ຫວຽດນາມ - ນອກແວ ເປີດກວ້າງການຮ່ວມມືສີຂຽວ ພາຍຫຼັງ 55 ປີແຫ່ງສາຍພົວພັນການທູດ

14:21 | 24/09/2026

ຍສໝ - ພາຍຫຼັງ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ສາຍພົວພັນ ຫວຽດນາມ - ນອກແວ ໄດ້ຫັນຈາກພື້ນຖານມິດຕະພາບ, ການຮ່ວມມືພັດທະນາ ໄປສູ່ຫຼາຍຂົງເຂດໃໝ່ ເຊັ່ນ: ການຫັນປ່ຽນສີຂຽວ, ພະລັງງານທົດແທນ, ເສດຖະກິດໝູນວຽນ, ເສດຖະກິດທະເລທີ່ຍືນຍົງ, ການຄ້າ ແລະ ການລົງທຶນ.

ຊຸກຍູ້ການຮ່ວມມືຫວຽດນາມ - ນອກແວ ບາດກ້າວສຳຄັນໃນການເພີ່ມທະວີການພົວພັນມິດຕະພາບ ຫວຽດນາມ - ນອກແວ

ວັນທີ 25/11/1971, ຫວຽດນາມ ແລະ ນອກແວ ໄດ້ສ້າງຕັ້ງສາຍພົວພັນການທູດຢ່າງເປັນທາງການ, ເປີດເສັ້ນທາງກວ່າເຄິ່ງສະຕະວັດແຫ່ງການກໍ່ສ້າງ ແລະ ພັດທະນາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ.

ຈາກພື້ນຖານແຫ່ງຄວາມສາມັກຄີ, ການສະໜັບສະໜູນເຊິ່ງກັນແລະກັນໃນບັນດາໄລຍະທີ່ຫຍຸ້ງຍາກ, ສາຍພົວພັນ ຫວຽດນາມ - ນອກແວ ໄດ້ຄ່ອຍໆເປີດກວ້າງໄປສູ່ການຮ່ວມມືພັດທະນາ, ການຄ້າ, ການລົງທຶນ, ການສຶກສາ, ສິ່ງແວດລ້ອມ, ພະລັງງານ ແລະ ເສດຖະກິດທະເລ. ມາຮອດປີ 2026, ເນື່ອງໃນໂອກາດລະນຶກ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ, ສອງປະເທດສືບຕໍ່ກຳນົດບັນດາທິດທາງຮ່ວມມືໃໝ່, ໃນນັ້ນ ໂດດເດັ່ນແມ່ນການຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ ແລະ ການພັດທະນາເສດຖະກິດທະເລທີ່ຍືນຍົງ.

ຫວຽດນາມ - ນອກແວ ເປີດກວ້າງການຮ່ວມມືສີຂຽວ ພາຍຫຼັງ 55 ປີແຫ່ງສາຍພົວພັນການທູດ
ບັນຍາກາດການປຶກສາຫາລືທາງການເມືອງຂັ້ນລັດຖະມົນຕີຊ່ວຍວ່າການ ລະຫວ່າງຫວຽດນາມ - ນອກແວ ໃນປີ 2023.

ຈາກການຊ່ວຍໜູນພັດທະນາ ໄປສູ່ສາຍພົວພັນຄູ່ຮ່ວມທີ່ສະເໝີພາບ

ຕາມເອກະສານຂອງກະຊວງການຕ່າງປະເທດຫວຽດນາມ, ກ່ອນທີ່ສອງປະເທດຈະສ້າງຕັ້ງສາຍພົວພັນການທູດ, ຢູ່ນອກແວ ກໍຄືບາງປະເທດເອີຣົບເໜືອ ໄດ້ມີຂະບວນການສະໜັບສະໜູນການຕໍ່ສູ້ຍາດເອກະລາດຂອງຊາດຫວຽດນາມ. ພາຍຫຼັງປີ 1971, ສາຍພົວພັນສອງຝ່າຍຄ່ອຍໆໄດ້ຮັບການປັບປຸງ ຜ່ານບັນດາການຢ້ຽມຢາມ, ການພົບປະທາງການເມືອງ ແລະ ການຮ່ວມມືຢູ່ບັນດາເວທີຫຼາຍຝ່າຍ.

ຂີດໝາຍສຳຄັນໜຶ່ງໃນການຮ່ວມມືພັດທະນາ ແມ່ນການທີ່ຫວຽດນາມ ແລະ ນອກແວ ລົງນາມສັນຍາຂອບວ່າດ້ວຍການຮ່ວມມືພັດທະນາ ໃນເດືອນ 10/1996. ເປັນເວລາຫຼາຍປີ, ນອກແວ ໄດ້ຊ່ວຍໜູນຫວຽດນາມໃນບັນດາຂົງເຂດການສຶກສາ, ສາທາລະນະສຸກ, ການຄຸ້ມຄອງຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ພະລັງງານທົດແທນ.

ນອກແວ ຍັງເປັນໜຶ່ງໃນບັນດາຜູ້ໃຫ້ທຶນສຳຄັນແກ່ໂຄງການ UN-REDD ຢູ່ຫວຽດນາມ, ປະກອບສ່ວນຊ່ວຍໜູນບັນດາເປົ້າໝາຍປົກປ້ອງປ່າໄມ້ ແລະ ຫຼຸດຜ່ອນການປ່ອຍອາຍແກັສເຮືອນແກ້ວ. ຕາມເອກະສານຂອງກະຊວງການຕ່າງປະເທດ, ຍອດມູນຄ່າການຊ່ວຍເຫຼືອທີ່ນອກແວເຄີຍມອບໃຫ້ຫວຽດນາມ ບັນລຸຫຼາຍກວ່າ 320 ລ້ານ USD.

ຂະບວນການຮ່ວມມືພັດທະນານີ້ ໄດ້ສ້າງພື້ນຖານໃຫ້ລັກສະນະຂອງສາຍພົວພັນສອງຝ່າຍຄ່ອຍໆປ່ຽນແປງ, ຈາກສາຍພົວພັນຊ່ວຍເຫຼືອ ແລະ ຮ່ວມມືພັດທະນາແບບດັ້ງເດີມ ໄປສູ່ສາຍພົວພັນຄູ່ຮ່ວມທີ່ສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ມຸ່ງໄປສູ່ບັນດາຂົງເຂດທີ່ມີເນື້ອໃນດ້ານເຕັກໂນໂລຊີ, ເສດຖະກິດ ແລະ ການພັດທະນາທີ່ຍືນຍົງສູງຂຶ້ນ.

ຄຽງຄູ່ກັນນັ້ນ, ສາຍພົວພັນການເມືອງ - ການທູດລະຫວ່າງສອງປະເທດ ນັບມື້ນັບໄດ້ຮັບການເພີ່ມທະວີ ຜ່ານບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງ.

ໃນການຢ້ຽມຢາມນອກແວຢ່າງເປັນທາງການ ຂອງທ່ານນາງ ຫວໍທິແອັງຊວັນ, ຮອງປະທານປະເທດ ໃນເດືອນ 11/2023, ສອງຝ່າຍສືບຕໍ່ຢືນຢັນຄຳໝັ້ນເຮັດໃຫ້ສາຍພົວພັນການເມືອງເລິກເຊິ່ງຍິ່ງຂຶ້ນ, ພ້ອມທັງກຳນົດຫຼາຍທິດທາງຮ່ວມມືໃໝ່ ເຊັ່ນ: ການຫັນປ່ຽນພະລັງງານສີຂຽວ, ເສດຖະກິດທະເລທີ່ຍືນຍົງ, ພະລັງງານທົດແທນ, ເສດຖະກິດໝູນວຽນ ແລະ ເສດຖະກິດສີຂຽວ. ສອງຝ່າຍຍັງເນັ້ນໜັກການຊຸກຍູ້ການເຈລະຈາສັນຍາການຄ້າເສລີ ລະຫວ່າງຫວຽດນາມ ແລະ ສະມາຄົມການຄ້າເສລີເອີຣົບ (EFTA).

ຂີດໝາຍອີກປະການໜຶ່ງ ແມ່ນການພົບປະລະຫວ່າງທ່ານ ຟ້າມມິງຈິ໊ງ, ນາຍົກລັດຖະມົນຕີ ແລະ ທ່ານ Jonas Gahr Store, ນາຍົກລັດຖະມົນຕີນອກແວ ຢູ່ນອກຂອບເຂດກອງປະຊຸມສຸດຍອດ G20 ທີ່ Johannesburg, ອາຟຣິກາໃຕ້, ວັນທີ 23/11/2025.

ທີ່ການພົບປະ, ທ່ານ ຟ້າມມິງຈິ໊ງ ປາຖະໜາໃຫ້ສອງຝ່າຍປະສານງານ ເພື່ອລົງນາມໜັງສືສະແດງເຈດຈຳນົງກ່ຽວກັບການສ້າງຕັ້ງຄູ່ຮ່ວມຍຸດທະສາດສີຂຽວໂດຍໄວ, ຜ່ານນັ້ນ ເພີ່ມທະວີການຮ່ວມມືດ້ານການຫັນປ່ຽນສີຂຽວ, ເສດຖະກິດໝູນວຽນ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ. ທ່ານນາຍົກລັດຖະມົນຕີ ຍັງສະເໜີໃຫ້ລັດຖະບານນອກແວ ສືບຕໍ່ຊຸກຍູ້ບັນດາວິສາຫະກິດ, ກອງທຶນລົງທຶນຂອງນອກແວ ເຂົ້າລົງທຶນ ແລະ ເປີດກວ້າງການລົງທຶນຢູ່ຫວຽດນາມ, ໂດຍສະເພາະ ໃນບັນດາຂົງເຂດເສດຖະກິດທະເລ, ການຫັນປ່ຽນສີຂຽວ, ພະລັງງານທົດແທນ ແລະ ເສດຖະກິດໝູນວຽນ.

ທ່ານ Jonas Gahr Store, ນາຍົກລັດຖະມົນຕີນອກແວ ເຫັນດີກັບບັນດາຂໍ້ສະເໜີ, ພ້ອມທັງສະເໜີໃຫ້ສອງປະເທດເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືໃນຂົງເຂດໄຟຟ້າລົມນອກຝັ່ງ, ພະລັງງານທົດແທນ, ເສດຖະກິດໝູນວຽນ, ສິນໃນນ້ຳ ແລະ ການບຳບັດສິ່ງເສດເຫຼືອ ເລິກເຊິ່ງຍິ່ງຂຶ້ນ; ສືບຕໍ່ປະສານງານຢູ່ບັນດາເວທີພາກພື້ນ ແລະ ສາກົນ.

ກ້າວເຂົ້າສູ່ປີ 2026, ສາຍພົວພັນການເມືອງ ສືບຕໍ່ໄດ້ຮັບການຮັກສາ ຜ່ານບັນດາການພົບປະຂັ້ນສູງ. ເດືອນ 2/2026, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ຕ້ອນຮັບທ່ານ Åsmund Aukrust, ລັດຖະມົນຕີພັດທະນາສາກົນ ສັງກັດກະຊວງການຕ່າງປະເທດນອກແວ. ສອງຝ່າຍຕີລາຄາຢ່າງຕັ້ງໜ້າຕໍ່ການພັດທະນາຂອງສາຍພົວພັນສອງຝ່າຍ ພາຍຫຼັງ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ແລະ ເຫັນດີສືບຕໍ່ເພີ່ມທະວີການຮ່ວມມືທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

ມາຮອດເດືອນ 7/2026, ທ່ານ ເລຮວ່າຍຈຸງ, ລັດຖະມົນຕີການຕ່າງປະເທດ ໄດ້ພົບປະກັບທ່ານ Espen Barth Eide, ລັດຖະມົນຕີການຕ່າງປະເທດນອກແວ ຢູ່ນອກຂອບເຂດກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ASEAN ຄັ້ງທີ 59 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ. ສອງຝ່າຍໄດ້ແລກປ່ຽນກ່ຽວກັບການຮ່ວມມືດ້ານພະລັງງານທົດແທນ, ການຫັນປ່ຽນສີຂຽວ, ເສດຖະກິດທະເລທີ່ຍືນຍົງ, ເຕັກໂນໂລຊີສີຂຽວ, ຕາໜ່າງໄຟຟ້າສະຫຼາດ, ການຝຶກອົບຮົມຊັບພະຍາກອນມະນຸດ ແລະ ການປະສານງານຢູ່ ASEAN, ສະຫະປະຊາຊາດ.

ຕອນເຊົ້າວັນທີ 9/7/2026 ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ໄດ້ຕ້ອນຮັບທ່ານນາງ Hilde Solbakken, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງລາຊະອານາຈັກນອກແວ ປະຈຳຫວຽດນາມ ເຂົ້າອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່.

ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງຕັ້ງໜ້າ, ເປັນຮູບປະທຳຂອງສາຍພົວພັນສອງຝ່າຍ, ໃນນັ້ນ ມີການທີ່ສອງຝ່າຍລົງນາມບົດບັນທຶກກ່ຽວກັບຄູ່ຮ່ວມຍຸດທະສາດສີຂຽວ ໃນເດືອນ 4/2026. ນີ້ຖືວ່າເປັນຂີດໝາຍສຳຄັນ, ສະແດງເຖິງຄວາມຕັດສິນໃຈ ແລະ ວິໄສທັດໄລຍະຍາວຂອງສອງປະເທດ ໃນການຊຸກຍູ້ການຮ່ວມມືດ້ານເສດຖະກິດທະເລ, ພະລັງງານທົດແທນ, ເສດຖະກິດໝູນວຽນ, ຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ການພັດທະນາທີ່ຍືນຍົງ.

ທ່ານ ໂຕເລິມ, ເລຂາທິການ, ປະທານປະເທດ ຍັງຕີລາຄາວ່າ ການທີ່ຫວຽດນາມ ແລະ EFTA ສິ້ນສຸດການເຈລະຈາສັນຍາການຄ້າເສລີຢ່າງເປັນທາງການ ໃນວັນທີ 2/7/2026 ແມ່ນຜົນໄດ້ຮັບທີ່ມີຄວາມໝາຍສຳຄັນ, ເປີດໄລຍະໃໝ່ແຫ່ງການຮ່ວມມືການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມກັບ EFTA ເວົ້າລວມ ແລະ ນອກແວ ເວົ້າສະເພາະ.

ຫວຽດນາມ ແລະ ນອກແວ ຍັງຮັກສາການຮ່ວມມືຢ່າງມີປະສິດທິຜົນຢູ່ບັນດາເວທີຫຼາຍຝ່າຍ ເຊັ່ນ: ສະຫະປະຊາຊາດ, ອົງການການຄ້າໂລກ ແລະ ທະນາຄານໂລກ. ປີ 2021, ເປັນຄັ້ງທຳອິດທີ່ສອງປະເທດພ້ອມກັນເປັນສະມາຊິກບໍ່ປະຈຳຄະນະມົນຕີຄວາມໝັ້ນຄົງສະຫະປະຊາຊາດ, ຮ່ວມກັນໃຫ້ຄວາມສົນໃຈຕໍ່ບັນດາບັນຫາການປ່ຽນແປງດິນຟ້າອາກາດ, ການປົກປ້ອງປະຊາຊົນພົນລະເຮືອນໃນຄວາມຂັດແຍ່ງ, ການຊ່ວຍເຫຼືອມະນຸດສະທຳ, ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງພາກພື້ນ.

ສາຍພົວພັນຮ່ວມມືລັດຖະສະພາ ຍັງໄດ້ຮັບການຮັກສາ ຜ່ານບັນດາການຢ້ຽມຢາມ, ການພົບປະລະຫວ່າງການນຳລັດຖະສະພາສອງປະເທດ ແລະ ການປະສານງານຢູ່ບັນດາເວທີລັດຖະສະພາພາກພື້ນ, ສາກົນ ເຊັ່ນ: ສະຫະພັນລັດຖະສະພາໂລກ (IPU) ແລະ ສະພາສະຫະພັນລັດຖະສະພາ ASEAN (AIPA).

ການຮ່ວມມືສີຂຽວກາຍເປັນທິດທາງອັນໂດດເດັ່ນ

ໜຶ່ງໃນບັນດາການປ່ຽນແປງທີ່ໜ້າສົນໃຈໃນສາຍພົວພັນ ຫວຽດນາມ - ນອກແວ ໃນປັດຈຸບັນ ແມ່ນການຫັນຈຸດສຸມໄປສູ່ການພັດທະນາທີ່ຍືນຍົງ ແລະ ການເຕີບໂຕສີຂຽວ.

ໃນຂະບວນການຮ່ວມມື, ສອງປະເທດໄດ້ສະສົມປະສົບການໃນບັນດາຂົງເຂດສິ່ງແວດລ້ອມ, ປ່າໄມ້, ພະລັງງານ ແລະ ການຄຸ້ມຄອງຊັບພະຍາກອນ. ບົນພື້ນຖານນັ້ນ, ພະລັງງານທົດແທນ, ເສດຖະກິດໝູນວຽນ, ການຫຼຸດຜ່ອນການປ່ອຍອາຍພິດ, ເສດຖະກິດທະເລ ແລະ ການປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ ນັບມື້ນັບຄອງຕຳແໜ່ງສຳຄັນໃນໂຄງການຮ່ວມມືສອງຝ່າຍ.

ຫວຽດນາມ ແລະ ນອກແວ ຍັງພ້ອມກັບກຸ່ມບັນດາຄູ່ຮ່ວມສາກົນ ຮັບຮອງຖະແຫຼງການການເມືອງ ສ້າງຕັ້ງຄູ່ຮ່ວມການຫັນປ່ຽນພະລັງງານຢ່າງເປັນທຳ (JETP).

ໃນໄລຍະຕໍ່ໄປ, ສອງປະເທດໃຫ້ຄວາມສຳຄັນແກ່ການຮ່ວມມືຜັນຂະຫຍາຍຖະແຫຼງການນີ້, ສຸມໃສ່ພັດທະນາພະລັງງານທົດແທນ ເຊັ່ນ: ໄຟຟ້າລົມນອກຝັ່ງ, ໄຟຟ້າແສງຕາເວັນ ແລະ ພະລັງງານຮູບແບບໃໝ່; ຊຸກຍູ້ບັນດາວິທີແກ້ໄຂນຳໃຊ້ພະລັງງານຢ່າງປະຢັດ ແລະ ມີປະສິດທິຜົນ, ປະກອບສ່ວນປະຕິບັດເປົ້າໝາຍການປ່ອຍອາຍພິດສຸດທິເທົ່າກັບ “0” ໃນປີ 2050, ພ້ອມທັງຮັບປະກັນຄວາມໝັ້ນຄົງດ້ານພະລັງງານ ແລະ ຄວາມເປັນທຳໃນຂະບວນການຫັນປ່ຽນ.

ນີ້ຍັງແມ່ນໜຶ່ງໃນບັນດາຂົງເຂດບຸລິມະສິດໃນການຮ່ວມມືສາກົນຂອງນອກແວ, ດ້ວຍບັນດາເຄື່ອງມື ເຊັ່ນ: ກອງທຶນລົງທຶນນອກແວ ແລະ ກອງທຶນລົງທຶນດ້ານດິນຟ້າອາກາດ ເພື່ອລະດົມແຫຼ່ງທຶນພາກລັດ, ເອກະຊົນ ຊ່ວຍໜູນບັນດາປະເທດພວມພັດທະນາ ຜັນຂະຫຍາຍບັນດາໂຄງການທີ່ສອດຄ່ອງກັບບັນດາເປົ້າໝາຍພັດທະນາທີ່ຍືນຍົງ ແລະ ຮັບມືກັບການປ່ຽນແປງດິນຟ້າອາກາດ.

ເດືອນ 4/2026, ກະຊວງກະສິກຳ ແລະ ສິ່ງແວດລ້ອມຫວຽດນາມ ແລະ ກະຊວງການຕ່າງປະເທດນອກແວ ໄດ້ລົງນາມບົດບັນທຶກກ່ຽວກັບຄູ່ຮ່ວມຍຸດທະສາດສີຂຽວ ຫວຽດນາມ - ນອກແວ. ຂອບການຮ່ວມມືນີ້ ມຸ່ງໄປສູ່ການຊຸກຍູ້ການຮ່ວມມືດ້ານດິນຟ້າອາກາດ, ສິ່ງແວດລ້ອມ, ເສດຖະກິດໝູນວຽນ, ສິນໃນນ້ຳ ແລະ ເສດຖະກິດທະເລທີ່ຍືນຍົງ, ພ້ອມທັງຊຸກຍູ້ການລົງທຶນສີຂຽວ, ນະວັດຕະກຳ ແລະ ການຖ່າຍທອດເຕັກໂນໂລຊີ.

ການສ້າງຕັ້ງຄູ່ຮ່ວມຍຸດທະສາດສີຂຽວ ໄດ້ສ້າງຂອບການຮ່ວມມືເພີ່ມຕື່ມ ທີ່ສອດຄ່ອງກັບຈຸດແຂງ ແລະ ຄວາມຕ້ອງການຂອງສອງຝ່າຍ. ນອກແວ ມີປະສົບການໃນບັນດາຂະແໜງເສດຖະກິດທະເລ, ພະລັງງານທົດແທນ ແລະ ເຕັກໂນໂລຊີສີຂຽວ, ໃນຂະນະທີ່ຫວຽດນາມມີຄວາມຕ້ອງການສູງໃນການຫັນປ່ຽນຮູບແບບການເຕີບໂຕ, ພັດທະນາພະລັງງານສະອາດ, ປົກປ້ອງສິ່ງແວດລ້ອມ ແລະ ຍົກສູງຄວາມສາມາດປັບຕົວຕໍ່ການປ່ຽນແປງດິນຟ້າອາກາດ.

ເປີດກວ້າງທ່າແຮງດ້ານການຄ້າ, ການລົງທຶນ ແລະ ເສດຖະກິດທະເລ

ການຄ້າ ແລະ ການລົງທຶນ ແມ່ນຂົງເຂດທີ່ສອງປະເທດກຳນົດວ່າ ຍັງມີຫຼາຍທ່າແຮງ. ຫວຽດນາມ ແລະ ນອກແວ ໄດ້ຊຸກຍູ້ການຮ່ວມມືໃນບັນດາຂະແໜງ ເຊັ່ນ: ສິນໃນນ້ຳ, ການເດີນເຮືອ, ການຕໍ່ເຮືອ, ພະລັງງານ ແລະ ເຕັກໂນໂລຊີສີຂຽວ. ກະຊວງການຕ່າງປະເທດຫວຽດນາມ ເຄີຍຕີລາຄາວ່າ ການຄ້າ, ການລົງທຶນສອງຝ່າຍພັດທະນາຢ່າງຕັ້ງໜ້າ ແຕ່ຍັງບໍ່ສົມກັບທ່າແຮງຂອງສອງເສດຖະກິດ.

ປັດໄຈສຳຄັນໜຶ່ງຕໍ່ແງ່ຫວັງການຄ້າສອງຝ່າຍ ແມ່ນສັນຍາການຄ້າເສລີລະຫວ່າງຫວຽດນາມ ແລະ EFTA, ໃນນັ້ນ ນອກແວ ມີບົດບາດຕັ້ງໜ້າໃນຂະບວນການເຈລະຈາ.

ວັນທີ 2/7/2026, ຫວຽດນາມ ແລະ ບັນດາປະເທດ EFTA ໄດ້ສິ້ນສຸດການເຈລະຈາ FTA ຢ່າງເປັນທາງການ. ກະຊວງການຕ່າງປະເທດຫວຽດນາມ ຕີລາຄາວ່າ ຜົນໄດ້ຮັບນີ້ ສ້າງແຮງຂັບເຄື່ອນເພີ່ມຕື່ມໃຫ້ສາຍພົວພັນການຄ້າ ແລະ ການລົງທຶນ ລະຫວ່າງຫວຽດນາມກັບ EFTA ເວົ້າລວມ ແລະ ນອກແວ ເວົ້າສະເພາະ. ພາຍຫຼັງສັນຍາໄດ້ຮັບການລົງນາມ ແລະ ສຳເລັດບັນດາຂັ້ນຕອນທີ່ຈຳເປັນ, ນີ້ອາດກາຍເປັນພື້ນຖານເພື່ອເປີດກວ້າງຕະຫຼາດ, ຫຼາກຫຼາຍຕ່ອງໂສ້ສະໜອງ ແລະ ເພີ່ມທະວີການຮ່ວມມືລະຫວ່າງປະຊາຄົມວິສາຫະກິດສອງປະເທດ.

ເສດຖະກິດທະເລ ກໍແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືອັນໂດດເດັ່ນລະຫວ່າງຫວຽດນາມ ແລະ ນອກແວ. ໃນບັນດາການແລກປ່ຽນສອງຝ່າຍ, ສອງຝ່າຍໄດ້ກ່າວເຖິງການເດີນເຮືອ, ການຕໍ່ເຮືອ, ສິນໃນນ້ຳ, ການລ້ຽງສັດນ້ຳ, ການຄຸ້ມຄອງມະຫາສະໝຸດ ແລະ ເສດຖະກິດທະເລສີຂຽວ.

ທິດທາງຮ່ວມມືໃນປັດຈຸບັນ ບໍ່ພຽງແຕ່ສຸມໃສ່ເປີດກວ້າງການຄ້າສິນໃນນ້ຳ ແຕ່ຍັງມຸ່ງໄປສູ່ການພັດທະນາການປະມົງທີ່ຍືນຍົງ, ການລ້ຽງສັດນ້ຳ, ການນຳໃຊ້ເຕັກໂນໂລຊີ ແລະ ການຄຸ້ມຄອງຊັບພະຍາກອນທະເລ.

ໃນບໍລິບົດທີ່ການປ່ຽນແປງດິນຟ້າອາກາດ ແລະ ຂໍ້ຮຽກຮ້ອງນຳໃຊ້ຊັບພະຍາກອນທະເລຢ່າງຍືນຍົງ ນັບມື້ນັບໄດ້ຮັບຄວາມສຳຄັນ, ການຮ່ວມມືໃນຂົງເຂດນີ້ ສາມາດເຊື່ອມໂຍງເປົ້າໝາຍພັດທະນາເສດຖະກິດ ກັບການປົກປ້ອງສິ່ງແວດລ້ອມ ແລະ ລະບົບນິເວດທະເລ.

ເພີ່ມທະວີການເຊື່ອມໂຍງປະຊາຊົນ

ຄຽງຄູ່ກັບການເມືອງ ແລະ ເສດຖະກິດ, ການສຶກສາ, ວັດທະນະທຳ ແລະ ການແລກປ່ຽນປະຊາຊົນ ສືບຕໍ່ເປັນບັນດາອົງປະກອບສຳຄັນໃນສາຍພົວພັນ ຫວຽດນາມ - ນອກແວ.

ໃນບັນດາໄລຍະຮ່ວມມືກ່ອນໜ້ານີ້, ນອກແວ ໄດ້ຊ່ວຍໜູນຫວຽດນາມໃນດ້ານການສຶກສາ - ຝຶກອົບຮົມ, ວັດທະນະທຳ ແລະ ການພັດທະນາຊັບພະຍາກອນມະນຸດ. ສອງຝ່າຍຍັງເຄີຍຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານສິລະປະ, ການຝຶກອົບຮົມ ແລະ ແລກປ່ຽນວິຊາສະເພາະ.

ປະຊາຄົມຊາວຫວຽດນາມຢູ່ນອກແວ ໄດ້ຮັບການກຳນົດຈາກສອງຝ່າຍວ່າ ເປັນຂົວເຊື່ອມສຳຄັນລະຫວ່າງປະຊາຊົນສອງປະເທດ. ໃນການຢ້ຽມຢາມນອກແວ ປີ 2023, ສອງຝ່າຍໄດ້ຮັບຮູ້ບົດບາດຂອງປະຊາຄົມຊາວຫວຽດນາມ ໃນການເພີ່ມທະວີຄວາມເຂົ້າໃຈ, ການແລກປ່ຽນ ແລະ ສາຍພົວພັນມິດຕະພາບລະຫວ່າງສອງປະເທດ.

ໃນປີ 2026, ບັນດາກິດຈະກຳລະນຶກ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດ ໄດ້ຮັບການກຳນົດທິດທາງຈາກສອງຝ່າຍ ໃຫ້ຕິດພັນກັບການໂຄສະນາວັດທະນະທຳ, ອາຫານ, ເວທີວິສາຫະກິດ ແລະ ບັນດາກອງສຳມະນາຫົວຂໍ້ສະເພາະ. ບັນດາກິດຈະກຳນີ້ ປະກອບສ່ວນນຳສາຍພົວພັນສອງຝ່າຍໃຫ້ໃກ້ຊິດກັບປະຊາຊົນ ແລະ ປະຊາຄົມວິສາຫະກິດສອງປະເທດຍິ່ງຂຶ້ນ.

ເມື່ອຫວນຄືນເສັ້ນທາງນັບແຕ່ປີ 1971 ມາຮອດປັດຈຸບັນ, ສາຍພົວພັນ ຫວຽດນາມ - ນອກແວ ໄດ້ຫັນຈາກມິດຕະພາບ ແລະ ການຊ່ວຍໜູນພັດທະນາ ໄປສູ່ສາຍພົວພັນຮ່ວມມືທີ່ນັບມື້ນັບສະເໝີພາບ, ເປັນຮູບປະທຳ ແລະ ຫຼາຍຂົງເຂດ.

ຂີດໝາຍ 55 ປີແຫ່ງການສ້າງຕັ້ງສາຍພົວພັນການທູດໃນປີ 2026 ບໍ່ພຽງແຕ່ເປັນໂອກາດຫວນຄືນບັນດາຜົນໄດ້ຮັບທີ່ບັນລຸມາແລ້ວ ແຕ່ຍັງເປີດໄລຍະຮ່ວມມືໃໝ່, ໃນນັ້ນ ການເຕີບໂຕສີຂຽວ, ການພັດທະນາທີ່ຍືນຍົງ, ເສດຖະກິດທະເລ ແລະ ນະວັດຕະກຳດ້ານເຕັກໂນໂລຊີ ສືບຕໍ່ເປັນບັນດາຂົງເຂດທີ່ມີຫຼາຍທ່າແຮງໃຫ້ສອງປະເທດຊຸກຍູ້ໃນໄລຍະຕໍ່ໄປ.

ເກືອບ 50 ປະເທດເຂົ້າຮ່ວມງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ປີ 2026 ເກືອບ 50 ປະເທດເຂົ້າຮ່ວມງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ປີ 2026
ຍສໝ - ແຕ່ວັນທີ 1-4/10/2026 ຢູ່ພະລາຊະວັງຫຼວງທັງລອງ, ງານບຸນວັດທະນະທຳໂລກຢູ່ຮ່າໂນ້ຍ ຄັ້ງທີ 2 ຈະຈັດຂຶ້ນພາຍໃຕ້ຫົວຂໍ້ “ໂຮມມໍລະດົກ - ສ້າງສັນອະນາຄົດ”, ໂດຍມີເກືອບ 50 ປະເທດ, ອົງການສາກົນ ແລະ ວິສາຫະກິດເຂົ້າຮ່ວມ, ເນື່ອງໃນໂອກາດລະນຶກ 50 ປີ ຫວຽດນາມເຂົ້າຮ່ວມ UNESCO.
APEC 2027 ກ້າວເຂົ້າສູ່ໄລຍະກະກຽມທີ່ສຳຄັນ APEC 2027 ກ້າວເຂົ້າສູ່ໄລຍະກະກຽມທີ່ສຳຄັນ
ຍສໝ - ຕອນບ່າຍວັນທີ 22/9 ຢູ່ສຳນັກງານກະຊວງການຕ່າງປະເທດ, ທ່ານ ຫງວຽນມິງຫວູ, ລັດຖະມົນຕີຊ່ວຍວ່າການຜູ້ປະຈຳ, ຫົວໜ້າຄະນະເລຂາແຫ່ງຊາດ APEC 2027 ໄດ້ເປັນປະທານກອງປະຊຸມກວດຄືນຄວາມຄືບໜ້າ, ຊຸກຍູ້ບັນດາໜ້າທີ່ກະກຽມສຳລັບປີ APEC 2027, ໃນນັ້ນ ເນັ້ນໜັກຂໍ້ຮຽກຮ້ອງໃຫ້ຜັນຂະຫຍາຍວຽກງານສື່ສານແຕ່ຫົວທີ, ສ້າງສານແຫ່ງຊາດທີ່ສອດຄ່ອງຕະຫຼອດ ແລະ ເພີ່ມທະວີການປະສານງານລະຫວ່າງບັນດາອົງການທີ່ກ່ຽວຂ້ອງ.

ຄຳສີ

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ