕີມ, ເສີມສ້າງຄວາມເຂົ້າໃຈ, ຄວາມໄວ້ວາງໃຈ ແລະ ມິດຕະພາບລະຫວ່າງປະຊາຊົນຫວຽດນາມ ແລະ ໄທ.

ທ່ານຢືນຢັນວ່າ ຕະຫຼອດເສັ້ນທາງເຄິ່ງສະຕະວັດ, ວັດທະນະທຳໄດ້ເຮັດໜ້າທີ່ເປັນຂົວເຊື່ອມພິເສດ, ຊ່ວຍເຜີຍແຜ່ຄຸນຄ່າອັນດີງາມ, ເຊື່ອມໂຍງຜູ້ຄົນ ແລະ ແບ່ງປັນຄຸນຄ່າມະນຸດສະທຳ, ຈິດໃຈສາມັກຄີ ແລະ ມິດຕະພາບລະຫວ່າງສອງຊາດ. ງານວາງສະແດງຄັ້ງນີ້ຈຶ່ງເປັນອີກໜຶ່ງກິດຈະກຳທີ່ສະທ້ອນບົດບາດຂອງການທູດວັດທະນະທຳໃນການເຊື່ອມສານປະຊາຊົນ.

ບັນທຶກມິດຕະພາບຜ່ານຜົນງານຈິດຕະກຳ

ຈຸດເດັ່ນຂອງງານວາງສະແດງແມ່ນ ຫຼາຍຜົນງານໄດ້ຖືກສ້າງສັນຂຶ້ນຈາກການພົບປະ ແລະ ແລກປ່ຽນສິລະປະລະຫວ່າງຈິດຕະກອນຫວຽດນາມ ແລະ ໄທ. ບັນດາຜົນງານໄດ້ບັນທຶກຄວາມຊົງຈຳກ່ຽວກັບມິດຕະພາບ ຕະຫຼອດຈົນປະສົບການຄົ້ນຫາທິວທັດ, ຜູ້ຄົນ ແລະ ວິຖີຊີວິດຢູ່ດິນແດນແຫ່ງວັດວາອາຮາມສີທອງ.

ນອກຈາກການແນະນຳຜົນງານສິລະປະແລ້ວ, ໃນຂອບງານວາງສະແດງ, ມະຫາວິທະຍາໄລຂອນແກ່ນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈກັບຄະນະຂົນຂວາຍດ້ານວິຈິດສິນ ແລະ ການທູດວັດທະນະທຳຫວຽດນາມ ແລະ ມະຫາວິທະຍາໄລຄູສິລະປະສູນກາງ.

ສິລະປະຈິດຕະກຳເຊື່ອມສາຍສຳພັນມິດຕະພາບ ຫວຽດນາມ - ໄທ
ທ່ານ ດິງ ຮວ່າງ ລິງ, ຫົວໜ້າກົງສຸນໃຫຍ່ຫວຽດນາມປະຈຳຂອນແກ່ນ, ກ່າວຄຳປາໄສໃນພິທີ.

ບົດບັນທຶກດັ່ງກ່າວໄດ້ສ້າງຂອບການຮ່ວມມືເພື່ອຜັນຂະຫຍາຍບັນດາຂໍ້ລິເລີ່ມດ້ານສິລະປະ, ຈັດກິດຈະກຳພົບປະແລກປ່ຽນ, ແບ່ງປັນປະສົບການດ້ານການສຶກສາ ແລະ ຝຶກອົບຮົມ, ພ້ອມທັງສົ່ງເສີມການຮ່ວມກັນສ້າງສັນຜົນງານຂອງບັນດາສິລະປິນສອງປະເທດໃນໄລຍະຕໍ່ໜ້າ.

ໃນສະພາບການທີ່ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານຫວຽດນາມ - ໄທ ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ເປັນຮູບປະທຳ, ການເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ສິລະປະ ແລະ ການຕ່າງປະເທດປະຊາຊົນ ຍິ່ງມີຄວາມໝາຍສຳຄັນ. ງານວາງສະແດງຈິດຕະກຳຄັ້ງນີ້ໄດ້ປະກອບສ່ວນເສີມສ້າງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນ້ຳໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ.

ເສັ້ນທາງ 50 ປີແຫ່ງສາຍພົວພັນການທູດຫວຽດນາມ - ໄທ ບໍ່ພຽງແຕ່ເປັນຂີດໝາຍແຫ່ງຄວາມພາກພູມໃຈ ແຕ່ຍັງເປີດທາງສູ່ໄລຍະຮ່ວມມືໃໝ່. ຜ່ານງານວາງສະແດງນີ້, ບັນດາຈິດຕະກອນສອງປະເທດມີໂອກາດພົບປະ, ແລກປ່ຽນ ແລະ ຮ່ວມກັນສ້າງສັນຜົນງານ, ສືບຕໍ່ຖ່າຍທອດເລື່ອງລາວມິດຕະພາບຫວຽດນາມ - ໄທ ຜ່ານພາສາອັນພິເສດຂອງສິລະປະ.

ຫ້າສິບປີແມ່ນເສັ້ນທາງແຫ່ງຄວາມພາກພູມໃຈ, ພ້ອມກັນນັ້ນກໍແມ່ນຂີດໝາຍທີ່ເປີດສູ່ບັນດາທົດສະວັດໃໝ່ໃນສາຍພົວພັນສອງປະເທດ. ງານວາງສະແດງຈິດຕະກຳ ຫວຽດນາມ - ໄທ ແມ່ນເຫດການທີ່ມີຄວາມໝາຍ, ປະກອບສ່ວນສ້າງພື້ນຖານອັນໝັ້ນຄົງຍືນຍົງໃຫ້ແກ່ສາຍພົວພັນຮ່ວມມືໃນອະນາຄົດ, ສ້າງໂອກາດເພີ່ມຕື່ມໃຫ້ສິລະປິນສອງປະເທດໄດ້ພົບປະແລກປ່ຽນ, ສ້າງສັນຜົນງານ ແລະ ຮ່ວມກັນຂຽນສືບຕໍ່ເລື່ອງລາວມິດຕະພາບ ຫວຽດນາມ - ໄທ ດ້ວຍພາສາອັນພິເສດຂອງສິລະປະ.

ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ ສີສັນເຄື່ອງນຸ່ງໃນ 50 ປີ ຫວຽດນາມ - ໄທ
ຍສໝ - ວັນທີ 6/8, ງານວາງສະແດງ “ສານສາຍໃຍມິດຕະພາບ: ເຊີດຊູ 50 ປີແຫ່ງສາຍພົວພັນການທູດ ຫວຽດນາມ - ໄທ” ໄດ້ໄຂຂຶ້ນຢູ່ ຮ່າໂນ້ຍ, ແນະນຳເຄື່ອງນຸ່ງປະເພນີ ແລະ ຈຸດຄ້າຍຄືກັນດ້ານວັດທະນະທຳລະຫວ່າງສອງປະເທດ. ເຫດການຍັງເນັ້ນໜັກບົດບາດຂອງການແລກປ່ຽນປະຊາຊົນໃນເສັ້ນທາງເຄິ່ງສະຕະວັດແຫ່ງສາຍພົວພັນສອງຝ່າຍ.
ຫວຽດນາມ - ໄທ ແລກປ່ຽນສານອວຍພອນເນື່ອງໃນໂອກາດ 50 ປີແຫ່ງການພົວພັນການທູດ ຫວຽດນາມ - ໄທ ແລກປ່ຽນສານອວຍພອນເນື່ອງໃນໂອກາດ 50 ປີແຫ່ງການພົວພັນການທູດ
ຍສໝ - ເນື່ອງໃນໂອກາດຄົບຮອບ 50 ປີແຫ່ງວັນສ້າງຕັ້ງການພົວພັນການທູດລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກໄທ (06/8/1976 - 06/8/2026), ວັນທີ 06/8, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ໄດ້ສົ່ງສານອວຍພອນເຖິງທ່ານ Anutin Charnvirakul ນາຍົກລັດຖະມົນຕີໄທ.

ມິງດຶກ