ຮ່າໂນ້ຍ - ອິນເດຍ ເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີສູງ, ນະວັດຕະກຳ

16:30 | 25/09/2026

ຍສໝ - ວັນທີ 24/9 ຢູ່ New Delhi, ກອງສົນທະນາ “ຮ່າໂນ້ຍ - ອິນເດຍ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີສູງ ແລະ ນະວັດຕະກຳ” ໄດ້ເປີດໂອກາດໃຫ້ເພີ່ມທະວີການເຊື່ອມຕໍ່ການລົງທຶນ, ການຄົ້ນຄວ້າ, ການຖ່າຍທອດເຕັກໂນໂລຊີ ແລະ ດຶງດູດວິສາຫະກິດອິນເດຍເຂົ້າສູ່ເຂດເຕັກໂນໂລຊີສູງ ຮວ່າລາກ.

ຊ່ຽວຊານອິນເດຍ: BRICS ເປີດພື້ນທີ່ຍຸດທະສາດເພີ່ມຕື່ມໃຫ້ຫວຽດນາມ ການເດີນທາງໄປປະຕິບັດງານຢູ່ອິນເດຍຂອງນາຍົກລັດຖະມົນຕີ ເລມິງຮຶງ: ເປີດກວ້າງພື້ນທີ່ຫຼາຍຝ່າຍ, ຊຸກຍູ້ການຮ່ວມມືທີ່ເປັນຮູບປະທຳ
ຮ່າໂນ້ຍ - ອິນເດຍ ເປີດກວ້າງການຮ່ວມມືດ້ານເຕັກໂນໂລຊີສູງ, ນະວັດຕະກຳ
ກອງສົນທະນາ “ຮ່າໂນ້ຍ - ອິນເດຍ ກ່ຽວກັບການຮ່ວມມືດ້ານເຕັກໂນໂລຊີສູງ ແລະ ນະວັດຕະກຳ”.

ກອງສົນທະນາ ໂດຍສະຖານທູດຫວຽດນາມ ແລະ ຫ້ອງການວິທະຍາສາດ ແລະ ເຕັກໂນໂລຊີຫວຽດນາມປະຈຳອິນເດຍ ຈັດຕັ້ງ, ໂດຍມີຜູ້ຕາງໜ້າຄະນະຄຸ້ມຄອງບັນດາເຂດເຕັກໂນໂລຊີສູງ ແລະ ເຂດອຸດສາຫະກຳນະຄອນຮ່າໂນ້ຍ ພ້ອມດ້ວຍບັນດາອົງການ, ມະຫາວິທະຍາໄລ, ວິສາຫະກິດດ້ານເຕັກໂນໂລຊີ, ສາທາລະນະສຸກ ແລະ ການລົງທຶນຂອງອິນເດຍ ເຂົ້າຮ່ວມ.

ທີ່ກອງສົນທະນາ, ທ່ານ ດວ່ານກຸ໊ຍລິງ, ຮອງຫົວໜ້າຄະນະຄຸ້ມຄອງບັນດາເຂດເຕັກໂນໂລຊີສູງ ແລະ ເຂດອຸດສາຫະກຳນະຄອນຮ່າໂນ້ຍ ໄດ້ແນະນຳບັນດາຂໍ້ໄດ້ປຽບຂອງຮ່າໂນ້ຍ ໃນການພັດທະນາເຕັກໂນໂລຊີສູງ ແລະ ນະວັດຕະກຳ.

ປັດຈຸບັນ ຮ່າໂນ້ຍມີ 2 ເຂດເຕັກໂນໂລຊີສູງ, ໃນນັ້ນ ເຂດເຕັກໂນໂລຊີສູງ ຮວ່າລາກ ໄດ້ຮັບການກຳນົດທິດໃຫ້ກາຍເປັນສູນຄົ້ນຄວ້າ, ນຳໃຊ້ເຕັກໂນໂລຊີສູງ ແລະ ນະວັດຕະກຳຂອງປະເທດ.

ນະຄອນປາຖະໜາດຶງດູດບັນດາວິສາຫະກິດອິນເດຍ ໃຫ້ລົງທຶນເຂົ້າໃນບັນດາຂົງເຂດ ເຊັ່ນ: ເຕັກໂນໂລຊີຊີວະພາບ, ການຢາ, ເຕັກໂນໂລຊີຂໍ້ມູນ ແລະ ເຕັກໂນໂລຊີດິຈິຕອນ; ພ້ອມທັງ ຊຸກຍູ້ການຖ່າຍທອດເຕັກໂນໂລຊີ, ຝຶກອົບຮົມຊັບພະຍາກອນມະນຸດ ແລະ ເຊື່ອມຕໍ່ລະບົບນິເວດນະວັດຕະກຳລະຫວ່າງສອງປະເທດ.

ຜູ້ຕາງໜ້າບັນດາອົງການດ້ານເຕັກໂນໂລຊີ ແລະ ນະວັດຕະກຳຂອງອິນເດຍ ໄດ້ແບ່ງປັນກ່ຽວກັບຄວາມສາມາດ, ຮູບແບບການເຄື່ອນໄຫວ ແລະ ຄວາມສາມາດຮ່ວມມືກັບຫວຽດນາມ.

ສອງຝ່າຍມຸ່ງໄປສູ່ການສ້າງຮູບແບບຮ່ວມມືທີ່ຕໍ່ເນື່ອງ ຕັ້ງແຕ່ຮ່ວມກັນຄົ້ນຄວ້າ, ພັດທະນາ, ທົດລອງ ໄປຈົນເຖິງການຄ້າຜະລິດຕະພັນ, ຜ່ານນັ້ນ ເປີດກວ້າງຄວາມສາມາດເຂົ້າເຖິງຕະຫຼາດຂອງສອງປະເທດ ແລະ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຫວຽດນາມ - ອິນເດຍ ຂະຫຍາຍການຮ່ວມມື, ວາງເປົ້າໝາຍການຄ້າ 25 ຕື້ USD ຫວຽດນາມ - ອິນເດຍ ຂະຫຍາຍການຮ່ວມມື, ວາງເປົ້າໝາຍການຄ້າ 25 ຕື້ USD
ຍສໝ - ທີ່ກອງປະຊຸມ ຄັ້ງທີ 19 ຂອງຄະນະກຳມະການປະສົມ ຫວຽດນາມ - ອິນເດຍ ໃນວັນທີ 14/9 ຢູ່ New Delhi, ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ນັບແຕ່ເສດຖະກິດ, ປ້ອງກັນຊາດ - ຄວາມໝັ້ນຄົງ, ວິທະຍາສາດ - ເຕັກໂນໂລຊີ ຮອດການແລກປ່ຽນປະຊາຊົນ ແລະ ການປະສານງານຫຼາຍຝ່າຍ, ພ້ອມກັນນັ້ນ ວາງເປົ້າໝາຍຍົກຍອດມູນຄ່າການຄ້າສອງຝ່າຍຂຶ້ນເປັນ 25 ຕື້ USD.
ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ ເປີດພື້ນທີ່ຮ່ວມມືໃໝ່ ພາຍຫຼັງ 10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ
ຍສໝ - ວັນທີ 15/9, ຢູ່ສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ, ກອງສຳມະນາວິທະຍາສາດ “10 ປີແຫ່ງການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຫວຽດນາມ - ອິນເດຍ: ຜົນສຳເລັດ ແລະ ແງ່ຫວັງ” ໄດ້ຈັດຂຶ້ນ ແນໃສ່ທົບທວນຄືນເສັ້ນທາງການຮ່ວມມືລະຫວ່າງສອງປະເທດ, ພ້ອມທັງແລກປ່ຽນກ່ຽວກັບບັນດາແຮງຂັບເຄື່ອນ, ພື້ນທີ່ ແລະ ຮູບແບບຮ່ວມມືໃໝ່ ໃນໄລຍະສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານທີ່ເພີ່ມທະວີ.

ມິງດຶກ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ