ຍສໝ - ວັນທີ 10/8, ຢູ່ຮ່າໂນ້ຍ, ກົມພິທີການລັດ ແລະ ການແປພາສາຕ່າງປະເທດ (ກະຊວງການຕ່າງປະເທດ) ໄດ້ຈັດກອງປະຊຸມສຳມະນາວິທະຍາສາດ “ຍົກລະດັບວຽກງານພິທີການຕ່າງປະເທດຫວຽດນາມ ໃນຍຸກແຫ່ງການບືນຕົວຂຶ້ນຂອງຊາດ: ພື້ນຖານທິດສະດີ, ສະພາບຕົວຈິງ ແລະ ວິທີແກ້ໄຂ”.
ຍສໝ - ໃນຂອບເຂດການຢ້ຽມຢາມຂັ້ນລັດຢູ່ອົດສະຕາລີ, ຕອນທ່ຽງວັນທີ 11/8 (ຕາມເວລາທ້ອງຖິ່ນ), ຢູ່ນະຄອນຫຼວງ Canberra, ທັນທີພາຍຫຼັງການເຈລະຈາ, ທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ Anthony Albanese, ນາຍົກລັດຖະມົນຕີອົດສະຕາລີ ໄດ້ພົບປະກັບສື່ມວນຊົນ.
ຍສໝ - ການຢ້ຽມຢາມຂັ້ນລັດຂອງທ່ານ ໂຕເລິມ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຢູ່ອົດສະຕາລີ ແຕ່ວັນທີ 9-12/8 ໄດ້ຮັບຄວາມສົນໃຈຈາກຫຼາຍສຳນັກສື່ມວນຊົນອົດສະຕາລີ, ໂດຍສຸມໃສ່ທ່າແຮງໃນການເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານເລິກເຊິ່ງຍິ່ງຂຶ້ນ, ໂດຍສະເພາະໃນບັນດາຂົງເຂດເສດຖະກິດ, ພະລັງງານ, ເຕັກໂນໂລຊີ ແລະ ຄວາມໝັ້ນຄົງໃນພາກພື້ນ.
ຍສໝ - ທ່ານນາງ Margaret Villamizar, ສະມາຊິກພັກ CPC ML, ໃຫ້ຮູ້ວ່າ ສິ່ງທີ່ເຮັດໃຫ້ທ່ານນາງປະທັບໃຈເປັນພິເສດຕໍ່ປະຊາຊົນຫວຽດນາມ ແມ່ນຄວາມໜັກແໜ້ນໃນການຕໍ່ສູ້ເພື່ອປົກປັກຮັກສາເອກະລາດ ແລະ ສິດໃນການຕັດສິນຊາຕາກຳຂອງຕົນເອງ.
ຍສໝ - ພາຍຫຼັງ 50 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ການແລກປ່ຽນປະຊາຊົນ ຫວຽດນາມ - ໄທ ພວມມຸ່ງໄປສູ່ການເຊື່ອມຕໍ່ທີ່ເປັນຮູບປະທຳຫຼາຍຂຶ້ນລະຫວ່າງທ້ອງຖິ່ນ, ວິສາຫະກິດ ແລະ ຄົນຮຸ່ນໜຸ່ມ. ທີ່ພິທີລະນຶກຢູ່ ເຫງະອານ, ການນຳຂອງສອງສະມາຄົມມິດຕະພາບໄດ້ຍົກໃຫ້ເຫັນບັນດາຈຸດສຸມສຳລັບໄລຍະຕໍ່ໄປ, ນັບແຕ່ການເຊື່ອມຕໍ່ເສດຖະກິດທ້ອງຖິ່ນ, ວິສາຫະກິດຂະໜາດກາງ ແລະ ຂະໜາດນ້ອຍ ໄປຈົນເຖິງນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ປັນຍາປະດິດ (AI).
ຍສໝ - ວັນທີ 10/8, ທີ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບຫວຽດນາມ - ລາວ ນຳໂດຍ ທ່ານ ຫງວຽນດັກວິງ, ກຳມະການສູນກາງພັກ, ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານຄະນະວັດທະນະທຳ ແລະ ສັງຄົມຂອງສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ໄປຍັງສະຖານທູດແຫ່ງ ສປປ ລາວ ປະຈຳຫວຽດນາມ ເພື່ອຂຽນປຶ້ມໄວ້ອາໄລ ລະນຶກເຖິງ ສະຫາຍ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດລາວ.
ຍສໝ - ວັນທີ 10/8/2026, ທີ່ ຮ່າໂນ້ຍ, ຄະນະກຳມະການແຫ່ງລັດວ່າດ້ວຍຊາວຫວຽດນາມຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດ ໄດ້ຈັດກອງສຳມະນາ “ການສ້າງ ແລະ ພັດທະນາເຄືອຂ່າຍຜູ້ຊ່ຽວຊານ, ປັນຍາຊົນໃນບັນດາຂົງເຂດເຕັກໂນໂລຊີຍຸດທະສາດ”. ທີ່ກອງສຳມະນາ, ບັນດາຜູ້ແທນສະເໜີໃຫ້ສືບຕໍ່ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນ ເພື່ອສ້າງເງື່ອນໄຂສະດວກຫຼາຍຂຶ້ນໃຫ້ຜູ້ຊ່ຽວຊານ, ປັນຍາຊົນຊາວຫວຽດນາມຢູ່ຕ່າງປະເທດ ເຂົ້າຮ່ວມແກ້ໄຂບັນດາໂຈດໃຫຍ່ ແລະ ບັນດາໜ້າທີ່ດ້ານວິທະຍາສາດ - ເຕັກໂນໂລຊີຢູ່ພາຍໃນປະເທດ.
ຍສໝ - ສຸສານບິ່ງທ້ວນມີຈຳນວນຫລຸມຝັງສົບຂອງນັກຮົບວິລະຊົນຫຼາຍທີ່ສຸດໃນແຂວງ, ດ້ວຍເກືອບ 9.000 ຫລຸມຝັງສົບ, ໃນນັ້ນມີຫຼາຍກວ່າ 3.400 ຫລຸມທີ່ຕ້ອງການການເກັບກຳກະດູກເພື່ອລະບຸຕົວຕົນ.
ຍສໝ - ຂະນະກຳລັງເຮັດວຽກຢູ່ໂຄງການໂຮງກັ່ນນ້ຳມັນໃນແຂວງກວາງຫງາຍ, ທ້າວ ໂດ໋ກາວທຶກ ບໍ່ຄາດຄິດວ່າ ການຈີກສະຫຼາກຂວດເຄື່ອງດື່ມຊູກຳລັງ Number 1 ແລະ ສົ່ງລະຫັດເຂົ້າຮ່ວມຊິງລາງວັນໃນຄັ້ງໜຶ່ງ ຈະເຮັດໃຫ້ຕົນກາຍເປັນລູກຄ້າຄົນທີສອງທີ່ໄດ້ຮັບລາງວັນພິເສດມູນຄ່າ 100 ລ້ານດົ່ງ ຈາກໂຄງການ “ຈີກເລີຍກໍໄດ້ຮັບໂລດ”.
ຍສໝ - ວັນທີ 9/8/2026, ພາຍໃຕ້ການເປັນສັກຂີພິຍານຂອງກົງສຸນໃຫຍ່ຫວຽດນາມປະຈຳ Sydney, ສະຖາບັນຄົ້ນຄວ້າ ເຕິມແອງ ແລະ ສະຖາບັນຄົ້ນຄວ້າ RNA ແຫ່ງມະຫາວິທະຍາໄລ New South Wales ຂອງອົດສະຕາລີ ໄດ້ລົງນາມຮ່ວມມືດ້ານການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີ RNA, ເປີດທ່າແຮງໃນການນຳໄປປະຍຸກໃຊ້ເພື່ອຜະລິດຢາ ແລະ ວັກຊີນຮຸ່ນໃໝ່.
ຍສໝ - ປັດຈຸບັນ, ພັກເຮົາວາງວຽກງານການຕ່າງປະເທດໄວ້ໃນຖານະ “ສຳຄັນຍິ່ງ, ເປັນປະຈຳ”, ຄຽງຄູ່ກັບວຽກງານປ້ອງກັນຊາດ ແລະ ຄວາມໝັ້ນຄົງ. ນີ້ແມ່ນບາດກ້າວໃໝ່ດ້ານແນວຄິດ ເມື່ອວຽກງານການຕ່າງປະເທດຖືກກຳນົດໃຫ້ຕ້ອງກ້າວໄປກ່ອນໜຶ່ງບາດກ້າວ, ປະກອບສ່ວນປົກປັກຮັກສາປະເທດແຕ່ຫົວທີ, ແຕ່ໄກ, ພ້ອມທັງເປີດກວ້າງພື້ນທີ່, ແຫຼ່ງກຳລັງ ແລະ ໂອກາດເພື່ອການພັດທະນາ. ເມື່ອເບິ່ງຈາກພຶດຕິກຳຕົວຈິງ, ຂໍ້ຮຽກຮ້ອງດັ່ງກ່າວພວມຄ່ອຍໆຖືກຫັນເປັນຮູບປະທຳ.
ຍສໝ - ວັນທີ 8/8, ທີ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ເບລາຣຸດ ສົມທົບກັບສະຖານທູດເບລາຣຸດປະຈຳຫວຽດນາມ ຈັດງານພົບປະມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 35 ປີ ວັນຊາດສາທາລະນະລັດເບລາຣຸດ. ຜູ້ຕາງໜ້າສອງຝ່າຍເນັ້ນໜັກເຖິງບົດບາດຂອງການທູດປະຊາຊົນໃນການເສີມສ້າງມິດຕະພາບ, ເປີດກວ້າງການຮ່ວມມືທີ່ເປັນຮູບປະທຳ ແລະ ເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດ ຫວຽດນາມ - ເບລາຣຸດ ນັບມື້ນັບເລິກເຊິ່ງ.
ຍສໝ - ພວກເຮົາໄດ້ໄປຢ້ຽມຢາມ ຮອງສາດສະດາຈານ, ປະລິນຍາເອກ Anatchai Rattakul ໃນຊຸມວັນເດືອນສິງຫາ ລະດູໃບໄມ້ຫຼົ່ນແຫ່ງປະຫວັດສາດ, ໃນຂະນະທີ່ທັງໄທ ແລະ ຫວຽດນາມ ພວມມີຫຼາຍກິດຈະກຳສະເຫຼີມສະຫຼອງ 50 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ, ເພື່ອຟັງທ່ານເລົ່າຄືນເລື່ອງລາວເມື່ອເຄິ່ງສະຕະວັດກ່ອນ, ເມື່ອບິດາຂອງທ່ານ, ລັດຖະມົນຕີການຕ່າງປະເທດ Bhichai Rattakul, ໄດ້ຮັບມອບໝາຍໜ້າທີ່ປັບປຸງສາຍພົວພັນຂອງໄທກັບບັນດາປະເທດເພື່ອນບ້ານ, ໃນນັ້ນມີຫວຽດນາມ. ດ້ວຍຫົວໃຈທີ່ຈິງໃຈ ແລະ ເຈດຕະນາດີ, ທ່ານ Bhichai Rattakul ໄດ້ປະກອບສ່ວນນຳພາສາຍພົວພັນ ໄທ - ຫວຽດນາມ ກ້າວເຂົ້າສູ່ໜ້າໃໝ່.
ຍສໝ - ໃນສອງວັນທີ 10-11/8/2026, ຫວຽດນາມ ຈັດພິທີໄວ້ອາໄລແດ່ປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ຕາມພິທີການໄວ້ອາໄລລະດັບຊາດ, ສະແດງຄວາມອາໄລອາວອນຢ່າງສຸດຊຶ້ງຕໍ່ການນຳຜູ້ທີ່ມີຫຼາຍການປະກອບສ່ວນຕໍ່ປະເທດລາວ ແລະ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ຫວຽດນາມ - ລາວ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານ ເຢືອງຮວ່າຍນາມ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດເຊັກ ກັບວາລະສານ ເທີ່ຍດ້າຍ ກ່ຽວກັບຖານະຂອງຊາວຫວຽດນາມຢູ່ ສາທາລະນະລັດເຊັກ ຢູ່ນອກຂອບກອງປະຊຸມການທູດຄັ້ງທີ 33 ທີ່ຫາກໍຈັດຂຶ້ນແຕ່ວັນທີ 1-7/8 ຢູ່ ຮ່າໂນ້ຍ.
ຍສໝ - ນັບແຕ່ຊຸມປີ 1960-1970, ຊາວສະວິດຈຳນວນຫຼາຍໄດ້ເຂົ້າຮ່ວມຂະບວນການຄັດຄ້ານສົງຄາມ, ສົ່ງສຽງສະໜັບສະໜູນເອກະລາດ ແລະ ສັນຕິພາບໃຫ້ແກ່ ຫວຽດນາມ. ຫຼັງສົງຄາມ, ນ້ຳໃຈສາມັກຄີດັ່ງກ່າວຍັງສືບຕໍ່ຜ່ານບັນດາກິດຈະກຳມະນຸດສະທຳ, ການຊ່ວຍເຫຼືອຊຸມຊົນ ແລະ ການຮ່ວມເດີນຄຽງຂ້າງຜູ້ທີ່ຍັງຄົງຮັບຜົນກະທົບຈາກສົງຄາມ, ໃນນັ້ນມີຜູ້ເຄາະຮ້າຍຈາກສານພິດສີສົ້ມ/ໄດອອກຊິນ.
ຍສໝ - ບັນດາຜົນງານ ແລະ ການອຸທິດຂອງສະຫາຍ ໄຊສົມພອນ ພົມວິຫານ ໄດ້ປະໄວ້ຮ່ອງຮອຍອັນເລິກເຊິ່ງ, ປະກອບສ່ວນສ້າງພື້ນຖານອັນໜັກແໜ້ນ ເພື່ອໃຫ້ສາຍພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ - ລາວ ສືບຕໍ່ໄດ້ຮັບການສືບທອດ ແລະ ພັດທະນາໃຫ້ນັບມື້ນັບມີເນື້ອໃນຕົວຈິງ, ມີປະສິດທິຜົນ ແລະ ຍືນຍົງ.
ຍສໝ - ການຈາກໄປຂອງສະຫາຍ ໄຊສົມພອນ ພົມວິຫານ ແມ່ນການສູນເສຍອັນໃຫຍ່ຫຼວງຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ, ພ້ອມກັນນັ້ນ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກໍໄດ້ສູນເສຍເພື່ອນມິດຜູ້ໃຫຍ່ຄົນໜຶ່ງ, ສະຫາຍຜູ້ສັດຊື່ ແລະ ຜູກພັນໃກ້ຊິດ.
ຕອນຄ່ຳວັນທີ 08 ສິງຫາ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ສະພາແຫ່ງຊາດ, ລັດຖະບານປະເທດ ສປປ.ລາວ, ສູນກາງແນວ ລາວ ສ້າງຊາດ ແຈ້ງຂ່າວເສົ້າສະລົດໃຈທີ່ວ່າ ທ່ານ ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ລາວ ໄດ້ເຖິງແກ່ມໍລະນະກຳພາຍທັງເປັນພະຍາດຮຸນແຮງ, ລວມອາຍຸ 70 ປີ.
ຍສໝ - ທ່ານ ປະທານສະພາແຫ່ງຊາດ ເຈິ່ນແທັງເມິ້ນ ຫວັງຢ່າງຍິ່ງວ່າ ສະຫະລັດ ອາເມລິກາ ຈະຮັບຮອງ ຫວຽດນາມ ເປັນພື້ນຖານເສດຖະກິດຕະຫຼາດ ໂດຍໄວ.