ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ ຕ້ອນຮັບປະທານກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ

10:31 | 04/11/2020

ຍສໝ - ສ.ເກົາຫຼີ ພ້ອມທີ່ຈະສະໜັບສະໜູນການພັດທະນາຂອງຫວຽດນາມ, ປາດຖະໜາຢາກຊຸກຍູ້ການພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຊ່ອງທາງ ແລະ ທຸກຂັ້ນ.

ທ ານປະທານສະພາແຫ ງຊາດ ສ ເກ າຫ ຕ ອນຮ ບປະທານກ ມຜ ແທນສະພາມ ດຕະພາບຫວຽດນາມ ສ ເກ າຫ ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໃຫ້ການຕ້ອນຮັບທ່ານ ປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug
ທ ານປະທານສະພາແຫ ງຊາດ ສ ເກ າຫ ຕ ອນຮ ບປະທານກ ມຜ ແທນສະພາມ ດຕະພາບຫວຽດນາມ ສ ເກ າຫ ປະທານສະພາແຫ່ງຊາດ ສ.ເກົາຫຼີໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນິງ​ບິ່ງ

ໃນວັນທີ 3 ພະຈິກທີ່ຮ່າໂນ້ຍ, ທ່ານ Park Byeong Seug - ປະທານສະພາແຫ່ງຊາດ ສ.ເກົາຫຼີ ໄດ້ໃຫ້ການຕ້ອນຮັບ ທ່ານ ເຈີນວັນຕູຍ - ຫົວໜ້າຄະນະວຽກງານຜູ້ແທນ, ປະທານກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ.

ທ ານປະທານສະພາແຫ ງຊາດ ສ ເກ າຫ ຕ ອນຮ ບປະທານກ ມຜ ແທນສະພາມ ດຕະພາບຫວຽດນາມ ສ ເກ າຫ
ທ່ານ Park Byeong Seug - ປະທານສະພາແຫ່ງຊາດ ສ.ເກົາຫຼີ. (ພາບ: TTXVN)

ທີ່ການພົບປະ, ສະແດງຄວາມຂອບໃຈການນຳ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ຢ່າງອົບອຸ່ນ, ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong Seug ໄດ້ຢືນຢັນວ່າ ສ.ເກົາຫຼີ ຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ແລະ ສ.ເກົາຫຼີ ພ້ອມທີ່ຈະສະໜັບສະໜູນການພັດທະນາຂອງຫວຽດນາມ, ປາດຖະໜາຢາກຊຸກຍູ້ການພົວພັນຂອງສອງປະເທດ ໃຫ້ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ ແລະ ມີປະສິດທິຜົນໃນທຸກຂົງເຂດ, ຊ່ອງທາງ ແລະ ທຸກຂັ້ນ.

ທ່ານປະທານສະພາແຫ່ງຊາດສ.ເກົາຫຼີ Park Byeong Seug ໄດ້ຕີລາຄາສູງບັນດາການເຄື່ອນໄຫວ, ການຮ່ວມມືຂອງກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ; ຫວັງວ່າໃນໄລຍະຈະມາເຖິງ, ກຸ່ມຜູ້ແທນສະພາມິດຕະພາບແຫ່ງຊາດ 2 ປະເທດ ໄດ້ສືບຕໍ່ເພີ່ມທະວີສາຍສຳພັນທີ່ໃກ້ຊິດ, ພ້ອມກັນພະຍາຍາມປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງສອງປະເທດ ຂຶ້ນສູ່ລະດັບສູງກວ່າເກົ່າ.

ສ່ວນທ່ານ ເຈີນວັນຕູຍ - ປະທານກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ ກ່າວວ່າກຸ່ມຜູ້ແທນລັດຖະສະພາມິດຕະພາບຂອງສອງປະເທດ ຈະສືບຕໍ່ບຳລຸງສ້າງຂົງເຂດການຮ່ວມມືຂອງສອງປະເທດ ໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ; ກຸ່ມຜູ້ແທນສະພາມິດຕະພາບສອງປະເທດ ຈະເພີ່ມທະວີການພົວພັນຮ່ວມມື, ແລກປ່ຽນ, ປະກອບສ່ວນຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງ, ມີປະສິດທິຜົນ ແລະ ຍືນຍົງລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ, ເພີ່ມທະວີການແລກປ່ຽນລະຫວ່າງບັນດາອົງການ, ຄະນະກຳ ມາທິການ, ຄະນະສະພາແຫ່ງຊາດຂອງສອງປະເທດ. ເນື່ອງໃນໂອກາດນີ້, ທ່ານເຈີນວັນຕູຍ - ປະທານກຸ່ມຜູ້ແທນສະພາມິດຕະພາບຫວຽດນາມ - ສ.ເກົາຫຼີ ໄດ້ສະເໜີໃຫ້ຝ່າຍສ.ເກົາຫຼີ ສືບຕໍ່ສະໜັບສະໜູນປະຊາຄົມຊາວຫວຽດນາມ ຢູ່ສ.ເກົາຫຼີ.

ທ ານປະທານສະພາແຫ ງຊາດ ສ ເກ າຫ ຕ ອນຮ ບປະທານກ ມຜ ແທນສະພາມ ດຕະພາບຫວຽດນາມ ສ ເກ າຫ ປະທານສະພາແຫ່ງຊາດ ສ.ເກົາຫຼີໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ນິງ​ບິ່ງ

ຍ​ສ​ໝ - ໃນການຢ້ຽມຢາມເຮັດວຽກຢູ່ຫວຽດນາມ. ວັນທີ 1 ພະຈິກ, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ໂດຍທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Park Byeong-Seug ນຳໜ້າໄດ້ໄປຢ້ຽມຢາມແລະເຮັດວຽກຢູ່ແຂວງ ນິງ​ບິ່ງ.

ທ ານປະທານສະພາແຫ ງຊາດ ສ ເກ າຫ ຕ ອນຮ ບປະທານກ ມຜ ແທນສະພາມ ດຕະພາບຫວຽດນາມ ສ ເກ າຫ ນຳສົ່ງພົນລະເມືອງຫວຽດນາມ ຫລາຍກວ່າ 350 ຄົນຈາກປະເທດການາດາ ແລະ ສ.ເກົາຫຼີ ກັບບ້ານຢ່າງປອດໄພ

ຍສໝ - ວັນທີ 23 - 24 ຕຸລາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ບັນດາສຳນັກງານຕາງໜ້າຫວຽດນາມ ຢູ່ການາດາ ແລະ ສ.ເກົາຫຼີ, ສາຍການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ຮ່ວມມືກັບ ບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນ 350 ຄົນໄດ້ກັບຄືນປະເທດດ້ວຍຄວາມປອດໄພ.

ທ ານປະທານສະພາແຫ ງຊາດ ສ ເກ າຫ ຕ ອນຮ ບປະທານກ ມຜ ແທນສະພາມ ດຕະພາບຫວຽດນາມ ສ ເກ າຫ ​ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ຢູ່ Sahara ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ດັ້ງ​ດິ່ງ​ກຸ໊ຍຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ ແລະ ສະ​ແດງ​ການສະ​ໜັບ​ສະ​ໜູນ​ຕໍ່ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ວັດ​ຂະ​ບວນ​ການ​ສ້າງ​ສັນ​ຕິ​ພາບ​ຂອງ ຄະ​ນະ​ປະ​ຕິ​ບັດ​ງານ MINURSO.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.