| ບັນດາ “ມື້ບຸນແຫ່ງການສານສາຍສຳພັນ” ຫັນອັດຕະລັກທ້ອງຖິ່ນໃຫ້ກາຍເປັນ “ເຄື່ອງໝາຍການຄ້າ” ດ້ານການຕ່າງປະເທດ |
![]() |
| ທ່ານນາງ ຫວູທິງາ (ຢູ່ກາງ), ຜູ້ອຳນວຍການດຳເນີນງານຂອງ World Vision International ປະຈຳຫວຽດນາມ ໄປຢ້ຽມຢາມເດັກນ້ອຍໃນເຂດພູດອຍທີ່ມີສະພາບການດຳລົງຊີວິດຫຍຸ້ງຍາກ. |
- ຂໍຮຽນທ່ານນາງ, ເປັນຫຍັງການຫັນປ່ຽນດິຈິຕອນຈຶ່ງສາມາດກາຍເປັນໜຶ່ງໃນບູລິມະສິດຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃນການຮ່ວມມືກັບບັນດາອົງການສາກົນ?
ຕະຫຼອດຫຼາຍປີຜ່ານມາ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ (ສະຫະພັນ) ໄດ້ສະແດງບົດບາດເປັນຂົວເຊື່ອມທີ່ສຳຄັນ, ເຊື່ອມຕໍ່ບັນດາອົງການ NGO ຕ່າງປະເທດ ກັບບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ. ຜ່ານການແບ່ງປັນຂໍ້ມູນ ແລະ ຊ່ວຍເຫຼືອບັນດາຝ່າຍໃນການແລກປ່ຽນ, ປະສານສົມທົບ, ສະຫະພັນໄດ້ຊ່ວຍໃຫ້ບັນດາອົງການສາກົນເຂົ້າໃຈຈະແຈ້ງຍິ່ງຂຶ້ນກ່ຽວກັບບັນດາບູລິມະສິດດ້ານການພັດທະນາຂອງຫວຽດນາມ, ຈາກນັ້ນ ກຳນົດທິດທາງການຮ່ວມມືໄດ້ຢ່າງຖືກຕ້ອງ.
ຂໍ້ມູນທີ່ຄົບຖ້ວນ ແລະ ທັນເວລາ ມີຄວາມໝາຍສຳຄັນຕໍ່ທັງສອງຝ່າຍ. ບັນດາອົງການສາກົນຈຳເປັນຕ້ອງເຂົ້າໃຈຢ່າງຈະແຈ້ງກ່ຽວກັບບັນດາບູລິມະສິດດ້ານການພັດທະນາຂອງຫວຽດນາມ ແລະ ຄວາມຕ້ອງການຕົວຈິງຂອງແຕ່ລະທ້ອງຖິ່ນ ເພື່ອກຳນົດຂົງເຂດຮ່ວມມືທີ່ເໝາະສົມ. ໃນທາງກັບກັນ, ບັນດາອົງການ ແລະ ທ້ອງຖິ່ນ ກໍຈຳເປັນຕ້ອງມີຂໍ້ມູນທີ່ຈະແຈ້ງຍິ່ງຂຶ້ນກ່ຽວກັບຄວາມສາມາດ, ປະສົບການ ແລະ ຈຸດແຂງຂອງແຕ່ລະຄູ່ຮ່ວມສາກົນ. ການຫັນປ່ຽນດິຈິຕອນ, ຖ້າໄດ້ຮັບການຊຸກຍູ້ໄປໃນທິດທາງທີ່ຖືກຕ້ອງ, ຈະຊ່ວຍຫຍໍ້ຊ່ອງຫວ່າງດ້ານຂໍ້ມູນນີ້ໄດ້ຢ່າງມີປະສິດທິຜົນ ແລະ ຍືນຍົງ.
ການຫັນປ່ຽນດິຈິຕອນ ບໍ່ພຽງແຕ່ຊ່ວຍເລັ່ງຄວາມໄວໃນການປະສານງານ, ແຕ່ຍັງປະກອບສ່ວນຍົກສູງຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການຊີ້ແຈງ ໃນຂະບວນການຜັນຂະຫຍາຍບັນດາໂຄງການຊ່ວຍເຫຼືອຊຸມຊົນ - ເຊິ່ງເປັນສິ່ງທີ່ທັງຝ່າຍຫວຽດນາມ ແລະ ບັນດາຄູ່ຮ່ວມສາກົນ ລ້ວນແຕ່ໃຫ້ຄວາມສຳຄັນເປັນພິເສດ.
ໂດຍສະເພາະ, ສຳລັບ World Vision, ພວກເຮົາປາຖະໜາວ່າ ວຽກງານການຫັນປ່ຽນດິຈິຕອນຈະປະກອບສ່ວນສຸມແຫຼ່ງກຳລັງ ແລະ ຄວາມໃສ່ໃຈໃຫ້ຫຼາຍຂຶ້ນແກ່ການພັດທະນາບັນດາຊຸມຊົນທີ່ມີຄວາມສ່ຽງສູງ, ພ້ອມທັງປັບປຸງສະຫວັດດີການໃຫ້ແກ່ເດັກນ້ອຍ - ກຸ່ມເປົ້າໝາຍຈຸດສຸມໃນທຸກໂຄງການຂອງພວກເຮົາຢູ່ຫວຽດນາມ. ເມື່ອຂໍ້ມູນຖືກເຊື່ອມຕໍ່ຢ່າງລຽນໄຫຼລະຫວ່າງບັນດາຝ່າຍ, ແຫຼ່ງກຳລັງຊ່ວຍເຫຼືອຈະໄປຮອດຖືກບ່ອນ, ຖືກເວລາ ແລະ ຖືກຄວາມຕ້ອງການຫຼາຍຂຶ້ນ, ສ້າງຜົນກະທົບທີ່ແທ້ຈິງ ແລະ ຍາວນານ ໃຫ້ແກ່ບັນດາກຸ່ມປະຊາກອນທີ່ຈຳເປັນຕ້ອງໄດ້ຮັບບູລິມະສິດຫຼາຍທີ່ສຸດ.
- ຂໍໃຫ້ທ່ານນາງສະແດງຄວາມເຫັນກ່ຽວກັບປະສິດທິຜົນຂອງແນວທາງນີ້?
ໃນສະພາບການທີ່ແຫຼ່ງການຊ່ວຍເຫຼືອແບບດັ້ງເດີມພວມປ່ຽນແປງ, ການລະດົມແຫຼ່ງກຳລັງສາກົນ ບໍ່ສາມາດເຂົ້າໃຈພຽງແຕ່ວ່າແມ່ນການດຶງດູດແຫຼ່ງທຶນ.
ແຫຼ່ງກຳລັງສາກົນ ຍັງລວມເຖິງຄວາມຮູ້, ວິຊາສະເພາະດ້ານເຕັກນິກ, ປະສົບການ, ນະວັດຕະກຳ ແລະ ຄວາມສາມາດໃນການເຊື່ອມຕໍ່ບັນດາຄູ່ຮ່ວມທົ່ວໂລກ. ດັ່ງນັ້ນ, ບັນຫາບໍ່ພຽງແຕ່ແມ່ນສາມາດລະດົມແຫຼ່ງກຳລັງໄດ້ຫຼາຍປານໃດ, ແຕ່ຍັງຕ້ອງກຳນົດໃຫ້ຈະແຈ້ງຄວາມຕ້ອງການພັດທະນາຂອງຫວຽດນາມ, ເລືອກໃຫ້ຖືກຄູ່ຮ່ວມ ແລະ ສ້າງກົນໄກປະສານສົມທົບທີ່ເໝາະສົມ.
ການຫັນປ່ຽນດິຈິຕອນ ສາມາດຊ່ວຍສະໜັບສະໜູນຂະບວນການນີ້ ຜ່ານການຍົກສູງຄວາມສາມາດໃນການແບ່ງປັນ ແລະ ເຂົ້າເຖິງຂໍ້ມູນລະຫວ່າງບັນດາຝ່າຍ. ເມື່ອຄວາມຕ້ອງການຂອງທ້ອງຖິ່ນ, ບັນດາບູລິມະສິດດ້ານການພັດທະນາຂອງຫວຽດນາມ ແລະ ຄວາມສາມາດຂອງແຕ່ລະອົງການສາກົນ ໄດ້ຮັບການຊີ້ແຈງຈະແຈ້ງຍິ່ງຂຶ້ນ, ການເລືອກຄູ່ຮ່ວມ ແລະ ການກຳນົດເນື້ອໃນການຮ່ວມມື ກໍຈະມີພື້ນຖານເພື່ອມຸ່ງໄປຖືກຈຸດສຸມຫຼາຍຂຶ້ນ. ສິ່ງນີ້ຍັງຊ່ວຍຈຳກັດສະພາບທີ່ແຫຼ່ງກຳລັງກະແຈກກະຈາຍ ຫຼື ຍັງບໍ່ກົງກັບຄວາມຕ້ອງການຕົວຈິງ. ເມື່ອບັນດາຝ່າຍມີຂໍ້ມູນຄົບຖ້ວນ ແລະ ເຂົ້າໃຈຈະແຈ້ງຄວາມສາມາດຂອງກັນແລະກັນ, ແຫຼ່ງກຳລັງສາກົນ ນັບແຕ່ການເງິນ ຈົນເຖິງຄວາມຮູ້, ວິຊາສະເພາະດ້ານເຕັກນິກ, ປະສົບການ ແລະ ນະວັດຕະກຳ... ຈະສາມາດຖືກລະດົມ ແລະ ນຳໃຊ້ໄດ້ເໝາະສົມຍິ່ງຂຶ້ນກັບເປົ້າໝາຍການພັດທະນາ.
ນອກຈາກນັ້ນ, ຂ້າພະເຈົ້າເຫັນວ່າ ການຫັນປ່ຽນດິຈິຕອນ ຍັງນຳມາເຊິ່ງຄຸນຄ່າສຳຄັນອີກປະການໜຶ່ງ: ຄືຄວາມສາມາດໃນການຕິດຕາມ, ວັດແທກ ແລະ ປະເມີນຜົນກະທົບຂອງບັນດາໂຄງການຮ່ວມມື ໄດ້ຢ່າງທັນເວລາ ແລະ ຖືກຕ້ອງຍິ່ງຂຶ້ນ. ສຳລັບ World Vision, ຂໍ້ມູນທີ່ຖືກຫັນເປັນດິຈິຕອນ ແລະ ແບ່ງປັນຢ່າງໂປ່ງໃສລະຫວ່າງບັນດາຝ່າຍ ຊ່ວຍໃຫ້ພວກເຮົາບໍ່ພຽງແຕ່ລາຍງານຜົນໄດ້ວ່ອງໄວຂຶ້ນ, ແຕ່ຍັງສາມາດປັບປ່ຽນວິທີເຂົ້າເຖິງໄດ້ຢ່າງຕໍ່ເນື່ອງ ເພື່ອໃຫ້ໂຄງການຕອບສະໜອງຄວາມຕ້ອງການຂອງເດັກນ້ອຍ ແລະ ຊຸມຊົນທີ່ມີຄວາມສ່ຽງສູງໄດ້ຢ່າງແທ້ຈິງ. ນີ້ແມ່ນພື້ນຖານໃຫ້ແຫຼ່ງກຳລັງສາກົນ, ບໍ່ວ່າຈະມາຈາກການເງິນ ຫຼື ຄວາມຮູ້, ສາມາດຫັນເປັນບັນດາການປ່ຽນແປງທີ່ຍືນຍົງ ແລະ ສາມາດວັດແທກໄດ້ ໃນຊີວິດຂອງປະຊາຊົນ.
![]() |
| ທ່ານນາງ ຫວູທິງາ (ຢູ່ຊ້າຍ), ຜູ້ອຳນວຍການດຳເນີນງານຂອງ World Vision International ປະຈຳຫວຽດນາມ ໄປຢ້ຽມຢາມຄອບຄົວໜຶ່ງທີ່ໄດ້ຮັບຄວາມເສຍຫາຍຈາກດິນເຈື່ອນ ຢູ່ດ້ຽນບຽນ, ປີ 2025. |
- ຂໍຮຽນທ່ານນາງ, ທ່ານນາງປະເມີນແນວໃດຕໍ່ຄຳເຫັນທີ່ວ່າ: ການຫັນປ່ຽນດິຈິຕອນເປີດອອກບັນດາຂົງເຂດຮ່ວມມືໃໝ່ ລະຫວ່າງ World Vision ແລະ ບັນດາຄູ່ຮ່ວມຫວຽດນາມ?
ໃນສະພາບການທີ່ຫວຽດນາມໃຫ້ບູລິມະສິດແກ່ການຫັນປ່ຽນດິຈິຕອນ, World Vision ປາຖະໜາຂະຫຍາຍການຮ່ວມມືໃນບັນດາຂົງເຂດທີ່ເຊື່ອມໂຍງໂດຍກົງກັບເດັກນ້ອຍ ແລະ ໄວໜຸ່ມ, ໂດຍສະເພາະ ການຍົກສູງທັກສະດິຈິຕອນ ແລະ ການປົກປ້ອງເດັກນ້ອຍໃນພື້ນທີ່ໄຊເບີ.
ການພັດທະນາຢ່າງໄວວາຂອງເຕັກໂນໂລຊີ ພວມສ້າງໂອກາດໃໝ່ຫຼາຍດ້ານໃນການຮ່ຳຮຽນ, ການເຂົ້າເຖິງຂໍ້ມູນ ແລະ ການພັດທະນາທັກສະ, ພ້ອມກັນນັ້ນ ກໍວາງອອກບັນດາຄວາມຮຽກຮ້ອງໃໝ່ ຕໍ່ການກະກຽມໃຫ້ເດັກນ້ອຍ ແລະ ໄວໜຸ່ມ ມີຄວາມສາມາດນຳໃຊ້ເຕັກໂນໂລຊີຢ່າງປອດໄພ, ເໝາະສົມ ແລະ ມີຄວາມຮັບຜິດຊອບ. ດັ່ງນັ້ນ, ການຍົກສູງທັກສະດິຈິຕອນ ບໍ່ພຽງແຕ່ແມ່ນການຊ່ວຍໃຫ້ເດັກນ້ອຍເຂົ້າເຖິງເຕັກໂນໂລຊີ, ແຕ່ຍັງຊ່ວຍໃຫ້ພວກເຂົາປັບຕົວໄດ້ດີຂຶ້ນກັບບັນດາການປ່ຽນແປງຂອງສະພາບແວດລ້ອມດິຈິຕອນ.
ຄຽງຄູ່ກັບການຂະຫຍາຍບັນດາຂົງເຂດຮ່ວມມື, ສິ່ງສຳຄັນແມ່ນບັນດາໂຄງການຕ້ອງເລີ່ມຈາກຄວາມຕ້ອງການຕົວຈິງ ແລະ ຖືກຜັນຂະຫຍາຍບົນພື້ນຖານການປະສານສົມທົບທີ່ເໝາະສົມລະຫວ່າງບັນດາຝ່າຍ. ໃນສະພາບການທີ່ແຫຼ່ງການຊ່ວຍເຫຼືອແບບດັ້ງເດີມພວມປ່ຽນແປງ, ປະສິດທິຜົນການຮ່ວມມື ບໍ່ພຽງແຕ່ຢູ່ທີ່ແຫຼ່ງທຶນທີ່ສາມາດລະດົມໄດ້, ແຕ່ຍັງຢູ່ທີ່ຄວາມສາມາດໃນການສົ່ງເສີມຄວາມຮູ້, ວິຊາສະເພາະດ້ານເຕັກນິກ, ປະສົບການ, ນະວັດຕະກຳ ແລະ ເຄືອຂ່າຍຄູ່ຮ່ວມສາກົນ.
ເພື່ອໃຫ້ບັນດາແຫຼ່ງກຳລັງເຫຼົ່ານີ້ສ້າງຜົນກະທົບຍາວນານ, ບັນດາອົງການ, ທ້ອງຖິ່ນ ແລະ ອົງການສາກົນ ຈຳເປັນຕ້ອງເຂົ້າໃຈຈະແຈ້ງກ່ຽວກັບຄວາມຕ້ອງການ, ຄວາມສາມາດ ແລະ ບົດບາດຂອງກັນແລະກັນ, ຈາກນັ້ນ ກຳນົດໃຫ້ຖືກເປົ້າໝາຍ ແລະ ຮູບແບບການຮ່ວມມືທີ່ເໝາະສົມ.
World Vision ປາຖະໜາສືບຕໍ່ຮ່ວມເດີນທາງກັບບັນດາຄູ່ຮ່ວມຫວຽດນາມ, ບໍ່ພຽງແຕ່ໃນບັນດາຂົງເຂດດັ້ງເດີມ ເຊັ່ນ ການປົກປ້ອງເດັກນ້ອຍ, ການສຶກສາ, ສາທາລະນະສຸກ, ໂພຊະນາການ ແລະ ການສ້າງອາຊີບ, ແຕ່ຍັງຂະຫຍາຍໄປສູ່ບັນດາເນື້ອໃນໃໝ່ທີ່ເຊື່ອມໂຍງກັບການຫັນປ່ຽນດິຈິຕອນ.
- ຂໍຂອບໃຈທ່ານນາງ!
ຍສໝ - ແຫຼ່ງກຳລັງການຜະລິດຂອງຫວຽດນາມມີຄວາມຫຼາກຫຼາຍຢ່າງຫຼວງຫຼາຍ. ແຕ່ທ່າແຮງຫຼາຍຢ່າງຍັງຄົງ “ຫຼັບຢູ່” ໃນສ່ວນລຸ່ມຂອງຕ່ອງໂສ້ມູນຄ່າ. ໃນການສຳພາດກັບວາລະສານ ຍຸກສະໄໝ, ທ່ານນາງ ຫຼິວ ຢິດົງ (ຜູ້ອຳນວຍການບໍລິຫານສະຖາບັນຄົ້ນຄວ້າເສດຖະກິດສາກົນ Vista, ຈີນ) ເຫັນວ່າ, ເພື່ອປະກອບສ່ວນແກ້ໄຂບັນຫານີ້, ຫວຽດນາມ ແລະ ຈີນຈຳເປັນຕ້ອງມີການເຊື່ອມໂຍງທີ່ເລິກເຊິ່ງ ແລະ ຫຼາກຫຼາຍຫຼາຍຂຶ້ນ. |
ຍສໝ - |
ຄຳສີ

