| ການແລກປ່ຽນວັດທະນະທຳ ຫວຽດນາມ - ສ.ເກົາຫຼີ 2026: ສະເຫຼີມສະຫຼອງ 34 ປີ ສາຍພົວພັນການທູດ ຢູ່ ຝູກວັກ ການແລກປ່ຽນປະຊາຊົນປະກອບສ່ວນຮັດແໜ້ນສາຍພົວພັນຫວຽດນາມ - ສ.ເກົາຫຼີ |
ໂຄງການ “ພິທີມອບສິ່ງຂອງໃຫ້ແກ່ຊຸມຊົນຊາວຫວຽດນາມປະຈຳແຂວງ Chungnam” ໄດ້ຮັບການປະສານສົມທົບຈາກສູນສະຫວັດດີການຫວຽດນາມ - ເຮືອນແຫ່ງບ້ານເກີດເມືອງນອນ ແລະ ສະມາຄົມຊາວຫວຽດນາມປະຈຳນະຄອນ Asan. ຂອງຂວັນປະກອບມີບັນດາສິນຄ້າອຸປະໂພກບໍລິໂພກທີ່ຈຳເປັນ, ເພື່ອຊ່ວຍເຫຼືອຊາວຫວຽດນາມທີ່ກຳລັງດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ທ້ອງຖິ່ນ.
![]() |
| ກິດຈະກຳມອບຂອງຂວັນເພື່ອຊ່ວຍເຫຼືອຊຸມຊົນຊາວຫວຽດນາມທີ່ກຳລັງດຳລົງຊີວິດ, ສຶກສາຮ່ຳຮຽນ ແລະ ເຮັດວຽກຢູ່ແຂວງ Chungnam, ສ.ເກົາຫຼີ. |
ກ່າວຄຳເຫັນໃນງານ, ທ່ານ ດຣ. ຫງວຽນ ແທງ ລຽມ ປະທານສະມາຄົມຊາວຫວຽດນາມປະຈຳແຂວງ Chungnam ໄດ້ສົ່ງຄຳຂອບໃຈໄປຍັງບັນດາຫົວໜ່ວຍທີ່ຮ່ວມດຳເນີນໂຄງການ, ພ້ອມທັງຕີລາຄາວ່າ ການເພີ່ມທະວີການປະສານສົມທົບລະຫວ່າງວິສາຫະກິດ ແລະ ອົງການຊຸມຊົນ ແມ່ນວິທີການທີ່ເປັນຮູບປະທຳໃນການລະດົມແຫຼ່ງກຳລັງ, ຊ່ວຍເຫຼືອພີ່ນ້ອງປະຊາຊົນໃຫ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ປັບປຸງຊີວິດການເປັນຢູ່.
ຕາມທ່ານ ຫງວຽນ ແທງ ລຽມ ແລ້ວ, ນອກຈາກໜ້າທີ່ເປັນຕົວແທນ, ເຊື່ອມຕໍ່ ແລະ ຊ່ວຍເຫຼືອຊາວຫວຽດນາມແລ້ວ, ສະມາຄົມຈະສືບຕໍ່ເປີດກວ້າງການຮ່ວມມືກັບວິສາຫະກິດ, ອົງການສັງຄົມ ແລະ ບັນດາຄູ່ຮ່ວມມືຢູ່ ສ.ເກົາຫຼີ. ການດຳເນີນງານນີ້ແນໃສ່ເຊື່ອມໂຍງແຫຼ່ງກຳລັງຕ່າງໆເຂົ້າກັບຄວາມຕ້ອງການຕົວຈິງຂອງຊຸມຊົນ, ນັບແຕ່ການຊ່ວຍເຫຼືອດ້ານຊີວິດປະຈຳວັນ, ການໃຫ້ຄຳປຶກສາ, ການປັບຕົວເຂົ້າກັບສັງຄົມ ຈົນເຖິງການພັດທະນາການຮ່ວມມືດ້ານເສດຖະກິດ ແລະ ວັດທະນະທຳ.
ປະທານສະມາຄົມຊາວຫວຽດນາມປະຈຳແຂວງ Chungnam ຍັງໄດ້ເນັ້ນໜັກເຖິງການສ້າງຮູບແບບການປະສານສົມທົບລະຫວ່າງບັນດາສະມາຄົມ, ວິສາຫະກິດ ແລະ ອົງການສະຫວັດດີການສັງຄົມ, ເພື່ອມຸ່ງໄປສູ່ບັນດາກິດຈະກຳທີ່ມີປະສິດທິຜົນຕົວຈິງ, ຮັບປະກັນຄວາມໂປ່ງໃສ ແລະ ຄວາມສາມາດໃນການດຳເນີນງານຢ່າງຍາວນານ.
ຜ່ານໂຄງການນີ້, ສະມາຄົມໄດ້ວາງເປົ້າໝາຍເປີດກວ້າງເຄືອຂ່າຍຄູ່ຮ່ວມມື, ຂົນຂວາຍໃຫ້ວິສາຫະກິດປະຕິບັດຄວາມຮັບຜິດຊອບຕໍ່ສັງຄົມຢ່າງຕັ້ງໜ້າ ແລະ ສືບຕໍ່ສົ່ງເສີມບົດບາດໃນການເຊື່ອມຕໍ່ຊຸມຊົນ, ປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫວຽດນາມ - ສ.ເກົາຫຼີ.
ຍສໝ - ບໍ່ພຽງແຕ່ດຳເນີນໃນໄລຍະສອງສາມວັນຄືກັບງານວາງສະແດງສິນຄ້າແບບດັ້ງເດີມ, ຮູບແບບງານວາງສະແດງດິຈິຕອນ ຫວຽດນາມ - ສ.ເກົາຫຼີ ຄາດວ່າຈະຊ່ວຍໃຫ້ວິສາຫະກິດຮັກສາການເຊື່ອມຕໍ່, ຊອກຫາຄູ່ຮ່ວມມື ແລະ ເປີດກວ້າງໂອກາດການຄ້າຢ່າງຕໍ່ເນື່ອງ ດ້ວຍການນຳໃຊ້ຂໍ້ມູນ ແລະ ປັນຍາປະດິດ (AI). |
ຍສໝ - ໂດຍຕອບຮັບຄຳເຊີນຂອງທ່ານ Cho Jeong Sik, ປະທານສະພາແຫ່ງຊາດ ສ.ເກົາຫຼີ ແລະ ພັນລະຍາ, ທ່ານ Sandag Byambatsogt, ປະທານສະພາແຫ່ງຊາດມົງໂກລີ ແລະ ພັນລະຍາ, ທ່ານ ເຈິ່ນແທງເໝິ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະຢ້ຽມຢາມ ສ.ເກົາຫຼີ ແລະ ມົງໂກລີ ຢ່າງເປັນທາງການ ແຕ່ວັນທີ 6-11/9/2026. |
ຄຳສີ
