| ຫວຽດນາມ - ລາວ ເປີດກວ້າງຂອບເຂດການຮ່ວມມືດ້ານການຫັນປ່ຽນດິຈິຕອນ, ເຄິ່ງຊັກນຳໄຟຟ້າ ແລະ AI ຊາວໜຸ່ມຂະແໜງການເງິນ ຫວຽດນາມ - ລາວ ເປີດກວ້າງການຮ່ວມມືໄລຍະ 2026 - 2030 |
ໂດຍຕ້ອນຮັບຄະນະ, ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ໄດ້ຕີລາຄາສູງຈິດໃຈເປັນເຈົ້າການ, ຄວາມຈິງຈັງ ແລະ ນ້ຳໃຈທີ່ມີຕໍ່ປະເທດຊາດຂອງບັນດານັກຮຽນ.
ແຈ້ງໃຫ້ຄະນະຊາບກ່ຽວກັບບາງຈຸດພົ້ນເດັ່ນໂດຍລວມໃນສະພາບການພັດທະນາເສດຖະກິດ - ສັງຄົມ, ຄວາມໝັ້ນຄົງ - ປ້ອງກັນຊາດຂອງລາວ, ທ່ານ ຫງວຽນມິງເຕິມ ເນັ້ນໜັກວ່າ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ຫວຽດນາມ - ລາວ ທີ່ປະທານໂຮ່ຈິມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ຮ່ວມກັນລິເລີ່ມ ແລະ ສ້າງຕັ້ງໂດຍກົງ, ແລະ ໄດ້ຮັບການທະນຸຖະໜອມຢ່າງສຸດຈິດສຸດໃຈຈາກຜູ້ນຳ ແລະ ປະຊາຊົນຫຼາຍຮຸ່ນຄົນຂອງສອງປະເທດ, ໄດ້ກາຍເປັນຊັບສິນລວມອັນລ້ຳຄ່າ, ເປັນກົດເກນແຫ່ງການພັດທະນາ ແລະ ເປັນປັດໄຈຕັດສິນທຸກໄຊຊະນະຂອງການປະຕິວັດໃນແຕ່ລະປະເທດ.
![]() |
| ຄະນະພະນັກງານ ຖວາຍທູບທຽນລະນຶກເຖິງປະທານໂຮ່ຈິມິນ ຢູ່ຫ້ອງບູຊາປະທານໂຮ່ຈິມິນ ພາຍໃນບໍລິເວນສະຖານທູດຫວຽດນາມປະຈຳລາວ. |
ໂດຍສະເພາະ, ໃນໄລຍະປັດຈຸບັນ, ເມື່ອສະພາບການໂລກ ແລະ ພາກພື້ນມີການຜັນແປຢ່າງວ່ອງໄວ ແລະ ສັບສົນ, ການນຳຂັ້ນສູງຂອງສອງພັກ, ສອງລັດ ໄດ້ເຫັນດີຍົກລະດັບ ແລະ ເຮັດໃຫ້ເນື້ອໃນການຮ່ວມມືສອງຝ່າຍນັບມື້ນັບເລິກເຊິ່ງກວ່າເກົ່າ. ສາຍພົວພັນສອງປະເທດບໍ່ພຽງແຕ່ຢຸດຢູ່ທີ່ຄວາມຜູກພັນແບບດັ້ງເດີມເທົ່ານັ້ນ, ຫາກຍັງຂະຫຍາຍຂຶ້ນສູ່ລະດັບຄວາມຜູກພັນທາງຍຸດທະສາດໃນທຸກຂົງເຂດ, ນັບແຕ່ການເມືອງ, ຄວາມໝັ້ນຄົງ - ປ້ອງກັນຊາດ, ເສດຖະກິດ, ການຄ້າ, ການລົງທຶນ ຈົນເຖິງການສຶກສາ - ບຳລຸງສ້າງ, ການພັດທະນາຊັບພະຍາກອນມະນຸດ ແລະ ການແລກປ່ຽນປະຊາຊົນ.
ຕີລາຄາກ່ຽວກັບບົດບາດຂອງຫຼັກສູດ, ທ່ານ ຫງວຽນມິງເຕິມ ເນັ້ນໜັກວ່າ ການສົ່ງພະນັກງານມາບຳລຸງຍົກສູງຄວາມສາມາດດ້ານພາສາລາວ ແມ່ນແນວທາງທີ່ຖືກຕ້ອງຫຼາຍ ແລະ ມີຄວາມໝາຍທາງຍຸດທະສາດຂອງພັກ ແລະ ລັດຫວຽດນາມ. ການຮູ້ ແລະ ນຳໃຊ້ພາສາລາວໄດ້ຢ່າງຄ່ອງແຄ້ວ ບໍ່ພຽງແຕ່ຮັບໃຊ້ທັກສະການສື່ສານເທົ່ານັ້ນ, ຫາກຍັງເປັນກະແຈສຳຄັນເພື່ອເຂົ້າໃຈແນວຄິດ, ວັດທະນະທຳ ແລະ ນ້ຳໃຈຂອງເພື່ອນລາວ, ຈາກນັ້ນ ປະກອບສ່ວນໂດຍກົງເຂົ້າໃນການຍົກສູງປະສິດທິຜົນວຽກງານໃຫ້ຄຳປຶກສາ, ການຈັດຕັ້ງກິດຈະກຳການຕ່າງປະເທດ ແລະ ການຮ່ວມມືສອງຝ່າຍໃນສະພາບການໃໝ່.
ທ່ານເອກອັກຄະລັດຖະທູດ ຝາກຝັງວ່າ ພະນັກງານແຕ່ລະຄົນທີ່ເຂົ້າຮ່ວມຫຼັກສູດ, ບໍ່ວ່າຈະປະຕິບັດວຽກງານໃນຂົງເຂດໜັງສືພິມ, ຂ່າວສານ, ການສິດສອນ, ວຽກງານພະນັກງານ ຫຼື ເປັນນາຍທະຫານໃນກຳລັງປະກອບອາວຸດ, ລ້ວນແຕ່ມີບົດບາດເປັນ “ທູດວັດທະນະທຳ”, ເປັນຂົວເຊື່ອມໂດຍກົງ ປະກອບສ່ວນຮັດແໜ້ນສາຍໃຍແຫ່ງຄວາມຜູກພັນລະຫວ່າງປະຊາຊົນສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
ທ່ານເອກອັກຄະລັດຖະທູດ ສະເໜີໃຫ້ສະມາຊິກແຕ່ລະຄົນໃນຄະນະ ຍົກສູງຈິດໃຈຮັບຜິດຊອບ; ເຊື່ອມຊຶມ ແລະ ປະຕິບັດຢ່າງເຂັ້ມງວດບັນດາລະບຽບການຂອງພັກ, ລັດຫວຽດນາມ ກ່ຽວກັບການຄຸ້ມຄອງພະນັກງານທີ່ໄປຮ່ຳຮຽນຢູ່ຕ່າງປະເທດ; ເຄົາລົບປະຕິບັດບັນດາຂໍ້ກຳນົດກົດໝາຍຂອງປະເທດເຈົ້າພາບລາວ ແລະ ລະບຽບການບຳລຸງສ້າງຂອງມະຫາວິທະຍາໄລແຫ່ງຊາດລາວ. ນັກຮຽນແຕ່ລະຄົນຕ້ອງຍົກສູງຄວາມເປັນແບບຢ່າງ, ນຳໜ້າຂອງພະນັກງານ, ສະມາຊິກພັກ; ບໍ່ຢຸດຢັ້ງຄວາມພະຍາຍາມ, ສ້າງສັນວິທີການຮ່ຳຮຽນ ເພື່ອບັນລຸຜົນສຳເລັດສູງສຸດ.
ຄຽງຄູ່ກັບການຮ່ຳຮຽນໃນຫ້ອງຮຽນ, ທ່ານເອກອັກຄະລັດຖະທູດ ແນະນຳໃຫ້ບັນດານັກຮຽນເພີ່ມທະວີກິດຈະກຳແລກປ່ຽນພາກຕົວຈິງ, ຕັ້ງໜ້າເຂົ້າຮ່ວມ ແລະ ສຳຜັດກັບຊີວິດປະຈຳວັນຂອງປະຊາຊົນທ້ອງຖິ່ນ, ເປັນເຈົ້າການເຂົ້າຮ່ວມກິດຈະກຳວັດທະນະທຳ, ກິລາ ກັບນັກສຶກສາ ແລະ ພະນັກງານລາວ ເພື່ອຍົກສູງທັກສະການນຳໃຊ້ພາສາຕົວຈິງ, ພ້ອມທັງສະສົມປະສົບການຊີວິດ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າກ່ຽວກັບປະເທດລາວ.
ທ່ານເອກອັກຄະລັດຖະທູດ ຫວັງວ່າ ນັກຮຽນແຕ່ລະຄົນຈະສືບທອດປະເພນີອັນສະຫງ່າງາມຂອງຄົນຮຸ່ນກ່ອນ, ຮັບຮູ້ຢ່າງເລິກເຊິ່ງເຖິງຄວາມສຳຄັນອັນເປັນແກ່ນສານຂອງສາຍພົວພັນ ຫວຽດນາມ - ລາວ; ຫັນບັນດາຄວາມຮູ້, ທັກສະທີ່ສະສົມໄດ້ໃນຫຼັກສູດ ໃຫ້ກາຍເປັນແຮງຂັບເຄື່ອນໃນການປະຕິບັດວຽກຕົວຈິງ, ສືບຕໍ່ປະກອບສ່ວນກຳລັງແຮງເຂົ້າໃນການທະນຸຖະໜອມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຄວາມຜູກພັນທາງຍຸດທະສາດ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ໃຫ້ຂຽວສົດງົດງາມຕະຫຼອດໄປ, ໝັ້ນຄົງຍືນຍົງຊົ່ວກາລະນານ.
![]() |
| ທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ຕ້ອນຮັບຄະນະພະນັກງານຈາກບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຂອງຫວຽດນາມ ທີ່ເຂົ້າຮ່ວມຫຼັກສູດບຳລຸງຍົກສູງລະດັບພາສາລາວ ຢູ່ມະຫາວິທະຍາໄລແຫ່ງຊາດລາວ, ໂດຍມີສະຫາຍ ຮິ່ງແທງຫຍາ ເປັນຫົວໜ້າຄະນະ. |
ສະຖານທູດຫວຽດນາມປະຈຳລາວ ພ້ອມດ້ວຍບັນດາອົງການທີ່ຢູ່ຄຽງຂ້າງສະຖານທູດ ຈະເປັນ “ເຮືອນລວມ” ຢູ່ສະເໝີ, ຮ່ວມເດີນທາງ, ຕິດຕາມຢ່າງໃກ້ຊິດ ແລະ ສ້າງເງື່ອນໄຂອັນສະດວກເພື່ອຊ່ວຍເຫຼືອຄະນະ ຕະຫຼອດໄລຍະດຳລົງຊີວິດ ແລະ ຮ່ຳຮຽນຢູ່ນະຄອນຫຼວງວຽງຈັນ.
ຕາງໜ້າໃຫ້ນັກຮຽນທັງໝົດ, ສະຫາຍ ຮິ່ງແທງຫຍາ, ຫົວໜ້າຄະນະ, ໄດ້ສົ່ງຄຳອວຍພອນອັນປະເສີດທີ່ສຸດເຖິງທ່ານ ຫງວຽນມິງເຕິມ, ເອກອັກຄະລັດຖະທູດ ພ້ອມດ້ວຍພະນັກງານທັງໝົດຂອງສະຖານທູດຫວຽດນາມປະຈຳລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ; ພ້ອມທັງໃຫ້ຮູ້ວ່າ ການໄດ້ດຳລົງຊີວິດ, ຮ່ຳຮຽນ ແລະ ປະຕິບັດວຽກງານຢູ່ປະເທດລາວ ກົງກັບໂອກາດທີ່ທົ່ວພັກ, ທົ່ວກອງທັບ ແລະ ປະຊາຊົນຫວຽດນາມທັງປວງ ສະເຫຼີມສະຫຼອງ 81 ປີແຫ່ງວັນຊາດ ແມ່ນກຽດສັກສີ ແລະ ຄວາມພາກພູມໃຈອັນໃຫຍ່ຫຼວງຂອງນັກຮຽນແຕ່ລະຄົນ.
ລາຍງານຕໍ່ທ່ານ ຫງວຽນມິງເຕິມ ກ່ຽວກັບສະພາບຂອງຄະນະ ນັບແຕ່ເດີນທາງມາລາວເພື່ອເຂົ້າຮຽນຈົນເຖິງປັດຈຸບັນ, ສະຫາຍ ຮິ່ງແທງຫຍາ ໃຫ້ຮູ້ວ່າ ບັນດາສະມາຊິກໃນຄະນະແມ່ນພະນັກງານ, ອາຈານ, ນັກຂ່າວ ແລະ ນາຍທະຫານໜຸ່ມດີເດັ່ນ ທີ່ໄດ້ຮັບການຄັດເລືອກຈາກຫຼາຍອົງການຂັ້ນສູນກາງ ແລະ ທ້ອງຖິ່ນ ເຊັ່ນ: ສຳນັກຂ່າວສານຫວຽດນາມ, ສະຖາບັນປ້ອງກັນຊາດ, ສະຖາບັນເຕັກນິກການທະຫານ, ວິທະຍາໄລເຊີນລາ (ແຂວງເຊີນລາ), ຫໍພັກນັກສຶກສາລາວ - ກຳປູເຈຍ ຢູ່ນະຄອນໂຮ່ຈິມິນ ແລະ ໂຮງຮຽນບຳລຸງສ້າງພະນັກງານ ເລຮົ່ງຟອງ (ນະຄອນຮ່າໂນ້ຍ).
ນັກຮຽນທຸກຄົນລ້ວນແຕ່ມີຈິດໃຈຮັບຜິດຊອບສູງ, ຄວາມຕັດສິນໃຈ ແລະ ຄວາມມຸ່ງຫວັງໃນການຮ່ຳຮຽນ ເພື່ອໃຫ້ສາມາດນຳໃຊ້ພາສາລາວໄດ້ຢ່າງຄ່ອງແຄ້ວ, ພ້ອມທັງເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າກ່ຽວກັບວັດທະນະທຳ, ປະເທດຊາດ ແລະ ປະຊາຊົນລາວ.
ທັນທີພາຍຫຼັງເດີນທາງມາຮອດວຽງຈັນ, ຄະນະໄດ້ຈັດວາງຊີວິດຄວາມເປັນຢູ່ໃຫ້ເຂົ້າທີ່ຢ່າງວ່ອງໄວ, ເປັນເຈົ້າການປັບຕົວເຂົ້າກັບສະພາບແວດລ້ອມການດຳລົງຊີວິດໃໝ່ ແລະ ປະຕິບັດບັນດາລະບຽບການຮ່ຳຮຽນຂອງມະຫາວິທະຍາໄລແຫ່ງຊາດລາວຢ່າງເຂັ້ມງວດ.
ສະຫາຍ ຮິ່ງແທງຫຍາ ຂອບໃຈສະຖານທູດຫວຽດນາມປະຈຳລາວ ທີ່ໄດ້ສ້າງເງື່ອນໄຂອັນສະດວກນັບແຕ່ມື້ທຳອິດທີ່ຄະນະເດີນທາງມາຮອດນະຄອນຫຼວງວຽງຈັນ; ພ້ອມທັງປາດຖະໜາວ່າ ຕະຫຼອດໄລຍະຮ່ຳຮຽນຢູ່ລາວ, ຄະນະຈະສືບຕໍ່ໄດ້ຮັບການຮ່ວມເດີນທາງ ແລະ ການຊ່ວຍເຫຼືອຈາກສະຖານທູດ ເພື່ອໃຫ້ນັກຮຽນສາມາດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍຢ່າງດີເລີດ.
ຕາງໜ້າໃຫ້ຄະນະ, ສະຫາຍ ຮິ່ງແທງຫຍາ ຢືນຢັນວ່າ ນັກຮຽນທັງໝົດຈະສາມັກຄີເປັນນ້ຳໜຶ່ງໃຈດຽວ, ພະຍາຍາມຢ່າງສຸດຄວາມສາມາດ, ປະຕິບັດລະບຽບວິໄນຢ່າງເຂັ້ມງວດ ເພື່ອສຳເລັດຫຼັກສູດຢ່າງດີເລີດ, ຕອບສະໜອງຄວາມໄວ້ວາງໃຈຂອງການນຳບັນດາອົງການ, ຫົວໜ່ວຍ ແລະ ສະຖານທູດ.
ຍສໝ - ໃນຂອບເຂດການເດີນທາງ “ຂ້ອຍຮັກປະເທດຊາດຂອງຂ້ອຍ” ຢູ່ຫຼວງພະບາງ (ລາວ), ຊາວໜຸ່ມຫວຽດນາມ ແລະ ລາວ ໄດ້ຮ່ວມກັນແລກປ່ຽນບົດຮຽນໃນການຊ່ວຍເຫຼືອຊາວໜຸ່ມສ້າງຕົນ, ສ້າງອາຊີບ, ນຳໃຊ້ເຕັກໂນໂລຊີ, ພ້ອມທັງແບ່ງປັນບັນດາວິທີການໃນການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ. ຜ່ານນັ້ນ, ຄົນຮຸ່ນໜຸ່ມຂອງສອງປະເທດປະກອບສ່ວນທະນຸຖະໜອມການພົວພັນຫວຽດນາມ - ລາວ ດ້ວຍບັນດາກິດຈະກຳຮ່ວມມືທີ່ແທດຈິງ. |
ຍສໝ - ການແບ່ງປັນປະສົບການວຽກງານແນວໂຮມ, ເພີ່ມທະວີການພົວພັນແລກປ່ຽນລະຫວ່າງປະຊາຊົນ ແລະ ຊ່ວຍເຫຼືອຊຸມຊົນຂອງສອງປະເທດ ແມ່ນສາມຈຸດສຸມທີ່ໄດ້ຮັບການສະເໜີໃນການຮ່ວມມືລະຫວ່າງແນວໂຮມຮ່າໂນ້ຍ ແລະ ວຽງຈັນ ໄລຍະ 2026-2030. |
ມິງດຶກ

