| ໂຄສະນາພາບພົດຂອງຫວຽດນາມ ທີ່ງານຕະຫຼາດນັດການທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງ ປາກິດສະຖານ ຂະຫຍາຍຊ່ອງທາງການຮ່ວມມືດ້ານການຄ້າ ເກີນເທີ - ປາກິດສະຖານ |
ເຂົ້າຮ່ວມໂຄງການຍັງມີຜູ້ຕາງໜ້າບັນດາອົງການຄຸ້ມຄອງ, ອົງການທ່ອງທ່ຽວ ແລະ ສາຍການບິນຂອງຫວຽດນາມ ແລະ ປາກິດສະຖານ.
ເນື້ອໃນແລກປ່ຽນສຸມໃສ່ການເຊື່ອມຕໍ່ວິສາຫະກິດ, ແນະນຳຈຸດໝາຍປາຍທາງ, ພັດທະນາການທ່ອງທ່ຽວ Halal ແລະ ບັນດາການບໍລິການທີ່ເປັນມິດກັບນັກທ່ອງທ່ຽວມຸດສະລິມ, ພ້ອມທັງປຶກສາຫາລືຄວາມສາມາດປັບປຸງການເຊື່ອມຕໍ່ທາງອາກາດລະຫວ່າງສອງປະເທດ.
ໜຶ່ງໃນບັນດາເປົ້າໝາຍຂອງໂຄງການ ແມ່ນນຳບັນດາກິດຈະກຳສຳຫຼວດຈຸດໝາຍປາຍທາງໄປສູ່ບັນດາຜະລິດຕະພັນ, ຄູ່ຮ່ວມ ແລະ ແຫຼ່ງນັກທ່ອງທ່ຽວທີ່ຊັດເຈນ. ວິສາຫະກິດຫວຽດນາມໄດ້ຮັບການຊຸກຍູ້ໃຫ້ສ້າງຜະລິດຕະພັນທີ່ເໝາະສົມກັບນັກທ່ອງທ່ຽວປາກິດສະຖານ, ໃນຂະນະທີ່ບັນດາຄູ່ຮ່ວມປາກິດສະຖານ ແນະນຳບັນດາຈຸດໝາຍປາຍທາງ ແລະ ປະສົບການໃໝ່ໃຫ້ແກ່ຕະຫຼາດຫວຽດນາມ.
![]() |
| ຜູ້ຕາງໜ້າບັນດາໜ່ວຍງານ ດຳເນີນການລົງນາມຮ່ວມມືໃນຂອບເຂດໂຄງການ. |
ມຸ່ງສູ່ກະແສນັກທ່ອງທ່ຽວສອງທິດທາງ
ກ່າວຄຳປາໄສໃນໂຄງການ, ທ່ານ Kohdayar Marri, ເອກອັກຄະລັດຖະທູດປາກິດສະຖານປະຈຳຫວຽດນາມ ເຫັນວ່າ ການທ່ອງທ່ຽວແມ່ນຂົງເຂດທີ່ມີບົດບາດສຳຄັນໃນການນຳປະຊາຊົນສອງປະເທດໃຫ້ໃກ້ຊິດກັນຍິ່ງຂຶ້ນ. ຫວຽດນາມ ແລະ ປາກິດສະຖານ ລ້ວນແຕ່ມີຫຼາຍຈຸດໝາຍປາຍທາງ ແລະ ຜະລິດຕະພັນອັນໂດດເດັ່ນດ້ານວັດທະນະທຳ, ປະຫວັດສາດ, ທຳມະຊາດ, ການພັກຜ່ອນ ແລະ ການຄົ້ນຫາ.
ຕາມທ່ານເອກອັກຄະລັດຖະທູດ, ໂຄງການສ້າງເງື່ອນໄຂໃຫ້ວິສາຫະກິດສອງປະເທດແລກປ່ຽນຂໍ້ມູນຕະຫຼາດ, ສ້າງຕັ້ງສາຍພົວພັນທຸລະກິດ, ສ້າງຜະລິດຕະພັນທ່ອງທ່ຽວຮ່ວມ ແລະ ຊອກຫາໂອກາດເພີ່ມຈຳນວນນັກທ່ອງທ່ຽວໄປມາລະຫວ່າງຫວຽດນາມ ແລະ ປາກິດສະຖານ.
ການເດີນທາງສຳຫຼວດ ແລະ ເຊື່ອມຕໍ່ຂອງຄະນະປາກິດສະຖານຢູ່ຫວຽດນາມ ດຳເນີນແຕ່ວັນທີ 20-25/9. ຄະນະອອກຈາກປາກິດສະຖານວັນທີ 20/9, ມາຮອດຮ່າໂນ້ຍວັນທີ 21/9 ແລະ ຄາດວ່າຈະອອກຈາກຫວຽດນາມໃນວັນທີ 25/9.
ໃນໄລຍະຢູ່ຫວຽດນາມ, ຄະນະໄດ້ສຳຫຼວດບັນດາຜະລິດຕະພັນທ່ອງທ່ຽວຢູ່ຮ່າໂນ້ຍ ແລະ ກວາງນິງ - ຮ້າລອງ, ພ້ອມທັງພົບປະບັນດາວິສາຫະກິດຫວຽດນາມຜ່ານກິດຈະກຳເຊື່ອມຕໍ່ B2B.
ໂຄງການມຸ່ງໄປສູ່ການຫັນຈາກການສຳຫຼວດຈຸດໝາຍປາຍທາງ ໄປສູ່ການພັດທະນາຕະຫຼາດ. ພາຍຫຼັງ FAM Trip ແລະ ບັນດາກິດຈະກຳເຊື່ອມຕໍ່ B2B, ວິສາຫະກິດສອງຝ່າຍຖືກຄາດຫວັງວ່າ ຈະສ້າງບັນດາລາຍການທ່ອງທ່ຽວທີ່ສາມາດນຳໄປຂຸດຄົ້ນນຳໃຊ້ໄດ້ແທ້, ຜັນຂະຫຍາຍການຕະຫຼາດຮ່ວມ, ລົງນາມຮ່ວມມື ແລະ ຄ່ອຍໆສ້າງແຫຼ່ງນັກທ່ອງທ່ຽວສອງທິດທາງ.
ສຳລັບຕະຫຼາດປາກິດສະຖານ, ຫວຽດນາມມີຈຸດແຂງດ້ານການທ່ອງທ່ຽວວັດທະນະທຳ, ທຳມະຊາດ, ພັກຜ່ອນທະເລ, ຊື້ເຄື່ອງ, ອາຫານ, ທ່ອງທ່ຽວຄອບຄົວ, ທ່ອງທ່ຽວທຸລະກິດ ແລະ MICE.
ບາງຜະລິດຕະພັນທີ່ຖືກຕີລາຄາວ່າມີທ່າແຮງ ປະກອບມີ ຮ່າໂນ້ຍ - ຮ້າລອງ; ຮ່າໂນ້ຍ - ນິງບິ່ງ - ຮ້າລອງ; ດ່ານັງ - ໂຮ້ຍອານ; ນະຄອນໂຮ່ຈິມິນ - ທົ່ງພຽງແມ່ນ້ຳຂອງ ແລະ ຟູ໊ກວກ.
ໃນຂະບວນການພັດທະນາຕະຫຼາດ, ການບໍລິການ Halal ແລະ ການບໍລິການທີ່ເປັນມິດກັບຊາວມຸດສະລິມ ຖືກກຳນົດເປັນເນື້ອໃນສຳຄັນ. ຄຽງຄູ່ກັນນັ້ນ, ສະຖານທີ່ພັກເຊົາທີ່ເໝາະສົມ, ຂໍ້ມູນກ່ຽວກັບສະຖານທີ່ສວດມົນ, ຂັ້ນຕອນວີຊາ ແລະ ຄວາມສາມາດເຊື່ອມຕໍ່ທີ່ສະດວກ ກໍແມ່ນບັນດາປັດໄຈທີ່ຕ້ອງໃຫ້ຄວາມສົນໃຈ.
ໃນທິດກົງກັນຂ້າມ, ປາກິດສະຖານ ໄດ້ຮັບການແນະນຳເປັນຈຸດໝາຍປາຍທາງໃໝ່ສຳລັບນັກທ່ອງທ່ຽວຫວຽດນາມ, ໂດຍມີຈຸດແຂງດ້ານມໍລະດົກວັດທະນະທຳ, ບັນດານະຄອນປະຫວັດສາດ, ສະຖາປັດຕະຍະກຳອິດສະລາມ, ທິວທັດພູຜາ, ທຳມະຊາດ ແລະ ການທ່ອງທ່ຽວຄົ້ນຫາ.
Islamabad, Lahore ແລະ Karachi ສາມາດແນະນຳສູ່ຕະຫຼາດຫວຽດນາມ, ໃນຂະນະທີ່ Hunza, Skardu ແລະ ເຂດພາກເໜືອຂອງປາກິດສະຖານ ມີທ່າແຮງພັດທະນາບັນດາຜະລິດຕະພັນທ່ອງທ່ຽວພູເຂົາ ແລະ ທ່ອງທ່ຽວຄົ້ນຫາສະເພາະທາງ.
ເປົ້າໝາຍໄລຍະຍາວຂອງສອງຝ່າຍ ແມ່ນສ້າງກະແສນັກທ່ອງທ່ຽວສອງທິດທາງທີ່ຍືນຍົງ, ທັງດຶງດູດນັກທ່ອງທ່ຽວປາກິດສະຖານມາຫວຽດນາມ, ທັງຊຸກຍູ້ນັກທ່ອງທ່ຽວຫວຽດນາມໄປຄົ້ນຫາປາກິດສະຖານ.
ເປີດກວ້າງການຮ່ວມມືລະຫວ່າງວິສາຫະກິດ ແລະ ດ້ານການບິນ
ບັນດາວິສາຫະກິດທ່ອງທ່ຽວ ແລະ ຜູ້ຕາງໜ້າສາຍການບິນ ຫວຽດນາມ - ປາກິດສະຖານ ພວມເພີ່ມທະວີການຮ່ວມມື, ພ້ອມທັງຄົ້ນຄວ້າຄວາມສາມາດເປີດບິນເໝົາລຳ ແລະ ເຊື່ອມຕໍ່ຖ້ຽວບິນກົງໃນອະນາຄົດ ບົນພື້ນຖານຄວາມຕ້ອງການຕະຫຼາດ, ຄວາມເປັນໄປໄດ້ທາງການຄ້າ ພ້ອມດ້ວຍບັນດາລະບຽບການ ແລະ ການອະນຸມັດທີ່ຈຳເປັນ.
ໃນຂອບເຂດໂຄງການ, ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມມື 3 ສະບັບ.
ສະໂມສອນທ່ອງທ່ຽວ UNESCO ຮ່າໂນ້ຍ (HUTC) ແລະ ສະມາຄົມຜູ້ປະກອບການທົວທ່ອງທ່ຽວປາກິດສະຖານ (PATO) ໄດ້ລົງນາມບົດບັນທຶກ ເພື່ອເພີ່ມທະວີເຄືອຂ່າຍຮ່ວມມືດ້ານການທ່ອງທ່ຽວລະຫວ່າງສອງປະເທດ.
ບໍລິສັດຮ່ວມຫຸ້ນລົງທຶນ ແລະ ການຄ້າທ່ອງທ່ຽວ ຫວຽດນາມ - ປາກິດສະຖານ ແລະ Travel Walji's (Pvt.) Limited ໄດ້ລົງນາມຮ່ວມມື ເພື່ອພັດທະນາຕະຫຼາດ ແລະ ຜະລິດຕະພັນທ່ອງທ່ຽວຮ່ວມ.
Airblue Limited, ບໍລິສັດຈຳກັດ VTours Vietnam ແລະ ບໍລິສັດຮ່ວມຫຸ້ນລົງທຶນ ແລະ ການຄ້າທ່ອງທ່ຽວ ຫວຽດນາມ - ປາກິດສະຖານ ໄດ້ລົງນາມບົດບັນທຶກ ໂດຍສຸມໃສ່ການບໍລິການການບິນ, ການທ່ອງທ່ຽວ, ການພັດທະນາຕະຫຼາດ ແລະ ການຂົນສົ່ງສິນຄ້າທາງອາກາດ.
ບັນດາບົດບັນທຶກຄວາມເຂົ້າໃຈ ສ້າງຂອບເຂດໃຫ້ບັນດາຝ່າຍສືບຕໍ່ພັດທະນາຕະຫຼາດ, ຜະລິດຕະພັນທ່ອງທ່ຽວ, ເຊື່ອມຕໍ່ວິສາຫະກິດ ແລະ ຄົ້ນຄວ້າໂອກາດຮ່ວມມືໃນຂົງເຂດການບິນ.
ທີ່ໂຄງການ, ທ່ານນາງ ເລທິມິງເຕິມ, ຜູ້ອຳນວຍການໃຫຍ່ບໍລິສັດຮ່ວມຫຸ້ນລົງທຶນ ແລະ ການຄ້າທ່ອງທ່ຽວ ຫວຽດນາມ - ປາກິດສະຖານ ເນັ້ນໜັກວ່າ FAM Trip ພຽງແຕ່ເປັນບາດກ້າວເລີ່ມຕົ້ນ. ພາຍຫຼັງຂະບວນການສຳຫຼວດ ແລະ ເຊື່ອມຕໍ່ B2B, ວິສາຫະກິດຕ້ອງຫັນໄປສູ່ການພັດທະນາຜະລິດຕະພັນ, ຂາຍທົວ, ລົງນາມສັນຍາ ແລະ ສ້າງແຫຼ່ງນັກທ່ອງທ່ຽວຕົວຈິງລະຫວ່າງສອງຕະຫຼາດ.
ທ່ານ Kohdayar Marri, ເອກອັກຄະລັດຖະທູດ ຢືນຢັນວ່າ ສະຖານທູດປາກິດສະຖານປະຈຳຮ່າໂນ້ຍ ຈະສືບຕໍ່ປະສານງານກັບບັນດາຄູ່ຮ່ວມຫວຽດນາມ, ກົມທ່ອງທ່ຽວແຫ່ງຊາດຫວຽດນາມ, ບໍລິສັດໃຫຍ່ພັດທະນາການທ່ອງທ່ຽວປາກິດສະຖານ ແລະ ພາກເອກະຊົນ ເພື່ອຊຸກຍູ້ໃຫ້ບັນດາເນື້ອໃນທີ່ແລກປ່ຽນໃນໂຄງການ ກາຍເປັນຜົນໄດ້ຮັບອັນເປັນຮູບປະທຳ.
ກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລະ ບໍລິສັດໃຫຍ່ພັດທະນາການທ່ອງທ່ຽວປາກິດສະຖານ ຖືກຄາດຫວັງວ່າ ຈະສືບຕໍ່ຊ່ວຍໜູນການສົ່ງເສີມການທ່ອງທ່ຽວ, ພັດທະນາຕະຫຼາດ ແລະ ປະສານງານກັບບັນດາອົງການທີ່ກ່ຽວຂ້ອງ ເພື່ອຄ່ອຍໆແກ້ໄຂບັນດາອຸປະສັກຕໍ່ການເດີນທາງຢ່າງຖືກກົດໝາຍລະຫວ່າງສອງປະເທດ.
ຍສໝ - ຄາດວ່າ ເຝີຫວຽດນາມ ຈະໄດ້ນຳເຂົ້າໃນລາຍການອາຫານຂອງບັນດາໂຮງແຮມ, ຮ້ານອາຫານໃນທົ່ວນະຄອນຫຼວງ Islamabad, ປາກິດສະຖານ. |
ຍສໝ - ອາທິດຜ່ານມາ, ສະຖານທູດ ຫວຽດນາມ ປະຈຳ ປາກິດສະຖານ ໄດ້ສົມທົບກັບສະຖານທູດ ມາເລເຊຍ ແລະ ສະຖາບັນສິລະປະ Niftyphere ປາກິດສະຖານ ຈັດຕັ້ງເຫດການເດີນແບບອາພອນສະໄໝ “Cutural Colors - ສີສັນວັດທະນະທຳ” - ໂຄສະນາຊຸດອາພອນປະຈຳຊາດ. |
ຄຳສີ
