| ທາດເມືອງລວນ - ສັນຍະລັກແຫ່ງມິດຕະພາບຫວຽດນາມ - ລາວ ຢູ່ເຂດຊາຍແດນ ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືດ້ານລັດຖະສະພາ, ຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງຂັ້ນສູງ |
ເຂົ້າຮ່ວມການຕ້ອນຮັບມີສະຫາຍ ເລົ່າປາວຊົ່ງ ນາວົງໄຊ, ກຳມະການສູນກາງພັກ, ຮອງປະທານແນວລາວສ້າງຊາດ ແລະ ສະຫາຍ ບໍ່ວຽງຄຳ ວົງດາລາ, ປະທານສະມາຄົມມິດຕະພາບລາວ - ຫວຽດນາມ.
ໃນການພົບປະ, ທ່ານ ເລ ມິງ ຮຶງ ສະແດງຄວາມດີໃຈທີ່ໄດ້ພົບປະການນຳຂອງສອງອົງການທີ່ມີບົດບາດສຳຄັນໃນການເສີມສ້າງກ້ອນມະຫາສາມັກຄີທົ່ວປວງຊົນລາວ, ພ້ອມທັງປະກອບສ່ວນພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດຫວຽດນາມ - ລາວ.
ທ່ານນາຍົກລັດຖະມົນຕີຢືນຢັນວ່າ ແນວໂຮມປິຕຸພູມຫວຽດນາມ ແລະ ແນວລາວສ້າງຊາດ ມີບົດບາດສຳຄັນໃນລະບົບການເມືອງຂອງແຕ່ລະປະເທດ. ບັນດາຜົນສຳເລັດການຮ່ວມມືລະຫວ່າງສອງແນວໂຮມ ກໍຄືລະຫວ່າງສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ ໃນໄລຍະຜ່ານມາ ໄດ້ປະກອບສ່ວນເສີມສ້າງຄວາມຜູກພັນ, ຄວາມໄວ້ວາງໃຈ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ.
ຕາມທ່ານນາຍົກລັດຖະມົນຕີ ເລ ມິງ ຮຶງ ແລ້ວ, ສາຍພົວພັນພິເສດຫວຽດນາມ - ລາວ ບໍ່ພຽງແຕ່ຖືກສ້າງຂຶ້ນບົນພື້ນຖານການຮ່ວມມືລະຫວ່າງສອງພັກ, ສອງລັດເທົ່ານັ້ນ, ແຕ່ຍັງມີຮາກຖານມາຈາກຄວາມຮັກແພງຜູກພັນອັນເລິກເຊິ່ງລະຫວ່າງປະຊາຊົນສອງຊາດ, ເຊິ່ງໄດ້ຮັບການຮັກສາ ແລະ ເສີມສ້າງຈາກການນຳ ແລະ ປະຊາຊົນຫຼາຍລຸ້ນຄົນຂອງສອງປະເທດຕະຫຼອດຫຼາຍໄລຍະ.
![]() |
| ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ຢືນຢັນບົດບາດອັນສຳຄັນຂອງແນວໂຮມປິຕຸພູມຫວຽດນາມ ແລະ ແນວລາວສ້າງຊາດ ໃນລະບົບການເມືອງຂອງສອງປະເທດ. |
ບົນພື້ນຖານດັ່ງກ່າວ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສອງແນວໂຮມ ແລະ ບັນດາສະມາຄົມມິດຕະພາບ ເພີ່ມທະວີການແລກປ່ຽນບົດຮຽນໃນວຽກງານຂົນຂວາຍມະຫາຊົນ, ສົ່ງເສີມກຳລັງແຮງຂອງກ້ອນມະຫາສາມັກຄີທົ່ວປວງຊົນ; ປະສານງານໃນການໂຄສະນາ, ສຶກສາອົບຮົມກ່ຽວກັບປະຫວັດສາດ ແລະ ມູນເຊື້ອຄວາມສາມັກຄີພິເສດຫວຽດນາມ - ລາວ, ໂດຍສະເພາະຕໍ່ຄົນລຸ້ນໜຸ່ມ.
ຄຽງຄູ່ກັບການຂະຫຍາຍບັນດາກິດຈະກຳແລກປ່ຽນວັດທະນະທຳ, ແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງທ້ອງຖິ່ນ ແລະ ອົງການຂອງສອງປະເທດ, ທ່ານນາຍົກລັດຖະມົນຕີປາຖະໜາໃຫ້ບັນດາອົງການມິດຕະພາບສືບຕໍ່ສົ່ງເສີມບົດບາດເປັນຂົວຕໍ່ເຊື່ອມໂຍງບັນດາວິສາຫະກິດ, ສະໜັບສະໜູນກິດຈະກຳການລົງທຶນ ແລະ ທຸລະກິດ, ປະກອບສ່ວນຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດໃຫ້ສົມຄູ່ກັບສາຍພົວພັນການເມືອງພິເສດຫວຽດນາມ - ລາວ.
ກ່າວຄຳເຫັນໃນການຕ້ອນຮັບ, ສະຫາຍ ເລົ່າປາວຊົ່ງ ນາວົງໄຊ ໄດ້ຂອບໃຈທ່ານ ເລ ມິງ ຮຶງ ທີ່ໄດ້ສະຫຼະເວລາພົບປະການນຳແນວລາວສ້າງຊາດ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ. ສະຫາຍຕີລາຄາວ່າ ການທີ່ທ່ານນາຍົກລັດຖະມົນຕີເລືອກລາວເປັນຈຸດໝາຍປາຍທາງທຳອິດໃນບັນດາການຢ້ຽມຢາມຢ່າງເປັນທາງການໃນຕຳແໜ່ງໃໝ່ ໄດ້ສະແດງເຖິງການໃຫ້ຄວາມສຳຄັນເປັນພິເສດຂອງພັກ, ລັດ, ປະຊາຊົນຫວຽດນາມ ແລະ ສ່ວນຕົວທ່ານນາຍົກລັດຖະມົນຕີ ຕໍ່ສາຍພົວພັນສອງປະເທດ.
ສະຫາຍ ເລົ່າປາວຊົ່ງ ນາວົງໄຊ ເຫັນວ່າ ການຢ້ຽມຢາມຄັ້ງນີ້, ໂດຍສະເພາະການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງປະເທດທີ່ດຳເນີນຂຶ້ນໃນວັນດຽວກັນ, ໄດ້ຢືນຢັນຕື່ມອີກເຖິງຄວາມສາມັກຄີທີ່ຊື່ສັດບໍລິສຸດ ແລະ ໝັ້ນຄົງແໜ້ນແຟ້ນລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນຫວຽດນາມ - ລາວ, ພ້ອມທັງສະແດງໃຫ້ເຫັນວ່າສາຍພົວພັນສອງຝ່າຍພວມພັດທະນາໄປໃນທາງບວກໃນຫຼາຍຂົງເຂດ.
ກ່ຽວກັບທິດທາງການຮ່ວມມື, ການນຳແນວລາວສ້າງຊາດຢືນຢັນວ່າ ຈະສືບຕໍ່ປະສານງານຢ່າງໃກ້ຊິດກັບແນວໂຮມປິຕຸພູມຫວຽດນາມ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນ ແລະ ຊຸກຍູ້ການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ແລະ ອົງການມະຫາຊົນຂອງສອງປະເທດ.
ໃນນັ້ນ, ວຽກງານໂຄສະນາ ແລະ ສຶກສາອົບຮົມກ່ຽວກັບປະຫວັດສາດ ແລະ ຄວາມໝາຍຂອງສາຍພົວພັນພິເສດຫວຽດນາມ - ລາວ ຈະສືບຕໍ່ໄດ້ຮັບຄວາມສຳຄັນ ເພື່ອຊ່ວຍໃຫ້ຄົນລຸ້ນໜຸ່ມມີຄວາມຮັບຮູ້ຢ່າງເລິກເຊິ່ງຍິ່ງຂຶ້ນກ່ຽວກັບມູນເຊື້ອມິດຕະພາບລະຫວ່າງສອງຊາດ.
ບັນດາກິດຈະກຳເຊື່ອມສານປະຊາຊົນກໍຈະໄດ້ຮັບການຍູ້ແຮງ, ລວມທັງການແລກປ່ຽນກັບຊຸມຊົນອະດີດນັກຮຽນ ແລະ ນັກສຶກສາລາວທີ່ເຄີຍສຶກສາຢູ່ຫວຽດນາມ, ຜ່ານນັ້ນສືບຕໍ່ຮັກສາ ແລະ ເຜີຍແຜ່ຄວາມຮັກແພງຜູກພັນລະຫວ່າງປະຊາຊົນສອງປະເທດ.
ສະຫາຍ ເລົ່າປາວຊົ່ງ ນາວົງໄຊ ຕີລາຄາສູງຕໍ່ການທີ່ກະຊວງຊົນເຜົ່າ ແລະ ສາສະໜາຫວຽດນາມ ກັບ ຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານຊົນເຜົ່າ ແລະ ສາສະໜາ ໃນໂອກາດການຢ້ຽມຢາມຂອງທ່ານ ເລ ມິງ ຮຶງ.
ການນຳແນວລາວສ້າງຊາດຍັງສະແດງຄວາມປາຖະໜາໃຫ້ທ່ານນາຍົກລັດຖະມົນຕີສືບຕໍ່ເອົາໃຈໃສ່, ຊີ້ນຳ ແລະ ສ້າງເງື່ອນໄຂໃຫ້ສາຍພົວພັນຮ່ວມມືລະຫວ່າງສອງແນວໂຮມນັບມື້ນັບມີປະສິດທິຜົນ, ໂດຍສະເພາະໃນປີ 2027 ເມື່ອຫວຽດນາມ ແລະ ລາວ ຈະລະນຶກຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ 50 ປີ ແຫ່ງການລົງນາມສົນທິສັນຍາມິດຕະພາບ ແລະ ການຮ່ວມມື.
ໂດຍຢືນຢັນຄວາມຕັ້ງໃຈໃນການຜັນຂະຫຍາຍບັນດາເນື້ອໃນການຮ່ວມມືຢ່າງຕັ້ງໜ້າ, ສະຫາຍ ເລົ່າປາວຊົ່ງ ນາວົງໄຊ ເນັ້ນໜັກວ່າ ແນວລາວສ້າງຊາດຈະສືບຕໍ່ປະກອບສ່ວນໃນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດລະຫວ່າງສອງປະເທດ.
ໂດຍຮັບຟັງ ແລະ ຮັບຮູ້ບັນດາຄຳເຫັນ ແລະ ຂໍ້ສະເໜີຂອງຝ່າຍລາວ, ທ່ານ ເລ ມິງ ຮຶງ ໄດ້ຫວນຄືນຄຳສັ່ງສອນຂອງປະທານ ໂຮ່ ຈີ ມິງ ກ່ຽວກັບຄວາມສາມັກຄີພິເສດຫວຽດນາມ - ລາວ, ພ້ອມທັງຢືນຢັນວ່າ ນີ້ແມ່ນສາຍພົວພັນທີ່ຊື່ສັດບໍລິສຸດ, ໝັ້ນຄົງແໜ້ນແຟ້ນ ແລະ ບໍ່ມີສິ່ງໃດສາມາດສັ່ນຄອນໄດ້.
ທ່ານນາຍົກລັດຖະມົນຕີສະເໜີໃຫ້ສືບຕໍ່ເພີ່ມທະວີການປະສານງານລະຫວ່າງແນວໂຮມປິຕຸພູມຫວຽດນາມ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ລາວ ກັບບັນດາອົງການທີ່ກ່ຽວຂ້ອງຂອງລາວ, ໃນນັ້ນໃຫ້ຄວາມສຳຄັນຕໍ່ການແລກປ່ຽນປະຊາຊົນ, ແລກປ່ຽນວັດທະນະທຳ ແລະ ສຶກສາອົບຮົມມູນເຊື້ອມິດຕະພາບໃຫ້ແກ່ຄົນລຸ້ນໜຸ່ມ.
![]() |
| ສະຫາຍ ເລົ່າປາວຊົ່ງ ນາວົງໄຊ ສະແດງຄວາມປາຖະໜາໃຫ້ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີຫວຽດນາມ ສືບຕໍ່ເອົາໃຈໃສ່ ແລະ ສ້າງເງື່ອນໄຂເອື້ອອຳນວຍ ເພື່ອຊຸກຍູ້ສາຍພົວພັນຮ່ວມມືລະຫວ່າງແນວໂຮມຂອງສອງປະເທດ. |
ສອງຝ່າຍຄວນສ້າງເງື່ອນໄຂເພີ່ມຕື່ມ ເພື່ອໃຫ້ນັກຮຽນ ແລະ ນັກສຶກສາຫວຽດນາມ ແລະ ລາວ ມີໂອກາດຮ່ຳຮຽນ, ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບປະເທດຊາດ ແລະ ຜູ້ຄົນຂອງກັນ ແລະ ກັນ, ຈາກນັ້ນເສີມສ້າງຄວາມເຂົ້າໃຈ ແລະ ຄວາມຜູກພັນລະຫວ່າງຄົນລຸ້ນໜຸ່ມຂອງສອງປະເທດ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຍັງປາຖະໜາໃຫ້ບັນດາອົງການມິດຕະພາບສົ່ງເສີມບົດບາດເປັນຂົວຕໍ່ໃນການຮ່ວມມືດ້ານເສດຖະກິດໃຫ້ຫຼາຍຂຶ້ນ, ສະໜັບສະໜູນການເຊື່ອມໂຍງວິສາຫະກິດ ແລະ ຂົນຂວາຍຄວາມເຫັນດີ, ການສະໜັບສະໜູນຈາກປະຊາຊົນຕໍ່ບັນດາແຜນງານ ແລະ ໂຄງການຮ່ວມມືສອງຝ່າຍ.
ທ່ານ ເລ ມິງ ຮຶງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍການປະສານງານຂອງສອງແນວໂຮມ, ບັນດາສະມາຄົມມິດຕະພາບ ແລະ ການຮ່ວມແຮງຮ່ວມໃຈຂອງປະຊາຊົນສອງປະເທດ, ສາຍພົວພັນພິເສດຫວຽດນາມ - ລາວ ຈະສືບຕໍ່ໄດ້ຮັບການເສີມສ້າງ ແລະ ພັດທະນາໃຫ້ນັບມື້ນັບເລິກເຊິ່ງ, ແໜ້ນແຟ້ນ, ຂຽວສົດງົດງາມຕະຫຼອດການ ແລະ ໝັ້ນຄົງຍືນຍົງຕະຫຼອດໄປ.
ຍສໝ - ໃນຂອບເຂດການຢ້ຽມຢາມລາວ ແລະ ກຳປູເຈຍ ຢ່າງເປັນທາງການ ແຕ່ວັນທີ 8 - 10/10/2026, ການຢ້ຽມຢາມລາວຂອງທ່ານນາຍົກລັດຖະມົນຕີ ເລມິງຮຶງ ແຕ່ວັນທີ 8 - 9/10 ຖືກຄາດຫວັງວ່າຈະສ້າງແຮງຂັບເຄື່ອນເພີ່ມເຕີມ ເພື່ອຊຸກຍູ້ການເຊື່ອມໂຍງທາງຍຸດທະສາດ, ເປີດກວ້າງການຮ່ວມມືທາງເສດຖະກິດ ແລະ ປັບປຸງສາຍພົວພັນພິເສດລະຫວ່າງສອງປະເທດ. |
ຍສໝ - ການຢ້ຽມຢາມລາວຢ່າງເປັນທາງການຂອງທ່ານ ເລມິງຮຶງ, ນາຍົກລັດຖະມົນຕີຫວຽດນາມ ແຕ່ວັນທີ 8 - 9/10/2026 ຖືກຄາດຫວັງວ່າຈະຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມື, ແກ້ໄຂຂໍ້ຕິດຂັດໃນການຄ້າ, ການລົງທຶນ ແລະ ການເຊື່ອມຕໍ່ໂຄງລ່າງ, ຜ່ານນັ້ນຫັນເນື້ອໃນຂອງ “ການເຊື່ອມໂຍງທາງຍຸດທະສາດ” ໃນສາຍພົວພັນຫວຽດນາມ - ລາວ ໃຫ້ເປັນຮູບປະທຳ. |
ມິງດຶກ

