| ນັກສຶກສາຫວຽດນາມຢູ່ໂອຕຣິດ ສົ່ງເສີມບົດບາດເຊື່ອມໂຍງຊຸມຊົນ ຊາວຫວຽດນາມເກືອບ 28.000 ຄົນຢູ່ຍີ່ປຸ່ນ ເຂົ້າຮ່ວມການແຂ່ງຂັນຄວາມຮູ້ດ້ານກົດໝາຍ |
ຜົນການສຳຫຼວດສຳມະໂນຄົວຄັ້ງຫຼ້າສຸດຂອງຍີ່ປຸ່ນສະແດງໃຫ້ເຫັນວ່າ ປັດຈຸບັນ ຊາວຫວຽດນາມກວມເອົາ 15,9% ຂອງຈຳນວນຊາວຕ່າງປະເທດທັງໝົດທີ່ພຳນັກອາໄສຢູ່ປະເທດນີ້. ການເພີ່ມຂຶ້ນຢ່າງໄວວາໃນຮອບ 5 ປີ ໄດ້ເຮັດໃຫ້ຊຸມຊົນຊາວຫວຽດນາມຂຶ້ນມາຢູ່ອັນດັບທີສອງດ້ານຈຳນວນປະຊາກອນ.
ຕາມທ່ານນາງ Ayumi Minamida ຜູ້ຕາງໜ້າບໍລິສັດຄົ້ນຄວ້າ ແລະ ໃຫ້ຄຳປຶກສາ Mitsubishi UFJ ແລ້ວ, ຈຳນວນພົນລະເມືອງຫວຽດນາມທີ່ໄດ້ຮັບສະຖານະການພຳນັກສຳລັບແຮງງານວິຊາຊີບກຳລັງມີທ່າອ່ຽງເພີ່ມຂຶ້ນ. ກຸ່ມນີ້ລວມມີວິສະວະກອນ, ຜູ້ທີ່ເຮັດວຽກໃນຂະແໜງວິຊາຊີບດ້ານມະນຸດສາດ ເຊັ່ນ: ການບັນຊີ, ການບໍລິຫານບຸກຄະລາກອນ, ທຸລະກິດ ແລະ ບັນດາອາຊີບທີ່ມີລັກສະນະສາກົນ.
![]() |
| ກິດຈະກຳໜຶ່ງໃນຂອບເຂດງານບຸນວັດທະນະທຳຫວຽດນາມ ປະຈຳປີ 2026 ຢູ່ຍີ່ປຸ່ນ. |
ໃນຂະນະດຽວກັນ, ຊຸມຊົນຊາວເກົາຫຼີຢູ່ຍີ່ປຸ່ນຫຼຸດລົງ 8,3% ທຽບໃສ່ປີ 2020, ເຫຼືອ 398.495 ຄົນ. ສະພາບການສູງອາຍຸຂອງປະຊາກອນກໍປາກົດຢ່າງຊັດເຈນໃນກຸ່ມປະຊາກອນນີ້, ເມື່ອອັດຕາຜູ້ມີອາຍຸແຕ່ 65 ປີຂຶ້ນໄປເພີ່ມຂຶ້ນ 2,7 ຈຸດສ່ວນຮ້ອຍ, ບັນລຸ 30,6%, ສູງກວ່າອັດຕາ 29,4% ຂອງປະຊາກອນຍີ່ປຸ່ນທັງໝົດ.
ໃນຂອບເຂດທົ່ວປະເທດ, ຍີ່ປຸ່ນບັນທຶກວ່າມີຊາວຕ່າງປະເທດດຳລົງຊີວິດຢູ່ປະມານ 3,84 ລ້ານຄົນ, ເທົ່າກັບ 3,1% ຂອງປະຊາກອນ. ນີ້ແມ່ນລະດັບສູງສຸດເທົ່າທີ່ເຄີຍມີມາ ທັງໃນດ້ານຈຳນວນ ແລະ ອັດຕາສ່ວນ.
ຈີນຍັງຄົງຢືນອັນດັບໜຶ່ງໃນບັນດາຊຸມຊົນຊາວຕ່າງປະເທດຢູ່ຍີ່ປຸ່ນ ດ້ວຍຈຳນວນ 923.013 ຄົນ, ເພີ່ມຂຶ້ນ 18% ໃນຮອບ 5 ປີ.
ນອກຈາກຫວຽດນາມແລ້ວ, ບາງຊຸມຊົນຈາກອາຊີຕາເວັນອອກສຽງໃຕ້ກໍບັນທຶກອັດຕາການເພີ່ມຂຶ້ນຢ່າງຫຼວງຫຼາຍ. ຈຳນວນຊາວມຽນມາບັນລຸ 163.132 ຄົນ, ສູງເກືອບ 6 ເທົ່າທຽບໃສ່ປີ 2020. ຊຸມຊົນຊາວອິນໂດເນເຊຍເພີ່ມຂຶ້ນປະມານ 4 ເທົ່າ, ເປັນ 226.290 ຄົນ. ພົນລະເມືອງສ່ວນໃຫຍ່ຂອງສອງປະເທດນີ້ຢູ່ໃນໄວແຮງງານ ແຕ່ 15 ຫາ 64 ປີ.
ການເພີ່ມຂຶ້ນຂອງຊາວຫວຽດນາມ ແລະ ບັນດາຊຸມຊົນຈາກອາຊີຕາເວັນອອກສຽງໃຕ້ ກຳລັງປະກອບສ່ວນປ່ຽນແປງໂຄງປະກອບປະຊາກອນຊາວຕ່າງປະເທດຢູ່ຍີ່ປຸ່ນ, ໃນສະພາບທີ່ປະເທດນີ້ກຳລັງປະເຊີນກັບທ່າອ່ຽງປະຊາກອນສູງອາຍຸ ແລະ ຄວາມຕ້ອງການແຮງງານໃນຫຼາຍຂະແໜງອາຊີບ.
ເຖິງແມ່ນວ່າຈຳນວນຊາວຕ່າງປະເທດຍັງສືບຕໍ່ເພີ່ມຂຶ້ນ, ແຕ່ອັດຕາສ່ວນຂອງກຸ່ມປະຊາກອນນີ້ໃນຈຳນວນປະຊາກອນຍີ່ປຸ່ນທັງໝົດຍັງຢູ່ໃນລະດັບຂ້ອນຂ້າງຕ່ຳ ທຽບໃສ່ບັນດາເສດຖະກິດພັດທະນາອື່ນໆ.
ຕາມຂໍ້ມູນຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ຍີ່ປຸ່ນແມ່ນປະເທດດຽວໃນກຸ່ມ 7 ປະເທດອຸດສາຫະກຳພັດທະນາຊັ້ນນຳຂອງໂລກ (G7) ທີ່ມີອັດຕາຊາວຕ່າງປະເທດດຳລົງຊີວິດຢູ່ບໍ່ທັນເກີນ 10% ຂອງປະຊາກອນ.
ຍສໝ - ແຕ່ວັນທີ 17-20/9, ຄະນະປະຕິບັດງານກະຊວງການຕ່າງປະເທດ ໄດ້ພົບປະກັບປະຊາຄົມຊາວຫວຽດນາມຢູ່ Auckland ແລະ Wellington, ແຈ້ງໃຫ້ຊາບກ່ຽວກັບບັນດາແນວທາງ, ນະໂຍບາຍໃໝ່, ຮັບຟັງຄວາມໃນໃຈ ແລະ ຂໍ້ສະເໜີຂອງຊາວຫວຽດນາມຢູ່ຕ່າງປະເທດ, ພ້ອມທັງສະເໜີໃຫ້ປະຊາຄົມສືບຕໍ່ສົ່ງເສີມບົດບາດເປັນຂົວເຊື່ອມໃນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ນູແວນເຊລັງ. |
ຍສໝ - ງານບຸນວັນເພັງ ບໍ່ພຽງແຕ່ຈຳລອງຄືນໃໝ່ຢ່າງຄົບຖ້ວນ ພື້ນທີ່ວັດທະນະທຳດັ້ງເດີມ ໃຫ້ແກ່ຊາວຫວຽດນາມ ຢູ່ ສິງກະໂປ ເທົ່ານັ້ນ, ແຕ່ຍັງເປັນການຢືນຢັນຢ່າງແຂງແຮງວ່າ: ບໍ່ວ່າຈະຢູ່ໃສກໍ່ຕາມ, ເອກະລັກ ແລະ ຈິດໃຈການໂຮມຊຸມນຸມຂອງຊາດ ຍັງຄົງເປັ່ງປະກາຍຍາມໃດ. |
ດວງດີ
