| ຫວຽດນາມຕິດ 10 ອັນດັບຕົ້ນຂອງປະເທດຈຸດໝາຍປາຍທາງທີ່ນັກທ່ອງທ່ຽວສາກົນມັກຫຼາຍທີ່ສຸດໃນປີ 2026 ບັນດາທ້ອງຖິ່ນກຽມພ້ອມຈັດວັນວັດທະນະທຳຫວຽດນາມ ປີ 2026 |
![]() |
| ງານດັ່ງກ່າວຈັດຂຶ້ນໂດຍສະຖານທູດຫວຽດນາມ ຮ່ວມກັບສະຖານທູດຈີນ, ອິນເດຍ, ອິນໂດເນເຊຍ, ຍີ່ປຸ່ນ, ກາຊັກສະຖານ ແລະ ປາແລັດສະຕິນ, ໂດຍມີຫຼາຍກິດຈະກຳແລກປ່ຽນວັດທະນະທຳ, ການສະແດງສິລະປະການຕໍ່ສູ້, ດົນຕີ ແລະ ການຟ້ອນລຳພື້ນເມືອງ. ກ່າວຄຳປາໄສໃນງານ, ທ່ານ ຟ້າມ ເຈື່ອງ ຢາງ, ເອກອັກຄະລັດຖະທູດຫວຽດນາມປະຈຳສະໂລວາກີ ໄດ້ເນັ້ນໜັກເຖິງຄວາມໝາຍຂອງງານວັນອາຊີ ໃນການເພີ່ມທະວີຄວາມເຂົ້າໃຈ ແລະ ມິດຕະພາບລະຫວ່າງປະຊາຊົນບັນດາປະເທດ. ທ່ານເອກອັກຄະລັດຖະທູດໄດ້ແນະນຳເອກະລັກທາງວັດທະນະທຳອັນຫຼາກຫຼາຍຂອງຫວຽດນາມ ທີ່ໄດ້ກໍ່ຮ່າງສ້າງຕົວຂຶ້ນຜ່ານປະຫວັດສາດອັນຍາວນານ ແລະ ການຢູ່ຮ່ວມກັນຂອງ 54 ຊົນເຜົ່າ. ນອກຈາກບັນດາລາຍການສິລະປະແລ້ວ, ຮ້ານວາງສະແດງຂອງຫວຽດນາມຍັງໄດ້ນຳສະເໜີຜະລິດຕະພັນຂອງທີ່ລະນຶກ ແລະ ເຄື່ອງປະດັບຕົກແຕ່ງພື້ນເມືອງຫຼາຍປະເພດ, ປະກອບສ່ວນໂຄສະນາພາບລັກຂອງປະເທດ ແລະ ຊາວຫວຽດນາມ ໃຫ້ແກ່ປະຊາຊົນສະໂລວາກີ. |
ຍສໝ - ການເຂົ້າຮ່ວມຂອງບັນດາກຸ່ມບໍລິສັດຜະລິດຍົນທີ່ມີຊື່ສຽງລະດັບໂລກໃນເວທີປາໄສອຸດສາຫະກຳການບິນຫວຽດນາມ 2026 (VAF 2026) ຖືກຄາດຫວັງວ່າຈະສ້າງແຮງຊຸກຍູ້ອັນໃຫຍ່ຫຼວງ, ເປີດກວ້າງປະຕູແຫ່ງການເຊື່ອມໂຍງໃຫ້ແກ່ເຄືອຂ່າຍການສະໜອງການບິນພາຍໃນປະເທດ. |
ຍສໝ - ໃນຕອນຄ່ຳວັນທີ 3 ຕຸລາ, ເຫດການ “ວັນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ ປີ 2026” ໄດ້ດຳເນີນໄປຢ່າງເປັນທາງການ ຢູ່ ເຂດພິເສດ ຝູກວັກ. ນີ້ແມ່ນກິດຈະກຳຈຸດສຸມ ໂດຍແຂວງ ອານຢາງ ປະສົມປະສານກັບ ສະຖານທູດ ເກົາຫຼີ ປະຈຳ ຫວຽດນາມ ຈັດຕັ້ງຂຶ້ນ ແນ່ໃສ່ສ້າງຂີດໝາຍແຫ່ງຄວາມຜູກພັນມິດຕະພາບສອງຝ່າຍ ຄົບຮອບ 34 ປີ (1992 - 2026). |
ຄຳສີ
