ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ | |
ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມຢ່າງເປັນທາງການ |
![]() |
ທ່ານຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ເຢືອງຮວ່າຍນາມ (ພາບ: baoquocte.vn) |
ໃນຕອນບ່າຍວັນທີ 5 ພະຈິກ, ໃນການຖະແຫຼງຂ່າວຂອງກະຊວງການຕ່າງປະເທດ ຫວຽດນາມ ຢູ່ຮ່າໂນ້ຍ, ທ່ານຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ເຢືອງຮວ່າຍນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ເຊື່ອໝັ້ນວ່າ ເຖິງວ່າປະທານາທິບໍດີ ອາເມລິກາ ອາຍຸການໃໝ່ນີ້ຈະແມ່ນທ່ານໃດກໍຕາມ ແຕ່ຫວຽດນາມຍັງຄົມ ສືບຕໍ່ສະໜັບສະໜູນວິວັດຂະບວນການພັດທະນາການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ.
ທ່ານ ເຢືອງຮວ່າຍນາມ ຖືວ່າ, ພາຍຫຼັງ 25 ປີທີ່ສ້າງຕັ້ງການພົວພັນ ລະຫວ່າງ ຫວຽດນາມ - ອາເມລິກາ, ສອງປະເທດ ໄດ້ມີຫຼາຍບາດກ້າວເດີນທີ່ຍາວໄກ, ພັດທະນາຢ່າງແທດຈິງ, ເຂົ້າສູ່ລວງເລິກ, ສ້າງພື້ນຖານອັນໝັ້ນແກ່ນເພື່ອໃຫ້ສອງປະເທດສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ. ຫວຽດນາມ ເຊື່ອໝັ້ນວ່າ ເຖິງວ່າທ່ານໃດໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີອາເມລິກາກໍຕາມ ຫວຽດນາມ ຈະສືບຕໍ່ສະໜັບສະໜູນວິວັດການດັ່ງກ່າວ.
ທ່ານໃຫ້ຮູ້ວ່າ: “ກ່ອນອື່ນໝົດຕ້ອງຢັ້ງຢືນວ່າ ການເລືອກຕັ້ງປະທານາທິບໍດີ ອາເມລິກາ ແມ່ນ ວຽກງານພາຍໃນຂອງປະເທດ ອາເມລິກາ ແລະ ມີພຽງແຕ່ປະຊາຊົນ ອາເມລິກາ ຈິ່ງມີສິດຕັດສິນ. ຫວຽດນາມ ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ ບົນພື້ນຖານເຄົາລົບເອກະລາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບົບການເມືອງຂອງກັນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ຫວັງວ່າ ອາເມລິກາ ຈະສືບຕໍ່ຊຸກຍູ້ການພົວພັນລະຫວ່າງສອງປະເທດ ໃຫ້ພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ໝັ້ນແກ່ນ”.
![]() | ນາຍົກລັດຖະມົນຕີ ຫວຽດນາມ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຍສໝ - ທ່ານ Mike Pompeo ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາຢືນຢັນວ່າສະຫະລັດອາເມລິກາຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບຫວຽດນາມ,ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບັນດາສະຖາບັນການເມືອງ, ແລະໃຫ້ຄຳໝັ້ນສັນຍາຢ່າງແຮງໃນການສືບຕໍ່ ສົ່ງເສີມສາຍພົວພັນໃຫ້ເລິກເຊິ່ງແລະໝັ້ນຄົງກ່ວາເກົ່າໃນໄລຍະຈະມາເຖິງ. |
![]() | ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຢ້ຽມຢາມ ຫວຽດນາມຢ່າງເປັນທາງການ ຍສໝ - ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ອີກຄັ້ງໜຶ່ງໄດ້ຢັ້ງຢືນ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ ແລະ ຕັ້ງໜ້າ, ຫວຽດນາມສວມບົດບາດສຳຄັນໃນນະໂຍບາຍຂອງອາເມລິກາຢູ່ພາກພື້ນ. |
![]() | ເອກອັກຄະລັດຖະທູດບັນດາປະເທດ ປະຈຳ ຢູ່ ອາຟະລິກາ ໃຕ້ ຕີລາຄາສູງວຽກງານກະກຽມ ໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງ ຫວຽດນາມ ເອກອັກຄະລັດຖະທູດບັນດາປະເທດ ປະຈຳ ຢູ່ ອາຟະລິກາໃຕ້ຕີລາຄາສູງວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນຂອງຫວຽດນາມ. |
ບຸນຄົງ